ຫວ່າງແລ້ວນີ້, ຄະນະກໍາມະການປະຊາຊົນແຂວງດົ່ງນາຍ ຈັດຕັ້ງພິທີລົງນາມບົດບັນທຶກຊ່ວຍຈໍາວ່າດ້ວຍການເພີ່ມທະວີການພົວພັນຮ່ວມມືມິດຕະພາບລະຫວ່າງຄະນະກໍາມະການປະຊາຊົນແຂວງດົ່ງນາຍ ແລະອໍານາດການປົກຄອງແຂວງຈໍາປາສັກ ໄລຍະ 2022-2026 ຜ່ານລະບົບທາງໄກ. ທ່ານນາງ ພິມພາ ແກ້ວມີໄຊ ຫົວໜ້າສະຖານກົງສູນໃຫຍ່ລາວ ປະຈໍາ ນະຄອນໂຮ່ຈີມິນ ເຂົ້າຮ່ວມພິທີລົງນາມ.
ຍສໝ - ຫວ່າງແລ້ວນີ້, ສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ, ສະຖາບັນບັນດິດວິທະຍາສາດສັງຄົມຫວຽດນາມ, ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດລາວ, ສະຖາບັນວິທະຍາສາດເສດຖະກິດ ແລະສັງຄົມແຫ່ງຊາດລາວ ໄດ້ຈັດຕັ້ງກອງປະຊຸມສໍາມະນາວິທະຍາສາດສາກົນດ້ວຍຫົວຂໍ້ “ບົດບາດຂອງວັດທະນະທໍາ, ມະນຸດຕໍ່ກັບພາລະກິດປ່ຽນແປງໃໝ່, ພັດທະນາ ຢູ່ຫວຽດນາມ ແລະລາວ”.
ຍສໝ - ເມື່ອບໍ່ດົນມານີ້, ຢູ່ນະຄອນຫຼວງວຽງຈັນ (ສປປ.ລາວ), ໄດ້ຈັດພິທີເລີ່ມລົງມືໂຄງການກໍ່ສ້າງ ອາຄານກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ໃນຂອບເຂດຂອງກະຊວງອຸດສາຫະກຳ ແລະ ການຄ້າ ແຫ່ງ ສປປ.ລາວ ທີ່ອຸປະຖຳໂດຍສະມາຄົມຊາວຫວຽດນາມ ຢູ່ນະຄອນຫລວງວຽງຈັນ.
ຍສໝ - ທ່ານລັດຖະມົນຕີການຕ່າງປະເທດລາວ ສະເຫຼີມໄຊ ກົມມະສິດ ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ແລະ ເປັນປະທານຮ່ວມກອງປະຊຸມປຶກສາຫາລືການເມືອງ ຂັ້ນລັດຖະມົນຕີການຕ່າງປະເທດ ຫວຽດນາມ - ລາວ ຄັ້ງທີ 8.
ເລື່ອງກະຊວງຕຳຫຼວດຫວຽດນາມ ໜູນຊ່ວຍກະຊວງຕຳຫຼວດລາວ ກໍ່ສ້າງບັນດາສຳນັກງານຕຳຫຼວດ ຢູ່ບ້ານຕິດກັບຊາຍແດນສອງປະເທດ ໄດ້ສະແດງໃຫ້ເຫັນການພົວພັນສະໜິດແໜ້ນ, ຕິດພັນກັນ ແລະ ພິເສດທີ່ສຸດ ຂອງກຳລັງຕຳຫຼວດສອງປະເທດ.
ໃນປະຫວັດສາດແຫ່ງການພົວພັນສາກົນ, ການພົວພັນມິດຕະພາບ ຫວຽດນາມ - ລາວ ແມ່ນການພົວພັນທີ່ເປັນແບບຢ່າງກ່ຽວກັບການຕິດພັນອັນໝັ້ນແກ່ນ, ມີປະສິດທິຜົນລະຫວ່າງສອງຊາດ ໃນພາລະກິດແຫ່ງການຕໍ່ສູ້ເພື່ອເອກະລາດ, ເສລີພາບ ແລະຄວາມກ້າວໜ້າທາງສັງຄົມ.
ຍສໝ - ຫວ່າງແລ້ວນີ້, ຢູ່ດ່ານຊາຍແດນສາກົນຈາລໍ (ແຂວງກວາງບິ່ງ), ຄະນະຜູ້ແທນຂັ້ນສູງແຂວງກວ໋າງບິ່ງ (ຫວຽດນາມ) ແລະ ຄະນະຜູ້ແທນຂັ້ນສູງແຂວງຄຳມ່ວນ (ລາວ) ໄດ້ດຳເນີນການເຈລະຈາ ແລະລົງນາມໃນບົດບັນທຶກການຮ່ວມມືປະຕິບັດການເຄື່ອນໄຫວຂອງສອງແຂວງໃນໄລຍະຈະມາເຖິງ.
ຄາດວ່າ, ວົງເງິນການຄ້າ ຫວຽດນາມ - ລາວ ໃນທັງປີ 2021 ຈະບັນລຸປະມານ 1,3 ຕື້ USD.
ໃນຕໍ່ໜ້າ, ສະພາແຫ່ງຊາດຂອງສອງປະເທດຈະສືບຕໍ່ປະສານສົມທົບຢ່າງແໜ້ນແຟ້ນ, ສະໜັບສະໜຸນເຊິ່ງກັນແລະກັນ ຢູ່ໃນເວທີພາກພື້ນ ແລະ ສາກົນ ເປັນຕົ້ນ: IPU, AIPA, APPF, APF ແລະ ອື່ນໆ. ນອກຈາກນັ້ນ, ກໍ່ປະສານສົມທົບຢ່າງກົມກຽວ ແລະ ມີປະສິດທິຜົນໃນບັນຫາພາກພື້ນ ແລະ ສາກົນ ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາ.
ກົມບັນຊາການທະຫານປ້ອງກັນຊາຍແດນແຂວງ ກ໋ວາງຈິ ໄດ້ມອບທຶນສຶກສາ 100 ທຶນໃຫ້ແກ່ນັກຮຽນທຸກຍາກ, ແຕ່ລະທຶນມີມູນຄ່າ 3 ລ້ານດົ່ງ ແລະ ມອບງົວແມ່ພັນ ໃຫ້ແກ່ 20 ຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກຢູ່ ບ້ານ ເຟື່ອງ ແລະ ແດນສະຫວັນ, ເມືອງເຊໂປນ ແລະ ເມືອງ ເຕິນແທັ່ງ ແລະ ເທດສະບານລາວບາວ, ເມືອງ ເຮືອງຮ໊ວາ.
ຮ້ານປຶ້ມນ້ອຍໆທີ່ມີຊື່ວ່າ “ຮ້ານປຶ້ມ ແລະ ເລື່ອງລາວຕ່າງໆ” ຂອງເອື້ອຍ ຟານງອກເຟິ໊ນ ຕັ້ງໃນຮ້ານຊາຫຍ້າຫວານ ຢູ່ເມືອງ ນິງກຽວ, ນະຄອນເກິ່ນເທີ ແມ່ນສະຖານທີ່ໄດ້ຮັບການຊອກຫາຈາກບັນດາຜູ້ນິຍົມອ່ານປຶ້ມ, ເປັນຕົ້ນແມ່ນໄວໜຸ່ມ. ນີ້ກໍ່ແມ່ນຮູບແບບ Startup ຂອງ ເອື້ອຍເຟິ໊ນ, ເຊິ່ງປະກອບສ່ວນເຂົ້າໃນການແຜ່ກະຈາຍວັດທະນະທຳການອ່ານໃນຊຸມຊົນ.
ຍສໝ - ແນວໂຮມປະເທດຊາດຫວຽດນາມ ທຸກຂັ້ນຈະສືບຕໍ່ສ້າງແຜນການເພື່ອເປີດກວ້າງການເຄື່ອນໄຫວແລກປ່ຽນລະຫວ່າງປະຊາຊົນສອງປະເທດ, ພິເສດແມ່ນຢູ່ລຽບຕາມເຂດຊາຍແດນ.
ຍສໝ - ຫວ່າງແລ້ວນີ້, ທ່ານ ດັ້ງຊວນຟອງ, ເລຂາຄະນະພັກແຂວງລາວກາຍ ໄດ້ໃຫ້ການຕ້ອນຮັບ ຄະນະຜູ້ແທນສະຖານກົງສຸນໃຫຍ່ຫວຽດນາມ ປະຈໍາ ຄຸນໝິງ (ຈີນ) ແລະ ການນໍາຂອງກຸ່ມບໍລິສັດ Sunwah.
ການຢ້ຽມຢາມຫວຽດນາມ ຢ່າງເປັນທາງການຂອງປະທານສະພາແຫ່ງຊາດລາວ ໄຊສົມພອນ ພົມວິຫານ ແມ່ນຂີດໝາຍສໍາຄັນສືບຕໍ່ປັບປຸງ, ເສີມຂະຫຍາຍສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ-ລາວ.
ຕອນເຊົ້າວັນທີ 8 ທັນວາ, ຢູ່ສຳນັກງານຄະນະພົວພັນຕ່າງປະເທດສູນກາງພັກ, ທ່ານ ເຈິ່ນເກິມຕູ໊ ກຳມະການກົມການເມືອງ, ເລຂາສູນກາງພັກ, ຫົວໜ້າຄະນະກຳມະການກວດກາສູນກາງພັກກອມມູນິດ ຫວຽດນາມ ໄດ້ພົບປະເຈລະຈາທາງໄກກັບທ່ານ ຄຳພັນ ພົມມະທັດ - ກຳມະການກົມການເມືອງ, ເລຂາສູນກາງພັກ, ຫົວໜ້າຄະນະກວດກາສູນກາງພັກປະຊາຊົນປະຕິວັດລາວ, ປະທານອົງການກວດກາແຫ່ງລັດ, ຫົວໜ້າຄະນະປ້ອງກັນ, ຕ້ານການສໍ້ລາດບັງຫຼວງສູນກາງພັກປະຊາຊົນປະຕິວັດ ລາວ.
ຫວ່າງແລ້ວນີ້, ທີ່ຮ່າໂນ້ຍ, ສະຫະພັນໃຫຍ່ແຮງງານຫວຽດນາມ ໄດ້ມີການເຈລະຈາກັບສູນກາງສະຫະພັນກໍາມະບານລາວ.
ຍສໝ - ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ ໄດ້ເຫັນດີສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນໃນການຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງຢ່າງມີປະສິດທິຜົນ.
ຍສໝ - ຕອນເຊົ້າວັນທີ 7 ທັນວາ, ຢູ່ຮ່າໂນ້ຍ, ຄະນະຜູ້ແທນສູນກາງສະມາຄົມມິດຕະພາບຫວຽດນາມ - ລາວ ໂດຍທ່ານ ເຈີ່ນວັນຕຸຍ, ປະທານສະມາຄົມມິດຕະພາບຫວຽດນາມ - ລາວ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານປະທານສະພາແຫ່ງຊາດລາວ ໄຊສົມພອນ ພົມວິຫານ ທີ່ພວມມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ.
ຍສໝ - ບັນດາໜັງສືພິມໃຫຍ່ຂອງ ລາວ ສະບັບອອກໃນວັນທີ 7 ທັນວາ ໄດ້ລົງຂ່າວ ແລະ ບົດກ່ຽວກັບການຢ້ຽມຢາມຫວຽດນາມ ຢ່າງເປັນທາງການຂອງ ທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ, ເຊິ່ງໄດ້ເນັ້ນໜັກວ່າ ການຢ້ຽມຢາມໄດ້ປະກອບສ່ວນເຮັດໃຫ້ການພົວພັນລະຫວ່າງ ສອງປະເທດ ເລິກເຊິ່ງກວ່າອີກ.
ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ແລະ ທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ ໄດ້ເນັ້ນໜັກວ່າ ຈະພ້ອມກັນປະຕິບັດຈົນສຸດຄວາມສາມາດຂອງຕົນ ເພື່ອຮັກສາ, ເພີ່ມພູນຄູນສ້າງ ແລະ ຖ່າຍທອດໃຫ້ແກ່ຄົນລຸ້ນຫຼັງກ່ຽວກັບສາຍພົວພັນອັນດີງາມລະຫວ່າງ ຫວຽດນາມ - ລາວ.