ເປີດກ​ວ້າງ​ການ​ເຄື່ອນ​ໄຫວ​ພົ​ວ​ພັນ​ແລກ​ປ່ຽນ​ລະ​ຫວ່​າງ​ປະ​ຊາ​ຊົນ 2 ປະ​ເທດ ຫວຽດນາມ - ລາວ

06:07 | 10/12/2021

ຍສໝ - ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ທຸກ​ຂັ້ນ​ຈະ​ສືບ​ຕໍ່​ສ້າງແຜນ​ການ​ເພື່ອເປີດກວ້າງ​ການ​ເຄື່ອນ​ໄຫວ​ແລກ​ປ່ຽນ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ປະ​ເທດ, ພິ​ເສດ​ແມ່ນ​ຢູ່​​ລຽບ​ຕາມເຂດ​ຊາຍ​ແດນ.

ທ່ານໝໍ ຫວຽດ​ນາມ - ລາວ ຈັດ​ຕັ້ງ​ການ​ປິ່ນ​ປົວ​ພະ​ຍາດ ແລະ ສະ​ໜອງ​ຢາ​ໃຫ້​ແກ່​ປະ​ຊາ​ຊົນ​ເມືອງ ເຊ​ໂປນ ​ໂດຍ​ບໍ່​ເສຍ​ຄ່າ ທ່ານໝໍ ຫວຽດ​ນາມ - ລາວ ຈັດ​ຕັ້ງ​ການ​ປິ່ນ​ປົວ​ພະ​ຍາດ ແລະ ສະ​ໜອງ​ຢາ​ໃຫ້​ແກ່​ປະ​ຊາ​ຊົນ​ເມືອງ ເຊ​ໂປນ ​ໂດຍ​ບໍ່​ເສຍ​ຄ່າ
ການ​ພົວ​ພັນ ຫວ​ຽດ​ນາມ - ຈີນ ນ​ຳ​ມາເຊິ່ງຜົນ​ປະ​ໂຫຍດ​ຢ່າງ​ແທດ​ຈິງ​ໃຫ້​ແກ່​ປະ​ຊາ​ຊົນ 2 ປະ​ເທດ ການ​ພົວ​ພັນ ຫວ​ຽດ​ນາມ - ຈີນ ນ​ຳ​ມາເຊິ່ງຜົນ​ປະ​ໂຫຍດ​ຢ່າງ​ແທດ​ຈິງ​ໃຫ້​ແກ່​ປະ​ຊາ​ຊົນ 2 ປະ​ເທດ
ເປີດກ​ວ້າງ​ການ​ເຄື່ອນ​ໄຫວ​ພົ​ວ​ພັນ​ແລກ​ປ່ຽນ​ລະ​ຫວ່​າງ​ປະ​ຊາ​ຊົນ 2 ປະ​ເທດ ຫວຽດນາມ - ລາວ
ທ່ານປະທານຄະນະກຳມະການສູນກາງ ແນວໂຮມປະເທດຊາດ ຫວຽດນາມ ໂດ້ວັນຈຽນ ໄດ້ມີການພົບປະກັບ ທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ. ພາບ: tapchimattran.vn

ຫວ່າງແລ້ວນີ້, ທ່ານປະທານຄະນະກຳມະການສູນກາງ ແນວໂຮມປະເທດຊາດ ຫວຽດນາມ ໂດ້ວັນຈຽນ ໄດ້ມີການພົບປະກັບ ທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ.

ທ່ານ​​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ລາວ ໄຊ​ສົມ​ພອນ ພົມ​ວິ​ຫານ ໃຫ້ຮູ້ວ່າ: ຜ່ານບັນດາ​ການ​ເຄື່ອນ​ໄຫວ​ໃນ​ການ​ຢ້ຽມ​ຢາມ, ສອງ​ຝ່າຍ​ໄດ້ພ້ອມ​ກັນ​ທົບທວນຄືນ​ສາຍ​ພົວ​ພັນ​ມິດ​ຕະ​ພາບອັນຍິ່ງໃຫຍ່, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ​ສອງ​ພັກ, ສອງ​ລັດ ແລະ ປະ​ຊາ​ຊົນ​ສອງ​ປະ​ເທດ. 2 ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ສືບ​ຕໍ່​ເພີ່ມ​ທະວີ​ການ​ຮ່ວມ​ມື, ນຳ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໃຫ້ນັບມື້ນັບເຂົ້າສູ່ລວງ​ເລິກ​, ມີ​ປະສິດທິ​ຜົນ ​ແລະ ​ແທດ​ຈິງ.

ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ລາວ ໄຊ​ສົມ​ພອນ ພົມວິຫານ ປາດ​ຖະໜາ​ວ່າ ແນວ​ລາວ​ສ້າງ​ຊາດ ​ແລະ ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ຈະສືບ​ຕໍ່​ປະຕິບັດ​ບັນດາ​ຂໍ້​ຕົກລົງ​ຮ່ວມ​ມື​ທີ່​ໄດ້​ລົງ​ນາມຕາມທິດທາງນັບມື້ນັບມີການເປີດກວ້າງ ແລະ ບັນດາການເຄື່ອນໄຫວທີ່ມີຄວາມຫຼາກຫຼາຍ​ຢ່າງ​ມີ​ປະສິດທິ​ຜົນ; ແລກປ່ຽນ ແລະ ແບ່ງປັນປະສົບການຢ່າງຕັ້ງໜ້າ.

ສອງ​ອົງການ​ແນວ​ໂຮມຕ້ອງ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນກ່ວາ​ອີກ ​ໃນ​ປີ 2022 “ປີ​​ສາມັກຄີ​ມິດຕະພາບ​ຫວຽດນາມ - ລາວ, ລາວ - ຫວຽດນາມ” ເພື່ອໃຫ້​ມີ​ການ​ເຄື່ອນ​ໄຫວທີ່​ແທດ​ຈິງ; ​ເພີ່ມ​ທະວີ​ການ​ສຶກສາ ​ແລະ ​ໂຄສະນາ​ເຜີຍ​ແຜ່​ໃຫ້​ແກ່ຄົນ​ລຸ້ນໜຸ່ມ, ​ຜ່ານນັ້ນກໍເພີ່ມພູນຄູນສ້າງ​ສາຍ​ພົວພັນ​ມິດຕະພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ ລາວ-ຫວຽດນາມ.

ທ່ານປະທານຄະນະກຳມະການສູນກາງ ແນວໂຮມປະເທດຊາດ ຫວຽດນາມ ໂດ້ວັນຈຽນ ​ເນັ້ນ​ໜັກ​ເຖິງ​ຄວາມ​ຮັກ​ແພງ​ເປັນ​ພິ​ເສດ​ທີ່ ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ລາວ ໄຊ​ສົມ​ພອນ ພົມວິຫານ ມີ​ຕໍ່​ພະນັກງານເຮັດວຽກງານແນວໂຮມຂອງ​ລາວ ​ແລະ ຫວຽດນາມ, ຜ່ານນັ້ນກໍ່ໄດ້ສະ​ແດງ​ໃຫ້​ເຫັນ​ຄວາມ​ເອົາ​ໃຈ​ໃສ່​ເປັນ​ຢ່າງ​ດີ​ຕໍ່​ວຽກ​ງານ​ຂົນຂວາຍ​ປະຊາຊົນ - ກົກເຄົ້າເຫງົ້າກໍ ແຫ່ງຄວາມ​ເຂັ້ມ​ແຂງ​ຂອງ​ທັງ​ສອງ​ປະ​ເທດ.

ທ່ານປະທານຄະນະກຳມະການສູນກາງ ແນວໂຮມປະເທດຊາດ ຫວຽດນາມ ໂດ້ວັນຈຽນ ໃຫ້ຮູ້ວ່າ: ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ຈະ​ໄດ້​ຮັບເອົາ​ຄຳ​ເຫັນ​ຂອງການ​ນຳ​ຂັ້ນ​ສູງ​ຂອງ 2 ພັກ ​ແລະ ລັດ ​ເພື່ອ​ສົມທົບ​ກັນ​ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງ 60 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ (​ 5 ​ກັນຍາ 1962 – 5 ກັນຍາ 2022) ແລະ ຄົບຮອບ 45 ປີ ແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ (18 ກໍລະກົດ 197 - 18 ກໍລະກົດ 2022) ໃຫ້ມີຄວາມໝາຍຢ່າງແທ້ຈິງ, ຜ່ານນັ້ນກໍ່ປະກອບສ່ວນເຂົ້າໃນການສຶກສາມູນເຊື້ອໃຫ້ແກ່ລຸ້ນໜຸ່ມ ​ເພື່ອ​ຮ່ວມ​ກັນ​ປົກ​ປັກ​ຮັກສາ ​ແລະ ເສີມຂະຫຍາຍການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດໃຫ້ຫຼາຍກວ່າອີກ. ແນວ​ໂຮມ​ປະ​ເທດ​ຊາດ​ທຸກ​ຂັ້ນ​ຈະ​ຜັນ​ຂະ​ຫຍາຍ​ແຜນ​ການ​ເປີດກວ້າງບັນດາ​ການ​ເຄື່ອນ​ໄຫວ​ແລກ​ປ່ຽນ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ປະ​ເທດ​ຢູ່​ລຽບ​ຕາມ​ຊາຍ​ແດນ.

ໄຊພອນ

ເຫດການ
302 Found

Found

The document has moved here.