ຫວຽດນາມ ແລະ ລາວ ສະໜັບສະໜູນເຊິ່ງກັນ ແລະກັນຢູ່ເວທີປາໄສຫຼາຍຝ່າຍ

16:06 | 08/12/2021

ຍສໝ - ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ ໄດ້ເຫັນດີສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນໃນການຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງຢ່າງມີປະສິດທິຜົນ.

ທ່ານປະທານສະພາແຫ່ງຊາດລາວ ໄຊສົມພອນ ພົມວິຫານ ໄດ້ຕີລາຄາສູງບົດບາດຂອງສະມາຄົມມິດຕະພາບຂອງສອງປະເທດ ທ່ານປະທານສະພາແຫ່ງຊາດລາວ ໄຊສົມພອນ ພົມວິຫານ ໄດ້ຕີລາຄາສູງບົດບາດຂອງສະມາຄົມມິດຕະພາບຂອງສອງປະເທດ
ສື່ມວນຊົນລາວລົງຂ່າວເປັນຈຳນວນຫຼວງຫຼາຍກ່ຽວກັບການຢ້ຽມຢາມ ຫວຽດນາມ ຂອງທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ ສື່ມວນຊົນລາວລົງຂ່າວເປັນຈຳນວນຫຼວງຫຼາຍກ່ຽວກັບການຢ້ຽມຢາມ ຫວຽດນາມ ຂອງທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ
ຫວຽດນາມ ແລະ ລາວ ສະໜັບສະໜູນເຊິ່ງກັນ ແລະກັນຢູ່ເວທີປາໄສຫຼາຍຝ່າຍ
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ. ພາບ: baophapluat.vn

ຕອນບ່າຍວັນທີ 06 ທັນວາ, ທີ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ພົບປະເຈລະຈາກັບ ທ່ານປະທານສະພາແຫ່ງຊາດລາວ ໄຊສົມພອນ ພົມວິຫານ ເນື່ອງໃນໂອກາດມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ.

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ ໄດ້ເຫັນດີສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນໃນການຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງ, ກໍ່ຄືການກະກຽມເນື້ອໃນໃຫ້ແກ່ກອງປະຊຸມຄະນະກຳມະການລະຫວ່າງລັດຖະບານ ຄັ້ງທີ 44 ຈະມາເຖິງຢ່າງມີປະສິດທິຜົນ; ສືບຕໍ່ຮ່ວມມືກັນຢ່າງແໜ້ນແຟ້ນໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19; ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ; ຍູ້ແຮງ, ຍົກລະດັບການຮ່ວມມືດ້ານເສດຖະກິດໃຫ້ເໝາະສົມກັບສາຍພົວພັນແບບພິເສດລະຫວ່າງ 2 ປະເທດ. ພ້ອມທັງສົມທົບກັນຈັດຕັ້ງບັນດາການເຄື່ອນໄຫວສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (05 ກັນຍາ 1962 – 05 ກັນຍາ 2022) ແລະ 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ (18 ກໍລະກົດ 1977 – 18 ກໍລະກົດ 2022) ໃນປີ 2022.

2 ຝ່າຍເຫັນດີສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ເວທີປາໄສຫຼາຍຝ່າຍ, ພິເສດແມ່ນບັນດາບັນຫາທີ່ກ່ຽວຂ້ອງເຖິງຄວາມໝັ້ນຄົງ - ການພັດທະນາຂອງແຕ່ລະປະເທດ ກໍຄືສັນຕິພາບ, ສະຖຽນລະພາບ, ການຮ່ວມມືພາກພື້ນ, ໃນນັ້ນມີບັນຫາຄຸ້ມຄອງ, ນຳໃຊ້ແຫຼ່ງນ້ຳແມ່ນ້ຳຂອງແບບຍືນຍົງ ແລະ ບັນຫາທະເລຕາເວັນອອກ.

ໄຊພອນ

ເຫດການ
302 Found

Found

The document has moved here.