ກະ​ຊວງ​ຕຳຫຼວດ​ຫວຽດ​ນາມ ມອບ​ສົ່ງ​ສຳ​ນັກ​ງານ​ຕຳຫຼວດ​ແຫ່ງ​ທຳ​ອິດ​ໃຫ້​ກະ​ຊວງ​ຕຳຫຼວດ​ລາວ

11:48 | 26/12/2021

ເລື່ອງກະຊວງຕຳຫຼວດຫວຽດນາມ ໜູນຊ່ວຍກະຊວງຕຳຫຼວດລາວ ກໍ່ສ້າງບັນດາສຳນັກງານຕຳຫຼວດ ຢູ່ບ້ານຕິດກັບຊາຍແດນສອງປະເທດ ໄດ້ສະແດງໃຫ້ເຫັນການພົວພັນສະໜິດແໜ້ນ, ຕິດພັນກັນ ແລະ ພິເສດທີ່ສຸດ ຂອງກຳລັງຕຳຫຼວດສອງປະເທດ.

ຜົ​ນ​ງານ​ດີ​ເດັ່ນ​ຂອງ ນັກ​ຮຽນ​ຫວຽດ​ນາມ​ຢູ່​ການ​ເສັງ​ສາ​ກົນ ປີ 2021 ຜົ​ນ​ງານ​ດີ​ເດັ່ນ​ຂອງ ນັກ​ຮຽນ​ຫວຽດ​ນາມ​ຢູ່​ການ​ເສັງ​ສາ​ກົນ ປີ 2021
ເປັນ​ຄັ້ງ​ທຳ​ອິດຫວຽດ​ນາມ​ຄົ້ນ​ຄ້​ວາ​ສຳ​ເລັດ​ຊຸດ​ gene ຂອງ ຊາວ​ຫວຽດ​ນາມ ເປັນ​ຄັ້ງ​ທຳ​ອິດຫວຽດ​ນາມ​ຄົ້ນ​ຄ້​ວາ​ສຳ​ເລັດ​ຊຸດ​ gene ຂອງ ຊາວ​ຫວຽດ​ນາມ
ຕັດແຖບພ້າເປີດສະຫຼອງສຳນັກງານຕຳຫຼວດບ້ານໜອງແຮັດ (ພາບ: TTXVN)
ຕັດແຖບພ້າເປີດສະຫຼອງສຳນັກງານຕຳຫຼວດບ້ານໜອງແຮັດ (ພາບ: TTXVN)

ສັນທີ 25 ທັນວາ, ຢູ່ບ້ານໜອງແຮັດ, ເມືອງໜອງແຮັດ, ແຂວງຊຽງຂວາງ, ໄດ້ຈັດພິທີເປີດສະຫຼອງ ແລະ ມອບສົ່ງສຳນັກງານຕຳຫຼວດແຫ່ງທຳອິດ ໂດຍຝ່າຍຫວຽດນາມ ມອບສົ່ງໃຫ້ຝ່າຍລາວ ໃນຈຳນວນສຳນັກງານທັງໝົດ 287 ແຫ່ງທີ່ກະຊວງຕຳຫຼວດຫວຽດນາມ ພວມກໍ່ສ້າງໜູນຊ່ວຍກະຊວງຕຳຫຼວດລາວ ຢູ່ 10 ແຂວງຕິດກັບຫວຽດນາມ. ກ່າວຄຳເຫັນນະທີ່ນີ້, ທ່ານພົນຕີ ຫງວຽນຢຸຍງອກ, ຮອງລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ສະເໜີໃຫ້ຕຳຫຼວດແຂວງ ເງະອານ ເວົ້າສະເພາະ ແລະ ຕຳຫຼວດ 10 ແຂວງຂອງຫວຽດນາມ ທີ່ມີເສັ້ນຊາຍແດນຕິດກັບລາວ ເວົ້າລວມ ຕ້ອງສົມທົບກັບກຳລັງຕຳຫຼວດ ແລະ ອຳນາດການປົກຂອງບັນດາແຂວງຂອງລາວ ຢ່າງແໜ້ນແຟ້ນ ເພື່ອແກ້ໄຂຄວາມຫຍຸ້ງຍາກ, ຍູ້ໄວລະດັບຄວາມໄວໃນການກໍ່ສ້າງບັນດາກິດຈະກຳທີ່ຍັງເຫຼືອໃຫ້ສຳເລັດ ດ້ວຍຄຸນນະພາຍສູງສຸດ; ມອບສົ່ງ ແລະ ນຳເຂົ້າເຄື່ອນໄຫວຕາມແຜນການໄດ້ວາງອອກໃນຕົ້ນປີ 2022.

ສ່ວນທ່ານ ທອງເລກ ມັງໜໍ່ເມກ ຮອງລັດຖະມົນຕີກະຊວງຕຳຫຼວດລາວ ໄດ້ເນັ້ນໜັກວ່າ: ເລື່ອງກະຊວງຕຳຫຼວດຫວຽດນາມ ໜູນຊ່ວຍກະຊວງຕຳຫຼວດລາວ ກໍ່ສ້າງບັນດາສຳນັກງານຕຳຫຼວດ ຢູ່ບ້ານຕິດກັບຊາຍແດນສອງປະເທດ ໄດ້ສະແດງໃຫ້ເຫັນການພົວພັນສະໜິດແໜ້ນ, ຕິດພັນກັນ ແລະ ພິເສດທີ່ສຸດ ຂອງກຳລັງຕຳຫຼວດສອງປະເທດ. ທ່ານຢືນຢັນວ່າ, ພາຍຫຼັງນຳເຂົ້າເຄື່ອນໄຫວ, ບັນດາກິດຈະກຳດັ່ງກ່າວຈະປະກອບສ່ວນສຳຄັນ ເຂົ້າໃນວຽກງານປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຂອງລາວ ເວົ້າສະເພາະ ແລະ ຢູ່ເຂດຊາຍແດນສອງປະເທດເວົ້າລວມ, ພິເສດແມ່ນບັນດາປະເພດອາດສະຍາກຳຂ້າມຊາຍແດນ, ປະກອບສ່ວນປົກປັກຮັກສາຄວາມສະຫງົບສຸກຂອງສອງປະເທດ, ປັບປຸງ ແລະ ເພິ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ຍິ່ງໃຫ່ຍ, ນ້ຳໃນສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດລາວ-ຫວຽດນາມ ຍິ່ງກ່ວາອີກ.

vovworld.vn

ເຫດການ
302 Found

Found

The document has moved here.