ກວ໋າງບິ່ງ ຍົກສູງປະສິດທິຜົນການຮ່ວມມືຮອບດ້ານກັບແຂວງຄໍາມ່ວນ (ລາວ)

13:39 | 21/12/2021

ຍສໝ - ຫວ່າງແລ້ວນີ້, ຢູ່​ດ່ານ​ຊາຍ​ແດນ​ສາກົນ​ຈາ​ລໍ (ແຂວງ​ກວາງ​ບິ່ງ), ຄະນະ​ຜູ້​ແທນ​ຂັ້ນ​ສູງ​ແຂວງກວ໋າງ​ບິ່ງ (ຫວຽດນາມ) ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ແຂວງ​ຄຳ​ມ່ວນ (ລາວ) ​ໄດ້​ດຳ​ເນີນ​ການ​ເຈລະຈາ ​ແລະລົງ​ນາມ​ໃນ​ບົດ​ບັນທຶກການຮ່ວມ​ມື​ປະຕິບັດ​ການ​ເຄື່ອນ​ໄຫວ​ຂອງ​ສອງ​ແຂວງ​ໃນ​ໄລຍະ​ຈະ​ມາ​ເຖິງ.

ກວ໋າງບິ່ງ ຈັດສົ່ງຄະນະປະຕິບັດງານໄປຍັງແຂວງຄໍາມ່ວນ ເພື່ອໜູນຊ່ວຍການປ້ອງກັນ, ຕ້ານໂລກລະບາດ ກວ໋າງບິ່ງ ຈັດສົ່ງຄະນະປະຕິບັດງານໄປຍັງແຂວງຄໍາມ່ວນ ເພື່ອໜູນຊ່ວຍການປ້ອງກັນ, ຕ້ານໂລກລະບາດ

ສອງຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ສືບ​ຕໍ່​ຮັກສາ​ການແລກປ່ຽນຄະນະ​ຜູ້​ແທນ​ຂັ້ນ​ສູງ ໝູນ​ວຽນ, ເປັນປະຈໍາປີ; ຍູ້ແຮງການໂຄສະນາເຜີຍແຜ່, ສຶກສາກ່ຽວກັບມູນເຊື້ອ ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດຫວຽດນາມ-ລາວ ເວົ້າລວມ ແລະສອງແຂວງ ກວ໋າງບິ່ງ ແລະຄໍາມ່ວນ ເວົ້າສະເພາະ.

ກວ໋າງບິ່ງ ຍົກສູງປະສິດທິຜົນການຮ່ວມມືຮອບດ້ານກັບແຂວງຄໍາມ່ວນ (ລາວ)
ບັນຍາກາດທີ່ການພົບປະເຈລະຈາ. ພາບ: nhandan.vn

ໂດຍສືບ​ຕໍ່​ແລກປ່ຽນ​ວັດທະນະທຳ, ຮ່ວມ​ມື​ດ້ານ​ການ​ສຶກສາ ​ແລະບຳລຸງ​ສ້າງ, ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ໃນ​ການ​ຊອກ​​ຫາ ​ແລະ ທ້ອນໂຮມອັດຖິ​ນັກຮົບ​ອາສາ​ສະໝັກ ​ແລະນັກ​ຊ່ຽວຊານ​ຫວຽດນາມ ທີ່​ເສຍ​ຊີວິດ​​ໃນປາງສົງຄາມຢູ່ລາວ, ສົ່ງເສີມ ​ແລະ ໜູນ​ຊ່ວຍ​ບັນດາ​ທ້ອງ​ຖິ່ນມີເສັ້ນຊາຍແດນຕິດຈອດກັນ​ຮ່ວມ​ມື ​ແລະຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະກັນເພື່ອພ້ອມກັນ​ພັດທະນາ...

ສອງຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ​ລົງ​ນາມ​ໃນ​ບົດ​ບັນທຶກ​ການ​ພົບ​ປະ​ເຈລະຈາ​ທີ່​ມີ​ຫຼາຍ​ເນື້ອ​ໃນ​ກ່ຽວ​ກັບ​ການ​ພົວພັນລະຫວ່າງ​ພັກ, ລັດຖະບານ ແລະອົງການ ຈັດຕັ້ງມະຫາຊົນ; ພັດທະນາເສດຖະກິດ, ວັດທະນະທຳ ແລະສັງຄົມ; ດ້ານ​ການ​ປ້ອງ​ກັນຊາດ-ປ້ອງກັນຄວາມສະຫງົບເຂດຊາຍແດນ ແລະ ຂໍ້​ມູນ​ຂ່າວ​ສານ ຮັບໃຊ້​ວຽກ​ງານ​ພົວພັນ​ຕ່າງ​ປະ​ເທດ.

ບູນມີ

302 Found

Found

The document has moved here.