ຍສໝ - ວັນທີ 20 ພະຈິກນີ້, ຢູ່ນິວຢອກ, ອາເມລິກາ, ສະພາຄວາມໝັ້ນຄົງ ສະຫະປະຊາຊາດ (UNSC) ໄດ້ຈັດຕັ້ງວາລະປະຊຸມເປີດກ່ຽວກັບ "ການຊຸກຍູ້ສັນຕິພາບແບບຍືນຍົງຜ່ານການພັດທະນາຮ່ວມ" ໂດຍການເປັນປະທານຂອງ ຈີນ, ປະທານສະພາຄວາມໝັ້ນຄົງ ສະຫະປະຊາຊາດ ໃນເດືອນພະຈິກ 2023.
ຍສໝ - Travel Lemming - ເວັບໄຊແນະນຳການທ່ອງທ່ຽວອອນລາຍທີ່ມີຜູ້ອ່ານ 10 ລ້ານກວ່າຄົນຕໍ່ປີ, ຫາກໍ່ປະກາດເປັນ 50 ແຫຼ່ງທ່ອງທ່ຽວທີ່ດີເດັ່ນໃນປີ 2024 ແລະ ຝູ໋ກວກຂອງຫວຽດນາມ ເປັນກຽດຂຶ້ນຢູ່ອັນດັບ 6 ໃນລາຍການນີ້.
ຍສໝ - ໃນໄລຍະຝຶກອົບຮົມ, ນັກສຳມະນາກອນລາວ 20 ຄົນ ໄດ້ຮັບການແນະນຳຫົວຂໍ້ກ່ຽວກັບວຽກງານແມ່ຍິງໃນກອງທັບ ແລະພ້ອມກັນແລກປ່ຽນ, ແບ່ງປັນບົດຮຽນກ່ຽວກັບການຈັດຕັ້ງ ແລະປະຕິບັດວຽກງານແມ່ຍິງ ແລະຂະບວນການແມ່ຍິງໃນກອງທັບ, ໂດຍສະເພາະແມ່ນຢູ່ກົມກອງຮາກຖານ.
ຍສໝ - ວັນທີ 6 ພະຈິກນີ້, ຢູ່ຮ່າໂນ້ຍ, ກະຊວງການຕ່າງປະເທດໄດ້ສົມທົບກັບອົງການສະຫະປະຊາຊາດເພືື່ອສົ່ງເສີມບົດບາດຍິງ-ຊາຍ ແລະ ຄວາມກ້າວໜ້າຂອງແມ່ຍິງ (UN Women) ຈັດຕັ້ງການສຳມະນາປຶກສາຫາລືແຫ່ງຊາດ ກ່ຽວກັບໂຄງການກະທຳແຫ່ງຊາດກ່ຽວກັບແມ່ຍິງ, ສັນຕິພາບ ແລະ ຄວາມໝັ້ນຄົງ.
ຍສໝ -ພົນຈັດຕະວາ ບົວໄລ ພົມມະວົງ ຫົວໜ້າກົມກໍ່ສ້າງຮາກຖານ, ກົມໃຫຍ່ການເມືອງກອງທັບປະຊາຊົນ ລາວ ຫວັງວ່າ ບົນພື້ນຖານການຮ່ວມມືທີ່ເປັນມູນເຊື້ອລະຫວ່າງສອງກົມກອງ, ໃນໄລຍະຈະມາເຖິງ, ແມ່ທັບນ້ອຍ 15 ຈະສືບຕໍ່ໜູນຊ່ວຍໃນວຽກງານພັດທະນາການຜະລິດ ແລະການບໍາລຸງສ້າງຊັບພະຍາກອນ.
ຍສໝ - ມູຍແນ້ ໄດ້ຮັບການຕີລາຄາສູງຈາກນັກທ່ອງທ່ຽວສາກົນ ເພາະລາຄາບໍ່ແພງ ແຕ່ມີທິວທັດທີ່ສວຍງາມ, ອາຫານແຊບ ແລະ ປະສົບການທີ່ໜ້າສົນໃຈຫຼາຍຢ່າງ.
ຍສໝ - ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢືນຢັນວ່າ: ລັດຖະບານ ຍາມໃດກໍ່ຖື WB ແມ່ນເພື່ອນມິດທີ່ດີ ແລະ ເປັນຄູ່ຮ່ວມມືພັດທະນາທີ່ສຳຄັນ; ຕີລາຄາສູງການສະໜັບສະໜູນ ແລະ ການປະກອບສ່ວນຢ່າງຕັ້ງໜ້າຂອງ WB ເຂົ້າໃນການພັດທະນາເສດຖະກິດ - ສັງຄົມຂອງຫວຽດນາມ.
ຍສໝ - ວາລະສານ Destination Deluxe (ຮົງກົງ) ໄດ້ລະບຸໂຮງແຮມ 3 ແຫ່ງຂອງຫວຽດນາມ ແມ່ນນອນໃນບັນດາສະຖານທີ່ຣີສອດອັນດັບໜຶ່ງໃນໂລກ.
ຍສໝ - ຮ່າໂນ້ຍ ໄດ້ເພີ່ມຂຶ້ນ 1 ລະດັບ ເມື່ອທຽບໃສ່ປີກາຍ, ຂຶ້ນຢູ່ອັນດັບທີ 96 ໃນບັນຊີລາຍຊື່ “100 ນະຄອນທ່ອງທ່ຽວດີທີ່ສຸດໃນໂລກ” ສັງລວມໂດຍບໍລິສັດທີ່ປຶກສາດ້ານການທ່ອງທ່ຽວຊັ້ນນໍາ Resonance Consultancy (ການາດາ).
ຍສໝ - ແທງຮວ້າ ແລະ ຫົວພັນ ແມ່ນສອງທ້ອງຖິ່ນທີ່ມີການພົວພັນທີ່ອັນສະໜິດແໜ້ນ, ແທງຮວ້າ (ຫວຽດນາມ) ແລະ ຫົວພັນ (ລາວ) ຕັ້ງໜ້າພົບປະແລກປ່ຽນ ແລະ ຮ່ວມມື, ນຳມາເຊິ່ງໝາກຜົນທີ່ແທດຈິງ, ປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ ຫວຽດນາມ - ລາວ ໃນທຸກຂົງເຂດ. ແທງຮວ້າ ມີຊາຍແດນຕິດກັບແຂວງຫົວພັນ 213 ກິໂລແມັດ. ວັນທີ 2 ພຶດສະພາ 1967, ແທງຮວ້າ ແລະ ຫົວພັນໄດ້ລົງນາມໃນສັນຍາການຄ້າ, ເປັນການວາງພື້ນຖານອັນໜັກແໜ້ນໃຫ້ແກ່ການພົວພັນມິດຕະພາບລະຫວ່າງສອງແຂວງ.
ຍສໝ - ເພື່ອຕີລາຄາຄືນ 5 ປີແຫ່ງການປະຕິບັດ CPTPP (ສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ) ໃນສະພາບການໃໝ່ຂອງຍຸດທະສາດອິນໂດ - ປາຊີຟິກ ແລະ ກ້າວໄປສູ່ສັນຍາການຄ້າເສລີ (FTA) ອາຊຽນ - ການາດາ, ກອງປະຊຸມສຳມະນາດ້ວຍຫົວຂໍ້ “ຍາດແຍ່ງໄມ້ງັດ FTA ເພື່ອເຂົ້າ ອາຊຽນ: ໂອກາດ ກ່ຽວກັບອຸດສາຫະກຳ ແລະ ເຕັກໂນໂລຢີໃຫ້ແກ່ບັນດາວິສາຫະກິດ ການາດາ ຢູ່ ຫວຽດນາມ” ໄດ້ຖຈັດຕັ້ງໃນຢູ່ແຂວງ British Columbia (BC) ໃນທ້າຍອາທິດຜ່ານມາ.
ຍສໝ - ສາເຫດຕົ້ນຕໍທີ່ລາຄາສິນຄ້າຍັງຄົງສູງ ແມ່ນຍ້ອນການຜະລິດພາຍໃນທີ່ອ່ອນເພຍ, ລາຄາສິນຄ້ານໍາເຂົ້າຫຼາຍຊະນິດທີ່ສູງ, ແລະ ຄ່າເງິນກີບຫຼຸດລົງເມື່ອທຽບກັບເງິນຕາຕ່າງປະເທດອື່ນໆເຊັ່ນ: ໂດລາສະຫະລັດ.
ຍສໝ - ນັ້ນແມ່ນເນື້ອໃນຈິດໃຈຕົ້ນຕໍໃນການໃຫ້ສຳພາດຕໍ່ວາລະສານ ຍຸກສະໄໝ ໂດຍທ່ານຮອງສາດສະດາຈານ, ປະລິນຍາເອກ, ຮອງປະທານສະພາທິດສະດີສູນກາງ, ທ່ານ ຟ້າມວັນລີງ ກ່ຽວກັບການພົວພັນ ຫວຽດນາມ - ລາວ ໃນການຮ່ວມມືກໍ່ສ້າງພື້ນຖານອຸດົມການ ແລະ ກໍ່ສ້າງພັກ.
ຍສໝ - ຕອນເຊົ້າວັນທີ 7 ຕຸລາ, ຄະນະປະຕິບັດງານກອງບັນຊາການທະຫານຊາຍແດນແຂວງ ອານຢາງ, ແຂວງ ອານຢາງ ໄດ້ສົມທົບກັບສະຫະພັນແມ່ຍິງແຂວງ ອານຢາງ, ແຂວງ ໂສກຈັງ ຈັດຕັ້ງການເຄື່ອນໄຫວອາສາສະໝັກຢູ່ 2 ຕາແສງຊາຍແດນ ຟູ໋ໂຮ່ຍ, ເຍີນໂຮ່ຍ (ເມືອງອານຝູ, ແຂວງອານຢາງ).
ຍສໝ - ໜັງສືພິມ Sydney Morning Herald ແຖວໜ້າຂອງອົດສະຕຣາລີ ຫວ່າງມໍ່ໆມານີ້ ໄດ້ລົງພິມບົດເລື່ອງກ່ຽວກັບອາຫານຫວຽດນາມ ແບບດັ້ງເດີມ ແລະເອີ້ນວ່າອາຫານແຊບທີ່ສຸດໃນໂລກ.
ຍສໝ - ການຮ່ວມມືດ້ານເສດຖະກິດການຄ້າຫວຽດນາມ - ຈີນ ພວມພັດທະນາຢ່າງບໍ່ຢຸດຢັ້ງ, ບັນລຸໄດ້ຫລາຍບັນດາໝາກຜົນທີ່ສົມເປັນ ແລະ ກາຍເປັນຈຸດພົ້ນເດັ່ນໃນການພົວພັນສອງຝ່າຍ.
ຍສໝ - ໃນຕອນບ່າຍວັນທີ 29 ກັນຍາ, ຢູ່ສໍານັກງານໃຫຍ່ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບຄະນະໂດຍທ່ານ Andreas Scheuer, ສະມາຊິກສະພາແຫ່ງຊາດ, ອະດີດລັດຖະມົນຕີວ່າການກະຊວງຄົມມະນາຄົມຂົນສົ່ງ ແລະ ພື້ນຖານໂຄງລ່າງດີຈີຕອນຂອງລັດຖະບານກາງ. ສາທາລະນະລັດ ຫວຽດນາມ.
ຍສໝ - ຕອນບ່າຍວັນທີ 29 ກັນຍາ, ຢູ່ສໍານັກງານໃຫຍ່ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບຄະນະໂດຍທ່ານ Andreas Scheuer, ສະມາຊິກສະພາແຫ່ງຊາດ, ອະດີດລັດຖະມົນຕີວ່າການກະຊວງຄົມມະນາຄົມຂົນສົ່ງ ແລະ ພື້ນຖານໂຄງລ່າງດີຈີຕອນຂອງລັດຖະບານກາງ. ສາທາລະນະລັດ ຫວຽດນາມ.
ຍສໝ - ຕອນບ່າຍວັນທີ 26 ກັນຍາ, ທ່ານປະທານປະເທດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບ ທ່ານພົນໂທ ທອງລອຍ ສີລິວົງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນລາວ ທີ່ພວມຢ້ຽມຢາມຫວຽດນາມ ຢ່າງເປັນທາງການ.
ຍສໝ - ຕອນບ່າຍວັນທີ 25 ກັນຍາ, ຢູ່ສໍານັກງານກະຊວງປ້ອງກັນປະເທດ, ທ່ານພົນເອກ ຟານວັນຢາງ, ກຳມະການກົມການເມືອງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ຫວຽດນາມ ໄດ້ເຂົ້າຢ້ຽມອຳລາເນື່ອງໃນໂອກາດສິ້ນສຸດການປະຕິບັດໜ້າທີ່ການທູດຢູ່ຫວຽດນາມ.