ຫວຽດນາມ ​ເນັ້ນ​ໜັກ​ເຖິງ​ບັນດາ​ຄຸນຄ່າ ​ແລະ ຫຼັກການ​ຂອງ​ກົດ​ບັດ ສປຊ ​ແມ່ນ​ພື້ນຖານ​ຂອງ​ກົດໝາຍ​ສາກົນ

16:20 | 22/02/2024

ຍສໝ - ​ແຕ່​ວັນ​ທີ 20 – 28 ກຸມພາ​ນີ້, ຢູ່​ສຳນັກງານ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ (ສປຊ) ຢູ່​ນິວຢອກ (ອາ​ເມ​ລິ​ກາ), ກອງ​ປະຊຸມ​ປະຈຳ​ປີ​ຂອງ​ຄະນະ​ກຳມະການ​ພິ​ເສດ​ກ່ຽວ​ກັບ​ກົດ​ບັດ ສປຊ ​ໄດ້​ເລີ່​ມດຳ​ເນີນ​ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້ຕາງໜ້າ​ເກືອບ 90 ປະ​ເທດ​ສະມາຊິກ ​ແລະ ຫຼາຍ​ອົງການ​ສາກົນ.

ຮອງປະທານສະພາແຫ່ງຊາດລາວ: ໂຮງຮຽນມດຕະພາບ78 ປະ​ຕິ​ບັດ​ພາລະກຳ​ເຜີຍ​ແຜ່​ສາຍ​ພົວ​ພັນ​ແບບ​ພິ​ເສດ​ ຫວຽດ​ນາມ - ລາວ ເຖິງ​ລຸ້ນ​ໜຸ່ມໄດ້​ເປັນ​ຢ່າງ​ດີ ຮອງປະທານສະພາແຫ່ງຊາດລາວ: ໂຮງຮຽນມດຕະພາບ78 ປະ​ຕິ​ບັດ​ພາລະກຳ​ເຜີຍ​ແຜ່​ສາຍ​ພົວ​ພັນ​ແບບ​ພິ​ເສດ​ ຫວຽດ​ນາມ - ລາວ ເຖິງ​ລຸ້ນ​ໜຸ່ມໄດ້​ເປັນ​ຢ່າງ​ດີ
ຫວຽດນາມ ພ້ອມແລ້ວທີ່ຈະຮັບບັນດາໂຄງການລົງທຶນຈາກບັນດາວິສາຫະກິດ ເຄິ່ງຊັກນຳໄຟຟ້າ ຂອງ ອາເມລິກາ ຫວຽດນາມ ພ້ອມແລ້ວທີ່ຈະຮັບບັນດາໂຄງການລົງທຶນຈາກບັນດາວິສາຫະກິດ ເຄິ່ງຊັກນຳໄຟຟ້າ ຂອງ ອາເມລິກາ

ກອງປະຊຸມບັດສາມັນຂອງ ຄະນະກຳມະການພິເສດ ກ່ຽວກັບກົດບັດສະຫະປະຊາຊາດ ໄດ້ໄຂຂຶ້ນໃນວັນທີ 20 ກຸມພາ ແລະ ຈະດຳເນີນຮອດວັນທີ 28 ກຸມພາ, ດ້ວຍການເຂົ້າຮ່ວມຂອງຜູ້ແທນຈາກເກືອບ 90 ປະເທດສະມາຊິກ ແລະ ຈາກຫຼາຍອົງການຈັດຕັ້ງສາກົນ. ວາລະກອງປະຊຸມໃນປີນີ້ ສຸມໃສ່ປຶກສາຫາລືກ່ຽວກັບບົດບາດຂອງກົດບັດສະຫະປະຊາຊາດ ໃນວຽກງານຮັກສາສັນຕິພາບ ແລະ ຄວາມສະຫງົບສາກົນ, ແກ້ໄຂຄວາມຂັດແຍ້ງໂດຍສັນຕິວິທີ ກໍ່ຄືຕົວຈິງການນຳໃຊ້ມາດຕະການຄົນກາງໃນການໄກ່ເກ່ຍຂໍ້ຂັດແຍ້ງ.

ຫວຽດນາມ ​ເນັ້ນ​ໜັກ​ເຖິງ​ບັນດາ​ຄຸນຄ່າ ​ແລະ ຫຼັກການ​ຂອງ​ກົດ​ບັດ ສປຊ ​ແມ່ນ​ພື້ນຖານ​ຂອງ​ກົດໝາຍ​ສາກົນ

ກ່າວຄຳເຫັນຕໍ່ທີ່ປະຊຸມ, ທ່ານນາງ ເລທິມິງທົວ, ອັກຄະລັດຖະທູດທີ່ປຶກສາ, ຮອງຫົວໜ້າຜູ້ປະຈຳການຄະນະຜູ້ແທນ ຫວຽດນາມ ທີ່ສະຫະປະຊາຊາດ, ໄດ້ຢັ້ງຢືນວ່າບັນດາຄຸນຄ່າ, ຈຸດປະສົງ ແລະ ຫຼັກການຂອງກົດບັດ ໄດ້ກາຍເປັນພື້ນຖານສຳຄັນຂອງກົດໝາຍສາກົນ. ກໍ່ກ່ຽວພັນກັບບັນດາວິທີການລົງໂທດ, ຕາງໜ້າ ຫວຽດນາມ ເໜັ້ກໜັກວ່າ ບັນດາວິທີການດັ່ງກ່າວ ບໍ່ຊ່ວຍຊຸກຍູ້ການພົວພັນຮ່ວມມື, ມິດຕະພາບ; ຄວນຈະເປັນພຽງວິທີການສຸດທ້າຍ ແລະ ເໝາະສົມກັບກົດບັດສະຫະປະຊາຊາດ ແລະ ບັນດາຫຼັກການຂອງກົດໝາຍສາກົນເທົ່ານັ້ນ. ຜູ້ຕາໜ້າ ຫວຽດນາມ ຮຽກຮ້ອງບັນດາຄະນະກຳມະການ ກ່ຽວກັບການລົງໂທດ ແລະ ຊ່ຽວຊານ ພິຈາລະນາ, ຕີລາຄາຜົນກະທົບ ຕໍ່ບັນດາການເຄື່ອນໄຫວທຸລະກິດ ແລະ ການລ້ຽງຊີບຂອງປະຊາຊົນ, ພິເສດແມ່ນບັນດາກຸ່ມຄົນທີ່ ໄດ້ຮັບຜົນກະທົບງ່າຍ.

ກ່ຽວກັບບັນດາວິທີການແກ້ໄຂຄວາມຂັດແຍ້ງໂດຍສັນຕິວິທີ, ທ່ານນາງອັກຄະລັດຖະທູດທີ່ປຶກສາ ຫວຽດນາມ ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ຍົກສູງຫຼັກການພື້ນຖານນີ້ຂອງກົດໝາຍສາກົນ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.