ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນຂອງ ອີຣານ ຢູ່ ອາຊີຕາເວັນອອກສ່ຽງໃຕ້

13:55 | 07/03/2024

ຍສໝ - ຢູ່ນອກກອງປະຊຸມຂັ້ນສູງຄັ້ງທີ 55 ຂອງສະພາສິດທິມະນຸດ ສປຊ (HĐNQ LHQ) ວັນທີ 26 ກຸມພາ ຢູ່ Geneva, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທງເຊີນ ໄດ້ມີການພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ອີຣານ Hossein Amir Abdollahian.

ຫວຽດນາມ - ອີຣານ ຍົກ​ສູງ​ປະສິດທິ​ຜົນ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ - ການ​ຄ້າ ​ແມ່ນ​ບຸລິມະສິດ​ໃຈກາງ​ໃນ​ການ​ພົວພັນ​ສອງ​ຝ່າຍ ຫວຽດນາມ - ອີຣານ ຍົກ​ສູງ​ປະສິດທິ​ຜົນ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ - ການ​ຄ້າ ​ແມ່ນ​ບຸລິມະສິດ​ໃຈກາງ​ໃນ​ການ​ພົວພັນ​ສອງ​ຝ່າຍ
ປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຢ້ຽມຢາມ ອີຣານ ຢ່າງເປັນທາງການ ປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຢ້ຽມຢາມ ອີຣານ ຢ່າງເປັນທາງການ

ໂດຍຍິນ​ດີ​ພົບ​ປະ​ກັບ​ທ່ານ​ລັດຖະມົນຕີ Hossein Amir Abdollahian ​ອີກ​ຄັ້ງ​ໜຶ່ງ, ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທງເຊີນ ​ໄດ້​ຕີ​ລາຄາ​ສູງ​ການ​ພັດທະນາ​ການ​ພົວພັນ​ລະຫວ່າງ ຫວຽດນາມ - ອີຣານ ​ໃນເວລາທີ່ຜ່ານມາ, ພິ​ເສດ​ແມ່ນ​ບັນດາ​ການ​ເຄື່ອນ​ໄຫວ​ພົບ​ປະຂັ້ນສຸງລະຫວ່າງ 2 ປະ​ເທດ.

ທ່ານ​ລັດຖະມົນຕີ ປາດ​ຖະໜາ​ວ່າ ສອງ​ກະຊວງ​ການ​ຕ່າງປະ​ເທດ ຈະສືບ​ຕໍ່​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ, ພ້ອມກັບບັນດາ​ອົງການ​ທີ່​ກ່ຽວຂ້ອງ ​ເພື່ອຜັນຂະຫຍາຍຂໍ້​ຕົກລົງ​ລະອຽດທີ່​ບັນລຸ​ໄດ້​ໃນ​ການ​ຢ້ຽມຢາມ ອີຣານ ຂອງ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ເຫວືອງດິງເຫ້ວ (ສິງຫາ2023) ກໍ່​ຄື​ທີ່​ການ​ພົບ​ປະ​ລະ​ຫວ່າງ​ທ່ານ​ນາງ​ຮອງ​ປະທານປະເທດ ຫວຽດນາມ ຫວໍທິແອງຊວນ ກັບທ່ານຮອງ​ປະ​ທາ​ນາ​ທິ​ບໍ​ດີ​ຜູ້​ທີ​ໜຶ່ງ​ ອີ​ຣານ Mohammad Mokhber (ເດືອນມັງກອນ 2024) ຢ່າງຄົບຖ້ວນ, ມີປະສິດທິຜົນ

ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນຂອງ ອີຣານ ຢູ່ ອາຊີຕາເວັນອອກສ່ຽງໃຕ້

ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທງເຊີນ ພົບພະກັບທ່ານລັດຖະມົນຕີການຕ່າງປະເທດ ອີຣານ Hossein Amir Abdollahian ວັນທີ 26 ກຸມພາ ຢູ່ Geneva

ທ່ານລັດຖະມົນຕີ ບຸ່ຍແທງເຊີນ ໄດ້ສະເໜີໃຫ້ 2 ຝ່າຍ​ສ້າງ​ຄວາມ​ສະດວກ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ຂອງ​ວິ​ສາ​ຫະກິດ 2 ປະ​ເທດ, ສະເໜີໃຫ້ ອີຣານ ໜູນ​ຊ່ວຍ​ການ​ພັດທະນາ ​ແລະ ​ເປີດ​ປະຕູທ້ອງຕະຫຼາດໃຫ້ແກ່ບັນດາ​ຜະລິດ​ຕະພັນ Halal ຂອງ ຫວຽດນາມ, ພ້ອມ​ກັນ​ນັ້ນ​ ​ກໍ່ເພີ່ມ​ທະວີ​ການ​ຮ່ວມ​ມື​ຢູ່​ບັນດາ​ເວທີ​ປາ​ໄສ​ຫຼາຍ​ຝ່າຍ, ​ໃນ​ນັ້ນ​ ມີສະຫະປະຊາຊາດ.

ທ່ານລັດຖະມົນຕີການຕ່າງປະເທດ ອີຣານ Hossein Amir Abdollahian ຢັ້ງຢືນວ່າ ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນຂອງ ອີຣານ ຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້ ແລະ ຫວັງວ່າ 2 ປະເທດ ຈະສືບຕໍ່ສູ້ຊົນເພື່ອຍົກວົງເງິນການຄ້າ 2 ສົ້ນໃຫ້ສົມກັບຂອບຂະໜາດການພົວພັນລະຫວ່າງ 2 ປະເທດ; ຍົກສູງການ​ຮ່ວມ​ມື​ໃນ​ຂົງ​ເຂດ​ວິທະຍາສາດ - ​ເຕັກ​ໂນ​ໂລ​ຢີ ແລະ ການ​ສຶກສາ - ບຳລຸງ​ສ້າງກ່ວາອີກ.

ພ້ອມ​ກັນ​ນັ້ນ, 2 ຝ່າຍ​ ກໍ່ໄດ້​ປຶກສາ​ຫາລືກ່ຽວກັບ​ບັນດາ​ບັນຫາ​ສາກົນ​ທີ່ຕ່າງຝ່າຍຕ່າງມີ​ຄວາມ​ສົນ​ໃຈ, ​ໃນ​ນັ້ນ ​ມີ​ສະພາບ​ການ​ຢູ່ເຂດຕາ​ເວັນ​ອອກ​ກາງ, ເຫັນດີເປັນເອກະພາບ​ເພີ່ມ​ທະວີ​ການ​ຮ່ວມ​ມື, ປະກອບສ່ວນເຂົ້າໃນ​ສັນຕິພາບ, ຄວາມສະຖຽນ​ລະ​ພາບ ​ແລະ ການ​ພັດທະນາ​ຢູ່​ພາກ​ພື້ນ ​ແລະ ​ໃນ​ໂລກ. ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ ອີຣານ ກໍ່​ໄດ້ເຊື້ອ​​ເຊີນ​ທ່ານ​ລັດຖະມົນຕີ ບຸ່ຍແທງເຊີນ ມາ​ຢ້ຽມຢາມ ອີຣານ ​ໂດຍ​ໄວ.

ທີ່​ກອງ​ປະຊຸມ​ຂັ້ນ​ສູງ​​ຄັ້ງທີ 55 ຂອງສະພາສິດທິມະນຸດ ສປຊ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ບຸ່ຍແທງເຊີນ ກໍ່​ໄດ້​ມີຫຼາຍ​ການ​ພົບ​ປະເວລາສັ້ນໆກັບ​ທ່ານລັດຖະມົນຕີຍຸຕິທຳ Moroccan Abdellatif Ouahbi, ທ່ານລັດຖະມົນຕີ​ການ​ຕ່າງປະ​ເທດ ອິນ​ໂດ​ເນ​ເຊຍ Retno Marsudi.

ທີ່​ການ​ເຄື່ອນ​ໄຫວ, ທ່ານ​ລັດຖະມົນຕີ ບຸ່ຍແທງເຊີນ ຢືນຢັນ​ຫຼັກໝັ້ນລວມຂອງ ອາ​ຊຽນ ​ແລະ ຫວຽດນາມ ກ່ຽວ​ກັບ​ການ​ແກ້​ໄຂ​ບັນດາແກ້ງແຍ້ງໂດຍສັນຕິວິທີບົນ​ພື້ນຖານ​ກົດໝາຍ​ສາກົນ, ​ໃນ​ນັ້ນ ມີສົນທິສັນຍາສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍ​ວ່າດ້ວຍທະ​ເລ (UNCLOS 1982), ຮັບປະກັນ​ຄວາມປອດໄພ, ຄວາມໝັ້ນຄົງດ້ານການເດີນທະເລ ແລະ ການ​ບິນ​ຢູ່​ທະ​ເລ​ຕາ​ເວັນ​ອອກ.

ມິງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.