ສື່ມວນຊົນສືບຕໍ່ແມ່ນຂົວເຊື່ອມຕໍ່ ຫວຽດນາມ ແລະ ອິນໂດເນເຊຍ

09:53 | 10/01/2024

ຍສໝ - ຕອນ​ບ່າຍ​ວັນ​ທີ 4 ມັງກອນ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ ຫວຽດ​ນາມ ປະ​ຈຳ ອິນ​ໂດ​ເນ​ເຊຍ ຕະວັນທົງ ໄດ້ຈັດຕັ້ງການພົບປະສື່ມວນຊົນເນື່ອງ​ໃນ​ໂອ​ກາດ​ປີ​ໃໝ່ 2024. ເຂົ້າ​ຮ່ວມການພົບປະຄັ້ງນີ້ ມີ​ຜູ້​ແທນ​ຂອງ​ຫຼາຍ​ສຳ​ນັກໜັງສືພິມ ອິນ​ໂດ​ເນ​ເຊຍ ແລະ ຫວຽດນາມ.

ທ່ານເລຂາທິການສະພາແຫ່ງຊາດ ຫວຽດນາມ ບຸ່ຍວັນເກື່ອງ ຕ້ອນຮັບບັນດາເລຂາທິການ ສະພາຕ່ຳ ໄທ, ສະພາຕ່ຳ ອິນໂດເນເຊຍ ແລະ ສະພາແຫ່ງຊາດ ລາວ ທ່ານເລຂາທິການສະພາແຫ່ງຊາດ ຫວຽດນາມ ບຸ່ຍວັນເກື່ອງ ຕ້ອນຮັບບັນດາເລຂາທິການ ສະພາຕ່ຳ ໄທ, ສະພາຕ່ຳ ອິນໂດເນເຊຍ ແລະ ສະພາແຫ່ງຊາດ ລາວ
ກຳປັ່ນກອງທັບເຮືອ ຫວຽດນາມ ເຂົ້າຮ່ວມການເຄື່ອນໄຫວຫຼາຍຝ່າຍສາກົນຢູ່ມາເລເຊຍ ແລະ ອິນໂດເນເຊຍ ກຳປັ່ນກອງທັບເຮືອ ຫວຽດນາມ ເຂົ້າຮ່ວມການເຄື່ອນໄຫວຫຼາຍຝ່າຍສາກົນຢູ່ມາເລເຊຍ ແລະ ອິນໂດເນເຊຍ

ທີ່​ການ​ພົບ​ປະ, ທ່ານ​ເອກ​ອັກຄະ​ລັດຖະທູດ ຕະວັນທົງ ໄດ້​ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນ​ຍ້ອນ​ໃນ​ໄລຍະ​ຜ່ານມາ, ການ​ພົວພັນ​ຮ່ວມ​ມື​ລະຫວ່າງ ຫວຽດນາມ ​ແລະ ອິນ​ໂດ​ເນ​ເຊຍ ​ໄດ້​ຮັບ​ການ​ຊຸກຍູ້ ​ແລະ ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ.

ສະເພາະປີ 2023, ຫວຽດນາມ ​ແລະ ອິນ​ໂດ​ເນ​ເຊຍ ​ໄດ້​ແລກປ່ຽນ​ຄະນະທຸກ​ຂັ້ນ, ​ໃນ​ນັ້ນ​ມີ​ການ​ຢ້ຽມຢາມ, ພົບ​ປະ​ຂັ້ນ​ສູງ​ລະຫວ່າງ 2 ຝ່າຍ. ເປັນໜ້າສົນໃຈ, ທ່ານ​ນາຍົກລັດຖະມົນຕີ ຟ້າມມິງຈິງ ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຂັ້ນສູງສະມາຄົມ​ປະຊາ​ຊາດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ (ອາ​ຊຽນ) ຄັ້ງ​ທີ 43 ​ແລະ ບັນດາ​ກອງ​ປະຊຸມ​ທີ່​ກ່ຽວຂ້ອງ​ຢູ່ ອິນ​ໂດ​ເນ​ເຊຍ; ໄດ້​ພົບ​ປະ​ກັບ​ທ່ານ​ປະທານາທິບໍດີ ອິນ​ໂດ​ເນ​ເຊຍ Joko Widodo ​ເນື່ອງ​ໃນ​ໂອກາດ​ເຂົ້າ​ຮ່ວມ​ກອງ​ປະຊຸມຂັ້ນສູງ​ ຄັ້ງ​ທີ 28 ບັນດາ​ຄູ່​ຮ່ວມ​ມື​ສົນທິສັນຍາແມ່ ​ການ​ປ່ຽນ​ແປງ​ຂອງ​ສະຫະ​ປະຊາ​ຊາດ (COP28) ຢູ່​ສະຫະ​ປະຊາ​ຊາດ (UAE); ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ເຫວືອງດິງເຫ້ວ ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ສະພາ​ແຫ່ງ​ຊາດ ຫວຽດນາມ ​ໄດ້​ໄປ​ຢ້ຽມຢາມ ອິນ​ໂດ​ເນ​ເຊຍ ຢ່າງ​ເປັນ​ທາງ​ການ ​ແລະ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ລະ​ຫວ່າງລັດຖະ​ສະພາ ອາ​ຊຽນ ຄັ້ງ​ທີ 44...

ສື່ມວນຊົນສືບຕໍ່ແມ່ນຂົວເຊື່ອມຕໍ່ ຫວຽດນາມ ແລະ ອິນໂດເນເຊຍ

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ ຫວຽດ​ນາມ ປະ​ຈຳ ອິນ​ໂດ​ເນ​ເຊຍ ຕະວັນທົງ ໄດ້ຈັດຕັ້ງການພົບປະສື່ມວນຊົນ ເນື່ອງ​ໃນ​ໂອ​ກາດ​ປີ​ໃໝ່ 2024

ການ​ຢ້ຽມຢາມ ​ແລະ ພົບ​ປະ​ຂັ້ນ​ສູງ​ໄດ້​ປະກອບສ່ວນ​ນຳ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດນາມ - ອິນ​ໂດ​ເນ​ເຊຍ ​ໃຫ້​ນັບ​ມື້​ນັບ​ແທດ​ຈິງ ​ແລະ ຊຸກຍູ້​ການ​ພົວພັນ 2 ຝ່າຍ​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່​ໃນ​ອະນາຄົດ. ສອງ​ຝ່າຍ​ໄດ້​ລົງ​ນາມ​ໃນ​ສັນຍາ​ຮ່ວມ​ມື​ຫຼາຍ​ສະບັບ.

ທ່ານ​ເອກ​ອັກຄະ​ລັດຖະທູດ ​ຕະວັນທົງ ປາດ​ຖະໜາ​ວ່າ ສື່​ມວນ​ຊົນ 2 ປະ​ເທດ​ຈະ​ສືບ​ຕໍ່​ປະກອບສ່ວນ​ຊຸກຍູ້​ການ​ພັດທະນາ​ອັນ​ດີງາມ​ຂອງ​ສາຍ​ພົວພັນ​ຮ່ວມ​ມື ຫວຽດນາມ - ອິນ​ໂດ​ເນ​ເຊຍ, ​ເປັນ​ຂົວ​ຕໍ່​ຊ່ວຍ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ.

ອິນ​ໂດ​ເນ​ເຊຍ ​ແມ່ນ​ໜຶ່ງ​ໃນ​ບັນດາ​ຄູ່​ຮ່ວມ​ມື​ແຖວ​ໜ້າ​ຂອງ ​ຫວຽດນາມ ​ໃນ​ພາກ​ພື້ນ; ​ໃນ​ນັ້ນ, ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ພວມ​ມີ​ບາດກ້າວ​ພັດທະນາ​ຢ່າງ​ຕັ້ງໜ້າ. ສອງ​ປະ​ເທດ​ແມ່ນ​ສະມາຊິກ​ທີ່​ຕັ້ງໜ້າ​ໃນ​ອາ​ຊຽນ, ຕັ້ງໜ້າ​ຮ່ວມ​ມື​ເພື່ອ​ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ປະຊາ​ຄົມ​ເສດຖະກິດ​ ອາ​ຊຽນ.

ທີ່​ການ​ປະຊຸມ​ຂ່າວ, ທ່ານ​ເອກ​ອັກຄະ​ລັດຖະທູດ ​ຕະວັນທົງ ​ໄດ້​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ບັນດາ​ອົງການສື່ມວນຊົນ ອິນ​ໂດ​ເນ​ເຊຍ ກ່ຽວ​ກັບ​ບັນດາ​ບັນຫາ​ຄື: ບັນດາ​ຂົງ​ເຂດ​ທີ່​ມີ​ທ່າ​ແຮງ​ລະຫວ່າງ 2 ປະ​ເທດ​ໃນ​ການ​ພັດທະນາ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ - ການ​ຄ້າ​ໃນ​ໄລຍະ​ຈະ​ມາ​ເຖິງ ໂດຍຜ່ານ​ເຂດ​ການ​ຄ້າ​ເສລີ ອາ​ຊຽນ ຫຼື AFTA; ບັນດາ​ສະຖານ​ທີ່​ທ່ອງ​ທ່ຽວ​ທີ່​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ຫວຽດນາມ ​ເປັນ​ຈຳນວນ​ຫລວງຫລາຍ; ກາລະໂອກາດພັດທະນາຜະລິດຕະພັນອາຫານ Halal ຢູ່ ຫວຽດນາມ; ປະສົບ​ການ​ຂອງ​ຫວຽດນາມ ​ໃນ​ການ​ຊົມ​ໃຊ້ ​ແລະ ສົ່ງ​ອອກ​ບັນດາ​ຜະລິດ​ຕະພັນ​ທີ່​ມີຄ້າຍຄື​ກັນ​ຂອງ 2 ປະ​ເທດ​ຄື: ກາ​ເຟ, ເຂົ້າສານ, ໝາກ​ພິກ​ໄທ, ອາຫານ​ທະ​ເລ...

ມິງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.