VFC ໜູນຊ່ວຍກວ່າ 1,1 ຕື້ດົ່ງໃຫ້ແກ່ແມ່ຍິງຊົນເຜົ່າສ່ວນໜ້ອຍຢູ່ໂຮງຮຽນຫຼາຍແຫ່ງຂອງແຂວງ ກວາງນາມ

10:05 | 18/01/2024

ຍສໝ - ຄະນະ​ກຳມະການ​ປະຊາຊົນ​ແຂວງ​ ກວາງ​ນາມ ຫາ​ກໍ່​ອອກ​ມະຕິ​ເລກທີ 165/QD-UBND ວັນ​ທີ 24 ມັງກອນ 2024 ວ່າດ້ວຍການອະນຸມັດຜ່ານບ້ວງຊ່ວຍເຫຼືອລ້າ​ກ່ວາ 1,1 ຕື້​ດົ່ງ​ໂດຍ​ອົງການ The VinaCapital Foundation (VCF) ອຸປະຖຳ ເພື່ອ​ຊຸກຍູ້​ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ​ຊາຍ ​ແລະ ການ​ເຂົ້າ​ຮ່ວມ​ໃນ​ການ​ພັດທະນາ​ເສດຖະກິດຂອງແມ່ຍິງຊົນເຜົ່າສ່ວນໜ້ອຍຢູ່ໂຮງຮຽນຫຼາຍແຫ່ງໃນບໍລິເວນແຂວງ.

ກະຊວງປ້ອງກັນປະເທດຫວຽດນາມ ຈັດພິທີມອບສໍານັກກອງບັນຊາການກອງພົນທີ 1 ໃຫ້ກອງທັບປະຊາຊົນລາວ ກະຊວງປ້ອງກັນປະເທດຫວຽດນາມ ຈັດພິທີມອບສໍານັກກອງບັນຊາການກອງພົນທີ 1 ໃຫ້ກອງທັບປະຊາຊົນລາວ
ອົດສະຕຣາລີ ໜູນຊ່ວຍວັກຊີນ “5 ໃນ 1” ຈຳນວນ 490.600 ໂດສ ໃຫ້ຫວຽດນາມ ອົດສະຕຣາລີ ໜູນຊ່ວຍວັກຊີນ “5 ໃນ 1” ຈຳນວນ 490.600 ໂດສ ໃຫ້ຫວຽດນາມ

​ໂຄງການ​ດັ່ງກ່າວ​ ຈະ​ໄດ້ຜັນຂະຫຍາຍແຕ່​ເດືອນ​ມັງກອນ​ປີ 2024 ຫາ​ເດືອນ​ທັນວາ 2024 ດ້ວຍ​ເປົ້າ​ໝາຍ​ຊຸກຍູ້​ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ-ຊາຍ ​ແລະ ການ​ເຂົ້າ​ຮ່ວມ​ການ​ພັດທະນາ​ເສດຖະກິດ​ຂອງ​ແມ່ຍິງຊົນເຜົ່າສ່ວນໜ້ອຍ, ລົບ​ລ້າງ​ບັນດາຄວາມຄິດຕາຍຕົວ ແລະ ໄລຍະຫ່າງກ່ຽວກັບ​ທາງ​ເພດ, ປະກອບສ່ວນ​ຍົກສູງການດຳລົງຊີວິດ ​ແລະ ລ້ຽງຊີບຂອງ​ກຸ່ມຊົນ​ເຜົ່າ​ສ່ວນ​ໜ້ອຍ.

VFC ໜູນຊ່ວຍກວ່າ 1,1 ຕື້ດົ່ງໃຫ້ແກ່ແມ່ຍິງຊົນເຜົ່າສ່ວນໜ້ອຍຢູ່ໂຮງຮຽນຫຼາຍແຫ່ງຂອງແຂວງ ກວາງນາມ

ໂຄງການ​ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ​ຊາຍ ​ແລະ ການ​ເຂົ້າ​ຮ່ວມ​ໃນ​ການ​ພັດທະນາ​ເສດຖະກິດຂອງແມ່ຍິງຊົນເຜົ່າສ່ວນໜ້ອຍ

ບັນດາໂຮງຮຽນທີ່ໄດ້ຮັບຜົນປະໂຫຍດຈາກໂຄງການປະກອບມີ: ໂຮງຮຽນມັດທະຍົມຕອນປາຍ ບັກຈາມີ (ເມືອງ ບັກຈາມີ); ໂຮງຮຽນມັດທະຍົມຕອນປາຍ ນາມຈາມີ (ເມືອງ ນາມຈາມີ); ແລະ ໂຮງຮຽນສາມັນກິນນອນຊົນເຜົ່າ ມັດທະຍົມສົມບູນ ນາມຈາມີ (ເມືອງ ນາມຈາມີ); ໂຮງຮຽນມັດທະຍົມຕອນປາຍ ເຄີມດຶກ ແລະ ໂຮງຮຽນສາມັນກິນນອນຊົນເຜົ່າ ມັດທະຍົມສົມບູນ ເຟືອກເຊີນ (ເມືອງ ເຟືອກເຊີນ); ໂຮງຮຽນມັດທະຍົມຕອນປາຍ ຫຽບດຶກ (ເມືອງ ຫຽບດຶກ).

ຄະນະ​ກຳມະການ​ປະຊາຊົນ​ແຂວງ ກວາງ​ນາມ ຍັງ​ໄດ້​ມອບ​ໃຫ້​ພະ​ແນ​ກສຶກສາ ​ແລະ ບຳລຸງ​ສ້າງ ສົມທົບ​ກັບ​ບັນດາ​ຜູ້ອຸປະຖຳ ແລະ ບັນດາອົງການ, ຫົວໜ່ວຍ, ທ້ອງ​ຖິ່ນທີ່ກຽວຂ້ອງ ເພື່ອສ້າງແຜນການ​ເຄື່ອນ​ໄຫວ​ລະອຽດ ແລະ ຜັນຂະຫຍາຍປະຕິບັດ​ບັນດາ​ການເຄື່ອນໄຫວທີ່ຮັບປະກັນຖືກກັບເນື້ອ​ໃນ​ທີ່ໄດ້​ຮັບຮອງ; ປະຕິບັດ​ລະບຽບ​ການ​ຂອງ​ລັດ​ຢ່າງ​ຖືກຕ້ອງກ່ຽວ​ກັບ​ການ​ຮັບ, ຄຸ້ມ​ຄອງ ​ແລະ ນຳ​ໃຊ້​ບ້ວງ​ຊ່ວຍ​ເຫຼືອລ້າ ທີ່​ບໍ່ຂຶ້ນກັບການ​ຊ່ວຍ​ເຫຼືອ​ພັດທະນາ​ຢ່າງ​ເປັນ​ທາງ​ການ​ຈາກ​ບັນດາອົງການຈັດຕັ້ງ, ບຸກຄົນ​ຂອງ​ຕ່າງປະ​ເທດມອບ​ໃຫ້​ແກ່​ ຫວຽດນາມ.

ມິງດຶກ

ເຫດການ
302 Found

Found

The document has moved here.