ຍສໝ - ຕອນບ່າຍວັນທີ 11 ມີນາ, ຢູ່ຫໍສະພາແຫ່ງຊາດ, ກຳມະການກົມການເມືອງ, ປະທານສະພາແຫ່ງຊາດ ເຈີ່ນແທງເໝີນ ໄດ້ຕ້ອນຮັບທ່ານ Tsutomu Takebe, ທີ່ປຶກສາພິເສດສະຫະພັນລັດຖະສະພາມິດຕະພາບ ຍີ່ປຸ່ນ - ຫວຽດນາມ ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.
ຍສໝ - ວັນທີ 18 ກຸມພາ, ກອງປະຊຸມໃຫຍ່ສ້າງຕັ້ງສະມາຄົມມິດຕະພາບ ຫວຽດນາມ - ກູບາ ແຂວງ ກວາງບິ່ງ ຊຸດທີ 1, ອາຍຸການ 2025-2030 ໄດ້ໄຂຂຶ້ນຢູ່ແຂວງ ກວາງບິ່ງ.
ຍສໝ - ຕອນເຊົ້າວັນທີ 16 ກຸມພາ, ຢູ່ໂຮງລະຄອນໂຮ່ຈີມິນ, ສະຖານກົງສຸນໃຫຍ່ ລາຊະອານາຈັກ ໂຮນລັງ ປະຈຳນະຄອນໂຮ່ຈີມິນ ພ້ອມກັບບັນດາອົງການ, ຄະນະ, ຂະແໜງການ ໄດ້ສົມທົບກັບສະມາຄົມມິດຕະພາບ ຫວຽດນາມ - ໂຮນລັງ ຢູ່ນະຄອນໂຮ່ຈີມິນ, ສະມາຄົມວິສາຫະກິດ ໂຮນລັງ ປະຈຳ ຫວຽດນາມ ແລະ ບັນດາຄູ່ຮ່ວມມືຈັດຕັ້ງເຫດການ “ລົດຖີບເພື່ອອະນາຄົດ”.
ຍສໝ - ຕອນເຊົ້າວັນທີ 18 ມັງກອນນີ້, ຢູ່ສວນສາທາລະນະມິດຕະພາບ ສວາຍງ່ວນ (ຫວ້ຍງ່ວນ - ທາງແຍກ ຮ່ວາງຊາ - ເລວັນເລືອງ - ເລືອງຫຶວແຂງ, ຕາແສງ ເຖາະກວາງ, ເມືອງ ເຊີນຈ່າ, ນະຄອນ ດ່າໜັງ)ໄດ້ດຳເນີນພິທີປູກຕົ້ນໄມ້ມິດຕະພາບ. ເຫດການດັ່ງກ່າວແມ່ນຢູ່ໃນຂອບເຂດຂອງລາຍການເວທີປາໄສ ບັນດານະຄອນ ມິດຕະພາບຮ່ວມມື ຈັດຂຶ້ນໂດຍ ຄະນະກຳມະການ ປະຊາຊົນ ນະຄອນດ່າໜັງ.
ຍສໝ - ວັນທີ 13 ມັງກອນນີ້, ຢູ່ຮ່າໂນ້ຍ, ສະມາຄົມມິດຕະພາບຫວຽດນາມ - ລາວ ໄດ້ຈັດຕັ້ງການພົບປະສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງ (15 ມັງກອນ 1975 - 15 ມັງກອນ 2025). ເນື່ອງໃນໂອກາດນີ້, ທ່ານປະທານປະເທດ ເລືອງເກື່ອງ ໄດ້ສົ່ງຈົດໝາຍ ແລະ ທ່ານປະທານສະພາແຫ່ງຊາດ ເຈີ່ນແທງເໝີນ ໄດ້ສົ່ງດອກໄມ້ອວຍພອນສະມາຄົມ.
ຍສໝ - ບ້ານ ລາວໂຄ ຂຶ້ນກັບຕາແສງ ຟຽງຄວາຍ, ເມືອງ ອຽນເຈົາ, ແຂວງ ເຊີນລາ ໄດ້ກາຍເປັນ “ຫຼັກໝາຍ” ຂອງນ້ຳໃຈມິດຕະພາບແບບພິເສດລະຫວ່າງ ຫວຽດນາມ - ລາວ, ເປັນສັນຍາລັກແຫ່ງນ້ຳໃຈທີ່ສັດຊື່, ໃສແຈ້ງທີ່ຫາຍາກຕະຫຼອດໄລຍະປະຫວັດສາດອັນຍາວນານ.
ຍສໝ - ປະຊາຊົນສອງປະເທດ ແມ່ນປັດໄຈຢ່າງໝັ້ນແກ່ນຂອງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອອັນຍາວນານ, ໝັ້ນແກ່ນ ແລະ ສາຍພົວພັນມິດແບບພິເສດລະຫວ່າງ ຫວຽດນາມ - ລັດເຊຍ
ຍສໝ - ວັນທີ 31 ຕຸລາ, ຢູ່ແຂວງ ດົ່ງທາບ, ສະມາຄົມມິດຕະພາບ ຫວຽດນາມ - ໂຮນລັງ ແຂວງ ດົ່ງທາບ ໄດ້ຈັດຕັ້ງກອງປະຊຸມໃຫຍ່ຄັ້ງທີ 3 ອາຍຸການ 2024 – 2029.
ຍສໝ - ວັນທີ 9 ຕຸລາ 2024, ຢູ່ນະຄອນຫຼວງວຽງຈັນ, ລາວ, ທ່ານພົນໂທ ເຈີ່ນກວກຕໍ໋, ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງຕຳຫຼວດ, ນຳໜ້າຄະນະຜູ້ແທນຂັ້ນສູງກະຊວງຕຳຫຼວດຫວຽດນາມ ໄປຢ້ຽມຂ່ຳນັບທ່ານພົນເອກ ວິໄລ ຫຼ້າຄຳຟອງ, ກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບລາວ.
ຍສໝ - ວັນທີ 13 ກັນຍາ, ຢູ່ແຂວງ ຊົນບູຣີ (ໄທ), ສະມາຄົມມິດຕະພາບ ຫວຽດນາມ - ໄທ ແລະ ສະມາຄົມມິດຕະພາບ ໄທ - ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມຮ່ວມຄັ້ງທີ 13. ນີ້ແມ່ນກອງປະຊຸມປະຈຳປີຕາມກົນໄກໜູນວຽນ ເພື່ອຕີລາຄາໝາກຜົນການຮ່ວມມືຈາກກອງປະຊຸມທີ່ຜ່ານມາ, ພ້ອມກັນນັ້ນ ກໍ່ໄດ້ແລກປ່ຽນ ແລະ ເຫັນດີເປັນເອກະພາບບັນດາການເຄື່ອນໄຫວຮ່ວມມືລະອຽດໃນໄລຍະຈະມາເຖິງ.
ຍສໝ - ໃນໄລຍະຈະມາເຖິງ, ຄະນະຜູ້ແທນຊາວໜຸ່ມ 4 ແຂວງ ກວ໋າງຈິ, ສະຫວັນນະເຂດ, ສາລະວັນ, ເຊກອງ ໄດ້ໄປທັດສະນະສຶກສາບັນດາຮູບແບບການຜະລິດດຳເນີນທຸລະກິດດີເດັ່ນ, ບັນດາທັດສະນີຍະພາບທີ່ມີຊື່ສຽງຢູ່ແຂວງ ກວ໋າງຈິ; ຈັດຕັ້ງກອງປະຊຸມສຳມະນາແລກປ່ຽນປະສົບການວຽກງານຊາວໜຸ່ມ ແລະ ຂະບວນການອະນຸຊົນເຍົາວະຊົນ, ເປັນເອກະພາບແຜນການຮ່ວມມືໃນໄລຍະຈະມາເຖິງ.
ຍສໝ - ວັນທີ 13 ສິງຫາ ຢູ່ທີ່ດານັ້ງ, ສະມາຄົມມິດຕະພາບ ຫວຽດນາມ - ສ. ເກົາຫຼີ ນະຄອນດານັ້ງ (ສະມາຄົມ) ໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ IV ອາຍຸການ 2024 – 2029.
ຍສໝ - ວັນທີ 6 ສິງຫາ ຢູ່ຮ່າໂນ້ຍ, ທ່ານ ຟານແອງເຊີນ, ປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ໄດ້ຕ້ອນຮັບທ່ານ Kwon Sung-taek, ປະທານສະມາຄົມເສດຖະກິດ, ວັດທະນະທໍາ ສ.ເກົາຫຼີ - ຫວຽດນາມ (KOVECA) ເນື່ອງໃນການໄປຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.
ຍສໝ -ວັນທີ 3 ສິງຫາ, ຢູ່ທີ່ນະຄອນ ກຸ່ຍເຍີ່ນ ໄດ້ດໍາເນີນກອງປະຊຸມໃຫຍ່ຜູ້ແທນສະມາຄົມມິດຕະພາບ ຫວຽດນາມ - ນິວຊີແລນ ແຂວງບິ່ງດິ້ງ ຄັ້ງທີ IV, ອາຍຸການ 2024 - 2029
ຍສໝ - ຫວຽດນາມ ແມ່ນປະເທດທີ່ບຳລຸງສ້າງນັກສຶກສາ, ພະນັກງານ ແລະ ນັກຮຽນລາວຫຼາຍທີ່ສຸດໃນໂລກ. ນັກສຶກສາລາວ ທີ່ສຶກສາຮ່ຳຮຽນ ແລະ ຄົ້ນຄ້ວາຢູ່ຫວຽດນາມ ໄດ້ຮັບການອຸປະຖຳທັງທາງດ້ານວັດຖຸ ແລະ ຈິດໃຈ, ເຊິ່ງໄດ້ຊ່ວຍລາວ ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດເພື່ອຮັບໃຊ້ການພັດທະນາເສດຖະກິດ, ສັງຄົມ.
ຍສໝ - ນີ້ແມ່ນສະມາຄົມມິດຕະພາບຫວຽດນາມ - ອາເມລິກາ ແຂວງ ບິ່ງດິ້ງ ແລະ ສະມາຄົມມິດຕະພາບ ຫວຽດນາມ - ຍີ່ປຸ່ນ ແຂວງ ໄທງວຽນ.
ຍສໝ - ຫວ່າງແລ້ວນີ້, ທີ່ເຂດບູຊະນີຍະສະຖານປະຫວັດສາດ ກູຈີ (ນະຄອນ ໂຮ່ຈີມິງ), ລາຍການພົບປະແລກປ່ຽນວັດທະນະທຳ ຫວຽດນາມ - ລາວ - ກຳປູເຈຍ
ຍສໝ - ໃນເດືອນ ມີຖຸນາ, ສະຫະພັນບັນດາອົງການມິດຕະພາບແຂວງ ດົ່ງນາຍ ສົມທົບກັບພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວ, ສະຖານີວິທະຍຸກະຈາຍສຽງ - ໂທລະພາບ ແຂວງ ດົ່ງນາຍ ຈັດຕັ້ງພິທີເປີດງານມະໂຫລານານທຳນອງມິດຕະພາບແຂວງ ດົ່ງນາຍ ຄັ້ງທີ 5 ປີ 2024.
ຍສໝ - ນີ້ແມ່ນຄຳປາໄສຂອງທ່ານ ເອກອັກຄະລັດຖະທູດຜູ້ມີອຳນາດເຕັມ ແຫ່ງຍີ່ປຸ່ນ ປະຈຳ ຫວຽດນາມ Yamada Takio ທີ່ການຮັບຫຼຽນກາລະນຶກ “ເພື່ອສັນຕິພາບ, ມິດຕະພາບລະຫວ່າງບັນດາຊົນເຜົ່າ” ຂອງສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ໃນວັນທີ 23 ເມສາຢູ່ ຮ່າໂນ້ຍ. ຫຼຽນກາລະນຶກ ແມ່ນລາງວັນເພື່ອຮັບຮູ້ບັນດາການປະກອບສ່ວນໃນການຊຸກຍູ້ການພົວພັນມິດຕະພາບ, ການຮ່ວມມືລະຫວ່າງປະຊາຊົນຫວຽດນາມ ແລະ ຍີ່ປຸ່ນ.
ຍສໝ - ໃນອາຍຸ 94 ປີ, ທ່ານ ດ່າວວັນຕ້ຽນ (ຢູ່ຮ່ອມຮ່ວາບິ່ງ 6, ຖະໜົນ ມິ່ງຄ່າຍ, ຮ່າໂນ້ຍ), ອະດີດຊ່ຽວຊານການທະຫານຫວຽດນາມ ຢູ່ລາວ ໃນໄລຍະສົງຄາມທີ່ໂຫດຮ້າຍ ກໍ່ຍັງຮັກສາບັນດາຂອງທີ່ລະນຶກທີ່ເຕັມໄປດ້ວຍນໍ້າໃຈມິດຕະພາບ ລະຫວ່າງ ສອງປະເທດ, ຕູ້ໃນຫ້ອງຮັບແຂກຂອງທ່ານ ດ່າວວັນຕ້ຽນ ເຕັມໄປດ້ວຍຂອງທີ່ລະນືກ ທີ່ປ່ຽນສີໄປຕາມການເວລາເຊັ່ນ: ມີດແຫຼມ - ຂອງຂວັນຈາກເພື່ອນທະຫານລາວ; ການ້ຳທີ່ເຮັດຈາກປອກລູກປືນ; ຈອກເຫລົ້າທີ່ເຮັດຈາກຕົ້ນໄມ້ປ່ອງ ຂອງຄົນລາວມອບໃຫ້ ໃນປີ 1969; ໜ້າຍິງຂອງຜູ້ນຳໜ້າທະຫານໃນສົງຄາມຕໍ່ຕ້ານຝຣັ່ງໃນລາວ ໃນຕົ້ນຊຸມປີ 1900...