ຮັກຫວຽດນາມ ຕັ້ງແຕ່ເດັກນ້ອຍ
ປີ 1963, ພໍ່ຂອງລາວ, ທະນາຍຄວາມ Mukhamedov Rustam, ໄດ້ມາຢ້ຽມຢາມຫວຽດນາມ ດ້ວຍຄະນະຜູ້ແທນໂຊວຽດ. ຄະນະຜູ້ແທນໄດ້ໄປຢ້ຽມຢາມທຳນຽບປະທານຢູ່ ຮ່າໂນ້ຍ, ໄດ້ປະທານ ໂຮ່ຈີມິນ ຕ້ອນຮັບ ແລະ ໂອ້ລົມກັບ. ຫຼັງຈາກນັ້ນ, ຄະນະຜູ້ແທນທັງໝົດໄດ້ໄປຢ້ຽມຢາມອ່າວ ຮ່າລອງ ແລະ ຫຼາຍນະຄອນ, ພົບປະກັບການນຳ ແລະ ປະຊາຊົນ ຫວຽດນາມ.
ການເດີນທາງນັ້ນເຮັດໃຫ້ພໍ່ຂອງລາວມີຄວາມປະທັບໃຈຢ່າງເລິກເຊິ່ງ. ເມື່ອກັບເມືອບ້ານ, ພໍ່ຂອງລາວເລົ່າສູ່ລູກຟັງກ່ຽວກັບປະເທດທີ່ສວຍງາມ,ປະເທດຊາດທີ່ຢືດຢຸ່ນ ແລະ ກ່ຽວກັບການນຳທີ່ດີເດັ່ນ - ໂຮ່ຈີມິນ ດ້ວຍສະຕິປັນຍາ ແລະ ວິໄສທັດທີ່ຍາວໄກ, ດ້ວຍຄວາມເຊື່ອໝັ້ນຕໍ່ໄຊຊະນະ ແລະ ອະນາຄົດທີ່ຈະເລີນຮຸ່ງເຮືອງຂອງປະຊາຊົນຫວຽດນາມ.
ເດັກຊາຍອາຍຸ 6 ປີ Alisher ໄດ້ຟັງດ້ວຍຄວາມເອົາໃຈໃສ່ ແລະ ຈາກນັ້ນມາ, ໃນຫົວໃຈຂອງລາວ, ຄວາມຮັກ ແລະ ຄວາມກະຕືລືລົ້ນຕໍ່ປະເທດທີ່ຫ່າງໄກນັ້ນ ແລະ ລຸງໂຮ່ ກໍ່ມີຄວາມເບີກບານມ່ວນຊື່ນ.
![]() |
ທ່ານປະທານສະມາຄົມມິດຕະພາບ Uzbekistan - ຫວຽດນາມ Alisher Rustamovich Mukhamedov. |
ປີ 1976, ເມື່ອເຂົ້າເປັນນັກສຶກສາຢູ່ມະຫາວິທະຍາໄລສັງລວມແຫ່ງຊາດ Tashkent, ທ່ານ Alisher Mukhamedov ໄດ້ມີໂອກາດຮູ້ຈັກກັບບັນດານັກສຶກສາ ຫວຽດນາມ ຫຼາຍຄົນ. ລາວໄດ້ຊ່ວຍເຂົາເຈົ້າຮຽນພາສາລັດເຊຍ, ຫຼິ້ນກິລາ, ໄປປິກນິກ, ແລະສະຫຼອງປີໃໝ່ຫວຽດນາມຢູ່ຫໍພັກ. ນ້ຳໃຈມິດຕະພາບລະຫວ່າງລາວ ແລະ ນັກສຶກສາຫວຽດນາມ ໄດ້ຮັບການຮັກສາມາຈົນຮອດປະຈຸບັນ.
ປີ 2016, ລາວໄດ້ມີໂອກາດໄປຢ້ຽມຢາມຫວຽດນາມ ແລະ ພົບປະກັບບັນດາເພື່ອນນັກສຶກສາພາຍຫຼັງການແຍກຕົວເປັນເວລາຫຼາຍສິບປີ. ນັບແຕ່ນັ້ນເປັນຕົ້ນມາ, ລາວໄດ້ດຳລົງຕຳແໜ່ງປະທານສະມາຄົມມິດຕະພາບ Uzbekistan - ຫວຽດນາມ ເປັນປະຈຳ, ໄດ້ກັບຄືນເມືອ ຫວຽດນາມ ເປັນປະຈຳ ເພື່ອປະຕິບັດບັນດາໂຄງການຮ່ວມມື, ເພີ່ມທະວີການຮ່ວມມືດ້ານວັດທະນະທຳ, ການທ່ອງທ່ຽວ ແລະ ດຳເນີນທຸລະກິດ.
ຫວນຄືນເຖິງໄວໜຸ່ມ, ທ່ານ Alisher ໃຫ້ຮູ້ວ່າ ພາບພົດຂອງ ຫວຽດນາມ ໃນເວລານັ້ນ ແມ່ນຕິດພັນກັບລົດຖີບ, ເຮືອໄຜ່, ທົ່ງນາ ແລະ ຄົນຍາກລຳບາກ. ມື້ນີ້, ປະເທດມີການປ່ຽນແປງຢ່າງສົມບູນ. ຂະບວນການປ່ຽນແບງໃໝ່ ໃນປີ 1986 ແມ່ນບ້າດລ້ຽງ ເພື່ອນຳພື້ນຖານເສດຖະກິດຫັນເປັນແຜັນການ ໄປຍັງເສດຖະກິດຕະຫຼາດ, ພັດທະນາອຸດສາຫະກຳຢ່າງວ່ອງໄວ, ພິເສດແມ່ນຂະແໜງຕັດຫຍິບ, ເອເລັກໂຕຼນິກ ແລະ ກົນຈັກ. ປະຈຸບັນ ຫວຽດນາມ ແມ່ນໜຶ່ງໃນບັນດາພື້ນຖານເສດຖະກິດເຄື່ອນໄຫວທີ່ສຸດຢູ່ອາຊີຕາເວັນອອກສ່ຽງໃຕ້. ການທ່ອງທ່ຽວພວມພັດທະນາຢ່າງຟົດຟື້ນ, ດ້ວຍບັນດາຈຸດໝາຍປາຍທາງຄື: ດານັງ, ຍາຈາງ, ດາລາດ, ຝູ໋ກວກ ໄດ້ດຶງດູດນັກທ່ອງທ່ຽວຈາກອຸສເບກິດສະຖານນັບມື້ນັບຫຼາຍຂຶ້ນ.
ຫວຽດນາມ ຍັງຢູ່ແຖວໜ້າຂອງການພັດທະນາເສດຖະກິດດີຈີຕອນ ດ້ວຍລະດັບເຕີບໂຕຕໍ່ປີປະມານ 40% ແລະ ຄາດວ່າຈະຂຶ້ນເປັນອັນດັບ 2 ຂອງພາກພື້ນໃນປີ 2025. ໃນປີ 2024, GDP ຂອງ ຫວຽດນາມ ຈະເພີ່ມຂຶ້ນກວ່າ 7%.
ຄຽງຄູ່ກັບການພັດທະນາ, ຊາວຫວຽດນາມ ຍັງຄົງຮັກສາບັນດາຄວາມຊົງຈຳທາງປະຫວັດສາດ. ວັນທີ 19 ສິງຫາ, 1945 ແລະ ວັນທີ 30 ເມສາ 1975 ແມ່ນຂີດໝາຍອັນສັກສິດຕະຫຼອດໄປ, ເປັນສັນຍາລັກຂອງເອກະລາດ ແລະ ເສັ້ນທາງໄປສູ່ການປົກຄອງຕົນເອງ.
ວັນສະເຫຼີມສະຫຼອງ 80 ປີແຫ່ງຊາດແມ່ນຂີດໝາຍອັນໃຫຍ່ຫຼວງ, ເປັນສັນຍາລັກສະແດງໃຫ້ເຫັນຄວາມພາກພູມໃຈ, ກຳລັງແຮງຂອງຊາວຫວຽດນາມ ທີ່ຜ່ານຜ່າບັນດາການທ້າທາຍນັບບໍ່ຖ້ວນ ເພື່ອໄດ້ຮັບສິດເສລີພາບ ແລະ ສ້າງປະເທດທີ່ທັນສະໄໝ, ຂະຫຍັນຂັນເຄື່ອນ.
“ສຳລັບພວກຂ້າພະເຈົ້າຢູ່ Uzbekistan, ຫວຽດນາມ ບໍ່ພຽງແຕ່ເປັນຄູ່ຮ່ວມມືເທົ່ານັ້ນ, ຫາກຍັງເປັນປະເທດທີ່ສະໜິດສະໜົມ, ເປັນພີ່ນ້ອງຮ່ວມຊາດ. ລະຫວ່າງພວກເຮົາມີປະຫວັດສາດມິດຕະພາບອັນເປັນມູນເຊື້ອອັນຍາວນານ, ເປັນເວລາຫຼາຍທົດສະວັດແຫ່ງການແລກປ່ຽນ, ມີນັກສຶກສານັບພັນຄົນໄດ້ຮ່ຳຮຽນ ແລະ ປະຈຸບັນໄດ້ເຕີບໂຕຂຶ້ນ, ດຳລົງຕຳແໜ່ງສຳຄັນຢູ່ ຫວຽດນາມ. ນັ້ນແມ່ນຂົວຕໍ່ຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມເຄົາລົບເຊິ່ງກັນ ແລະ ກັນ.
ພວກຂ້າພະເຈົ້າພູມໃຈໃນປະຫວັດສາດຂອງຫວຽດນາມ, ທະນຸຖະຫນອມຄວາມສໍາເລັດຂອງມື້ນີ້. ພວກຂ້າພະເຈົ້າເຊື່ອໝັ້ນວ່າ ການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ Uzbekistan ແລະ ຫວຽດນາມ ຈະນັບມື້ນັບແໜ້ນແຟ້ນ, ເປີດກ້ວາງບັນດາຜົນງານໃໝ່ໃນດ້ານວັດທະນະທຳ, ການສຶກສາ, ເສດຖະກິດ, ການທ່ອງທ່ຽວ.
ຂ້າພະເຈົ້າປາດຖະໜາໃຫ້ປະຊາຊົນຫວຽດນາມ ມີສັນຕິພາບ, ຄວາມຈະເລີນຮຸ່ງເຮືອງ ແລະ ກ້າວໜ້າຢ່າງບໍ່ຢຸດຢັ້ງ. ຂ້າພະເຈົ້າຫວັງວ່າແຕ່ລະວັນຄົບຮອບຈະບໍ່ພຽງແຕ່ເປັນແຫຼ່ງຂອງຄວາມພາກພູມໃຈໃນອະດີດ, ແຕ່ຍັງເປັນແຮງບັນດານໃຈສໍາລັບໄຊຊະນະໃຫມ່. ຂ້າພະເຈົ້າຫວັງວ່າສາຍພົວພັນມິດຕະພາບລະຫວ່າງປະຊາຊົນສອງປະເທດຈະຄົງຕົວຕະຫຼອດໄປ, ສົດໃສແລະຈິງໃຈດັ່ງທີ່ເຄີຍມີມາຕະຫລອດປີ”, ທ່ານ Alisher ກ່າວ.
ຊາວໜຸ່ມແມ່ນ 'ທາດກະຕຸ້ນ' ໃຫ້ແກ່ການຮ່ວມມືສອງຝ່າຍ
ກ່ຽວກັບຂົງເຂດການທູດປະຊາຊົນ, ທ່ານ Alisher Mukhamedov ໃຫ້ຮູ້ວ່າ ທ່ານ ແລະ ຮ່ວມງານຍາມໃດມານະພະຍາຍາມຈັດຕັ້ງບັນດາການເຄື່ອນໄຫວເພື່ອໃຫ້ປະຊາຊົນຮູ້ສຶກເຖິງນ້ຳໃຈມິດຕະພາບ ແລະ ຄວາມເຄົາລົບເຊິ່ງກັນແລະກັນລະຫວ່າງ 2 ປະເທດຢ່າງຈະແຈ້ງ.
ໃນຊຸມປີມໍ່ໆມານີ້, ຫຼາຍໂຄງການທີ່ມີຄວາມຫມາຍໄດ້ຖືກປະຕິບັດ. ປີ 2016, ສະມາຄົມເລີ່ມໂຄສະນາທ່າແຮງດ້ານການທ່ອງທ່ຽວຂອງຫວຽດນາມ, ໄດ້ຈັດຕັ້ງຖ້ຽວບິນ charter (ຖ້ຽວບິນເຊົ່າທັງໝົດ) ທໍາອິດ - ບ້າດລ້ຽງໃນການຮ່ວມມືດ້ານການທ່ອງທ່ຽວ. ປີ 2018, ງານວາງສະແດງ Uzbekistan ໄດ້ໄຂຂຶ້ນຢູ່ຮ່າໂນ້ຍ; ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້, ວັນທີ 30 ເມສາ, ສະມາຄົມມິດຕະພາບ Uzbekistan - ຫວຽດນາມ ໄດ້ຈັດຕັ້ງງານວາງສະແດງຮູບພາບເອກະສານ “ການພົວພັນມິດຕະພາບທີ່ໝັ້ນຄົງລະຫວ່າງ Uzbekistan - ຫວຽດນາມ” ຢູ່ Tashkent, ໄດ້ແນະນຳເອກະສານອັນລ້ຳຄ່ານັບແຕ່ປີ 1954 ຫຼາຍຢ່າງ, ໃນນັ້ນມີຮູບພາບການຢ້ຽມຢາມ Uzbekistan ຂອງປະທານ ໂຮ່ຈີມິນ ເມື່ອປີ 1959. ເຫດການນີ້ໄດ້ດຶງດູດຄວາມສົນໃຈຂອງປະຊາຊົນ, ນັກວິທະຍາສາດ, ນັກສຶກສາ ແລະ ປະຊາຄົມຊາວ ຫວຽດນາມ ຢູ່ Tashkent ຫຼາຍຄົນ.
![]() |
ງານວາງສະແດງຮູບພາບ “ມິດຕະພາບແບບຍືນຍົງລະຫວ່າງ Uzbekistan ແລະ ຫວຽດນາມ” ຢູ່ Tashkent. (ພາບ: KT) |
ບັນດາການເຄື່ອນໄຫວວັດທະນະທຳຍັງສ້າງຂີດໝາຍຫຼາຍຢ່າງ. ປີ 2022, ຜົນງານ “ບັນທຶກຈຳຄຸກ” ຂອງປະທານໂຮ່ຈິມິນ ໄດ້ແປເປັນພາສາ Uzbekistan. ປີ 2023, ເພງ “Tashkent - ຮ່າໂນ້ຍ, ຮ່າໂນ້ຍ - Tashkent” ໄດ້ຮັບລາງວັນທີ 3 ຂອງລາງວັນຂ່າວສານຕ່າງປະເທດແຫ່ງຊາດຄັ້ງທີ 9 ແລະ ກາຍເປັນເພງທາງການຂອງສະມາຄົມ. ຂໍ້ລິເລີ່ມດັ່ງກ່າວເສີມຂະຫຍາຍຄວາມໄວ້ເນື້ອເຊື່ອໃຈ ແລະໄດ້ຝາກຄວາມຮູ້ສຶກເລິກເຊິ່ງຢູ່ໃນໃຈຂອງປະຊາຊົນສອງປະເທດ.
ທ່ານ Alisher ເນັ້ນໜັກວ່າ ວັດທະນະທຳແມ່ນບຸລິມະສິດອັນໜຶ່ງອັນສະເໝີຕົ້ນສະເໝີປາຍ ແລະ ຄາດຫວັງໃຫ້ຊາວໜຸ່ມເປັນໃຈກາງຂອງບັນດາການເຄື່ອນໄຫວ, ດ້ວຍແຜນການສ້າງຕັ້ງບັນດາອົງການຈັດຕັ້ງຊາວໜຸ່ມຂອງສະມາຄົມມິດຕະພາບ, ຈັດຕັ້ງບັນດາການແຂ່ງຂັນອອນໄລ, ເປີດກວ້າງບັນດາໂຄງການແລກປ່ຽນ. ຜ່ານນັ້ນ, ນັກສຶກສາຂອງທັງສອງປະເທດສາມາດຮຽນຮູ້ເຊິ່ງກັນແລະກັນ ແລະ ປະຕິບັດບັນດາຂໍ້ລິເລີ່ມຮ່ວມ, ຈາກໂຄງການອາສາສະໝັກເຖິງການເລີ່ມຕົ້ນທີ່ມີຫົວຄິດປະດິດສ້າງ.
“ເປົ້າໝາຍຂອງພວກເຮົາແມ່ນເພື່ອໃຫ້ສາຍພົວພັນມິດຕະພາບ Uzbekistan - ຫວຽດນາມ ບໍ່ພຽງແຕ່ແມ່ນຮູບການທາງການທູດເທົ່ານັ້ນ, ຫາກຍັງແມ່ນການເຄື່ອນໄຫວທີ່ມີບັນດານັກສຶກສາ, ນັກທຸລະກິດ, ນັກສິລະປິນ ແລະ ນັກທ່ອງທ່ຽວເປັນຫຼັກຖານ, ສ້າງກຳລັງແຮງ ແລະ ການເຊື່ອມຕໍ່ຢ່າງແທ້ຈິງ”, - ທ່ານປະທານສະມາຄົມມິດຕະພາບ Uzbekistan - ຫວຽດນາມ ໃຫ້ຮູ້.
ຕາມທ່ານ Alisher Mukhamedov ແລ້ວ, ການພົວພັນລະຫວ່າງສອງປະເທດມີພື້ນຖານອັນໝັ້ນຄົງ. ມີນັກສຶກສາຫວຽດນາມ 3.500 ກວ່າຄົນໄດ້ຮ່ຳຮຽນຢູ່ Uzbekistan ແລະ ກາຍເປັນ “ທູດມິດຕະພາບ” ທີ່ແທ້ຈິງ.
ປະຈຸບັນ, ບົດບາດຂອງໄວໜຸ່ມນັບມື້ນັບມີຄວາມສຳຄັນ. ພວກເຂົາເຈົ້າແມ່ນ “ທາດກະຕຸ້ນ” ສໍາລັບການຮ່ວມມືສອງຝ່າຍ.
ທີໜຶ່ງ, ໄວໜຸ່ມແມ່ນປັດໄຈສຳຄັນໃນການພົວພັນທາງການທູດລະຫວ່າງປະຊາຊົນລຸ້ນໃໝ່. ໂຄງການນັກສຶກສາຮ່ວມກັນ, ເນື້ອຫາດິຈິຕອນ, ແລະ ການລິເລີ່ມທີ່ສ້າງສັນສ້າງຄວາມໄວ້ວາງໃຈຂອງປະຊາຊົນໄວກວ່າສົນທິສັນຍາ.
ອັນທີສອງ, ຮຸ່ນໜຸ່ມມີຄວາມຂະຫຍັນຂັນເຄື່ອນໃນການເລີ່ມຕົ້ນ ແລະ ເຕັກໂນໂລຢີ. ໜຸ່ມຜູ້ກໍ່ຕັ້ງ, ນັກຂຽນໂປແກມ, ນັກອອກແບບ ຫຼື ນັກປະດິດສ້າງກະສິກຳສາມາດເຊື່ອມຕໍ່ໂດຍກົງກັບຕະຫຼາດຂອງສອງປະເທດ.
ທີສາມ, ແມ່ນບົດບາດຂອງໄວໜຸ່ມໃນດ້ານວັດທະນະທຳ ແລະ ການທ່ອງທ່ຽວ. ສື່ມວນຊົນ, ອາຫານ, ດົນຕີ ແລະ ງານບຸນທີ່ຊາວໜຸ່ມສ້າງຂຶ້ນກາຍເປັນຂົວຕໍ່ລະຫວ່າງປະຊາຊົນສອງປະເທດ.
ທ່ານຄາດວ່າຈະມີບັນດາກຸ່ມ ແລະ ບັນດາໂຄງການສອງຝ່າຍຕື່ມອີກຕາມຮູບແບບ “ຊາວໜຸ່ມເພື່ອຊາວໜຸ່ມ”; ເພີ່ມທະວີການແລກປ່ຽນທາງວິຊາການ ແລະໂຄງການຝຶກງານ; ການສ້າງກຸ່ມຮ່ວມມືດ້ານເສດຖະກິດສ້າງສັນ, ເຕັກໂນໂລຢີຂໍ້ມູນຂ່າວສານ, ກະສິກຳ ແລະ ສິ່ງແວດລ້ອມ; ພັດທະນາການທ່ອງທ່ຽວໄວໜຸ່ມຢ່າງເຂັ້ມແຂງ; ສ້າງຍີ່ຫໍ້ສາກົນສໍາລັບຕົວເມືອງ. ສິ່ງສຳຄັນທີ່ສຸດແມ່ນຕ້ອງສ້າງເປັນເຄືອຂ່າຍຄວາມໄວ້ເນື້ອເຊື່ອໃຈຢ່າງແໜ້ນແຟ້ນ, ເພາະວ່າຖ້າບໍ່ມີຄວາມເຊື່ອໝັ້ນ, ທັງເສດຖະກິດ ແລະ ການເມືອງຈະມີຄວາມຫຍຸ້ງຍາກໃນການພັດທະນາໃນໄລຍະຍາວ.
ທ່ານ Alisher ຢືນຢັນວ່າ “ພວກເຮົາມີ “ຊັບສົມບັດຄຳ” - ເປັນພັນໆເລື່ອງຂອງອະດີດນັກສຶກສາ, ປະຈຸບັນເປັນຜູ້ນຳ ຫຼື ນັກທຸລະກິດທີ່ຍັງຄົງຮັກສາຄວາມຮັກແພງອັນເລິກເຊິ່ງຕໍ່ “ບ້ານເກີດເມືອງນອນແຫ່ງທີສອງ”. ໜ້າທີ່ຂອງພວກຂາ້ພະເຈົ້າແມ່ນສືບທອດ ແລະ ເສີມຂະຫຍາຍເລື່ອງລາວເຫຼົ່ານັ້ນ ແລະ ສົ່ງຕໍ່ໄປຍັງຄົນລຸ້ນໜຸ່ມ”.
![]() | ທ່ານຮອງນາຍົກລັດຖະມົນຕີ ຫງວຽນຮ່ວາງຮ້ຽບ ໄດ້ຮັບການແຕ່ງຕັ້ງເປັນປະທານສະມາຄົມມິດຕະພາບ ແລະ ການຮ່ວມມືຫວຽດນາມ - ບຣາຊິນ ອາຍຸການ 2025-2030. ຍສໝ - ວັນທີ 15 ກໍລະກົດນີ້, ຢູ່ຮ່າໂນ້ຍ, ສະມາຄົມມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ບຣາຊິນ ໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ 3 ອາຍຸການ 2025-2030. ທ່ານ ຫງວຽນຮ່ວາງຮ້ຽບ, ຮອງລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ຮັບເລືອກຕັ້ງເປັນປະທານສະມາຄົມອາຍຸການໃໝ່. |
![]() | ເຊື່ອມຕໍ່ຊຸມຊົນ, ເຜີຍແຜ່ນ້ຳໃຈມິດຕະພາບຫວຽດນາມ - ລາວ ຢູ່ແຂວງອຸດົມໄຊ ຍສໝ - ນທີ 2 ກໍລະກົດ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳລາວ ຫງວຽນມິງເຕີມ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບສະມາຄົມຊາວຫວຽດນາມ ອາໄສຢູ່ແຂວງອຸດົມໄຊ (ລາວ). ທ່ານເອກອັກຄະລັດຖະທູດ ໄດ້ຕີລາຄາສູງບົດບາດຂອງປະຊາຄົມຊາວຫວຽດນາມ ໃນການກໍ່ສ້າງຊີວິດທີ່ໝັ້ນຄົງ, ຮັກສາເອກະລັກວັດທະນະທຳ, ປະກອບສ່ວນເພີ່ມທະວີການພົວພັນມິດຕະພາບຫວຽດນາມ - ລາວ. |
ມີງດຶກ