![]() | ຫວຽດນາມ - ອີຢິບ ຍົກລະດັບການພົວພັນສອງຝ່າຍຂຶ້ນສູ່ການພົວພັນຄູ່ຮ່ວມມືຮອບດ້ານ |
![]() | ການຮ່ວມມືດ້ານຄວາມປອດໄພສືບຕໍ່ແມ່ນເສົາຄ້ຳໃນການພົວພັນຫວຽດນາມ - ລາວ |
ວັນທີ 11 ສິງຫາ, ທີ່ສໍານັກງານກະຊວງປ້ອງກັນປະເທດ, ທ່ານພົນເອກ ຈິ້ງວັນກວ໊ຽດ, ເລຂາທິການສູນກາງພັກ, ກໍາມະການປະຈໍາຄະນະພັກກອງທັບສູນກາງ, ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ໄດ້ເປັນປະທານພິທີຕ້ອນຮັບ ແລະ ພົບປະເຈລະຈາກັບທ່ານພົນຕີ ວົງສອນ ອິນພານຟິມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນລາວ ຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ.
![]() |
ທ່ານພົນເອກ ຈິ້ງວັນກວ໊ຽດ ໄດ້ຕ້ອນຮັບ ແລະ ມອບດອກໄມ້ໃຫ້ທ່ານພົນຕີ ວົງສອນ ອິນພານຟິມ. (ພາຍ: ໜັງສືພິມກອງທັບປະຊາຊົນ) |
ທ່ານພົນເອກ ຈິ້ງວັນກວ໊ຽດ ຢືນຢັນວ່າ ພັກ, ລັດ, ກອງທັບ ແລະ ປະຊາຊົນຫວຽດນາມ ຍາມໃດກໍ່ຈົດຈໍາການໜູນຊ່ວຍອັນໃຫຍ່ຫຼວງ, ມີຄ່າ, ສຸດໃຈ, ຖືກຕ້ອງ, ຊອບທຳ ແລະ ມີປະສິດທິຜົນ ເຊິ່ງພັກ, ລັດ, ກອງທັບ ແລະ ປະຊາຊົນລາວ ໄດ້ມອບໃຫ້ຫວຽດນາມ ໃນພາລະກິດຕໍ່ສູ້ກູ້ເອົາເອກະລາດແຫ່ງຊາດ ກໍ່ຄືໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດໃນປັດຈຸບັນ.
![]() |
ທັດສະນະຂອງກອງປະຊຸມ. (ພາບ: Vu Thuy) |
“ໃນທຸກສະພາບການ, ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການປົກປັກຮັກສາ ແລະ ເສີມຂະຫຍາຍຢ່າງບໍ່ຢຸດຢັ້ງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ສະໜິດສະໜົມ, ສັດຊື່ບໍລິສຸດຫວຽດນາມ - ລາວ”, ທ່ານພົນເອກ ຈິ້ງວັນກວ໊ຽດ ເນັ້ນໜັກ.
ທີ່ການເຈລະຈາ, 2 ຝ່າຍໄດ້ປຶກສາຫາລືກ່ຽວກັບສະພາບການໂລກ ແລະ ພາກພື້ນ ແລະ ການທະຫານຂອງແຕ່ລະປະເທດ. ບົນພື້ນຖານບັນດາເອກະສານ ແລະ ສັນຍາທີ່ໄດ້ລົງນາມ, 2 ຝ່າຍໄດ້ຜັນຂະຫຍາຍບັນດາຂົງເຂດຮ່ວມມືຢ່າງຕັ້ງໜ້າ, ບັນລຸໄດ້ບັນດາໝາກຜົນອັນຕັ້ງໜ້າ.
2 ຝ່າຍໄດ້ສົມທົບກັນຢ່າງແໜ້ນແຟ້ນ ແລະ ເຮັດໄດ້ເປັນຢ່າງດີໃນວຽກງານໂຄສະນາສຶກສາກ່ຽວກັບສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ແລະ ຄວາມສາມັກຄີແບບພິເສດລະຫວ່າງສອງພັກ, ສອງລັດ, ສອງກອງທັບ ແລະ ປະຊາຊົນສອງປະເທດ.
ພ້ອມກັນນັ້ນ, ບັນດາການເຄື່ອນໄຫວພົບປະແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນກໍໄດ້ຖືເປັນສຳຄັນ; ບັນດາຮູບການ ແລະ ກົນໄກຮ່ວມມືເຊັ່ນ: ການສົນທະນາດ້ານນະໂຍບາຍປ້ອງກັນປະເທດ ແລະ ການແລກປ່ຽນນາຍທະຫານໜຸ່ມນັບມື້ນັບມີຄວາມສຳຄັນ ແລະ ມີປະສິດທິຜົນ; ການຮ່ວມມືໃນການຄຸ້ມຄອງ ແລະ ປົກປັກຮັກສາຊາຍແດນໄດ້ຮັບການປະຕິບັດຢ່າງມີປະສິດທິຜົນ; ການຮ່ວມມືດ້ານການຝຶກອົບຮົມຊັບພະຍາກອນມະນຸດນັບມື້ນັບມີຄຸນຄ່າ;ວຽກງານຊອກຫາ, ເກັບກຳ ແລະ ສົ່ງຄືນຊາກສົບຂອງບັນດານັກຮົບອາສາສະໝັກ ແລະ ນັກຊ່ຽວຊານຫວຽດນາມ ທີ່ເສຍຊີວິດຢູ່ລາວ ໄດ້ຮັບການຕີລາຄາ ແລະ ເຊີດຊູ...
ກ່ຽວກັບທິດທາງການຮ່ວມມືໃນໄລຍະຈະມາເຖິງ, ທ່ານພົນເອກ ຈິ້ງວັນກວ໊ຽດ ປາດຖະໜາວ່າ 2 ຝ່າຍເພີ່ມທະວີການພົບປະ ແລະ ການພົວພັນຮ່ວມມືຂັ້ນສູງ; ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ຜັນຂະຫຍາຍວຽກງານໂຄສະນາເຜີຍແຜ່, ສຶກສາກ່ຽວກັບປະຫວັດສາດ, ຄວາມໝາຍ ແລະ ຄວາມສຳຄັນຂອງການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ, ສອງກອງທັບ ແລະ ປະຊາຊົນ ຫວຽດນາມ ແລະ ລາວ, ພິເສດແມ່ນລຸ້ນໜຸ່ມ; ສົມທົບກັນຈັດຕັ້ງກອງປະຊຸມປະຈຳປີລະຫວ່າງ 3 ທ່ານລັດຖະມົນຕີປ້ອງກັນປະເທດ ຫວຽດນາມ - ລາວ - ກຳປູເຈຍ ປີ 2025 ຢູ່ ລາວ...
ເນື່ອງໃນໂອກາດນີ້, ທ່ານພົນເອກ ຈິ້ງວັນກວ໊ຽດ ໄດ້ສະແດງຄວາມຂອບອົກຂອບໃຈກະຊວງປ້ອງກັນປະເທດລາວ ສືບຕໍ່ໜູນຊ່ວຍ ແລະ ສົ່ງທະຫານກອງທັບປະຊາຊົນລາວ ເຂົ້າຮ່ວມການເຄື່ອນໄຫວສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງສາທາລະນະລັດສັງຄົມນິຍົມ ຫວຽດນາມ ຄົບຮອບ 80 ປີ (2 ກັນຍາ 1945 – 2 ກັນຍາ 2025).
ສ່ວນທ່ານພົນຕີ ວົງສອນ ອິນພານຟິມ ໄດ້ສະແດງຄວາມອວຍພອນໃຫ້ ສະຫາຍ ຈິ້ງວັນກວ໊ຽດ ໄດ້ຮັບການເລື່ອນຊັ້ນເປັນພົນເອກຈາກພັກ ແລະ ລັດ; ແລະ ຂອບໃຈທ່ານພົນເອກ ຈິ້ງວັນກວ໊ຽດ ທີ່ໄດ້ຕ້ອນຮັບຄະນະດ້ວຍຄວາມເຄົາລົບນັບຖືດັ່ງກ່າວ.
ທ່ານພົນຕີ ວົງສອນ ອິນພານຟິມ ກໍ່ໄດ້ສະແດງຄວາມເຫັນດີເປັນເອກະພາບຢ່າງສູງສຸດກັບບັນດາເນື້ອໃນການໂອ້ລົມສົນທະນາຂອງທ່ານທ່ານພົນເອກ ຈິ້ງວັນກວ໊ຽດ, ພິເສດແມ່ນກ່ຽວກັບໝາກຜົນການຮ່ວມມືດ້ານປ້ອງກັນຊາດເວົ້າລວມ, ການຮ່ວມມືລະຫວ່າງກົມໃຫຍ່ການເມືອງ 2 ປະເທດເວົ້າສະເພາະ ມີບັນດາບາດກ້າວພັດທະນາໃໝ່, ບັນລຸໄດ້ໝາກຜົນຫຼາຍຢ່າງ, ໃນນັ້ນມີການເຄື່ອນໄຫວຫຼາຍຢ່າງໄດ້ສ້າງບັນດາບາດກ້າວພັດທະນາອັນດີງາມໃຫ້ແກ່ການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ 2 ປະເທດ ແລະກອງທັບ.
![]() |
ທ່ານພົນເອກ ຈິ້ງວັນກວ໊ຽດ ໄດ້ມອບຂອງຂວັນທີ່ລະນຶກໃຫ້ແກ່ທ່ານພົນຕີ ວົງສອນ ອິນພານຟິມ. (ພາບ: Vu Thuy) |
![]() | ເພີ່ມທະວີການຮ່ວມມືສອງຝ່າຍຕາມຂອບເຂດການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ ແລະ ອາເມລິກາ ຍສໝ - ທ່ານຮອງປະທານສະພາແຫ່ງຊາດ ສະເໜີທ່ານເອກອັກຄະລັດຖະທູດ ແລະ ສະຖານທູດສືບຕໍ່ເພີ່ມທະວີບັນດາການເຄື່ອນໄຫວເຊື່ອມຕໍ່, ຊຸກຍູ້ການຮ່ວມມື, ຖ່າຍທອດເຕັກໂນໂລຢີ, ໜູນຊ່ວຍ ຫວຽດນາມກາຍເປັນສູນເຕັກໂນໂລຢີສູງຂອງພາກພື້ນ ແລະ ແມ່ນຕາໂສ້ສຳຄັນໃນລະບົບສະໜອງເຄິ່ງຊັກນຳໄຟຟ້າທົ່ວໂລກ |
![]() | ທ່ານຮອງນາຍົກລັດຖະມົນຕີ ຫງວຽນຮ່ວາງຮ້ຽບ ໄດ້ຮັບການແຕ່ງຕັ້ງເປັນປະທານສະມາຄົມມິດຕະພາບ ແລະ ການຮ່ວມມືຫວຽດນາມ - ບຣາຊິນ ອາຍຸການ 2025-2030. ຍສໝ - ວັນທີ 15 ກໍລະກົດນີ້, ຢູ່ຮ່າໂນ້ຍ, ສະມາຄົມມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ບຣາຊິນ ໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ 3 ອາຍຸການ 2025-2030. ທ່ານ ຫງວຽນຮ່ວາງຮ້ຽບ, ຮອງລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ຮັບເລືອກຕັ້ງເປັນປະທານສະມາຄົມອາຍຸການໃໝ່. |
ມີງດຶກ