ຍສໝ - ວັນທີ 25 ມີນາ 2025, ຢູ່ນະຄອນ ໂຮ່ຈິມິນ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ສົມທົບກັບ ອົດສະຕາລີ ແລະ ການາດາ ຈັດຕັ້ງການສຳມະນາເວທີປາໄສພາກພື້ນ ອາຊຽນ (ARF) ກ່ຽວກັບຫົວຂໍ້ແມ່ຍິງ, ສັນຕິພາບ ແລະ ຄວາມໝັ້ນຄົງ ຄັ້ງທີ 2 ດ້ວຍຮູບແບບໂດຍກົງສົມທົບກັບທາງອອນລາຍ.
ຍສໝ - ວັນທີ 11 ມີນາ, ຢູ່ຮ່າໂນ້ຍ, ສະພາມະຫາບັນດິດວິທະຍາສາດສັງຄົມຫວຽດນາມ ໄດ້ຈັດຕັ້ງການສຳມະນາວິທະຍາສາດ ເພື່ອປະກາດໝາກຜົນແຫ່ງຊາດກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍ. ການສຳມະນາ ເພື່ອແບ່ງປັນໝາກຜົນຂອງຫົວຂໍ້ “ຄົ້ນຄວ້າ, ຕີລາຄາສັງລວມກ່ຽວກັບຄວາມສະເໝີພາບລະຫວ່າງຍິງຊາຍ ເພື່ອຮັບໃຊ້ການພັດທະນາແບບຍືນຍົງ” ໂດຍສະພາມະຫາບັນດິດວິທະຍາສາດສັງຄົມ ຫວຽດນາມ ປະຕິບັດ; ຜ່ານນັ້ນ ວິເຄາະສະພາບການໃນປະຈຸບັນ ແລະ ບັນຫາທີ່ໄດ້ຍົກອອກມາໃນ 7 ຂົງເຂດສຳຄັນຄື: ດ້ານການເມືອງ, ການນຳ, ການຄຸ້ມຄອງ; ການສຶກສາ, ການບຳລຸງສ້າງ, ວິທະຍາສາດ ແລະ ເຕັກໂນໂລຢີ; ເສດຖະກິດ, ແຮງງານ-ວຽກເຮັດງານທຳ; ການດູແລສຸຂະພາບ; ຄອບຄົວ; ການປ້ອງກັນ ແລະ ການຕອບໂຕ້ຕໍ່ຄວາມຮຸນແຮງທາງເພດ; ຕອບໂຕ້ການປ່ຽນແປງຂອງດິນຟ້າອາກາດ, ໄພທຳມະຊາດ, ການແຜ່ລະບາດ, ໄພພິບັດສິ່ງແວດລ້ອມ.
ຍສໝ - ວັນທີ 5 ມີນາ 2025, ສະຖານກົງສຸນໃຫຍ່ ສສ ຫວຽດນາມ ປະຈຳ ຫຼວງພະບາງ ໄດ້ສົມທົບກັບສະຫະພັນແມ່ຍິງແຂວງຫຼວງພະບາງ, ສະມາຄົມຊາວຫວຽດນາມ ແຂວງຫຼວງພະບາງ ແລະ ສະມາຄົມວິສາຫະກິດຫວຽດນາມ ຢູ່ພາກເໜືອຂອງລາວ ເພື່ອຈັດຕັ້ງພິທີມິດຕິງ ແລະ ການເຄື່ອນໄຫວອາສາສະໝັກຢູ່ວັດ ພະໂອ, ແຂວງຫຼວງພະບາງ ເນື່ອງໃນໂອກາດສະເຫຼີມສະຫຼອງ 115 ປີແຫ່ງວັນແມ່ຍິງສາກົນ 8 ມີນາ (8 ມີນາ 1910 - 8 ມີນາ 2025).
ຍສໝ - ສະຫະພັນແມ່ຍິງນະຄອນ ໂຮ່ຈີມິນ ໄດ້ເພີ່ມທະວີ ແລະ ເປີດກວ້າງການເຄື່ອນໄຫວທາງການທູດປະຊາຊົນ; ພົບປະແລກປ່ຽນ ແລະ ລົງນາມໃນຫຼາຍໂຄງການຮ່ວມມືກັບບັນດາອົງການຈັດຕັ້ງສາກົນ.
ຍສໝ - ວັນທີ 18 ເມສາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນພິທີລົງນາມໃນການຮ່ວມມືລະຫວ່າງເວທີປາໄສແມ່ຍິງ ຫວຽດນາມ ຢູ່ ເອີລົບ ກັບສະມາຄົມນັກທຸລະກິດຍິງນະຄອນ ຮ່າໂນ້ຍ
ຍສໝ - ຕາມການຄົ້ນຄ້ວາຂອງ Economica ຫວຽດນາມ, ແຕ່ລະປີ, ແຮງງານຍິງ 250.000 ຄົນນີ້ສ້າງແຫຼ່ງເງິນຝາກປະມານ 2,5 ຕື້ USD, ກວມ 15% ຍອດຈຳນວນເງິນເຂົ້າ ຫວຽດນາມ.
ຍສໝ - ພາຍຫຼັງ 20 ປີແຫ່ງການພັດທະນາ, ສະມາຄົມແມ່ຍິງ ຫວຽດນາມ ຢູ່ ຮຸງກາຣີ (ສະມາຄົມ) ໄດ້ກາຍເປັນເຮືອນລວມ ເພື່ອຕິດພັນແມ່ຍິງ ຫວຽດນາມ ຢູ່ ຮຸງກາຣີ.
ຍສໝ - ຕອນບ່າຍວັນທີ 11 ພະຈິກ, ຢູ່ຮ່າໂນ້ຍ, ກົມໃຫຍ່ການເມືອງ ກອງທັບປະຊາຊົນຫວຽດນາມ ໄດ້ຈັດຕັ້ງພິທີປິດຊຸດຝຶກອົບຮົມວຽກງານແມ່ຍິງໃຫ້ແກ່ພະນັກງານຍິງກອງທັບປະຊາຊົນລາວປີ 2024.
ຍສໝ - ວັນທີ 8 ພະຈິກ, ກົມຮັກສາສັນຕິພາບຫວຽດນາມ ໄດ້ສົມທົບກັບຫ້ອງວ່າການທີ່ປຶກສາທູດປ້ອງກັນຊາດ ແລະສະຖານທູດ ອົດສະຕາລີ ປະຈໍາ ຫວຽດນາມ ຈັດຕັ້ງລາຍການແລກປ່ຽນບົດຮຽນດ້ວຍຫົວຂໍ້ແມ່ຍິງ, ສັນຕິພາບ ແລະຄວາມໝັ້ນຄົງໃນການເຄື່ອນໄຫວຮັກສາສັນຕິພາບຂອງສະຫະປະຊາຊາດ (ສປຊ).
ຍສໝ - ວັນທີ 3 ທັນວາ, ລາຍການໂອ້ລົມສົນທະນາແມ່ຍິງການນຳ 2024 ຖືກຈັດຕັ້ງໂດຍອົງການສະຫະປະຊາຊາດກ່ຽວກັບຄວາມສະເໝີພາບທາງເພດ ແລະ ການມອບສິດໃຫ້ແມ່ຍິງ (UN Women) ດ້ວຍຫົວຂໍ້ “ເລື່ອງສົ່ງແຮງບັນດານໃຈ- ຈາກຄວາມຝັນສູ່ຄວາມສຳເລັດຜົນ” ໄດ້ດຳເນີນຢູ່ນະຄອນ ດ້ຽນບຽນຝູ (ແຂວງ ດ້ຽນບຽນ).
ຍສໝ - ຫຼັກສູດບຳລຸງວິຊາສະເພາະວຽກງານແມ່ຍິງ ໃຫ້ແກ່ພະນັກງານ ສະຫະພັນແມ່ຍິງ ນະຄອນຫຼວງ ວຽງຈັນ ໄດ້ດຳເນີນແຕ່ວັນທີ 21 ຕຸລາ ຫາ 3 ທັນວາ 2024, ດ້ວຍຜູ້ເຂົ້າຮ່ວມທັງໝົດ 20 ທ່ານ.
ຍສໝ - ວັນທີ 4 ພະຈິກ, ທີ່ຮ່າໂນ້ຍ, ຄະນະພະນັກງານແມ່ຍິງກອງທັບປະຊາຊົນລາວ ນໍາໂດຍ ທ່ານພົນຈັດຕະວາ ນາງ ໄພວອນ ອິນທະບຸດ ຫົວໜ້າຫ້ອງການສະຫະພັນແມ່ຍິງກອງທັບປະຊາຊົນລາວ, ຫົວໜ້າຄະນະຝຶກອົບຮົມ ໄດ້ມາຢ້ຽມຢາມ, ພົບປະ, ແລກປ່ຽນບົດຮຽນການເຄື່ອນໄຫວວຽກງານແມ່ຍິງຢູ່ກອງພົນນ້ອຍລົດຕັງ 201, ເຫຼົ່າຮົບລົດຕັງ-ຍານເກາະ.
ຍສໝ - ວັນທີ 9 ພຶດສະພາ 2024, ແຂວງ ລາວກາຍ, ແຂວງ ເຊີນລາ ພ້ອມກັນກັບສະຖານທູດ ອົດສະຕາລີ ປະຈຳ ຫວຽດນາມ ໄດ້ເລີ່ມປະຕິບັດໄລຍະທີ 2 ຂອງໂຄງການຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ - ຊາຍ ໂດຍຜ່ານການຍົກສູງປະສິດທິຜົນດ້ານເສດຖະກິດໃນກະສິກຳ ແລະ ການທ່ອງທ່ຽວ (GREAT).
ຍສໝ - ຕອນບ່າຍວັນທີ 28 ພະຈິກ, ຄະນະປະຕິບັດງານຂອງສະຫະພັນແມ່ຍິງແຂວງ ຫົວພັນ (ລາວ) ນໍາໂດຍ ສະຫາຍ ນາງ ແຍງເພັດ ບຸນມີໄຊ, ກໍາມະການພັກແຂວງ, ປະທານສະຫະພັນແມ່ຍິງແຂວງ ເປັນຫົວໜ້າຄະນະ ແລະ ສະຫະພັນແມ່ຍິງ ຫວຽດນາມ ແຂວງ ແທງຮວ໋າ ໄດ້ຕີລາຄາໝາກຜົນການປະຕິບັດເນື້ອໃນບົດບັນທຶກຊ່ວຍຈຳໄລຍະ 2022-2024; ລົງນາມບົດບັນທຶກຊ່ວຍຈຳໄລຍະ 2024-2026.
ຍສໝ - ທ່ານນາງພັນເອກພິເສດ ຫງວຽນທິທູຮ່ຽນ, ຫົວໜ້າຫ້ອງການສະຫະພັນແມ່ຍິງກອງທັບ ຢືນຢັນວ່າ: ຜົນສຳເລັດຂອງຊຸດຝຶກອົບຮົມໄດ້ສະແດງໃຫ້ເຫັນຄວາມຮັກແພງ, ຄວາມຮັບຜິດຊອບ, ຄວາມສາມັກຄີ, ຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະກັນຂອງແມ່ຍິງກອງທັບຂອງສອງປະເທດ, ປະກອບສ່ວນເຂົ້າໃນມູນເຊື້ອສາມັກຄີມິດຕະພາບແບບພິເສດ, ຄວາມສະໜິດຕິດພັນລະຫວ່າງກອງທັບ ແລະປະຊາຊົນສອງປະເທດຫວຽດນາມ-ລາວ ອ້າຍນ້ອງ.
ຍສໝ - ສະຫະພັນແມ່ຍິງແຂວງ ດ້ຽນບຽນ ແລະ ສະຫະພັນແມ່ຍິງແຂວງ ຜົ້ງສາລີ, ອຸດົມໄຊ, ຫຼວງພະບາງ ຂອງ ລາວ ໄດ້ເຫັນດີເພີ່ມທະວີການພົບປະແລກປ່ຽນ, ມິດຕະພາບ, ແຮກສ່ຽວ; ແບ່ງປັນປະສົບການວຽກງານ ແລະ ພັດທະນາອົງການຂອງສະຫະພັນ.
ຍສໝ - ຕອນບ່າຍວັນທີ 6 ພະຈິກ, ຄະນະພະນັກງານແມ່ຍິງກອງທັບປະຊາຊົນ ລາວ ໄດ້ມາຢ້ຽມຢາມ, ແລກປ່ຽນບົດຮຽນການເຄື່ອນໄຫວວຽກງານແມ່ຍິງຢູ່ໂຮງໝໍກອງທັບ 354, ກົມໃຫຍ່ພະລາທິການ.
ຍສໝ - ວັນທີ 5 ພະຈິກ, ຫ້ອງການສະຫະພັນແມ່ຍິງກອງທັບ ຈັດຕັ້ງລາຍການໂອ້ລົມສົນທະນາກ່ຽວກັບວຽກງານແມ່ຍິງກອງທັບກັບຄະນະພະນັກງານແມ່ຍິງກອງທັບປະຊາຊົນລາວ ປີ 2024.
ຍສໝ - ສະມັດຊາໃຫຍ່ສະຫະປະຊາຊາດ ຫາກກໍເຫັນດີເປັນເອກະພາບຜ່ານມະຕິເລືອກເອົາປີ 2026 ເປັນປີສາກົນແມ່ຍິງເຮັດວຽກງານກະສິກຳ. ມະຕິດັ່ງກ່າວ ໂດຍກຸ່ມຫຼັກແຫຼ່ງລວມມີ: ອາເມລິກາ, ອາກຊັງຕິນ, ໂກໂລມບີ, ຝຣັ່ງ, ອີຕາລີ, ຍີ່ປຸ່ນ, ມາຣົກ, ເປຣູ, ຟີລິບປິນ ແລະ ຫວຽດນາມ ສະເໜີ ແລະ ໄດ້ມີ 126 ປະເທດອຸປະຖຳຮ່ວມ.
ຍສໝ - ສຸຂະພາບ ແລະ ຄວາມງາມເປັນສິ່ງທີ່ຜູ້ຍິງໃຜໆກໍ່ຢາກມີ. ໃນທ່າມກາງການດຳລົງຊີວິດໃນຄວາມທັນສະໄຫມກັບຄວາມຮັບຜິດຊອບໃນຄອບຄົວ, ສັງຄົມ, ຖ້າບໍ່ມີບັນດາເຄັດລັບສະເພາະ ກໍ່ເປັນເລື່ອງຍາກສໍາລັບແມ່ຍິງທີ່ຈະມີສອງຢ່າງນີ້ໃນເວລາດຽວກັນ.