ຍສໝ - ຕາມແຈ້ງການຂອງກະຊວງການຕ່າງປະເທດແລ້ວ, ໂດຍໄດ້ຮັບຄຳເຊີນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ທ່ານນາຍົກລັດຖະມົນຕີ ນິວຊີແລນ Christopher Luxon ຈະມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ແລະ ເຂົ້າຮ່ວມເວທີປາໄສອະນາຄົດອາຊຽນ (AFF) ຄັ້ງທີ 2 ແຕ່ວັນທີ 25 – 28 ກຸມພາ.
ຍສໝ - ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ຖື ອາຊຽນ ແມ່ນບຸລິມະສິດຍຸດທະສາດໃນນະໂຍບາຍການຕ່າງປະເທດ...
ຍສໝ - ຕາມຂ່າວ en.tempo.co (ອິນໂດເນເຊຍ), ໃນປີ 2024, ຈຳນວນນັກທ່ອງທ່ຽວທີ່ມາຫວຽດນາມ ພາຍຫຼັງໂລກລະບາດໂຄວິດ-19 ໄດ້ຟື້ນຟູ 98%, ເຊິ່ງແມ່ນລະດັບຟື້ນຟູສູງສຸດຂອງອາຊີຕາເວັນອອກສ່ຽງໃຕ້. ຢູ່ອັນດັບທີ 2 ແມ່ນ ມາເລເຊຍ (94%), ໄທ (88%), ສິງກະໂປ (86%), ອິນໂດເນເຊຍ (86%) ແລະ ຟີລິບປິນ (72%).
ຫວ່າງແລ້ວນີ້ ຢູ່ນະຄອນໂຮ່ຈີມິນ, ຄະນະຊາວໜຸ່ມນະຄອນໂຮ່ຈີມິນ ໄດ້ຈັດພິທີຕ້ອນຮັບກຳປັ່ນ ຂຶ້ນກັບລາຍການກໍາປັ່ນຊາວໜມອາຊີຕາເວັນອອກສຽງໃຕ້ ແລະ ຍີ່ປຸ່ນ (SSEAYP) ຄັ້ງທີ 48, ປີ 2024.
ຍສໝ - ດ້ວຍຫົວຂໍ້ “Shining Vietnam”, ຄະນະຜູ້ແທນຫວຽດນາມ ມຸ່ງໄປເຖິງການສ້າງກິດຈະກໍາຕ່າງໆທີ່ໃໝ່ອ່ຽມ, ມີພະລັງຊີວິດ, ຕັ້ງໜ້າແຜ່ຂະຫຍາຍພາບພົດຂອງຫວຽດນາມ ທີ່ທັນສະໄໝ. ຕາມນັ້ນແລ້ວ, ນອກຈາກບັນດາການເຄື່ອນໄຫວປຶກສາຫາລື ແລະພົບປະແລກປ່ຽນໂດຍຄະນະຈັດຕັ້ງ SSEAYP 2024 ປະຕິບັດແລ້ວ, ຄະນະຜູ້ແທນຫວຽດນາມ ຈະເປັນເຈົ້າການສ້າງບັນດາງານພົບປະແລກປ່ຽນ, ຮ່ຳຮຽນເຊິ່ງກັນ ແລະກັນ, ພ້ອມທັງໂຄສະນາບັນດາຈຸດວັດທະນະທຳທີ່ເປັນມູນເຊື້ອຂອງຫວຽດນາມ ເຖິງເພື່ອນມິດສາກົນ, ໂດຍສະເພາະແມ່ນການແນະນຳກ່ຽວກັບຊຸດເສື້ອຍາວ, ບຸນເຕັດ, ອາຫານການກິນ, ເພງພື້ນເມືອງ…
ຍສໝ - ໄພນ້ຳຖ້ວມ ແລະ ດິນເຈື່ອນທີ່ເກີດຈາກພະຍຸ Yagi ໄດ້ທຳລາຍປະເທດຫວຽດນາມ, ມຽນມາ, ລາວ ແລະ ໄທ, ສົ່ງຜົນກະທົບຕໍ່ເດັກນ້ອຍເກືອບ 6 ລ້ານຄົນ. ເດັກນ້ອຍມີຄວາມຫຍຸ້ງຍາກໃນການເຂົ້າເຖິງນ້ຳສະອາດ, ການສຶກສາ, ການດູແລສຸຂະພາບ, ອາຫານ ແລະ ທີ່ພັກອາໄສ.
ຍສໝ - ບັນຊີລາຍຊື່ຂອງ 10 ຕົວເມືອງທີ່ມີຄ່າໃຊ້ຈ່າຍມນການໄປທ່ອງທ່ຽວຖືກທີ່ສຸດໃນ ອາຊີ ຫາກໍ່ໄດ້ຮັບການປະກາດໂດຍວາລະສານການທ່ອງທ່ຽວສະຫະລັດ ອາເມລິກາ Travel & Leisure ອີງຕາມລາຄາສະເລ່ຍຂອງຫ້ອງຄູ່ມາດຕະຖານ ແລະ ຄ່າປີ້ຍົນໄປກັບຊັ້ນທຳມະດາ, ໃນໄລຍະແຕ່ເດືອນ ມິຖຸນາ ຫາເດືອນ ທັນວາ.
ຍສໝ - ງານມະຫະກຳກິລານັກຮຽນອາຊີຕາເວັນອອກສຽງໃຕ້ ຄັ້ງທີ 13 ຈະໄດ້ດຳເນີນຢ່າງເປັນທາງການແຕ່ວັນທີ 1 ຫາວັນທີ 9 ມິຖຸນາ 2024 ຢູ່ນະຄອນ ດານັງ. ງານມະຫະກຳຄັ້ງນີ້ມີນັກກິລາ ແລະ ຄູເຝິກ 1.300 ກວ່າຄົນຂອງຄະນະກິລາທີ່ມາຈາກ 10 ປະເທດຄື: ບຣູໄນ, ກຳປູເຈຍ, ອິນໂດເນເຊຍ, ລາວ, ມາເລເຊຍ, ມຽນມາ, ຟີລິບປິນ, ສິງກະໂປ, ໄທ ແລະ ປະເທດເຈົ້າພາບ ຫວຽດນາມ.
ຍສໝ - ຢູ່ນອກກອງປະຊຸມຂັ້ນສູງຄັ້ງທີ 55 ຂອງສະພາສິດທິມະນຸດ ສປຊ (HĐNQ LHQ) ວັນທີ 26 ກຸມພາ ຢູ່ Geneva, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທງເຊີນ ໄດ້ມີການພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ອີຣານ Hossein Amir Abdollahian.
ຍສໝ - ທີ່ກອງປະຊຸມຫົວໜ້າຄະນະກິລານັກຮຽນ ອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 13, ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 26 ມັງກອນ, ຢູ່ນະຄອນ ດ່ານັ້ງ, ບັນດາຜູ້ແທນໄດ້ຮັບຟັງປະເທດເຈົ້າພາບ ຫວຽດນາມ ລາຍງານກ່ຽວກັບວຽກງານກະກຽມໃຫ້ແກ່ງານມະຫາກຳກິລາດັ່ງກ່າວຢູ່ ຫວຽດນາມ; ປຶກສາຫາລື ແລະ ຮັບຮອງເອົາກົດລະບຽບບັນດາປະເພດກິລາ; ສຳຫຼວດສະຖານທີ່ແຂ່ງຂັນ…
ຍສໝ - ໃນໄຕມາດທີ 3 ຂອງປີ 2023 ໂດຍບໍ່ຫົວຊາທ່າອ່ຽງຫຼຸດລົງໃນທົ່ວໂລກ, ແຕ່ບັນດາພື້ນຖານເສດຖະກິດອາຊີຕາເວັນອອກສ່ຽງໃຕ້ ຍັງມີລະດັບການເຕີບໂຕທີ່ແຕກຕ່າງກັນ. ມາເລເຊຍ, ຟີລິບປິນ, ສິງກະໂປ ແລະ ຫວຽດນາມ ເຕີບໂຕດີຂຶ້ນ, ໃນຂະນະທີ່ ອິນໂດເນເຊຍ ແລະ ໄທ ເຕີບໂຕຊ້າລົງ.
ຍສໝ - ທອັບ 10 ສະຖານທີ່ທ່ອງທ່ຽວເພື່ອຫຼີກລ່ຽງອາກາດຮ້ອນຢູ່ອາຊີ, ທອັບ 15 ນະຄອນທີ່ໄດ້ຮັບຄວາມນິຍົມທີ່ສຸດຢູ່ອາຊີ, ມໍລະດົກ UNESCO ທີ່ປະທັບໃຈທີ່ສຸດຢູ່ອາຊີຕາເວັນອອກສ່ຽງໃຕ້,... ຫວ່າງມໍ່ໆມານີ້, ຫວຽດນາມ ສືບຕໍ່ສ້າງຄວາມປະທັບໃຈໃນສາຍຕາຂອງເພື່ອນມິດສາກົນ, ສື່ມວນຊົນຕ່າງປະເທດໄດ້ຕີລາຄາສູງ. ສິ່ງດັ່ງກ່າວໄດ້ປະກອບສ່ວນເພີ່ມຄວາມດຶງດູດຂອງແຫຼ່ງທ່ອງທ່ຽວຂອງຫວຽດນາມ ໃນແຜນທີ່ທ່ອງທ່ຽວສາກົນ.
ຍສໝ - ຕອນຄ່ຳວັນທີ 16 ກໍລະກົດ, ຢູ່ໄທ, ບັນດານັກກິລາ: ຫງວຽນທິຮ່ວຽນ, ຫງວຽນທິຮັ່ງ, ຫງວຽນທິຫງອກ, ຮ່ວາງທິມິງແຮັ້ງ ໄດ້ສ້າງຜົນງານດີເດັ່ນໃຫ້ກິລາປະເພດແລ່ນ ແລະລານ ຫວຽດນາມ ເມື່ອຍາດໄດ້ຫຼຽນຄຳແລ່ນຕໍ່ກໍາລັງແຮງ 4x400 ແມັດຍິງໃນການແຂ່ງຂັນກິລາແລ່ນ ແລະລານຊີງແຊມອາຊີ 2023.
ຍສໝ - ໜັງສືພິມ Independent ຂອງອັງກິດ ໄດ້ຈັດອັນດັບຫວຽດນາມໃນບັນຊີລາຍຊື່ 7 ປະເທດທີ່ດີທີ່ສຸດ ເພື່ອໃຫ້ການໄປຢ້ຽມຢາມ ໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້.
ຍສໝ - ຕອນບ່າຍວັນທີ 1 ມີນາ, ຢູ່ສຳນັກງານກະຊວງການຕ່າງປະເທດ, ທ່ານລັດຖະມົນຕີການຕ່າງປະເທດ ບູຍແທັງເຊີນ ໄດ້ໃຫ້ການຕ້ອນຮັບທ່ານລັດຖະມົນຕີການຕ່າງປະເທດ ນອກແວ Erling Rimestad ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ.
ເຂົ້າຮ່ວມກອງປະຊຸມ AIPA ຄັ້ງ 43 ນີ້, ສະພາແຫ່ງຊາດ ຫວຽດນາມ ສືບຕໍ່ຍົກອອກຂໍ້ລິເລີ່ມເພື່ອຊຸກຍູ້ການຮ່ວມມືໃນ AIPA ແລະ ອາຊຽນ.
ທ່ານ ທານີ ແສງຣັດ ຖືວ່າ ກ່ຽວກັບທາງດ້ານເສດຖະກິດ, ການເມືອງ, ຍຸດທະສາດ, ຫວຽດນາມ ບໍ່ພຽງແຕ່ແມ່ນຄູ່ຄ້າສຳຄັນຂອງ ໄທ, ຂອງ ອາຊີຕາເວັນອອກສ່ຽງໃຕ້ ທະວີບເທົ່ານັ້ນ ຫາກຍັງຢູ່ພາກພື້ກ ອາຊີຕາເວັນອອກສ່ຽງໃຕ້ ອີກດ້ວຍ.
ຫວຽດນາມ ແມ່ນສະຖານທີ່ເຊິ່ງນັກທ່ອງທ່ຽວກຳປູເຈຍ ນິຍົມທີ່ສຸດຢູ່ອາຊີຕາເວັນອອກສ່ຽງໃຕ້ນັບແຕ່ປີ 2022 ມາຮອດປະຈຸບັນ. ສື່ເອເລັກໂຕນິກ Thmeythmey ວັນທີ 10 ກັນຍາ ໃຫ້ຮູ້ວ່າ ໃນເດືອນສິງຫາ ຜ່ານມາ, ຈຳນວນນັກທ່ອງທ່ຽວກຳປູເຈຍ ມາທ່ຽວຢູ່ຫວຽດນາມເພີ່ມຂຶ້ນ 205% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019, ກ່ອນໄລຍະແຜ່ລະບາດຂອງພະຍາດໂຄວິດ-19.
ຍສໝ - ຂໍ້ມູນຈາກ Momentum Works and startup ຊຳລະ Qlub ໃຫ້ຮູ້ວ່າ: ຫວຽດນາມ, ໄທ ແລະ ອິນໂດເນເຊຍ ແມ່ນສາມປະເທດທີ່ດື່ມຊານົມຫຼາຍທີ່ສຸດໃນອາຊີຕາເວັນອອກສ່ຽງໃຕ້.
ການສົນທະນາໂດຍມີການເຂົ້າຮ່ວມຂອງບັນດານັກບັນລະຍາຍເຊິ່ງແມ່ນນັກຊ່ຽວຊານທີ່ມີອິດທິພົນຊື່ສຽງມາຈາກ 14 ປະເທດ ແລະ ເຂດແຄ້ວນ; ຜູ້ຕາງໜ້າມາຈາກສະຫະປະຊາຊາດ, ເອກອັກຄະລັດຖະທູດ ແລະ ຜູ້ແທນສາກົນ 53 ທ່ານທີ່ມີໜ້າຢູ່ ຫວຽດນາມ.