ຫວຽດນາມ ກະກຽມໃຫ້ງານມະຫາກຳກິລານັກຮຽນອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 13

09:44 | 24/01/2024

ຍສໝ - ທີ່ກອງປະຊຸມຫົວໜ້າຄະນະກິລານັກຮຽນ ອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 13, ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 26 ມັງກອນ, ຢູ່ນະຄອນ ດ່ານັ້ງ, ບັນດາຜູ້ແທນໄດ້ຮັບຟັງປະເທດເຈົ້າພາບ ຫວຽດນາມ ລາຍງານກ່ຽວກັບວຽກງານກະກຽມໃຫ້ແກ່ງານມະຫາກຳກິລາດັ່ງກ່າວຢູ່ ຫວຽດນາມ; ປຶກສາຫາລື ແລະ ຮັບຮອງເອົາກົດລະບຽບບັນດາປະເພດກິລາ; ສຳຫຼວດສະຖານທີ່ແຂ່ງຂັນ…

ຫວຽດນາມ - ສະຖານທີ່ທ່ອງທ່ຽວພົ້ນເດັ່ນໃໝ່ຂອງອາຊີຕາເວັນອອກສ່ຽງໃຕ້ ຫວຽດນາມ - ສະຖານທີ່ທ່ອງທ່ຽວພົ້ນເດັ່ນໃໝ່ຂອງອາຊີຕາເວັນອອກສ່ຽງໃຕ້
ກິລາແລ່ນແລະລານຫວຽດນາມ ຍາດໄດ້ຫຼຽນຄຳຢູ່ ອາຊີຕາເວັນອອກສ່ຽງໃຕ້ ກິລາແລ່ນແລະລານຫວຽດນາມ ຍາດໄດ້ຫຼຽນຄຳຢູ່ ອາຊີຕາເວັນອອກສ່ຽງໃຕ້

ທີ່ກອງປະຊຸມຫົວໜ້າຄະນະກິລານັກຮຽນ ອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 13, ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 26 ມັງກອນ, ຢູ່ນະຄອນ ດ່ານັ້ງ, ບັນດາຜູ້ແທນໄດ້ຮັບຟັງປະເທດເຈົ້າພາບ ຫວຽດນາມ ລາຍງານກ່ຽວກັບວຽກງານກະກຽມໃຫ້ແກ່ງານມະຫາກຳກິລາດັ່ງກ່າວຢູ່ ຫວຽດນາມ; ປຶກສາຫາລື ແລະ ຮັບຮອງເອົາກົດລະບຽບບັນດາປະເພດກິລາ; ສຳຫຼວດສະຖານທີ່ແຂ່ງຂັນ…

ຫວຽດນາມ ກະກຽມໃຫ້ງານມະຫາກຳກິລານັກຮຽນອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 13

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງຮອງລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ໂງທິມິງ, ປະທານສະມາຄົມກິລານັກຮຽນ ຫວຽດນາມ, ໃຫ້ຮູ້ວ່າ, ເລື່ອງຈັດງານມະຫາກຳກິລາແມ່ນເພື່ອຊຸກຍູ້ນ້ຳໃຈຄວາມສາມັກຄີ, ມິດຕະພາບໃນລຸ້ນໜຸ່ມບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້, ຜ່ານການເຄື່ອນໄຫວແຂ່ງຂັນກິລາສະຫງວນໃຫ້ນັກຮຽນ. ດ້ວຍຄວາມຮັບຜິດຊອບຂອງປະເທດເຈົ້າພາບ, ກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ, ຄະນະຈັດຕັ້ງງານມະຫາກຳກິລາ, ສະມາຄົມກິລານັກຮຽນ ຫວຽດນາມ ໄດ້ສົມທົບກັນຢ່າງແໜ້ນແຟ້ນກັບບັນດາກະຊວງ, ຂະແໜງການ, ພ້ອມກັບຄະນະກຳມະການປະຊາຊົນນະຄອນ ດ່ານັ້ງ, ກະກຽມຫຼາຍວຽກງານເພື່ອຈັດງານມະຫາກຳກິລາໃຫ້ບັນລຸຜົນສຳເລັດ.

ງານມະຫາກຳກິລານັກຮຽນອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 13 ຈັດຂຶ້ນຢູ່ ຫວຽດນາມ ແຕ່ວັນທີ 31 ພຶດສະພາ ຫາວັນທີ 09 ມິຖຸນາ ດ້ວຍການເຂົ້າຮ່ວມຂອງ 10 ປະເທດ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.