ຫວຽດນາມ ນອນໃນ top ບັນດາປະເທດດີທີ່ສຸດເພື່ອໄປທ່ຽວ ຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້

07:40 | 27/05/2023

ຍສໝ - ໜັງ​ສື​ພິມ Independent ​ຂອງ​ອັງ​ກິດ ​ໄດ້​ຈັດ​ອັນ​ດັບ​ຫວຽດ​ນາມ​ໃນ​ບັນ​ຊີ​ລາຍ​ຊື່ 7 ປະ​ເທດ​ທີ່​ດີ​ທີ່​ສຸດ ເພື່ອໃຫ້ການ​ໄປ​ຢ້ຽມ​ຢາມ ໃນພາກພື້ນ ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້.

ລາວ ກະກຽມຈັດຕັ້ງເວທີປາໄສການທ່ອງທ່ຽວອາຊຽນ 2024 ລາວ ກະກຽມຈັດຕັ້ງເວທີປາໄສການທ່ອງທ່ຽວອາຊຽນ 2024
ສື່ມວນ​ຊົນ​ສາ​ກົນ​ໄດ້ຈັດ ຊາ​ປາ ​ນອນ​ໃນ​ກຸ່ມ 50 ເທດ​ສະ​ບານ​ນ້ອຍທີ່​ງາມ​ທີ່​ສຸດ​ໃນ​ໂລກ ສື່ມວນ​ຊົນ​ສາ​ກົນ​ໄດ້ຈັດ ຊາ​ປາ ​ນອນ​ໃນ​ກຸ່ມ 50 ເທດ​ສະ​ບານ​ນ້ອຍທີ່​ງາມ​ທີ່​ສຸດ​ໃນ​ໂລກ

ເດືອນ​ເມສາ ​ແລະ ​ເດືອນ​ກັນຍາ​ແມ່ນ​ເວລາ​ທີ່​ເໝາະ​ສົມ​ທີ່​ນັກ​ທ່ອງ​ທ່ຽວ​ ໄປ​ຢ້ຽມ​ຢາມ​ຫວຽດນາມ, ​ເມື່ອ “ຄວາມ​ຊຸ່ມ​ຊື່ນ ​ແລະ ອຸນຫະພູມ​ຕ່ຳ​ກວ່າ​ລະດູ​ຮ້ອນ”, ບົດ​ຂຽນ​ໄດ້​ແບ່ງປັນ.

ນອກຈາກນັ້ນ, ໜັງ​ສື​ພິມ Independent ສະເໜີໃຫ້ນັກທ່ອງທ່ຽວຄວນໄປທ່ຽວຊົມ ໂຮ້ຍອານ ເຊິ່ງເປັນເມືອງບູຮານທີ່ໄດ້ຮັບການຮັກສາໄວ້ຢ່າງດີ, ມີລຳຄອງ ແລະ ມີວັດເກົ່າແກ່ຫຼາຍຮ້ອຍປີ ໃກ້ໆກັບຕຶກອາຄານທີ່ມີສະຖາປັດຕະຍະກຳຂອງຝຣັ່ງຍັງຄົງຢູ່.

ຫວຽດນາມ ນອນໃນ top ບັນດາປະເທດດີທີ່ສຸດເພື່ອໄປທ່ຽວ ຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້

ຫວຽດນາມ ນອນໃນ top ບັນດາປະເທດດີທີ່ສຸດເພື່ອໄປທ່ຽວ ຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້

ບັນດາສະຖານທີ່ຢ້ຽມຢາມທຳມະຊາດອື່ນໆທີ່ເປັນໜ້າແວ່ຢ້ຽມຢາມຢູ່ ຫວຽດນາມ ຍັງມີ ເຊີນດ່ອງ, ເຊິ່ງແມ່ນຖ້ຳໃຫຍ່ທີ່ສຸດໃນໂລກ, ຢູ່ແຂວງ ກວາງບິ່ງ, ຫງູແຮ່ງເຊີນ, ຢູ່ ດ່ານັ້ງ ແລະ ດອນຊາຍຢູ່ ມຸຍແນ (ແຂວງ ບິ່ງທ້ວນ).

ນອກນັ້ນ, Tripadvisor ກໍ່ໄດ້ຈັດ Premier Village Danang Resort – Resort ຢູ່ ດ່ານັ້ງ ນອນໃນ top 10 ໂຮມແຮມທີ່ສະຫງວນໃຫ້ແກ່ຄອບຄົວເປັນມິດທີ່ສຸດຢູ່ ອາຊີ ປີ 2023.

ສ່ວນຕາມກົມສະຖິຕິ ອົດສະຕາລີ ແລ້ວ, ມີແຂກທ່ອງທ່ຽວ ອົດສະຕາລີເກືອບ 82.000 ເທື່ອຄົນໄດ້ໄປທ່ອງທ່ຽວຢູ່ ຫວຽດນາມ ໃນໄຕມາດທີ 1 ປີ 2023, ເພີ່ມຂຶ້ນ 14,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.