ນອກແວ ຖືຫວຽດນາມແມ່ນຄູ່ຮ່ວມມືບຸລິມະສິດ ຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້

08:32 | 06/03/2023

ຍສໝ - ຕອນ​ບ່າຍ​ວັນ​ທີ 1 ມີນາ, ຢູ່​ສຳນັກງານ​ກະຊວງ​ການ​ຕ່າງປະ​ເທດ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ບູຍແທັງເຊີນ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ​ນອກ​ແວ Erling Rimestad ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ ແລະ ເຮັດວຽກຢູ່​ຫວຽດນາມ.

ຫວຽດນາມ ແມ່ນສະຖານທີ່ເຊິ່ງນັກທ່ອງທ່ຽວກຳປູເຈຍ ນິຍົມທີ່ສຸດຢູ່ອາຊີຕາເວັນອອກສ່ຽງໃຕ້ ຫວຽດນາມ ແມ່ນສະຖານທີ່ເຊິ່ງນັກທ່ອງທ່ຽວກຳປູເຈຍ ນິຍົມທີ່ສຸດຢູ່ອາຊີຕາເວັນອອກສ່ຽງໃຕ້
ຊຸກຍູ້ການຮ່ວມມືຫວຽດນາມ - ນອກແວ ຊຸກຍູ້ການຮ່ວມມືຫວຽດນາມ - ນອກແວ

ທີ່​ການ​ພົບ​ປະ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ບູຍແທັງເຊີນ ​ໄດ້​ໃຫ້ການ​ຕ້ອນຮັບ​ການ​ເຂົ້າຢ້ຽມຢາມ ​ຂອງ​ທ່ານ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ນອກ​ແວ; ຢືນຢັນ​ວ່າ ຫວຽດນາມ ຖື​ເປັນ​ສຳຄັນ​ການ​ຮ່ວມ​ມື​ທີ່ເປັນມູນເຊື້ອ​ກັບ ນອກ​ແວ ​ແລະ ສະແດງຄວາມຊົມຊື່ນ​ວ່າ 2 ຝ່າຍ​ໄດ້​ພັດທະນາ​ການ​ພົວພັນ​ອັນ​ດີງາມ​ໃນ​ຫຼາຍ​ຂົງ​ເຂດ, ທັງ​ໃນຂົງເຂດສອງ​ຝ່າຍ ​ແລະ ຫຼາຍ​ຝ່າຍ.

ໂດຍຕີ​ລາຄາ​ວ່າ ຫວຽດນາມ ​ແລະ ນອກ​ແວ ມີ​ຄວາມ​ສາມາດ​ບົ່ມ​ຊ້ອນຫຼາຍຢ່າງ ​ໃນ​ການ​ຮ່ວມ​ມື​ໃນ​ໄລຍະ​ຈະ​ມາ​ເຖິງ, ທ່ານ​ລັດຖະມົນຕີ ບູຍແທັງເຊີນ ສະເໜີໃຫ້ສອງ​ກະຊວງ​ການ​ຕ່າງປະ​ເທດ​ ສືບ​ຕໍ່​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ, ຊຸກຍູ້​ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ທຸກ​ຂັ້ນ; ຊຸກຍູ້​ວິວັດການ​ເຈລະຈາ​ສັນຍາ​ການ​ຄ້າ​ເສລີ (FTA) ລະຫວ່າງ​ຫວຽດນາມ ​ແລະ ກຸ່ມ EFTA (ປະກອບມີ 4 ປະ​ເທດ ​ໄອ​ແລນ, ເລັກເຕນສະເຕນ, ນອກ​ແວ, ສະ​ວິດ).

ນອກແວ ຖືຫວຽດນາມແມ່ນຄູ່ຮ່ວມມືບຸລິມະສິດ ຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້
ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ບູຍແທັງເຊີນ ​ໄດ້​ໃຫ້ການ​ຕ້ອນຮັບ​ການ​ເຂົ້າຢ້ຽມພົບປະຂອງ​ທ່ານ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ນອກ​ແວ

ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ​ນອກ​ແວ Erling Rimestad ​ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ທີ່​ມາ​ຢ້ຽມຢາມ​ຫວຽດນາມ, ​ໃນ​ສະພາບ​ການ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີງາມ​ລະຫວ່າງ​ສອງ​ປະ​ເທດ; ຢືນຢັນ​ວ່າ ນອກ​ແວ ຖື ຫວຽດນາມ ​ແມ່ນ​ຄູ່​ຮ່ວມ​ມືບຸລິມະສິດ​ ຢູ່​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ແລະ ປາດ​ຖະໜາ​ຢາກ​ຮັດ​ແໜ້ນ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ ​ໃຫ້​ແໜ້ນ​ແຟ້ນກ່ວາ​ອີກ.

ບົນພື້ນຖານການພົວພັນອັນດີງາມໃນປະຈຸບັນ, ທ່ານລັດຖະມົນຕີການຕ່າງປະເທດ Erling Rimestad ສະແດງຄວາມເຫັນດີເປັນເອກະພາບ ຈະສືບຕໍ່ຊຸກຍູ້ການພົວພັນດ້ານການເມືອງ ແລະ ແລກປ່ຽນຄະນະຜູ້ແທນທຸກຂັ້ນ; ພະຍາຍາມ​ເຈລະຈາ​ບົນ​ຈິດ​ໃຈທີ່ມີໄຫວພິບ ​ແລະ ຕ່າງຝ່າຍຕ່າງມີ​ຜົນ​ປະ​ໂຫຍ​ດ​ເພື່ອ​ສາມາດ​ລົງ​ນາມ​ໃນ​ສັນຍາ EFTA; ​ເປີດ​ກວ້າງ​ການ​ຮ່ວມ​ມື​ກັບ​ບັນດາ​ຂົງ​ເຂດ​ທີ່​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ ​ແລະ ຕ່າງຝ່າຍຕ່າງມີຄວາມ​ສົນ​ໃຈ​​ກ່ຽວ​ກັບ​ມະຫາ​ສະໝຸດ, ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ການ​ຫັນປ່ຽນ​ດ້ານ​ພະລັງງານ ​ແລະ ​ເສດຖະກິດ​ສີຂຽວ, ພິ​ເສດ​ແມ່ນ​ໃນ​ສະພາບ​ທີ່ 2 ປະ​ເທດ​ໄດ້​ເຂົ້າ​ຮ່ວມ​ສັນຍາ​ຄູ່​ຮ່ວມ​ມື​ການ​ຫັນປ່ຽນ​ດ້ານ​ພະລັງງານ​ຢ່າງສະ​ເໝີ​ພາບ (JETP).

2 ຝ່າຍ​ເຫັນ​ດີ​ສືບ​ຕໍ່​ຊຸກຍູ້​ການ​ຮ່ວມ​ມື ​ແລະ ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນ​ຢູ່​ບັນດາ​ເວທີ​ປາ​ໄສ​ຫຼາຍ​ຝ່າຍ, ພິ​ເສດ​ແມ່ນ​ຢູ່​ກົນ​ໄກ​ສະຫະ​ປະຊາ​ຊາດ ກໍ່​ຄື ​ໃນ​ຂອບ​ການ​ຮ່ວມ​ມື​ລະຫວ່າງ ອາ​ຊຽນ ​ແລະ ນອກ​ແວ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.