ຍສໝ - ວັນທີ 13 ສິງຫາ, ສະຫະພັນບັນດາອົງການມິດຕະພາບນະຄອນ ໂຮ່ຈີມິງ ສົມທົບກັບສະມາຄົມມິດຕະພາບ ຫວຽດນາມ - ອິນເດຍ ນະຄອນ ໂຮ່ຈີມິງ ໄດ້ຈັດຕັ້ງກອງປະຊຸມສະເຫຼີມສະຫຼອງ 79 ປີແຫ່ງວັນເອກະລາດອິນເດຍ (15 ສິງຫາ 1947 – 15 ສິງຫາ 2025). ເຫດການດັ່ງກ່າວໄດ້ດຳເນີນໄປດ້ວຍບັນຍາກາດຟົດຟື້ນ, ປະກອບສ່ວນເພີ່ມທະວີຄວາມເຂົ້າອົກເຂົ້າໃຈ, ຮັດແໜ້ນຄວາມສາມັກຄີ ແລະ ເປີດກາລະໂອກາດຫຼາຍຢ່າງໃຫ້ແກ່ການຮ່ວມມືລະຫວ່າງປະຊາຊົນສອງປະເທດ.
ຍສໝ - ບັກນິງ ໄດ້ຈັດຕັ້ງການເຄື່ອນໄຫວວັດທະນະທຳ, ສິລະປະສະເຫຼີມສະຫຼອງ 80 ປີແຫ່ງວັນການປະຕິວັດເດືອນສິງຫາ ແລະ ວັນຊາດ 2 ກັນຍາ, ເພື່ອແນໃສ່ເຜີຍແຜ່ບັນດາຄຸນຄ່າປະຫວັດສາດ, ວັດທະນະທຳ, ຈິດໃຈສາມັກຄີແຫ່ງຊາດເຖິງປະຊາຊົນ ແລະ ເພື່ອນມິດສາກົນ.
ຍສໝ - ອີງຕາມຂໍ້ມູນການຈອງປີ້ໃນເວທີການທ່ອງທ່ຽວເຕັກນິກຕົວເລກ Agoda, ຫວຽດນາມ ໄດ້ຂຶ້ນເປັນອັນດັບ 3 ໃນ top 5 ປະເທດອາຊີທີ່ມີຈຳນວນນັກທ່ອງທ່ຽວສາກົນທີ່ກັບຄືນມາຫຼາຍທີ່ສຸດ, ພຽງແຕ່ຖັດຈາກຍີ່ປຸ່ນ ແລະ ໄທ. ພິເສດ, ເບ້ນແຈ່ ໄດ້ຄັດເລືອກເອົາເປັນຈຸດໝາຍປາຍທາງທີ່ດຶງດູດຢູ່ແຄມແມ່ນ້ຳໃນອາຊີ.
ຍສໝ - ນັບແຕ່ວັນທີ 26-27 ກໍລະກົດ, ຢູ່ນະຄອນ ໂຮ່ຈີມິນ ຈະດຳເນີນ “ງານບຸນວັດທະນະທຳມິດຕະພາບ ຫວຽດນາມ - ສ.ເກົາຫຼີ 2025” ດ້ວຍການເຄື່ອນໄຫວວັດທະນະທຳ ແລະ ບັນເທີງຫຼາຍຢ່າງ.
ຍສໝ - ແຕ່ວັນທີ 22-24 ກໍລະກົດ, ສັບປະດາຮູບເງົາຫວຽດນາມ 2025 ຈະຈັດຂຶ້ນຢູ່ນະຄອນຫຼວງ Colombo, ສີລັງກາ. ນີ້ແມ່ນການເຄື່ອນໄຫວທີ່ມີຄວາມໝາຍ, ປະກອບສ່ວນເຮັດໃຫ້ສາຍພົວພັນມິດຕະພາບລະຫວ່າງ ຫວຽດນາມ ແລະ ສີລັງກາ ເລິກເຊິ່ງກ່ວາອີກ ໃນໂອກາດສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ 2 ປະເທດ (21 ກໍລະກົດ 1970 – 21 ກໍລະກົດ 2025). ທ່ານນາງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສີລັງກາ ຈິ້ງທິເຕີມ ເນັ້ນໜັກວ່າ ສັບປະດາຮູບເງົາ ແມ່ນໂອກາດເພື່ອແນະນຳວັດທະນະທຳ, ປະຊາຊົນ ແລະ ໂຮງຮູບເງົາຫວຽດນາມ ພວມພັດທະນາຢ່າງວ່ອງໄວເຖິງປະຊາຊົນ ສີລັງກາ ແລະ ເພື່ອນມິດສາກົນ.
ເຫດການ “ຊຸດອາພອນຫວຽດນາມ ຍ່າງຢູ່ ລອນດອນ” ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ຢູ່ໃຈກາງນະຄອນຫຼວງຂອງອັງກິດ, ໄດ້ດຶງດູດຄວາມສົນໃຈຂອງປະຊາຊົນ ແລະ ນັກທ່ອງທ່ຽວເປັນຈຳນວນຫຼວງຫຼາຍ. ຊຸດອາພອນພື້ນເມືອງນັບແຕ່ເສື້ອວຽນຫຼິ້ງ, ເສື້ອຢາວຫຼິ້ງ, ເສື້ອເຕີກ, ເຍິດບິງ, ຫງູເຕີນ, ຊຸດເສື້ອຍາວ, ເສື້ອຢ້ຽມ… ເຖິງບັນດາອອກແບບປ່ຽນໃໝ່ນະທີ່ທັນສະໄໝໄດ້ຍ່າງຢູ່ຕາມຖະໜົນລອນດອນ.
ຍສໝ- ວັນທີ 5 ກໍລະກົດ, ໃນຂອບເຂດຂອງງານບຸນຖະໜົນ Festival Streets Happy 2025 - ເຫດການປະຈໍາປີທີ່ຟົດຟື້ນຢູ່ ລອນດອນ ໄດ້ໂຮມສຸມ 20 ປະຊາຄົມສາກົນທີ່ອາໄສຢູ່ລາຊະອານາຈັກ ອັງກິດ - ຄະນະສິລະປະຂອງສະມາຄົມແມ່ຍິງ ແລະ ເດັກນ້ອຍຫວຽດນາມ ຢູ່ ອັງກິດ ເຂົ້າຮ່ວມເປັນຄັ້ງທຳອິດ ແລະ ໄດ້ນໍາເອົາລາຍການສະແດງທີ່ເປັນເອກະລັກສະເພາະ, ອາລົມຈິດ, ສ້າງຄວາມປະທັບໃຈຢ່າງເລິກເຊິ່ງໃນໃຈຜູ້ຊົມ.
ຍສໝ - ລາຍການສະແດງສິລະປະໄດ້ຢັ້ງຢືນບົດບາດ, ທີ່ຕັ້ງ, ຂອບຂະໜາດໃໝ່ຂອງ ກວາງນິງ ໃນວິວັດທະນາການພັດທະນາຢ່າງວ່ອງໄວ, ຍືນຍົງ, ຮອບດ້ານ.
ຍສໝ - ທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi ເນັ້ນໜັກວ່າ: ຂໍ້ລິເລີ່ມແບ່ງປັນພະທາດຂອງພຣະພຸດທະເຈົ້າກັບ ຫວຽດນາມ ໄດ້ສ້າງປະກົດການວັດທະນະທຳ ແລະ ຈິດໃຈ, ດ້ວຍຈຳນວນຜູ້ໄປນະມັດສະການພະທາດ 15 ລ້ານກວ່າເທື່ອຄົນຢູ່ 9 ແຫ່ງຕ່າງກັນໃນທົ່ວປະເທດ ຫວຽດນາມ.
ຍສໝ - ວັນທີ 22 ມິຖຸນານີ້, ຢູ່ສະໜາມຫຼວງຫໍບູຮານ Warsaw ໄດ້ໄຂຂຶ້ນງານບຸນວັດທະນະທຳຫວຽດນາມຄັ້ງທີ 3 ຢູ່ປະເທດໂປແລນ, ເປັນຂີດໝາຍເປີດສັບປະດາວັດທະນະທຳ - ການທ່ອງທ່ຽວຫວຽດນາມຢູ່ປະເທດກາງເອີລົບ ນີ້. ເຫດການໄດ້ດຶງດູດຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ຊາວປະຈຳຖິ່ນ ແລະ ນັກທ່ອງທ່ຽວສາກົນເປັນຈຳນວນຫຼວງຫຼາຍ, ໄດ້ນຳເອົາພື້ນທີ່ສິລະປະທີ່ເຂັ້ມໄປດ້ວຍສີສັນ ແລະ ສານມິດຕະພາບລະຫວ່າງສອງປະເທດຢ່າງເລີກເຊິ່ງ.
ຍສໝ - ວັນທີ 15 ມິຖຸນາ, ຢູ່ເຂດທ່ອງທ່ຽວວັດທະນະທໍາ ຊວຍຕ໋ຽນ (ນະຄອນໂຮ່ຈີມິນ), ສະຫະພັນບັນດາອົງການມິດຕະພາບນະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງໂຄງການພົບປະແລກປ່ຽນວັດທະນະທຳ - ມິດຕະພາບ 2025.
ຍສໝ - ວັນທີ 14 ມິຖຸນາ, ສະຖານທູດຫວຽດນາມ ປະຈໍາ ບຸນກາຣີ ໄດ້ເຂົ້າຮ່ວມ ງານບຸນອາຊີ (Asian Festival) ດ້ວຍບູດວາງສະແດງແນະນຳວັດທະນະທໍາ, ທ່ອງທ່ຽວ, ອາຫານພື້ນເມືອງ ແລະເຄື່ອງຫັດຖະກໍາຫວຽດນາມ ຢູ່ ສວນສາທາລະນະທາງໃຕ້, Sofia, Bulgaria.
ຍສໝ - ເປັນຄັ້ງທຳອິດ, ບັນດາຜະລິດຕະພັນອາຫານທະເລຂອງຫວຽດນາມ ໄດ້ຮັບການແນະນຳຢ່າງກ້ວາງຂວາງຕໍ່ໝູ່ປະຊາຊົນສາທາລະນະລັດ ເຊັກໂກ ໃນຂອບເຂດງານບຸນວັດທະນະທຳອາຫານ Prague 2025 - ເປັນເຫດການພົບປະແລກປ່ຽນສາກົນຂະໜາດໃຫຍ່, ດຶງດູດນັກທ່ອງທ່ຽວກ່ວາ 20.000 ເທື່ອຄົນ. ດ້ວຍ 5 ຮ້ານວາງສະແດງຢູ່ສະໜາມຫຼວງ Victory, ຫວຽດນາມ ໄດ້ເຜີຍແຜ່ພາບພົດຂອງປະເທດດ້ວຍບັນດາເຍື່ອງອາຫານ, ຜະລິດຕະພັນກະເສດ ແລະ ບັນດາຜະລິດຕະພັນວັດທະນະທຳພື້ນເມືອງ, ປະກອບສ່ວນຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ເຊັກໂກ.
ຍສໝ - ວັນທີ 31 ພຶດສະພານີ້, ສະຖານທູດຫວຽດນາມ ປະຈຳ ບຣາຊິນ ໄດ້ເຂົ້າຮ່ວມງານຕະຫຼາດນັດສາກົນ ອາຫານ - ວັດທະນະທຳ2025, ແມ່ນເຫດການປະຈຳປີຂອງຄະນະປະຕິບັດງານການທູດ ໄດ້ຈັດຕັ້ງຢູ່ຫໍພິພິທະພັນສິລະປະ Brasília.
ຍສໝ - ໃນລະຫວ່າງວັນທີ 18 – 21 ເມສາ, ນັກຮຽນ, ອາຈານ ເກືອບ 5.000 ຄົນຢູ່ 13 ໂຮງຮຽນຂອງແຂວງ ຮ່ວາບິງ, ຕວຽນກວາງ ແລະ ຮ່າຢາງ ໄດ້ເຂົ້າຮ່ວມງານມະໂຫລານການອ່ານ, ເປັນການເຄື່ອນໄຫວໂດຍອົງການGood Neighbors International (GNI) ຈັດຕັ້ງ, ເພື່ອເຜີຍແຜ່ວັດທະນະທໍາການອ່ານ ແລະ ຕອບສະໜອງວັນບຸນປື້ມ ແລະ ວັດທະນະທໍາການອ່ານຫວຽດນາມ (21 ເມສາ).
ຍສໝ - ໃນລະຫວ່າງວັນທີ 15 ເມສາ ຫາວັນທີ 2 ພຶດສະພາ ຢູ່ນະຄອນ ຟູ໋ກວກ (ແຂວງ ກຽນຢາງ), ຫໍສະໝຸດທະຫານເຮືອເຂດ 5 ໄດ້ຈັດຕັ້ງງານວາງສະແດງ, ວາງສະແດງ ແລະ ແນະນຳປຶ້ມ ດ້ວຍຫົວຂໍ້ “ພ້ອມກັບປື້ມກ້າວເຂົ້າສູ່ຍຸກພັດທະນາປະເທດຊາດ”. ການເຄື່ອນໄຫວແມ່ນເພື່ອຕອບສະໜອງວັນປື້ມ ແລະ ວັດທະນະທຳການອ່ານ ຫວຽດນາມ ຄັ້ງທີ 4, ພ້ອມກັນນັ້ນກໍ່ສະເຫຼີມສະຫຼອງວັນບຸນສຳຄັນຂອງປະເທດ ແລະ ທະຫານເຮືອ.
ຍສໝ - ວັນທີ 14 ເມສາ, ຢູ່ມະຫາວິທະຍາໄລການເງິນພາຍໃຕ້ລັດຖະບານສະຫະພັນລັດເຊຍ ໄດ້ເກີດຂຶ້ນລາຍການສິລະປະທີ່ມີຊື່ວ່າ “ຈິດໃຈຫວຽດນາມ ໃນຫົວໃຈລັດເຊຍ: ພື້ນເມືອງອັນເລິກເຊິ່ງ”, ໄດ້ນັກສຶກສາຫວຽດນາມ ແລະ ລັດເຊຍສົມທົບກັນຈັດຕັ້ງ ແລະ ສະແດງ.
ຍສໝ - ວັນທີ 12 ເມສາ, ຢູ່ສູນຈັດຕັ້ງເຫດການ Berlin (ເຢຍລະມັນ) ໄດ້ດຳເນີນລາຍການສິລະປະທີ່ດີເດັ່ນ “ວັດທະນະທຳຫວຽດນາມ - ສິ່ງຍອດຢ້ຽມມໍລະດົກ ກິ່ງບັກ” ຂອງໂຮງລະຄອນເພງພື້ນເມືອງ ກວານຮໍ່ ບັກນິງ.
ຍສໝ - ງານບຸນວັດທະນະທຳ ຫວຽດນາມ ປີ 2025 ຢູ່ Osaka ບໍ່ພຽງແຕ່ແມ່ນໂອກາດເພື່ອປົກປັກຮັກສາ ແລະ ເຜີຍແຜ່ວັດທະນະທຳ ຫວຽດນາມ ເທົ່ານັ້ນ, ຫາກຍັງແມ່ນຂົວເຊື່ອມຕໍ່ເພື່ອນຳພາບພົດປະເທດຊາດ ແລະ ປະຊາຊົນ ຫວຽດນາມ ເຂົ້າໃກ້ເພື່ອນມິດ ຍີ່ປຸ່ນ ກ່ວາອີກ.
ຍສໝ - ເມື່ອບໍ່ດົນມານີ້, ກົງສຸນໃຫຍ່ຫວຽດນາມ ປະຈໍາ Ekaterinburg ສົມທົບກັບອຳນາດການປົກຄອງແຂວງ Tyumen (ສະຫະພັນລັດເຊຍ) ໄດ້ຈັດຕັ້ງເຫດການ “ວັນວັດທະນະທໍາຫວຽດນາມ ຢູ່ Tyumen” ເປັນຄັ້ງທຳອິດຢູ່ຫໍສາກົນ - ສູນປະຊຸມຂອງສວນເຕັກໂນໂລຢີ Tuymen. ນີ້ແມ່ນຂີດໝາຍສຳຄັນໃນການເຄື່ອນໄຫວໂຄສະນາວັດທະນະທຳຫວຽດນາມ ຢູ່ລັດເຊຍ.