Chiều 6/4, theo đề nghị của phía Malaysia, Thủ tướng Phạm Minh Chính đã có cuộc điện đàm với Thủ tướng Malaysia Anwar Ibrahim để trao đổi về tình hình quan hệ song phương và đánh giá về một số vấn đề khu vực, quốc tế mới nổi gần đây.
ຍສໝ - ວັນທີ 6 ເມສາ, ຕາມຄຳຮຽກຮ້ອງຂອງຝ່າຍມາເລເຊຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໂທລະສັບກັບທ່ານນາຍົກລັດຖະມົນຕີ ມາເລເຊຍ Anwar Ibrahim ເພື່ອປຶກສາຫາລືກ່ຽວກັບການພົວພັນລະຫວ່າງສອງປະເທດ ແລະ ຕີລາຄາບັນດາບັນຫາພາກພື້ນ ແລະ ສາກົນທີ່ພົ້ນເດັ່ນໃນໄລຍະມໍ່ໆມານີ້.
ຍສໝ - ແຕ່ວັນທີ 8-10 ກຸມພາ, ທ່ານ ນາງ ເລທິທູຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ, ຫົວໜ້າຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ໄດ້ມີການໄປຢ້ຽມຢາມປະຕິບັດງານຢູ່ ມາເລເຊຍ. ທີ່ການເຮັດວຽກກັບສະຖານທູດຫວຽດນາມ ປະຈຳມາເລເຊຍ, ທ່ານນາງ ເລທິທູຮັ່ງ ໄດ້ຕີລາຄາສູງວຽກງານອະນຸລັກຮັກສາພາສາຫວຽດນາມ, ຈິດໃຈສິດສອນຂອງຄູອາຈານ ແລະ ການຮຽນຂອງນັກຮຽນຢູ່ ມາເລເຊຍ.
ເນື່ອງໃນໂອກາດທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ແລະພັນລະຍາຈະຢ້ຽມຢາມມາເລເຊຍ, ທ່ານນາງ Cik Aida Safura Niza Othman ຮອງເອກອັກຄະລັດຖະທູດມາເລເຊຍ ປະຈໍາ ຫວຽດນາມໄດ້ແບ່ງປັນກັບສື່ມວນຊົນກ່ຽວກັບຄວາມໝາຍ ແລະແງ່ຫວັງຂອງການຢ້ຽມຢາມ.
ຍສໝ - ສະຫາຍ ເລຮວ່າຍຈູງ ໃຫ້ຮູ້ວ່າ ການຢ້ຽມຢາມມາເລເຊຍ ຢ່າງເປັນທາງການຂອງທ່ານເລຂາທິການໃຫຍ່ ໂຕເລິມ ພ້ອມດ້ວຍພັນລະຍາ ແມ່ນມີຄວາມໝາຍສຳຄັນທີ່ສຸດ, ເພື່ອແນໃສ່ສືບຕໍ່ຜັນຂະຫຍາຍແນວທາງການພົວພັນຕ່າງປະເທດຂອງກອງປະຊຸມໃຫຍ່ ຄັ້ງທີ 13 ຂອງພັກ, ໃນນັ້ນໃຫ້ບຸລິມະສິດພັດທະນາການພົວພັນກັບບັນດາປະເທດບ້ານໃກ້ເຮືອນຄຽງ ແລະອາຊຽນ.
ທ່ານປະທານສະພາຕ່ຳ ມາເລເຊຍ ແລະ ພັນລະຍາໄດ້ໄປຢ້ຽມຢາມຮ່ອງຮອຍແຫ່ງຊາດພິເສດ ວັນໝຽວ - ກວກຕຶ້ຢ໋າມ
ຍສໝ - ຕອນຄ່ຳວັນທີ 23 ສິງຫາ, ສະມາຄົມມິດຕະພາບ ມາເລເຊຍ - ຫວຽດນາມ (MVFA) ແລະ ມະຫາວິທະຍາໄລ Malaya ໄດ້ຈັດຕັ້ງງານລາຕີພົບປະແລກປ່ຽນວັດທະນະທຳເພື່ອເຊື່ອມຕໍ່ນ້ຳໃຈມິດຕະພາບ. ເຫດການດັ່ງກ່າວ ໄດ້ດຶງດູດ ຊາວຫວຽດນາມ ຢູ່ມາເລເຊຍ, ຄູອາຈານ ແລະ ນັກສຶກສາຂອງໂຮງຮຽນເຂົ້າຮ່ວມນັບຮ້ອຍຄົນ.
ຍສໝ - ວັນທີ 9 ສິງຫາ, ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ມາເລເຊຍ, ທ່ານ ຫງວຽນຄັກດິ້ງ ກໍາມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ ຫວຽດນາມ ໄດ້ພົບປະກັບ ທ່ານປະທານສະພາຕ່ຳ ມາເລເຊຍ Tan Sri Dato' Johari Bin Abdul ແລະ ໂອ້ລົມເຈລະຈາກັບ ທ່ານຮອງປະທານສະພາສູງ ມາເລເຊຍ Datuk Nur Jazlan bin Tan Sri Mohamed ທີ່ສໍານັກງານລັດຖະສະພາ ມາເລເຊຍ.
ຫວ່າງແລ້ວນີ້, ກະຊວງການລົງທຶນ, ການຄ້າ ແລະ ອຸດສາຫະກຳຂອງມາເລເຊຍ (MITI) ໄດ້ອອກຖະແຫຼງຂ່າວ ໂດຍລະບຸວ່າ: ມາເລເຊຍຮັບປະກັນມູນຄ່າສິນຄ້າສົ່ງອອກໄປທີ່ຕະຫຼາດຫວຽດນາມ ບັນລຸ 3,3 ຕື້ RM (ປະມານ 717 ລ້ານ USD) ລວມມີ ສິນຄ້າເຄື່ອງໄຟຟ້າ ແລະ ເອເລັກໂຕຼນິກ (E&E), ນ້ຳມັນປາມ, ສານເຄມີ ແລະ ປິໂຕເຄມີ, ທາດເຫຼັກ ແລະ ເຫລັກກ້າ, ອາຫານ ແລະ ເຄື່ອງດື່ມ.
ຍສໝ - ເອກອັກຄະລັດຖະທູດ ລາວ ແລະ ມາເລເຊຍ ປະຈໍາ ຫວຽດນາມ ມີຄວາມປະທັບໃຈກັບທິວທັດທຳມະຊາດທີ່ສວຍງາມ, ນ້ຳໃຈ, ປະຊາຊົນມີຄວາມດຸໝັ່ນທຳມາຫາກິນ ແລະ ອາຫານການກິນທີ່ສວຍລະອຽດອ່ອນ, ເປັນເອກະລັກສະເພາະຂອງປະເທດທີ່ມີຮູບຊົງ S.
ຍສໝ - ນີ້ແມ່ນຂໍ້ສັງເກດຂອງ ກົງສູນໃຫຍ່ມາເລເຊຍຄົນໃໝ່ປະຈຳນະຄອນໂຮ່ຈິມິນ, ທ່ານ Firdauz Bin Othman ໃນການຢ້ຽມຢາມນະຄອນ ດ່ານັ້ງ ໃນຕອນເຊົ້າວັນທີ 4 ທັນວາ.
ຍສໝ - ບົດບັນທຶກຊ່ວຍຈຳກໍານົດທິດການຮ່ວມມືດ້ານປ້ອງກັນປະເທດໃນໄລຍະຈະມາເຖິງ, ສຸມໃສ່ເຂົ້າໃນບັນດາຂົງເຂດຄື: ເພີ່ມທະວີການພົບປະ, ແລກປ່ຽນຄະນະຜູ້ແທນ, ສ້າງຕັ້ງກົນໄກປຶກສາຫາລື-ສົນທະນາໂດຍໄວ; ເພີ່ມທະວີການຮ່ວມມືລະຫວ່າງບັນດາເຫຼົ່າທັບ, ເຫຼົ່າຮົບ; ຊຸກຍູ້ການຮ່ວມມືໃນຂົງເຂດທີ່ສອງຝ່າຍມີທ່າແຮງ ແລະ ມີຄວາມຕ້ອງການຄື: ການບໍາລຸງສ້າງ, ອຸດສາຫະກຳດ້ານປ້ອງກັນຊາດ, ພະລາທິການ, ການແພດທະຫານ, ກູ້ຊີບ, ກູ້ໄພ...; ປຶກສາຫາລື ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສຄວາມໝັ້ນຄົງພາກພື້ນ ແລະ ສາກົນຢ່າງຕັ້ງໜ້າ.
ຍສໝ - ສອງຝ່າຍພ້ອມກັນຢັ້ງຢືນວ່າ ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນທີ່ບັນດາເວທີປາໄສພາກພື້ນ ແລະສາກົນ ຄື ສປຊ ແລະ APEC...; ມານະພະຍາຍາມຮັກສາກຸ່ມສາມັກຄີ ແລະບົດບາດໃຈກາງຂອງອາຊຽນ, ປະກອບສ່ວນກໍ່ສ້າງປະຊາຄົມອາຊຽນ ພັດທະນາຢ່າງໝັ້ນຄົງເຂັ້ມແຂງ, ສາມັກຄີ ແລະສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ສະໜັບສະໜູນ ລາວ ປະຕິບັດສໍາເລັດປີດຳລົງຕຳແໜ່ງປະທານອາຊຽນ 2024.
ຍສໝ - ຫວຽດນາມ ແມ່ນສະມາຊິກທີ່ຕັ້ງໜ້າຂອງຫຼາຍເວທີປາໄສຫຼາຍຝ່າຍ ແລະ ພາກພື້ນຄື ອາຊຽນ, APEC ແລະ WTO
ຍສໝ - ຜ່ານການລົງນາມໃນບົດບັນທຶກຊ່ວຍຈຳກັບຫົວໜ່ວຍຈັດຕັ້ງກອງປະຊຸມ ເເລະ ງານວາງສະແດງການຄ້າສົ່ງອອກ ມາເລເຊຍ ອາຊຽນ, ສະມາຄົມມິດຕະພາບ ມາເລເຊຍ - ຫວຽດນາມ ໄດ້ປະກອບສ່ວນຊຸກຍູ້ການຮ່ວມມືລະຫວ່າງ ຫວຽດນາມ ແລະ ມາເລເຊຍ ໃນຂົງເຂດວັດທະນະທຳ, ການທ່ອງທ່ຽວ ແລະ ແລກປ່ຽນການຄ້າ.
ຍສໝ - ທ່ານນາຍົກລັດຖະມົນຕີ ມາເລເຊຍ Anwar Ibrahim ໄດ້ເນັ້ນໜັກວ່າ, ປີ 2021, 2 ປະເທດໄດ້ວາງອອກເປົ້າໝາຍໃຫ້ຍອດວົງເງິນການຄ້າ 2 ຝ່າຍບັນລຸ 18 ຕື້ USD ໃນປີ 2025.
ຍສໝ - ກະສັດ ມາເລເຊຍ Abdullah Sultan Ahmad Shah ໃຫ້ຮູ້ວ່າ: ການແລກປ່ຽນບັນດາການຢ້ຽມຢາມຂັ້ນສູງລະຫວ່າງ 2 ປະເທດໃນຊຸມປີມໍ່ໆມານີ້ ໄດ້ສ້າງກາລະໂອກາດຫຼາຍຢ່າງເພື່ອເປີດກວ້າງການຮ່ວມມືໃນຫຼາຍຂົງເຂດ.
ຍສໝ - ສິ່ງສຳຄັນແມ່ນສອງຝ່າຍອາດຈະສຸມໃສ່ຊຸກຍູ້ການຄ້າສອງສົ້ນຢ່າງແຮງ ແລະ ຍືນຍົງກ່ວາ, ພ້ອມທັງຊອກຫາວິທີການຮ່ວມມືຢ່າງແໜ້ນແຟ້ນກ່ວາ, ລວມມີການພັດທະນາບັນດາຜະລິດຕະພັນກະສິກຳ ແລະ ປູກລ້ຽງສິນໃນນ້ຳ
ຍສໝ - ຕອນຄ່ຳວັນທີ 11 ມິຖຸນາ, ຢູ່ນະຄອນຫຼວງ ກົວລາລຳເປີ, ປະເທດ ມາເລເຊຍ, ໄດ້ຈັດລາຍການພົບປະແລກປ່ຽນວັດທະນະທຳສິລະປະທີ່ເປັນມູນເຊື້ອ ຫວຽດນາມ - ມາເລເຊຍ ອັນໄດ້ສ້າງຄວາມປະທັບໃຈໃຫ້ແກ່ແຂກຖືກເຊີນປະມານ 120 ທ່ານ.
ຍສໝ - ການຢ້ຽມຢາມແມ່ນຂີດໝາຍໃໝ່ໃນການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ມາເລເຊຍ, ປະກອບສ່ວນຊຸກຍູ້ການຮ່ວມມືຍຸດທະສາດລະຫວ່າງ 2 ປະເທດໃນທຸກຂົງເຂດ ໃຫ້ນັບມື້ນັບພັດທະນາຢ່າງແຮງ
ຍສໝ - ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ແນະນຳກັບທ່ານນາຍົກລັດຖະມົນຕີ ມາເລເຊຍ ກ່ຽວກັບວັດທະນະທຳ, ມູນເຊື້ອມັກຮ່ຳຮຽນ ແລະ ວັດທະນະທຳການອ່ານ ຫວຽດນາມ.