ມາເລເຊຍ ຍູ້ແຮງການສົ່ງອອກ ໄປຍັງຕະຫຼາດຫວຽດນາມ

14:22 | 01/08/2024

ຫວ່າງແລ້ວນີ້, ກະຊວງການລົງທຶນ, ການຄ້າ ແລະ ອຸດສາຫະກຳຂອງມາເລເຊຍ (MITI) ໄດ້ອອກຖະແຫຼງຂ່າວ ໂດຍລະບຸວ່າ: ມາເລເຊຍຮັບປະກັນມູນຄ່າສິນຄ້າສົ່ງອອກໄປທີ່ຕະຫຼາດຫວຽດນາມ ບັນລຸ 3,3 ຕື້ RM (ປະມານ 717 ລ້ານ USD) ລວມມີ ສິນຄ້າເຄື່ອງໄຟຟ້າ ແລະ ເອເລັກໂຕຼນິກ (E&E), ນ້ຳມັນປາມ, ສານເຄມີ ແລະ ປິໂຕເຄມີ, ທາດເຫຼັກ ແລະ ເຫລັກກ້າ, ອາຫານ ແລະ ເຄື່ອງດື່ມ.

ທ່ານເອກອັກຄະລັດຖະທູດ ມາເລເຊຍ: ຫວຽດນາມ ຂຸດຄົ້ນ “ຫົວຄິດປະດິດສ້າງ” ຢູ່ APEC ເພື່ອຍົກສູງຄວາມສາມາດ ທ່ານເອກອັກຄະລັດຖະທູດ ມາເລເຊຍ: ຫວຽດນາມ ຂຸດຄົ້ນ “ຫົວຄິດປະດິດສ້າງ” ຢູ່ APEC ເພື່ອຍົກສູງຄວາມສາມາດ
ບັນດາວິສາຫະກິດ ມາເລເຊຍ ແລະ ຫວຽດນາມ ມີຊ່ອງທາງເພື່ອເຊື່ອມຕໍ່ໂອກາດການຮ່ວມມື, ລົງທຶນຕື່ມອີກ ບັນດາວິສາຫະກິດ ມາເລເຊຍ ແລະ ຫວຽດນາມ ມີຊ່ອງທາງເພື່ອເຊື່ອມຕໍ່ໂອກາດການຮ່ວມມື, ລົງທຶນຕື່ມອີກ
Dầu cọ là một trong những mặt hàng Malaysia xuất khẩu sang Việt Nam - Nguồn: NST ນ້ຳມັນປາມແມ່ນໜຶ່ງໃນບັນດາຜະລິດຕະພັນທີ່ມາເລເຊຍສົ່ງອອກໄປຫວຽດນາມ - ແຫຼ່ງຂ່າວ: NST

ນ້ຳມັນປາມແມ່ນໜຶ່ງໃນບັນດາຜະລິດຕະພັນທີ່ມາເລເຊຍ ສົ່ງອອກໄປຫວຽດນາມ - ແຫຼ່ງຂ່າວ: NST

ໝາກຜົນ​ດັ່ງກ່າວ​ໄດ້​ຮັບ​ການ​ປະກາດ​ພາຍຫຼັງ​ ທ່ານ Utama Zafrul Tengku Abdul ​ລັດຖະມົນຕີ MITI ສິ້ນ​ສຸດ​ການ​ຢ້ຽມຢາມຫວຽດນາມ ​ແຕ່​ວັນ​ທີ 8 – 10 ກໍລະກົດ. ​ໄດ້​ມີ 14 ບໍລິສັດ​ຂອງຫວຽດນາມ ​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະນຳ​ເຂົ້າ ​ແລະ ສະ​ໜອງ​ຜະລິດ​ຕະພັນ​ຂອງ​ມາ​ເລ​ເຊຍ. ຄໍາ​ໝັ້ນ​ສັນ​ຍາ​ໄດ້ຍົກອອກ​ຢູ່​ກອງ​ປະ​ຊຸມ​ໂຕະ​ມົນ​ລະ​ຫວ່າງ​ບັນ​ດາ​ບໍລິສັດ​ຫວຽດ​ນາມ ແລະ ລັດ​ຖະ​ມົນ​ຕີ MITI ຢູ່​ນະ​ຄອນ ໂຮ່​ຈີ​ມິນ ແລະ ຮ່າ​ໂນ້ຍ.

ການຖະ​ແຫຼ​ງຂ່າວ​ຂອງ MITI ກ່າວ​ວ່າ: ຫວຽດນາມ ຍັງ​ແມ່ນ​ຈຸດໝາຍ​ລົງທຶນ​ທີ່​ສຳຄັນ​ຂອງ​ມາ​ເລ​ເຊຍ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ພັດທະນາ​ອະສັງຫາລິມະ​ຊັບ, ສາທາລະນະ​ສຸກ, ການ​ບໍລິການ​ດ້ານ​ການ​ເງິນ ​ແລະ ການ​ຜະລິດ. ມາ​ຮອດ​ປີ 2023, ມາ​ເລ​ເຊຍ ​ໄດ້​ຈົດ​ທະບຽນ 717 ໂຄງການ​ຢູ່​ຫວຽດນາມ ດ້ວຍ​ຍອດ​ມູນ​ຄ່າ​ການ​ລົງທຶນ 13,1 ຕື້ USD.

ທອງມີ ສີຫາວົງ

ເຫດການ
302 Found

Found

The document has moved here.