ຊຸກຍູ້​ການ​ຮ່ວມ​ມື​​ລັດ​ຖະ​ສະພາ​ລະຫວ່າງ​​ຫວຽດນາມ ​ແລະ ບັນດາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້

10:40 | 17/09/2025

ຍສໝ - ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ເລແອງຕ໋ວນ ໄດ້​ຕອບ​ຄຳສຳພາດ​ຕໍ່​ນັກ​ຂ່າວ​ໃນ​ໂອກາດການໄປປະຕິບັດງານຂອງ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ​ເຈີ່ນແທງເໝີນ ໄດ້ເຂົ້າ​ຮ່ວມ​ກອງ​ປະຊຸມ​ສະມັດຊາ​ໃຫຍ່​ລະຫວ່າງ​​​ລັດ​ຖະ​ສະພາ ບັນດາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ຄັ້ງ​ທີ 46 (AIPA-46) ​ແລະ ການ​ຢ້ຽມຢາມ​ມາ​ເລ​ເຊຍ ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 16-20 ກັນຍາ 2025.

ຫວຽດນາມ - Morocco ຊຸກຍູ້​ການ​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື​ລະຫວ່າງ 2 ສະມາຄົມ​ມິດຕະພາບ
ປັບປຸງ ແລະ ​ເປີດ​ກວ້າງ​ການ​ພົວພັນ​ຄູ່​ຮ່ວມ​ມື​ ລະຫວ່າງ ຫວຽດນາມ ​ແລະ Morocco

- ຂໍຮຽນທ່ານ​ຮອງ​ລັດຖະມົນຕີ, ທ່ານໃຫ້ຮູ້ຄວາມ​ໝາຍ, ເປົ້າໝາຍຂອງ​ການໄປປະຕິບັດງານຂອງ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ​ເຈີ່ນແທງເໝີນ ​ເຂົ້າ​ຮ່ວມກອງ​ປະຊຸມ​ສະມັດຊາ​ໃຫຍ່​ລະຫວ່າງ​​​ລັດ​ຖະ​ສະພາ ບັນດາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ຄັ້ງ​ທີ 46 (AIPA-46) ​ແລະ ການ​ຢ້ຽມຢາມ​ມາ​ເລ​ເຊຍ ຢ່າງ​ເປັນ​ທາງ​ການ ໄດ້ບໍ?

ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ​ເຈີ່ນແທງເໝີນ ຈະຕາງໜ້າ​ໃຫ້​ການ​ນຳ​ພັກ ​ແລະ ລັດ ຫວຽດນາມ ພ້ອມ​ດ້ວຍ​ພັນ​ລະ​ຍາ ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດນາມ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສະ​ມັດຊາ​ໃຫຍ່​ລະຫວ່າງ​​​ລັດ​ຖະ​ສະພາ ບັນດາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ຄັ້ງ​ທີ 46 (AIPA-46) ຕາມ​ຄຳ​ເຊີນ​ຂອງ​ທ່ານ​ປະທານສະພາຕ່ຳ ມາ​ເລ​ເຊຍ, ທ່ານປະທານ​ AIPA 46 Dato’ Johari Bin Abdul ​ແລະ ການຢ້ຽມຢາມ ມາ​ເລ​ເຊຍ​ ຢ່າງ​ເປັນ​ທາງ​ການ​ຕາມ​ຄຳ​ເຊີນ​ຂອງ​ທ່ານ​ປະທານ​ສະພາ​ສູງ​ມາ​ເລ​ເຊຍ Dato' Awang Bemee Awang Ali Basah ​ແຕ່​ວັນ​ທີ 16-20 ກັນຍາ 2025.

ຊຸກຍູ້​ການ​ຮ່ວມ​ມື​​ລັດ​ຖະ​ສະພາ​ລະຫວ່າງ​​ຫວຽດນາມ ​ແລະ ບັນດາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້
ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ເລແອງຕ໋ວນ. (ພາບ: ກະຊວງການຕ່າງປະເທດ)

​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 30 ປີ​ແຫ່ງ​ວັນ​ຫວຽດນາມ ​ເຂົ້າ​ເປັນ​ສະມາຊິກ ອາ​ຊຽນ ​ແລະ ​ເຂົ້າ​ຮ່ວມ AIPA (1995-2025), ການ​ໄປປະຕິບັດງານແມ່ນ​ໂອກາດ​ເພື່ອ​ໃຫ້ ຫວຽດນາມ ຢືນຢັນ​ບົດບາດ ​ແລະ ການ​ປະກອບສ່ວນຂອງຕົນ, ເສີມຂະຫຍາຍບັນດາ​ໝາກຜົນ​ທີ່​ບັນລຸ​ໄດ້, ສືບ​ຕໍ່​ສົມທົບ​ກັບ​ບັນດາ​ສະມາຊິກລັດຖະສະພາ ເພື່ອພະຍາຍາມ​ປັບປຸງຄວາມ​ສາມັກຄີ, ​ເປັນ​ເອກະ​ພາບ​ກັນ​ຢູ່​ພາຍ​ໃນ​ປະ​ເທດ, ຮັກສາ​ສະພາບ​ແວດ​ລ້ອມສັນຕິພາບ​ທີ່​ໝັ້ນຄົງ, ກໍ່ສ້າງ​ປະຊາ​ຄົມ​ທີ່​ເຂັ້ມ​ແຂງ ​ແລະ ​ເປັນ​ເຈົ້າ​ຕົນ​ເອງ, ສືບ​ຕໍ່​ເປັນ​ບົດບາດ​ໃຈກາງ​ໃນ​ໂຄງ​ປະກອບ​ການ​ຮ່ວມ​ມື​ພາກ​ພື້ນ.

​ໃນ​ສະພາບ​ທີ່​ທັງ​ອາ​ຊຽນ ​ແລະ ຫວຽດນາມ ພວມ​ກ້າວ​ເຂົ້າ​ສູ່​ໄລຍະ​ພັດທະນາ​ໃໝ່, ພວກ​ເຮົາ​ຈະ​ສົມທົບ​ກັບ​ບັນດາ​ປະ​ເທດ ອາ​ຊຽນ ເພື່ອຊຸກຍູ້​ການ​ຜັນ​ຂະຫຍາຍ​ວິ​ໄສ​ທັດ​ປະຊາ​ຄົມ​ອາ​ຊຽນ 2045 ຢ່າງ​ຄົບ​ຖ້ວນ ​ແລະ ມີ​ປະສິດທິ​ຜົນ ​ແລະ ສົມທົບ​ກັບ​ບັນດາ​ແຜນການ​ຍຸດ​ທະ​ສາດ, ຮັບປະກັນ​ການ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນກັບ​ບັນດາ​ແຜນການ​ພັດທະນາ ​ແລະ ຍຸດ​ທະ​ສາດ​ຂອງ​ບັນດາ​ປະ​ເທດ​ສະມາຊິກ, ​ໃນ​ນັ້ນ, ຂຸດຄົ້ນບັນດາ​ກຳລັງ​ແຮງ​ການ​ເຕີບ​ໂຕ​ໃໝ່​ຄື: ວິທະຍາສາດ​ເຕັກ​ໂນ​ໂລ​ຢີ, ນະວັດຕະກຳ, ​ເສດຖະກິດ​ດີ​ຈີ​ຕອນ, ການ​ຫັນ​ເປັນ​ສີຂຽວ ​ແລະ ອື່ນໆ ປະກອບສ່ວນຍູ້​ແຮງ​ການ​ພັດທະນາ​ແບບ​ລວມ ​ແລະ ​ແບບ​ຍືນ​ຍົງ​ຢູ່​ພາກ​ພື້ນ, ​ເໝາະ​ສົມ​ກັບ​ຫົວ​ຂໍ້​ຂອງ ອາ​ຊຽນ ​ແລະ AIPA ​ໃນ​ປີ​ນີ້.

ທີ່​ກອງ​ປະຊຸມ​ສະມັດຊາ​ໃຫຍ່ AIPA ຄັ້ງ​ທີ 46 ນີ້, ຫວຽດນາມ ຈະ​ເຂົ້າ​ຮ່ວມ ​ແລະ ປະກອບສ່ວນ​ຫຼາຍ​ຂໍ້​ສະ​ເໜີ, ຂໍ້​ລິ​ເລີ່​ມ ຢ່າງຕັ້ງໜາ້ ເພື່ອຊຸກຍູ້​ການ​ຮ່ວມ​ມື​ໃນ​ພາກ​ພື້ນ ​ເປັນ​ຕົ້ນ​ແມ່ນ​ບົດບາດ ​ແລະ ການ​ປະກອບສ່ວນ​ຂອງ​ການ​ທູດ​ລັດຖະສະພາ. ໃນນັ້ນ, ຫວຽດນາມ ຈະ​ສະ​ເໜີ​ເພີ່ມ​ທະວີ​ການ​ຮ່ວມ​ມື AIPA ​ໃນ​ຫຼາຍ​ຂົງ​ເຂດ​ບຸລິມະສິດ​ສູງ​ໃນ​ປະຈຸ​ບັນ, ​ເຊັ່ນ ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ແນັດ, ​ເສດຖະກິດ ​ແລະ ການ​ຫັນ​ເປັນ​ດີ​ຈີ​ຕອນ, ​ເພີ່ມ​ທະວີ​ການ​ຄ້າ​ພາຍ​ໃນ, ຊຸກຍູ້​ການ​ພັດທະນາ​ແບບ​ຍືນ​ຍົງ, ຍົກ​ສູງ​ປະສິດທິ​ຜົນ​ການ​ຮ່ວມ​ມື​ກັບ​ບັນດາ​ຄູ່​ຮ່ວມ​ມື ​ແລະ ອື່ນໆ.

ຫວຽດນາມ ຈະ​ເຂົ້າ​ຮ່ວມ​ການ​ແລກປ່ຽນ ​ແລະ ​ແບ່ງປັນ​ປະສົບ​ການ​ໃນ​ການ​ສ້າງ​ກົດໝາຍ ​ແລະ ຕິດຕາມກວດກາ​ຂອງ​ສະພາ​ແຫ່ງ​ຊາດ ​ເພື່ອ​ແນ​ໃສ່​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ການ​ເຕີບ​ໂຕ​ແບບກວມລວມ ແລະ ແບບ​ຍືນ​ຍົງ, ຮັບປະກັນ​ໃຫ້​ປະຊາຊົນ​ທຸກ​ຄົນ​ໄດ້​ຮັບ​ໝາກຜົນ​ແຫ່ງ​ການ​ພັດທະນາ ​ແລະ ບໍ່​ມີ​ໃຜ​ຕົກ​ຄ້າງ. ຄຽງ​ຂ້າງ​ນັ້ນ, ຫວຽດນາມ ຈະ​ປຶກສາ​ຫາລື​ກັບ​ບັນດາ​ປະ​ເທດ, ສະ​ເໜີ​ບັນດາ​ທິດ​ທາງ ​ແລະ ມາດ​ຕະການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ລັດຖະສະພາ, ໃນ​ນັ້ນ​ມີ​ບົດບາດ​ຂອງຊ່ອງທາງການທູດ​ລັດຖະສະພາໃນການ​ເຂົ້າ​ຮ່ວມ, ​ແກ້​ໄຂ​ບັນຫາ​ພາກ​ພື້ນ, ຮັກສາ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ, ​ເຮັດໃຫ້ການ​ພົວພັນ ​ແລະ ​ແລກປ່ຽນ​ປະຊາຊົນ​ທຸກ​ຊັ້ນ​ວັນນະເລິກເຊິ່ງກ່ວາອີກ

ບົນ​ແງ່ມຸມສອງຝ່າຍ, ນີ້​ແມ່ນ​ການ​ຢ້ຽມຢາມ​ມາ​ເລ​ເຊຍ​ຢ່າງ​ເປັນ​ທາງ​ການ​ຄັ້ງ​ທຳ​ອິດ​ຂອງ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ພາຍຫຼັງ​ໄດ້​ຍົກ​ລະດັບ​ການ​ພົວພັນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ກັບ​ມາ​ເລ​ເຊຍ ຢ່າງເປັນ​ທາງ​ການ (ເດືອນພະຈິກ 2024), ຜ່ານນັ້ນ ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ຊ່ອງທາງລັດຖະສະພາສອງຝ່າຍລະຫວ່າງ ຫວຽດນາມ - ມາ​ເລ​ເຊຍ ນັບ​ມື້​ນັບ​ມີ​ປະສິດທິ​ຜົນ, ແທດ​ຈິງ, ປະກອບສ່ວນ​ສ້າງ​ກອບ​ກົດໝາຍ​ໃຫ້​ແກ່​ລັດຖະບານ, ວິສາຫະກິດ 2 ປະ​ເທດ ເພື່ອຍູ້ແຮງການຮ່ວມມື.

ການຢ້ຽມຢາມຄັ້ງນີ້ຂອງທ່ານປະທານສະພາແຫ່ງຊາດ ຍັງເປັນການສະແດງໃຫ້ເຫັນຢ່າງຈະແຈ້ງກ່ຽວກັບນະໂຍບາຍການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ການຮ່ວມມື ແລະການພັດທະນາ, ການຫັນເປັນຫຼາຍຝ່າຍ ແລະ ຫັນເປັນຫຼາກຫຼາຍຂອງການພົວພັນຕ່າງປະເທດ, ຖືເປັນສຳຄັນ ແລະ ໃຫ້ບຸລິມະສິດແກ່ການພັດທະນາການພົວພັນກັບພາກພື້ນອາຊີຕາເວັນອອກສ່ຽງໃຕ້ ແລະ ອາຊຽນ, ໃນນັ້ນມີມາເລເຊຍ - ປະທານອາຊຽນ ໃນປີ 2025. ພ້ອມນັ້ນ, ນີ້ກໍ່ແມ່ນຄຳໝັ້ນສັນຍາຂອງ ຫວຽດນາມ ກໍ່ສົມທົບກັບ ມາເລເຊຍ ແລະ ບັນດາ​ປະ​ເທດ​ອາ​ຊຽນ ​ເພື່ອ​ສ້າງ​ປະຊາ​ຄົມ​ອາ​ຊຽນ “​​ຍືນ​ຍົງ ​ແລະ ກວມລວມ”, ສາມັກຄີ, ເຂັ້ມ​ແຂງ, ປັບປຸງ​ບົດບາດ​ໃຈກາງ​ຂອງ​ອາ​ຊຽນ​ໃນ​ໂຄງ​ປະກອບ​ພາກ​ພື້ນ.

- ຂໍຮຽນທ່ານ​ຮອງ​ລັດຖະມົນຕີ, ທ່ານໃຫ້ຮູ້ກ່ຽວ​ກັບ​ການ​ພົວພັນ​ຫວຽດນາມ - ມາ​ເລ​ເຊຍ ​ແລະ ຄວາມ​ຄາດ​ຫວັງ​ຂອງ​ທ່ານຕໍ່ການ​ຢ້ຽມຢາມ​ຄັ້ງ​ນີ້ ໄດ້ບໍ?

ປະຈຸ​ບັນ, ການ​ພົວພັນ​ຫວຽດນາມ - ມາ​ເລ​ເຊຍ ພວມ​ຢູ່​ໃນ​ໄລຍະ​ພັດທະນາ​ທີ່​ດີ​ງາມເປັນ​ພິ​ເສດ. 2 ປະເທດໄດ້ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານໃນເດືອນພະຈິກ 2024 ເນື່ອງໃນການຢ້ຽມຢາມ ມາເລເຊຍ ຢ່າງເປັນທາງການຂອງທ່ານເລຂາທິການໃຫຍ່ ໂຕເລີມ, ເປີດກວ້າງກາລະໂອກາດຮ່ວມມືໃໝ່ຫຼາຍຢ່າງ, ພິເສດແມ່ນບັນດາຂົງເຂດທີ່ສອດຄ່ອງກັບທ່າອ່ຽງໃໝ່ຂອງໂລກເຊັ່ນ: ການຫັນເປັນດີຈີຕອນ ແລະ ການພັດທະນາແບບຍືນຍົງ. 2 ປະ​ເທດ​ພວມ​ເພີ່ມ​ທະວີ​ການ​ຮ່ວມ​ມື​ຢ່າງ​ກວ້າງຂວາງ​ໃນ​ຂົງ​ເຂດ​ການ​ເມືອງ, ​ເສດຖະກິດ, ປ້ອງ​ກັນ​ປະ​ເທດ, ຄວາມ​ໝັ້ນຄົງ, ວັດທະນະທຳ, ການ​ສຶກສາ ​ແລະ ການ​ແລກປ່ຽນ​ປະຊາຊົນ.

​ໃນ​ດ້ານ​ການ​ເມືອງ, ຄວາມ​ປອດໄຟ, ປ້ອງ​ກັນ​ປະ​ເທດ, 2 ຝ່າຍ​ໄດ້​ເພີ່ມ​ທະວີ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ທຸກ​ຂັ້ນ ແລະ ຂັ້ນສູງ. ການ​ຮ່ວມ​ມື​ທາງ​ທະ​ເລ​ບັນລຸ​ໄດ້​ໝາກຜົນ​ອັນ​ຕັ້ງໜ້າ, ​ໂດຍ​ສະ​ເພາະ​ແມ່ນ​ການ​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ສະບັບ​ໃໝ່​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ປະ​ເທດ (​ເດືອນ​ທັນວາ 2023) ພາຍຫຼັງ 5 ປີ​ແຫ່ງ​ການ​ເຈລະຈາ. ສອງ​ຝ່າຍ​ໄດ້​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ທີ່​ມີ​ທ່າ​ແຮງ ​ແລະ ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຄື: ການ​ຮ່ວມ​ມື​ດ້ານ​ການ​ຝຶກ​ອົບຮົມ, ຄົ້ນຄວ້າ ​ແລະ ຖ່າຍທອດ​ເຕັກ​ໂນ​ໂລຢີປ້ອງ​ກັນ​ປະ​ເທດ, ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ໃນ​ການ​ປະຕິບັດ​ສົນທິສັນຍາ​ສາກົນ​ຫຼາຍ​ຝ່າຍ​ກ່ຽວ​ກັບ​ການ​ປ້ອງ​ກັນ ​ແລະ ຄວບ​ຄຸມ​ອາດຊະຍາ​ກຳ​ເຊິ່ງ 2 ປະ​ເທດ​ເປັນ​ສະມາຊິກ.

ດ້ານ​ເສດຖະກິດ-ການ​ຄ້າ-ການ​ລົງທຶນ​ລະຫວ່າງ​ສອງ​ປະ​ເທດ​ສືບ​ຕໍ່​ເປັນ​ຈຸດ​ທີ່ປະກາຍແຈ້ງໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້. ມາ​ເລ​ເຊຍ​ຮັກສາ​ທີ່ຕັ້ງ​ຄູ່​ຮ່ວມ​ມື​ການ​ຄ້າ​ໃຫຍ່​ອັນ​ດັບ 3 ຂອງ​ຫວຽດນາມ​ໃນ​ອາ​ຊຽນ ​ແລະ ທີ 9 ​ໃນ​ໂລກ ​ແລະ ຂຶ້ນກັບກຸ່ມ10 ປະ​ເທດ​ທີ່​ມີ​ການ​ລົງທຶນ​ໃຫຍ່​ກວ່າ​ໝູ່​ຢູ່​ຫວຽດນາມ. ວົງ​ເງິນ​ການ​ຄ້າ​ສອງ​ປະ​ເທດ​ເພີ່ມ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ​ໃນ​ແຕ່​ລະ​ປີ, ບັນ​ລຸ​ກວ່າ 9,23 ຕື້ USD ໃນ​ທ້າຍ​ເດືອນ ກໍລະກົດ 2025, ເພີ່ມ​ຂຶ້ນ 8% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2024 ແລະ ບັນ​ລຸ​ເປົ້າ​ໝາຍ 18 ຕື້ USD ໃນ​ໄລ​ຍະ​ຈະ​ມາ​ເຖິງ.

ການ​ຮ່ວມ​ມື​ສະພາແຫ່ງຊາດ ​ແມ່ນ​ໜຶ່ງ​ໃນ​ບັນດາ​ຊ່ອງ​ທາງ​ທີ່​ສຳຄັນ​ປະກອບສ່ວນປັບປຸງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຍຸດ​ທະ​ສາດ​ລະຫວ່າງ​ສອງ​ປະ​ເທດ. ນີ້​ບໍ່​ພຽງ​ແຕ່​ແມ່ນ​ຊ່ອງ​ທາງ​ການ​ເຈລະຈາ​ດ້ານ​ການ​ເມືອງ, ກົດໝາຍ​ທີ່​ສຳຄັນ​ເທົ່າ​ນັ້ນ, ຫາກ​ຍັງ​ຊຸກຍູ້​ການ​ແລກປ່ຽນ​ລະຫວ່າງ​ສະມາຊິກ​ສະພາ​ໜຸ່ມ, ​ເພີ່ມ​ທະວີ​ການ​ແລກປ່ຽນ​ປະສົບ​ການ​ດ້ານ​ກົດໝາຍ, ​ເພີ່ມ​ທະວີ​ການ​ພັດທະນາ​ເສດຖະກິດ, ການ​ລົງທຶນ ​ແລະ ການ​ແລກປ່ຽນ​ປະຊາຊົນ​ລະຫວ່າງ 2 ຝ່າຍ.

ຂ້າພະ​ເຈົ້າ​ເຊື່ອ​ວ່າ ການ​ຢ້ຽມຢາມ​ທີ່ຈະມາເຖິງ​ຂອງ​ປະທານ​ສະພາ​ແຫ່ງ​ຊາດ​ ​ຈະ​ບໍ່​ພຽງ​ແຕ່​ປະກອບສ່ວນ​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ທາງ​ດ້ານ​ການ​ເມືອງ ​ແລະ ລົງ​ເລິກ​ບັນດາ​ເນື້ອ​ໃນ​ການ​ຮ່ວມ​ມື​ລະຫວ່າງ ຫວຽດນາມ ​ແລະ ມາ​ເລ​ເຊຍ ​ເທົ່າ​ນັ້ນ, ຫາກ​ຍັງ​ກຳນົດ​ທິດ​ສະ​ເພາະ​ເພື່ອ​ປະຕິບັດ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ​ໃນ​ຂົງ​ເຂດ​ທີ່​ຫຼາກ​ຫຼາຍ, ພິ​ເສດ​ແມ່ນ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ສະພາ​ແຫ່ງ​ຊາດ​ຫວຽດນາມ ​ແລະ ລັດຖະສະພາ​ມາ​ເລ​ເຊຍ, ກາຍ​ເປັນ​ຂົວ​ທາງ​ດ້ານ​ການ​ເມືອງ, ກົດໝາຍ​ທີ່​ໝັ້ນຄົງ, ປະກອບສ່ວນ​ແທດ​ຈິງ​ເຂົ້າ​ໃນ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ.

ເສີມ​ຂະຫຍາຍ​ບົດບາດ​ສຳຄັນ​ຂອງ​ການ​ທູດລັດຖະສະພາໃນ​ການ​ຊຸກຍູ້​ສັນຕິພາບ, ການ​ຮ່ວມ​ມື ​ແລະ ການ​ພັດທະນາ ເສີມ​ຂະຫຍາຍ​ບົດບາດ​ສຳຄັນ​ຂອງ​ການ​ທູດລັດຖະສະພາໃນ​ການ​ຊຸກຍູ້​ສັນຕິພາບ, ການ​ຮ່ວມ​ມື ​ແລະ ການ​ພັດທະນາ

ຍສໝ - ​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ Senegal El Malick Ndiaye, ທ່ານປະທານ​ສະພາ​ສະພາຕ່ຳ​ລາຊະ​ອານາຈັກ Morocco Rachid Talbi Alami, ທ່ານປະທານ​ສະຫະພັນ​ລັດຖະສະພາ​ສາກົນ (IPU) Tulia Ackson ແລະ ທ່ານ​ເລຂາໃຫຍ່ IPU Martin Chungong, ທ່ານປະທານ​ສະພາ​ແຫ່ງ​ຊາດ ເຈີ່ນແທງເໝີນ ​ໄດ້​​ຢ້ຽມຢາມ Senegal ...

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນຮ່ວາງຮ້ຽບ ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ເປັນ​ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ຫວຽດ​ນາມ - ບຣາ​ຊິນ ​ອາຍຸການ 2025-2030. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນຮ່ວາງຮ້ຽບ ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ເປັນ​ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ຫວຽດ​ນາມ - ບຣາ​ຊິນ ​ອາຍຸການ 2025-2030.

ຍສໝ -​ ວັນ​ທີ 15 ກໍລະກົດ​ນີ້, ຢູ່​ຮ່າ​ໂນ້ຍ, ສະມາຄົມ​ມິດຕະພາບ ​ແລະ ການ​ຮ່ວມ​ມື ຫວຽດນາມ - ບຣາຊິນ ​ໄດ້​ຈັດ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 3 ​ອາຍຸການ​ 2025-2030. ທ່ານ ຫງວຽນ​ຮ່ວາງຮ້ຽບ, ຮອງ​ລັດຖະມົນຕີ​ກະຊວງ​ກະສິກຳ ​ແລະ ສິ່ງ​ແວດ​ລ້ອມ ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະທານ​ສະມາຄົມ​ອາຍຸການ​ໃໝ່.

ມີງດຶກ

ເບິ່ງເພີ່ມເຕີມໃນ: ການພົວພັນມິດຕະພາບ

ເບິ່ງເພີ່ມເຕີມ