ປະທານປະເທດຫວຽດນາມ ຕ້ອນຮັບນາຍົົກລັດຖະມົນຕີມາເລເຊຍ ເນື່ອງໃນໂອກາດເຂົ້າຮ່ວມສັບປະດາສຸດຍອດ APEC 2023

11:49 | 18/11/2023

ປະທານປະເທດຫວຽດນາມ ຕ້ອນຮັບນາຍົົກລັດຖະມົນຕີມາເລເຊຍ ເນື່ອງໃນໂອກາດເຂົ້າຮ່ວມສັບປະດາສຸດຍອດ APEC 2023

ປີ APEC 2023: ຫວຽດນາມ ໄດ້ຕີລາຄາສູງຄຳໝັ້ນສັນຍາຂອງຕົນ ກ່ຽວກັບການເງິນສີຂຽວ ປີ APEC 2023: ຫວຽດນາມ ໄດ້ຕີລາຄາສູງຄຳໝັ້ນສັນຍາຂອງຕົນ ກ່ຽວກັບການເງິນສີຂຽວ
APEC 2023: ຫວຽດນາມ ຈະພ້ອມກັບບັນດາສະມາຊິກອື່ນ ເພື່ອພັດທະນາແບບຍືນຍົງ ແລະ ຄວາມວັດທະນາຖາວອນຂອງພາກພື້ນ APEC 2023: ຫວຽດນາມ ຈະພ້ອມກັບບັນດາສະມາຊິກອື່ນ ເພື່ອພັດທະນາແບບຍືນຍົງ ແລະ ຄວາມວັດທະນາຖາວອນຂອງພາກພື້ນ

ຕອນເຊົ້າວັນທີ 16 ພະຈິກ (ຕາມເວລາທ້ອງຖິ່ນ), ທີ່ນະຄອນ San Francisco, ອາເມລິກາ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ຕ້ອນຮັບທ່ານ Anwar Ibrahim ນາຍົກລັດຖະມົນຕີ ມາເລເຊຍ ເນື່ອງໃນໂອກາດເຂົ້າຮ່ວມສັບປະດາຂັ້ນສູງເວທີປາໄສການຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) ຄັ້ງທີ 30.

ທີ່ການຕ້ອນຮັບ, ທ່ານປະທານປະເທດ ຫວໍວັນເຖືອງ ຢັ້ງຢືນວ່າ ຫວຽດນາມ ຖືເປັນສໍາຄັນການພົວພັນຮ່ວມມືຫຼາຍດ້ານກັບມາເລເຊຍ, ຄູ່ຮ່ວມມືສໍາຄັນແຖວໜ້າຂອງຫວຽດນາມ ໃນອາຊຽນ. ທ່ານປະທານປະເທດ ຂອບໃຈ ແລະປາດຖະໜາວ່າ ມາເລເຊຍ ຈະເປີດກວ້າງການໜູນຊ່ວຍຫວຽດນາມ ໃນຂົງເຂດບໍາລຸງສ້າງພະນັກງານ, ເປີດກວ້າງການຮ່ວມມືທ້ອງຖິ່ນກ່ອນອື່ນໝົດແມ່ນລົງນາມແຮກສ່ຽວລະຫວ່າງນະຄອນ ໂຮ້ຍອານ ແລະMelaka. ທ່ານປະທານປະເທດ ຫວໍວັນເຖືອງ ສະເໜີ ມາເລເຊຍ ສ້າງເງື່ອນໄຂເພື່ອໃຫ້ຫວຽດນາມ ຂົນຂວາຍສະຫະພາບເອີລົບ (EU) ຍົກເລີກບັດເຫຼືອງໃຫ້ແກ່ຂະແໜງສິນໃນນໍ້າຂອງຫວຽດນາມ; ພ້ອມທັງສະເໜີໃຫ້ສອງປະເທດສືບຕໍ່ສົມທົບກັນຢ່າງມີປະສິດທິຜົນໃນການເຄື່ອນໄຫວສົ່ງຊາວປະມົງຫວຽດນາມ ກັບຄືນປະເທດ.

ປະທານປະເທດຫວຽດນາມ ຕ້ອນຮັບນາຍົົກລັດຖະມົນຕີມາເລເຊຍ ເນື່ອງໃນໂອກາດເຂົ້າຮ່ວມສັບປະດາສຸດຍອດ APEC 2023

ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ຕ້ອນຮັບທ່ານ Anwar Ibrahim ນາຍົກລັດຖະມົນຕີ ມາເລເຊຍ. ພາບ: TTXVN

ສ່ວນທ່ານນາຍົກລັດຖະມົນຕີ Anwar Ibrahim ໄດ້ແບ່ງປັນບັນດາຂໍ້ສະເໜີຂອງທ່ານປະທານປະເທດ ຫວໍວັນເຖືອງ ແລະຢັ້ງຢືນວ່າ ມາເລເຊຍ ຖືເປັນສໍາຄັນພິເສດຕໍ່ການຮ່ວມມືຫຼາຍດ້ານກັບຫວຽດນາມ. ທ່ານສະແດງຄວາມປະທັບໃຈຕໍ່ບັນດາຜົນງານແຫ່ງການພັດທະນາເສດຖະກິດ-ສັງຄົມຂອງຫວຽດນາມ ໃນໄລຍະຜ່ານມາ ແລະຢັ້ງຢືນຄວາມປາດຖະໜາຢາກຍູ້ແຮງການຮ່ວມມືດ້ານເສດຖະກິດ-ການຄ້າ-ການລົງທຶນ, ເພີ່ມທະວີການຮ່ວມມືບໍາລຸງສ້າງຊັບພະຍາກອນມະນຸດກັບຫວຽດນາມ.

ສອງຝ່າຍພ້ອມກັນຢັ້ງຢືນວ່າ ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນທີ່ບັນດາເວທີປາໄສພາກພື້ນ ແລະສາກົນ ຄື ສປຊ ແລະ APEC...; ມານະພະຍາຍາມຮັກສາກຸ່ມສາມັກຄີ ແລະບົດບາດໃຈກາງຂອງອາຊຽນ, ປະກອບສ່ວນກໍ່ສ້າງປະຊາຄົມອາຊຽນ ພັດທະນາຢ່າງໝັ້ນຄົງເຂັ້ມແຂງ, ສາມັກຄີ ແລະສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ສະໜັບສະໜູນ ລາວ ປະຕິບັດສໍາເລັດປີດຳລົງຕຳແໜ່ງປະທານອາຊຽນ 2024.

ເມື່ອແລກປ່ຽນກ່ຽວກັບບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ໃນນັ້ນມີທະເລຕາເວັນອອກ, ການນໍາສອງທ່ານ ໄດ້ເຫັນດີເປັນເອກະພາບສະໜັບສະໜູນ, ຮັກສາທັດສະນະລວມແນໃສ່ຮັບປະກັນສັນຕິພາບ, ສະຖຽນລະພາບ, ປະຕິບັດ DOC ຢ່າງເຂັ້ມງວດ, ກ້າວໄປເຖິງການບັນລຸໄດ້ COC ຢ່າງແທດຈິງ, ມີປະສິດທິຜົນ, ສອດຄ່ອງກັບກົດໝາຍສາກົນ, ໃນນັ້ ມີສົນທິສັນຍາຂອງ ສປຊ ກ່ຽວກັບກົດໝາຍວ່າ ດ້ວຍທະເລ ປີ 1982.

ບູນມີ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.