ຍສໝ - ເນື່ອງໃນໂອກາດນີ້ທ່ານ ເຈິ່ນແທງເໝິນ ປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ ໄປເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ຄັ້ງທີ 150 ສະຫະພັນລັດຖະສະພາສາກົນ (IPU-150); ຢ້ຽມຢາມສາທາລະນະລັດ ອຸຊະເບັກກິດສະຖານ ແລະສາທາລະນະລັດ ອາກເມນີ ຢ່າງເປັນທາງການປະສົບຜົນສໍາເລັດ, ທ່ານ ເລກວາງຕູ່ງ ກໍາມະການສູນກາງພັກ, ເລຂາທິການສະພາແຫ່ງຊາດ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດ ໄດ້ຕອບສໍາພາດຕໍ່ສື່ມວນຊົນກ່ຽວກັບໝາກຜົນການປະຕິບັດງານຂອງປະທານສະພາແຫ່ງຊາດ.
ຍສໝ - ຕອນເຊົ້າວັນທີ 6 ເມສາ, ຢູ່ນອກກອງປະຊຸມສະມັດຊາໃຫຍ່ ຄັ້ງທີ 150 ຂອງສະຫະພັນລັດຖະສະພາສາກົນ (IPU - 150) ຢູ່ນະຄອນຫຼວງ Tashkent, ອຸຊະເບັກກິດສະຖານ, ທ່ານ ເຈິ່ນແທງເໝິນ ປະທານສະພາແຫ່ງຊາດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ ສັນຍາ ປຣະເສີດ ປະທານກຳມາທິການການຕ່າງປະເທດສະພາແຫ່ງຊາດລາວ.
ຍສໝ - ຕອນບ່າຍວັນທີ 7 ທັນວາ, ຢູ່ແຂວງ Nagasaki, ທ່ານ ເຈີ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ແລະພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງສະພາແຫ່ງຊາດຫວຽດນາມ ພົບປະກັບພະນັກງານ, ພາລະກອນສະຖານກົງສູນໃຫຍ່ຫວຽດນາມ ປະຈຳ Fukuoka ແລະ ຜູ້ຕາງໜ້າປະຊາຄົມຊາວຫວຽດນາມ ອາໄສຢູ່ຍີ່ປຸ່ນ.
ຍສໝ - ຕອນບ່າຍວັນທີ 23 ພະຈິກ, ຢູ່ສຳນັກງານສະຖານທູດ ຫວຽດນາມ ປະຈຳນະຄອນຫຼວງ ພະນົມເປັນ - ກຳປູເຈຍ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິນແທງເໝີ໊ນ ແລະ ຄະນະຜູ້ແທນຂັ້ນສູງພັກ ແລະ ລັດ ຫວຽດນາມ ໄດ້ມີການພົບປະຢ່າງສະໜິດສະໜົມກັບພະນັກງານ, ລັດຖະກອນສະຖານທູດ ແລະ ປະຊາຄົມຊາວຫວຽດນາມ ຢູ່ ກຳປູເຈຍ.
ຍສໝ - ຕອນເຊົ້າວັນທີ 21 ຕຸລາ ຢູ່ຮ່າໂນ້ຍ, ກ່າວຄຳປາໄສທີ່ໄຂກອງປະຊຸມສະໄໝສາມັນ ເທື່ອທີ 8, ສະພາແຫ່ງຊາດ ຊຸດທີ 15, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈີ່ນແທັງເໝີນ ຢືນຢັນວ່າ ກອງປະຊຸມຄັ້ງນີ້ມີຄວາມໝາຍສຳຄັນ, ສະພາແຫ່ງຊາດຈະປຶກສາຫາລື ແລະ ຕັດສິນຫຼາຍບັນຫາເພື່ອແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຄົງຄ້າງກ່ຽວກັບລະບອບລະບຽບການ, ນະໂຍບາຍ... ຢ່າງທັນການ.
ຍສໝ - ທ່ານປະທານາທິບໍດີ Vladimir Putin ໄດ້ຕີລາຄາສູງຄວາມໝາຍ ແລະ ໝາກຜົນການຢ້ຽມຢາມຂອງທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ; ສະເໜີໃຫ້ 2 ອົງການນິຕິບັນຍັດຂອງ 2 ປະເທດສືບຕໍ່ເພີ່ມທະວີການຮ່ວມມືລັດຖະສະພາ, ປະກອບສ່ວນຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ 2 ປະເທດໃຫ້ແທດຈິງ, ມີປະສິດທິຜົນ
ຍສໝ - ຕອນບ່າຍວັນທີ 8 ກໍລະກົດ, ໃນບັນຍາກາດທີ່ທົ່ວປະເທດມຸ່ງໄປເຖິງພິທີສະເຫຼີມສະຫຼອງ 77 ປີແຫ່ງວັນທະຫານເສຍອົງຄະ ແລະ ນັກຮົບເສຍສະຫຼະຊີວິດເພື່ອຊາດ, ຢູ່ເຂດພູດອຍ ເມືອງ ແອງເຊີນ (ແຂວງ ເງ້ອານ), ທ່ານປະທານສະພາແຫ່ງຊາດຫວຽດນາມ ເຈີນແທງເໝີນ ພ້ອມດ້ວຍຄະນະປະຈຳສະພາແຫ່ງຊາດ ໄດ້ຖະຫວາຍທູບທຽນອາໄລຫາປະທານ ໂຮ່ຈີມິນ ແລະ ບັນດາວິລະຊົນຜູ້ທີ່ເສຍສະຫຼະຊີວິດເພື່ອຊາດ ຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດສາກົນ ຫວຽດນາມ - ລາວ.
ໃນບັນຍາກາດຂອງການຢ້ຽມຢາມທີ່ຫວຽດນາມ, ວັນທີ 5 ມັງກອນ 2024, ຄະນະຜູ້ແທນ ສະພາແຫ່ງຊາດລາວ ນໍາໂດຍທ່ານຮອງປະທານ ສະພາແຫ່ງຊາດ ຈະເລີີນ ເຢຍປາວເຮີ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ໂຮງຮຽນມິດຕະພາບ T78.
ຍສໝ - ສອງຝ່າຍໄດ້ຕີລາຄາສູງບັນດາບາດກ້າວພັດທະນາທີ່ຕັ້ງໜ້າໃນການຮ່ວມມືສອງຝ່າຍໃນທຸກຂົງເຂດ; ເຫັນດີສືບຕໍ່ຊຸກຍູ້ການຢ້ຽມຢາມ ແລະການພົົບປະຂັ້ນສູງ ແລະທຸກຂັ້ນໃນທຸກຊ່ອງທາງ, ຜັນຂະຫຍາຍບັນດາກົນໄກ ແລະຂໍ້ຕົກລົງຮ່ວມມືສອງຝ່າຍຢ່າງມີປະສິດທິຜົນ; ທ່ານ ຟ້າມມິງຈິ໊ງ ຫວັງວ່າ ນັບມື້ຈະນັບມີຫຼາຍວິສາຫະກິດ ແລະນັກລົງທຶນຂອງຫວຽດນາມ ແລະ ບຸນກາຣີ ລົງທຶນເຂົ້າຕະຫຼາດຂອງກັນ.
ຍສໝ - ຕອນຄ່ຳວັນທີ 7 ມັງກອນ, ໃນຂອບເຂດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ, ທ່ານປະທານສະພາແຫ່ງຊາດ ບຸນກາຣີ Rossen Dimitrov Jeliazkov ໄດ້ມີການພົບປະກັບຜູ້ຕາງໜ້າຊາວ ຫວຽດນາມ ທີ່ໄດ້ຮ່ຳຮຽນ ແລະ ເຮັດວຽກຢູ່ ບຸນກາຣີ.
ສະຫາຍປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ເນັ້ນໜັກວ່າ ໃນປີ 2024, ລາວ ດໍາລົງຕໍາແໜ່ງເປັນປະທານອາຊຽນ ແລະປະທານ AIPA, ຫວຽດນາມ ຍາມໃດກໍ່ສະໜັບສະໜູນ, ໃຫ້ການຊ່ວຍເຫຼືອຈົນສຸດຄວາມສາມາດເພື່ອໃຫ້ລາວ ປະຕິບັດໜ້າທີ່ເປັນປະທານໃຫ້ປະສົບຜົນສໍາເລັດ. ເນື່ອງໃນໂອກາດນີ້, ສະຫາຍ ປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ກໍ່ໄດ້ສົ່ງຄໍາຢື້ຢາມຖາມຂ່າວເຖິງສະຫາຍ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດລາວ ແລະບັນດາສະຫາຍການນໍາສະພາແຫ່ງຊາດລາວ.
ຍສໝ - ຕາມການແຈ້ງການຂອງກຳມາທິການການຕ່າງປະເທດສະພາແຫ່ງຊາດ ບຸນກາຣີ, ທ່ານປະທານສະພາແຫ່ງຊາດ ບຸນກາຣີ Rossen Dimitrov Jeliazkov ຈະໄປຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການແຕ່ວັນທີ 5 – 9 ມັງກອນ ຕາມຄຳເຊີນຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຫວືອງດິງເຫ້ວ.
ຍສໝ - ຕອນບ່າຍວັນທີ 10 ທັນວາ, ທ່ານກຳມະການກົມການເມືອງ, ປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ ໄດ້ໄປຮອດສະໜາມບິນສາກົນ ໂນຍບາຍ, ສິ້ນສຸດການເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດສະພາແຫ່ງຊາດສາມຝ່າຍຄັ້ງທຳອິດ ກຳປູເຈຍ-ລາວ-ຫວຽດນາມ (CLV); ຢ້ຽມຢາມ ແລະ ເຮັດວຽກຢູ່ລາວ; ຢ້ຽມຢາມໄທຢ່າງເປັນທາງການ.
ຍສໝ - ກຳມະການກົມການເມືອງ, ປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ໄດ້ສິ້ນສຸດການເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດສະພາແຫ່ງຊາດ ກຳປູເຈຍ - ລາວ - ຫວຽດນາມ ຄັ້ງທີ 5 ໄດ້ຮັບຜົນສຳເລັດທີ່ສຸດ; ຢ້ຽມຢາມ ແລະ ເຮັດວຽກຢູ່ລາວ; ຢ້ຽມຢາມໄທຢ່າງເປັນທາງການແຕ່ວັນທີ 4-10 ທັນວາ 2023.
ຍສໝ - ຕາມຜູ້ຕາງໜ້າຂອງສຳນັກຂ່າວສານ ຫວຽດນາມ, ຕອນເຊົ້າວັນທີ 7 ທັນວາ, ໃນຂອບເຂດການປະຕິບັກງານເຂົ້າຮ່ວມກອງປະຊຸມຂັ້ນສູງສະພາແຫ່ງຊາດ 3 ປະເທດ ກຳປູເຈຍ - ລາວ - ຫວຽດນາມ (CLV), ການຢ້ຽມຢາມ ແລະ ເຮັດວຽກຢູ່ ລາວ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຫວືອງດິງເຫ້ວ ໄດ້ໄປຢ້ຽມຢາມບໍລິສັດ Star Telecom (Unitel) ໃນກຸ່ມບໍລິສັດອຸດສາຫະກຳ - ໂທລະຄົມກອງທັບ (Viettel).
ຍສໝ - ຕອນຄ່ຳວັນທີ 9 ທັນວາ, ຢູ່ແຂວງ ອຸດອນທານີ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຫວືອງດິງເຫ້ວ ໄດ້ມີການພົບປະກັບປະຊາຄົມຊາວ ຫວຽດນາມ ຢູ່ ໄທ.
ຍສໝ - ໃນຕອນເຊົ້າວັນທີ 7 ທັນວາ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ພ້ອມກັບຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ໄດ້ໄປຮອດບາງກອກ, ເລີ່ມຕົ້ນການຢ້ຽມຢາມລາຊະອານາຈັກໄທຢ່າງເປັນທາງການ ຕາມຄຳເຊີນຂອງທ່ານປະທານສະພາແຫ່ງຊາດໄທ Wan Muhamad Noor Matha.
ຍສໝ - ຕອນບ່າຍວັນທີ 7 ທັນວາ, ຢູ່ນະຄອນຫຼວງ ບາງກອກ, ປະເທດໄທ, ທ່ານປະທານສະພາຜູ້ແທນລາດຊະດອນ ໄທ ວັນ ມູຫະມັດ ນໍ ມະທາ (Wan Muhamad Noor Matha) ໄດ້ເປັນປະທານທີ່ພິທີຕ້ອນຮັບຢ່າງເປັນທາງການທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຫວືອງດິງເຫ້ວ ແລະ ຄະນະຜູ້ແທນສະພາແຫ່ງຊາດ ຫວຽດນາມ. ພາຍຫຼັງພິທີຕ້ອນຮັບ, ສອງຝ່າຍໄດ້ມີການພົບປະເຈລະຈາ.
ຍສໝ - ຕາມຜູ້ຕາງໜ້າພິເສດຂອງສຳນັກຂ່າວສານ ຫວຽດນາມ, ໃນຂອບເຂດໄປປະຕິບັດງານເຂົ້າຮ່ວມກອງປະຊຸມຂັ້ນສຸງສະພາແຫ່ງຊາດ 3 ປະເທດ ກຳປູເຈຍ - ລາວ - ຫວຽດນາມ , ຢ້ຽມຢາມ ແລະ ເຮັດວຽກຢູ່ ລາວ, ຕອນບ່າຍວັນທີ 5 ທັນວາ, ຢູ່ນະຄອນຫຼວງວຽງຈັນ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຫວືອງດິງເຫ້ວ ໄດ້ໄປຢ້ຽມຢາມວິທະຍາຄານການເມືອງ ປ້ອງກັນຄວາມສະຫງົບ ປະຊາຊົນລາວ.
ຍສໝ - ທີ່ພິທີປິດ, ຕາງໜ້າສະພາແຫ່ງຊາດຫວຽດນາມ, ສະຫາຍປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ຮັບໜ້າທີ່ສຳຄັນໃນການເປັນເຈົ້າພາບຈັດກອງປະຊຸມສຸດຍອດສະພາແຫ່ງຊາດ ສາມປະເທດ ກຳປູເຈຍ-ລາວ-ຫວຽດນາມ ຄັ້ງທີ 2 ຄາດວ່າຈະຈັດຂຶ້ນໃນປີ 2025 ຈາກສະພາແຫ່ງຊາດລາວ.