ຍສໝ - ວັນທີ 9 ທັນວາ, ຄະນະຊີ້ນຳແຫ່ງຊາດ 515 ໄດ້ສົມທົບກັບສະຖານທູດອາເມລິກາ ປະຈຳ ຫວຽດນາມ, ກົມພົວພັນຕ່າງປະເທດ (ກະຊວງປ້ອງກັນປະເທດຫວຽດນາມ) ແລະອົງການທີ່ກ່ຽວຂ້ອງ ໄດ້ຈັດຕັ້ງພິທີມອບ-ຮັບວັດຖຸລະນຶກໃນສະໄໝສົງຄາມຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ, ນັກຮົບເກົ່າຫວຽດນາມ ໂດຍ ອາເມລິກາ ສະໜອງໃຫ້.
ຍສໝ - ວັນທີ 7 ພະຈິກ, ຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ໂນນພູ 82 (ແຂວງໄຕນິງ), ກອງບັນຊາການທະຫານເຂດ 7 ໄດ້ຈັດຕັ້ງພິທີເຄື່ອນທັບ, ມອບໝາຍໜ້າທີ່ໃຫ້ກອງ K ຊອກຄົ້ນອັດຖິທະຫານອາສາສະໝັກຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ກໍາປູເຈຍ ກັບຄືນປະເທດໄລຍະ XXIV ໃນລະດູແລ້ງ 2024-2025.
ຍສໝ - ແຕ່ລະປີ, ພະນັກງານ ແລະ ນາຍທະຫານ 80 ຄົນຂອງກອງເຕົ້າໂຮມ ໄດ້ໄປສູ່ປະເທດເພື່ອນ ລາວ ເພື່ອຊອກຄົ້ນຂຸມຝັງສົບຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ. ແຕ່ວ່າ, ພູມສັນຖານສ່ວນຫຼາຍແມ່ນເປັນພູຜາປ່າດົງ ແລະ ຂໍ້ມູນກ່ຽວກັບຂຸມຝັງສົບແມ່ນນັບມື້ນັບຫນ້ອຍລົງ, ເຮັດໃຫ້ການເຕົ້າໂຮມປະສົບກັບຄວາມຫຍຸ້ງຍາກ.
ຍສໝ - ໄດ້ມີຄວາມເອົາໃຈໃສ່ ແລະ ການຊີ້ນຳນຳພາຂອງຄະນະພັກແຂວງ, ສະພາປະຊາຊົນ, ຄະນະກຳມະການປະຊາຊົນ , ຄະນະກຳມະການແນວໂຮມປະເທດຊາດແຂວງ, ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ - ລາວ ແຂວງ ໄດ້ຜ່ານຜ່າຄວາມຫຍຸ້ງຍາກ, ເຄື່ອນໄຫວຢ່າງຕັ້ງໜ້າ ແລະ ບັນລຸໄດ້ບັນດາໝາກຜົນທີ່ໜ້າປະທັບໃຈ, ປະກອບສ່ວນເຂົ້າໃນຜົນສຳເລັດລວມເພື່ອເພີ່ມພູນຄູນສ້າງການພົວພັນມິດຕະພາບ ແລະ ຄວາມສາມັກຄີຂອງແຂວງ.
ຍສໝ - ພາຍຫຼັງກວ່າໜຶ່ງເດືອນທີ່ປະຕິບັດໜ້າທີ່ຢູ່ດິນແດນເພື່ອນລາວ, ມາຮອດປະຈຸບັນ (ວັນທີ 15 ພະຈິກ) ກອງທ້ອນໂຮມສາມາດຈັດຕັ້ງການຊອກຫາ ແລະເຕົ້າໂຮມອັດຖິນັກຮົບເສຍສະຫຼະຊີວິດໄດ້ 5 ອັດຖິຢູ່ບໍລິເວນເມືອງຊອນ ແລະເມືອງຮ້ຽມ, ແຂວງຫົວພັນ, ລາວ.
ຍສໝ - ວັນທີ 7 ພະຈິກ, ຢູ່ແຂວງ ໄຕນິງ, ທະຫານເຂດ 7 ໄດ້ຈັດຕັ້ງພິທີເຄື່ອນທັບ, ມອບໜ້າທີ່ໃຫ້ 4 ກອງຊອກຄົ້ນ ແລະ ທ້ອນໂຮມອັດຖິຂອງນັກຮົບຜູ້ເສຍສະຫຼະຊີວິດເພື່ອຊາດຢູ່ ກຳປູເຈຍ ໄລຍະ 24 (ລະດູແລ້ງ 2024 – 2025).
ຍສໝ - ດ້ວຍຈິດໃຈນັ້ນ, ໃນໄລຍະດຳລົງຊີວິດຢູ່ຕາມບ້ານແຫ່ງຕ່າງໆຂອງປະເທດເພື່ອນລາວ, ບັນດາສະມາຊິກໃນກອງທ້ອນໂຮມ 192 ໄດ້ປະຕິບັດຕາມທິດນຳທີ່ວ່າ “ພ້ອມກັນກິນ, ພ້ອມກັນຢູ່, ພ້ອມກັນເຮັດ, ພ້ອມກັນເວົ້າພາສາລາວ”.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 77 ປີແຫ່ງວັນທະຫານເສຍອົງຄະ - ນັກຮົບເສຍສະຫຼະຊີວິດເພື່ອຊາດ 27 ກໍລະກົດ (1947 – 2024), ວັນທີ 12 ກໍລະກົດ, ຢູ່ນະຄອນ ດົ່ງຮ່າ (ແຂວງ ກວາງຈີ້), ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ໄດ້ສົມທົບກັບສະມາຄົມສົ່ງເສີມການສຶກສາແຂວງ ກວາງຈີ້ ຈັດຕັ້ງໂຄງການມອບເຮືອນໃຫ້ບັນດາຄອບຄົວນະໂຍບາຍ ແລະ ທຶນການສຶກສາໃຫ້ນັກຮຽນທີ່ເປັນລູກຫຼານຂອງບັນດາຄອບຄົວທະຫານເສຍອົງຄະ - ນັກຮົບເສຍສະຫຼະຊີວິດເພື່ອຊາດ.
ຍສໝ - ວັນທີ 13 ກໍລະກົດ, ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ໄດ້ຈັດຕັ້ງພິທີມອບຂອງຂວັນໃຫ້ບັນດາທະຫານເສຍອົງຄະ, ຄອບຄົວນັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ແຂວງ ກວາງບິ່ງ ແລະ ເງ້ອານ ເນື່ອງໃນໂອກາດ 77 ປີແຫ່ງວັນທະຫານເສຍອົງຄະ ແລະ ນັກຮົບເສຍສະຫຼະຊີວິດເພື່ອຊາດ.
ຍສໝ - ຕອນບ່າຍວັນທີ 8 ກໍລະກົດ, ໃນບັນຍາກາດທີ່ທົ່ວປະເທດມຸ່ງໄປເຖິງພິທີສະເຫຼີມສະຫຼອງ 77 ປີແຫ່ງວັນທະຫານເສຍອົງຄະ ແລະ ນັກຮົບເສຍສະຫຼະຊີວິດເພື່ອຊາດ, ຢູ່ເຂດພູດອຍ ເມືອງ ແອງເຊີນ (ແຂວງ ເງ້ອານ), ທ່ານປະທານສະພາແຫ່ງຊາດຫວຽດນາມ ເຈີນແທງເໝີນ ພ້ອມດ້ວຍຄະນະປະຈຳສະພາແຫ່ງຊາດ ໄດ້ຖະຫວາຍທູບທຽນອາໄລຫາປະທານ ໂຮ່ຈີມິນ ແລະ ບັນດາວິລະຊົນຜູ້ທີ່ເສຍສະຫຼະຊີວິດເພື່ອຊາດ ຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດສາກົນ ຫວຽດນາມ - ລາວ.
ຍສໝ - ຫວ່າງແລ້ວນີ້, ຢູ່ນະຄອນ ໂຮ່ຈີມິນ, ຄະນະປະຕິບັດງານພິເສດລັດຖະບານ ຫວຽດນາມ ແລະ ຄະນະປະຕິບັດງານພິເສດຂອງລັດຖະບານ ລາວ ໄດ້ຈັດກອງປະຊຸມຄັ້ງທີ XXIX ກ່ຽວກັບການສືບຕໍ່ຊອກຫາ, ທ້ອນໂຮມ, ສົ່ງອັດຖິນັກຮົບອາສາສະໝັກ ແລະ ຊ່ຽວຊານ ຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ ລາວ ໃນສະໄໝສົງຄາມກັບຄືນເມືອບ້ານເກີດເມືອງນອນ, ລະດູແລ້ງ ປີ 2024 – 2025.
ຍສໝ - ວັນທີ 2 ກໍລະກົດ, ຢູ່ ຮ່າໂນ້ຍ, ສະຫະພັນບັນດາອົງການມິດຕະພາບນະຄອນ ຮ່າໂນ້ຍ ໄດ້ສົມທົບກັບຄະນະກໍາມະການປະຊາຊົນເມືອງ ໄຕໂຮ່ ແລະ ກອງທຶນສົນການດີນທາງສີຂຽວ ໄດ້ຈັດຕັ້ງລາຍການ “ດອກບົວເຊື່ອມຕໍ່ຄວາມຮັກແພງ” ເພື່ອຢ້ຽມຢາມ ແລະ ມອບຂອງຂວັນໃຫ້ 42 ຄອບຄົວນະໂຍບາຍຢູ່ນະຄອນ ຮ່າໂນ້ຍ ເນື່ອງໃນໂອກາດສະເຫຼີມສະຫຼອງ 77 ປີແຫ່ງວັນທະຫານເສຍອົງຄະ ແລະ ນັກຮົບເສຍສະຫຼະຊີວິດເພື່ອຊາດ (ວັນທີ 27 ກໍລະກົດ ປີ 1947 – ວັນທີ 27 ກໍລະກົດ ປີ 2024).
ຍສໝ - ຊາກສົບຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ 11 ຄົນ ເຊິ່ງເປັນທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍຊີວິດຢູ່ລາວ ໄດ້ຖືກພົບເຫັນ ແລະ ສົ່ງກັບຄືນບ້ານເກີດເມືອງນອນ
ເພື່ອປົງສົບ.
ຍສໝ - ສະຫາຍພັນເອກພິເສດ ດວ່ານຊວນເບື່ອງ ຫວັງວ່າໃນໄລຍະຈະມາເຖິງ, ຄະນະປະຕິບັດງານພິເສດແຂວງຊຽງຂວາງ ຈະສືບຕໍ່ເອົາໃຈໃສ່ສ້າງທຸກເງື່ອນໄຂສະດວກເພື່ອໃຫ້ກອງທ້ອນໂຮມກອງບັນຊາການທະຫານແຂວງເງະອານ ປະຕິບັດສຳເລັດໜ້າທີ່ທີ່ໄດ້ຮັບມອບໝາຍ.
ຍສໝ - ຕອນເຊົ້າວັນທີ 9 ຕຸລາ 2023, ຄະນະຊີ້ນຳກອງບັນຊາການ 515 ແຂວງ ແທງຮ໋ວາ ໄດ້ຈັດຕັ້ງພິທີອອກທັບ, ມອບໜ້າທີ່ໃຫ້ກອງທ້ອນໂຮມອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ ຂຶ້ນກັບກອງບັນຊາການທະຫານແຂວງ ປະຕິບັດໜ້າທີ່ຄົ້ນຫາ ແລະ ທ້ອນໂຮມອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ລາວ, ລະດູແລ້ງ 2023-2024.
ຍສໝ - ທ່ານຮອງປະທານສະພາແຫ່ງຊາດ, ພົນໂທ ເຈິ່ນກວາງເຟືອງ ສະແດງຄວາມຮູ້ບຸນຄຸນຂອງພັກ, ລັດ, ປະຊາຊົນ ທີ່ມີຕໍ່ການເສຍສະຫຼະຊີວິດເພື່ອຊາດຂອງບັນດານັກຮົບໃນການຕໍ່ສູ້ເພື່ອປົດປ່ອຍ ແລະ ປົກປັກຮັກສາປະເທດຊາດ.
ຍສໝ - ວັນທີ 16-17 ພຶດສະພາ, ຢູ່ແຂວງ ຊຽງຂວາງ, ໄດ້ຈັດພິທີມອບ - ຮັບ, ສວດມົນພາວະນາ ແລະ ສົ່ງອັດຖິທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ທີ່ໄດ້ເສຍສະຫຼະຊີວິດເພື່ອຊາດຢູ່ 3 ແຂວງຂອງລາວ.
ຍສໝ - ງານມະໂຫລານມິດຕະພາບປະຊາຊົນ ຫວຽດນາມ - ລາວ ຄັ້ງທີ 5 ໄດ້ໄຂຂຶ້ນຢູ່ແຂວງ ກວາງຈີ້ (ຫວຽດນາມ) ແລະ ສະຫວັນນະເຂດ (ລາວ) ແຕ່ວັນທີ 27 – 30 ກັນຍາ 2022 ເນື່ອງໃນໂອກາດ “ປີແຫ່ງຄວາມສາມັກຄີມິດຕະພາບຫວຽດນາມ - ລາວ, ລາວ - ຫວຽດນາມ 2022”, ສະເຫຼີມສະຫຼອງ 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື (18 ກໍລະກົດ 1977 – 18 ກໍລະກົດ 2022); 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ລາວ (5 ກັນຍາ 1962 – 5 ກັນຍາ 2022). ກ່ອນງານມະໂຫລານ, ສະມາຄົມມິດຕະພາບ ຫວຽດນາມ - ລາວ; ສະຖານທູດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳ ຫວຽດນາມ; ສະຖານກົງສຸນໃຫຍ່ລາວ ປະຈຳ ນະຄອນ ດ່າໜັງ ໄດ້ໄປສຸສານສາກົນ ອານເຊີນ (ເງ້ອານ) ແລະ ສຸສານເຈື່ອງເຊີນ (ກວາງຈີ) ເພື່ອຖະຫວາຍທູບທຽນ, ດອກໄມ້ເຖິງດວງວິນຍານວິລະຊົນ ແລະ ນັກຮົບເສຍສະຫຼະຊີວິດເພື່ອຊາດ.
ຫວ່າງແລ້ວນີ້, ຢູ່ເມືອງທ່າແຂກ (ແຂວງຄຳມ່ວນ, ລາວ), ຄະນະປະຕິບັດງານພິເສດ ແຂວງກວາງບິ່ງ ແລະແຂວງຄຳມ່ວນ ໄດ້ດຳເນີນການພົບປະເຈລະຈາເຫັນດີເປັນເອກະພາບຕໍ່ບັນດາແຜນນະໂຍບາຍ ແລະມາດຕະການສົມທົບກັນຊອກຄົ້ນ ແລະທ້ອນໂຮມອັດຖິທະຫານອາສາສະໝັກ ແລະນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນບໍລິເວນແຂວງຄໍາມ່ວນ.
ຍສໝ - 2 ຝ່າຍໃຫ້ຂໍ້ສັງເກດວ່າ: ວຽກງານສຳຫຼວດ, ຊອກຄົ້ນ ແລະ ທ້ອນໂຮມອັດຖິທະຫານອາສາສະໝັກ ແລະ ນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ ໃນບໍລິເວນແຂວງຄໍາມ່ວນ ນັບມື້ນັບປະສົບກັບຄວາມຫຍຸ້ງຍາກຍ້ອນສະພາບພູມີປະເທດທີ່ປ່ຽນແປງ, ບັນດາພະຍານ ຮູ້ຈັກກ່ຽວກັບຂຸມຝັງສົບນັບມື້ນັບໜ້ອຍລົງ, ສ່ວນໃຫຍ່ແມ່ນອາຍຸສູງ ແລະ ສຸຂະພາບທີ່ບໍ່ແຂງແຮງ;...