ສາມັກຄີຮູ້ບຸນຄຸນບັນດາວິລະຊົນນັກຮົບເສຍສະຫຼະຊີວິດເພື່ອຊາດ ຫວຽດນາມ - ລາວ

11:46 | 13/04/2026

ຍສໝ - ຕາມນັກຂ່າວສຳນັກຂ່າວສານ ຫວຽດນາມ (TTXVN) ປະຈຳລາວໃຫ້ຮູ້ວ່າ: ໃນຄ່ຳຄືນວັນທີ 11 ເມສາ, ຢູ່ເຂດຫໍບູຊາວິລະຊົນນັກຮົບເສຍສະຫຼະຊີວິດເພື່ອຊາດ ລາວ - ຫວຽດນາມ ທີ່ທົ່ງໄຫຫີນ, ແຂວງ ຊຽງຂວາງ, ພາກເໜືອຂອງລາວ, ໄດ້ຈັດພິທີບຸນມະຫາສາມັກຄີຮູ້ບຸນຄຸນ ແລະ ອາໄລຫາບັນດາວິລະຊົນນັກຮົບເສຍສະຫຼະຊີວິດເພື່ອຊາດ ລາວ - ຫວຽດນາມ.

ນ້ຳໃຈມິດຕະພາບອັນດູດດື່ມ ແລະ ຄວາມສາມັກຄີພິເສດ ຫວຽດນາມ - ລາວ
ຫວຽດນາມ - ລາວ ເພີ່ມທະວີການຮ່ວມມືດ້ານຄວາມໝັ້ນຄົງ

ແຜນງານດັ່ງກ່າວ ຈັດຕັ້ງໂດຍຄະນະວັດທະນະທຳສູນກາງ ສະມາຄົມພຸດທະສາດສຳພັນ ຫວຽດນາມ ສົມທົບກັບບັນດາອົງການ, ສະມາຄົມ/ຄະນະຈັດຕັ້ງ ຂອງ ລາວ ແລະ ຫວຽດນາມ.

ສາມັກຄີຮູ້ບຸນຄຸນບັນດາວິລະຊົນນັກຮົບເສຍສະຫຼະຊີວິດເພື່ອຊາດ ຫວຽດນາມ - ລາວ
ບັນດາຜູ້ແທນເຂົ້າຮ່ວມພິທີບຸນມະຫາສາມັກຄີຮູ້ບຸນຄຸນ ແລະ ອາໄລຫາບັນດາວິລະຊົນນັກຮົບເສຍສະຫຼະຊີວິດເພື່ອຊາດ ລາວ - ຫວຽດນາມ. ພາບ: ວັນຟຽນ/ນັກຂ່າວສຳນັກຂ່າວສານ ຫວຽດນາມ ປະຈຳລາວ

ເຂົ້າຮ່ວມເຫດການມີ ທ່ານຫງວຽນມິງເຕິມ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳລາວ; ຜູ້ນຳ ບັນດາອົງການຕົວແທນ ຫວຽດນາມ ປະຈຳລາວ; ຜູ້ນຳ ບັນດາແຂວງ ຊຽງຂວາງ, ໄຊສົມບູນ ແລະ ແຂວງ ວຽງຈັນ; ຜູ້ຕາງໜ້າແນວລາວສ້າງຊາດ, ສະມາຄົມມິດຕະພາບ ລາວ - ຫວຽດນາມ, ສະມາຄົມນັກຮົບເກົ່າສອງປະເທດ; ຜູ້ຕາງໜ້າບັນດາອົງການ, ຂະແໜງການຂອງສອງປະເທດ ລາວ - ຫວຽດນາມ ແລະ ສອງແຂວງ ຊຽງຂວາງ, ເງະອານ; ຜູ້ຕາງໜ້າຜູ້ນຳບັນດາສະມາຄົມຊາວ ຫວຽດນາມ ຢູ່ລາວ ພ້ອມດ້ວຍພຸດທະສາສະນິກະຊົນ, ຄະນະກົມກອງ, ວິສາຫະກິດ ຫວຽດນາມ ຢູ່ລາວ ແລະ ປະຊາຊົນທ້ອງຖິ່ນ.

ໃນບັນຍາກາດອັນສະຫງ່າລາສີ, ບັນດາຜູ້ແທນໄດ້ເຂົ້າຮ່ວມພິທີໄຫວ້ພຣະຮັບສິນ, ອາໄລຫາ ແລະ ຮູ້ບຸນຄຸນບັນດາວິລະຊົນນັກຮົບເສຍສະຫຼະຊີວິດເພື່ອຊາດສອງປະເທດ ຫວຽດນາມ - ລາວ.

ກ່າວຄຳປາໄສໄຂພິທີ, ພຣະອາຈານໃຫຍ່ ທິກທໍ້ລາກ, ກຳມະການປະຈຳສະພາປົກຄອງສົງ, ຫົວໜ້າຄະນະວັດທະນະທຳສູນກາງ ສະມາຄົມພຸດທະສາດສຳພັນ ຫວຽດນາມ, ເຈົ້າອະທິການວັດ ເຂັດຫໍບູຊາວິລະຊົນນັກຮົບເສຍສະຫຼະຊີວິດເພື່ອຊາດ ລາວ - ຫວຽດນາມ, ໄດ້ເນັ້ນໜັກວ່າ: ພິທີຈຸດທຽນ ບໍ່ພຽງແຕ່ແມ່ນພິທີກຳທາງສາສະໜາອັນສັກສິດເທົ່ານັ້ນ, ແຕ່ຍັງແມ່ນສັນຍະລັກຂອງມູນເຊື້ອ "ດື່ມນ້ຳໃຫ້ນຶກເຖິງແຫຼ່ງນ້ຳ", ສະແດງໃຫ້ເຫັນຄວາມຮູ້ບຸນຄຸນຢ່າງເລິກເຊິ່ງ ຕໍ່ກັບການເສຍສະຫຼະຊີວິດຢ່າງອົງອາດກ້າຫານ ຂອງບັນດາວິລະຊົນນັກຮົບເສຍສະຫຼະຊີວິດເພື່ອຊາດ ສອງປະເທດ ຫວຽດນາມ - ລາວ ທີ່ໄດ້ສະລະຊີວິດເພື່ອເອກະລາດ, ອິດສະລະພາບ ແລະ ເພື່ອອະນາຄົດຂອງສອງຊາດ. ແຕ່ລະແປວທຽນທີ່ຖືກຈຸດຂຶ້ນ ແມ່ນຄຳອະທິຖານຂໍໃຫ້ມີສັນຕິພາບ, ຂໍໃຫ້ດວງວິນຍານຂອງບັນດາວິລະຊົນນັກຮົບເສຍສະຫຼະຊີວິດເພື່ອຊາດ ໄດ້ໄປສູ່ສຸຄະຕິ, ພ້ອມທັງແມ່ນການສືບຕໍ່ສາຍໄຍແຫ່ງຄວາມສາມັກຄີ ຫວຽດນາມ-ລາວ ອັນແໜ້ນແຟ້ນຜ່ານຫຼາຍເຊັ່ນຄົນ.

ທ່ານຫງວຽນມິງເຕິມ ໄດ້ສະແດງຄວາມຕື້ນຕັນໃຈ ເມື່ອໄດ້ມີໜ້າຢູ່ເທິງດິນແດນທີ່ຮັ່ງມີດ້ວຍມູນເຊື້ອປະຕິວັດ, ເຊິ່ງແມ່ນບ່ອນທີ່ຈາລຶກການເສຍສະຫຼະອັນໃຫຍ່ຫຼວງ ຂອງກອງທັບ ແລະ ປະຊາຊົນສອງປະເທດ ຫວຽດນາມ - ລາວ ໃນບັນດາການຕໍ່ສູ້ກູ້ຊາດ ເພື່ອຍາດເອົາເອກະລາດ ແລະ ອິດສະລະພາບ. ທ່ານທູດເນັ້ນໜັກວ່າ, ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ການຕິດພັນຍຸດທະສາດ ຫວຽດນາມ - ລາວ ໄດ້ຮັບການຫຼໍ່ຫຼອມຈາກພຶດຕິກຳຕົວຈິງຂອງການຕໍ່ສູ້ອັນລຳບາກຍາກແຄ້ນ, ດ້ວຍການເສຍສະຫຼະເລືອດເນື້ອ ແລະ ນ້ຳໃຈອັນຊື່ສັດບໍລິສຸດຂອງຫຼາຍເຊັ່ນຄົນ. ບັນດາກິດຈະກຳອາໄລຫາ ເຊັ່ນພິທີຈຸດທຽນ ບໍ່ພຽງແຕ່ສະແດງໃຫ້ເຫັນຄຸນສົມບັດສິນທຳແຫ່ງການຮູ້ບຸນຄຸນຢ່າງເລິກເຊິ່ງເທົ່ານັ້ນ, ແຕ່ຍັງປະກອບສ່ວນສຶກສາອົບຮົມໃຫ້ຄົນຮຸ່ນໜຸ່ມ ຮັບຮູ້ກ່ຽວກັບຄຸນຄ່າຂອງສັນຕິພາບ, ເອກະລາດ ແລະ ຄວາມຮັບຜິດຊອບໃນການຮັກສາ, ເພີ່ມພູນຄູນສ້າງໃຫ້ແກ່ສາຍພົວພັນຄວາມສາມັກຄີພິເສດ ລະຫວ່າງ ຫວຽດນາມ ແລະ ລາວ ໃຫ້ມີຄວາມຈະເລີນງອກງາມຍິ່ງໆຂຶ້ນ.

ສາມັກຄີຮູ້ບຸນຄຸນບັນດາວິລະຊົນນັກຮົບເສຍສະຫຼະຊີວິດເພື່ອຊາດ ຫວຽດນາມ - ລາວ
ທ່ານຫງວຽນມິງເຕິມ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳລາວ ກ່າວຄຳປາໄສໃນພິທີ. ພາບ: ວັນຟຽນ/ນັກຂ່າວສຳນັກຂ່າວສານ ຫວຽດນາມ ປະຈຳລາວ

ກ່າວຄຳປາໄສໃນເຫດການ, ທ່ານຮົ່ງຄຳ ພິມມະສານ, ຮອງປະທານຄະນະກຳມະການປົກຄອງແຂວງ ຊຽງຂວາງ ໄດ້ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງ ຕໍ່ກັບການເສຍສະຫຼະຊີວິດຂອງບັນດາວິລະຊົນນັກຮົບເສຍສະຫຼະຊີວິດເພື່ອຊາດສອງປະເທດ, ພ້ອມທັງຢືນຢັນເຖິງຄວາມຕັດສິນໃຈທີ່ຈະສືບຕໍ່ເພີ່ມພູນຄູນສ້າງ ໃຫ້ແກ່ສາຍພົວພັນຄວາມສາມັກຄີພິເສດ ລາວ - ຫວຽດນາມ ໃຫ້ຂະຫຍາຍຕົວເຂົ້າສູ່ລວງເລິກ, ແທດຕົວຈິງ ແລະ ມີປະສິດທິຜົນ, ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາ ຢູ່ໃນພາກພື້ນ ແລະ ໃນໂລກ.

ພຣະອາຈານໃຫຍ່ ທິກກວາງຕຸງ, ຮອງປະທານສະພາປົກຄອງສົງ, ຫົວໜ້າຄະນະສົງເຄາະສູນກາງ ສະມາຄົມພຸດທະສາດສຳພັນ ຫວຽດນາມ ແລະ ພຣະອາຈານໃຫຍ່ ວັນສົມ ພຸດທະວົງ, ຮອງປະທານສູນກາງອົງການພຸດທະສາສະໜາສຳພັນ ລາວ ກໍ່ໄດ້ກ່າວຄຳປາໄສເນັ້ນໜັກວ່າ: ພິທີບຸນມະຫາສາມັກຄີຮູ້ບຸນຄຸນ ແລະ ອາໄລຫາບັນດາວິລະຊົນນັກຮົບເສຍສະຫຼະຊີວິດເພື່ອຊາດ ລາວ - ຫວຽດນາມ ບໍ່ພຽງແຕ່ແມ່ນການອາໄລຫາເທົ່ານັ້ນ, ແຕ່ຍັງແມ່ນການສືບທອດດ້ວຍຄວາມຮູ້ບຸນຄຸນ, ດ້ວຍຈິດສຳນຶກແຫ່ງຄວາມຮັບຜິດຊອບ ແລະ ດ້ວຍການກະທຳທີ່ແທດຕົວຈິງ ເພື່ອປົກປັກຮັກສາສັນຕິພາບອັນລ້ຳຄ່າ ເຊິ່ງຄົນຮຸ່ນກ່ອນໄດ້ຍອມເສຍສະຫຼະເລືອດເນື້ອເພື່ອແລກເອົາມາ.

ໃນທ່າມກາງບັນຍາກາດອັນສັກສິດ, ພຣະອາຈານໃຫຍ່ ຫວຽດນາມ ແລະ ພຣະອາຈານໃຫຍ່ ລາວ ພ້ອມດ້ວຍບັນດາຜູ້ແທນ ໄດ້ເຂົ້າຮ່ວມພິທີກຳຈຸດທຽນໄຊພາວະນາອະທິຖານຂໍສັນຕິພາບ ແລະ ສູດມົນສົ່ງສະການ ( cầu siêu ) ໃຫ້ແກ່ບັນດາວິລະຊົນນັກຮົບເສຍສະຫຼະຊີວິດເພື່ອຊາດ ລາວ - ຫວຽດນາມ. ແປວທຽນຫຼາຍຮ້ອຍເຫຼັ້ມໄດ້ຖືກຈຸດຂຶ້ນ, ສ້າງໃຫ້ເກີດມີພາບບັນຍາກາດອັນເຕັມໄປດ້ວຍຄວາມຕື້ນຕັນໃຈ, ແຜ່ກະຈາຍສານແຫ່ງຄວາມຮູ້ບຸນຄຸນ ແລະ ຄວາມມຸ່ງມາດປາດຖະໜາຕໍ່ສັນຕິພາບອັນຍືນຍົງ.

ພາຍຫຼັງສິ້ນສຸດພິທີກຳທາງສາສະໜາ, ແມ່ນແຜນງານສິລະປະພິເສດພາຍໃຕ້ຫົວຂໍ້ “ວັດມິດຕະພາບ ຫວຽດ - ລາວ”. ເປັນພິເສດ, ການສະແດງຈູດດອກໄມ້ໄຟສະເຫຼີມສະຫຼອງ ໄດ້ສ່ອງແສງສະຫວ່າງທົ່ວທ້ອງຟ້າແຂວງ ຊຽງຂວາງ, ປະກອບສ່ວນສ້າງບັນຍາກາດອັນສະຫງ່າຜ່າເຜີຍ ແລະ ສັກສິດໃຫ້ແກ່ເຫດການດັ່ງກ່າວ.

ສາມັກຄີຮູ້ບຸນຄຸນບັນດາວິລະຊົນນັກຮົບເສຍສະຫຼະຊີວິດເພື່ອຊາດ ຫວຽດນາມ - ລາວ
ການສະແດງສິລະປະວັນນະຄະດີຢູ່ໃນພິທີ. ພາບ: ວັນຟຽນ/ນັກຂ່າວສຳນັກຂ່າວສານ ຫວຽດນາມ ປະຈຳລາວ

ກໍ່ໃນຂອບເຂດພິທີບຸນມະຫາສາມັກຄີຮູ້ບຸນຄຸນ ແລະ ອາໄລຫາບັນດາວິລະຊົນນັກຮົບເສຍສະຫຼະຊີວິດເພື່ອຊາດ ລາວ - ຫວຽດນາມ ຢູ່ແຂວງ ຊຽງຂວາງ, ໃນຕອນເຊົ້າວັນທີ 12 ເມສາ, ທ່ານຫງວຽນມິງເຕິມ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳລາວ ພ້ອມດ້ວຍຄະນະປະຕິບັດງານ, ຊຸມຊົນຊາວ ຫວຽດນາມ ຢູ່ລາວ, ຄະນະຜູ້ແທນສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ ຫຼວງພະບາງ ແລະ ຜູ້ນຳແຂວງ ຊຽງຂວາງ ໄດ້ເຂົ້າວາງພວງມາລາ ແລະ ຈຸດທູບທຽນ ເພື່ອອາໄລຫາບັນດາວິລະຊົນນັກຮົບເສຍສະຫຼະຊີວິດເພື່ອຊາດ ຫວຽດນາມ ແລະ ລາວ ຢູ່ເຂດຫໍບູຊາວິລະຊົນນັກຮົບເສຍສະຫຼະຊີວິດເພື່ອຊາດ ລາວ - ຫວຽດນາມ ແຂວງ ຊຽງຂວາງ.

ໃນບັນຍາກາດອັນສະຫງ່າລາສີ ແລະ ດ້ວຍຄວາມເຄົາລົບຮັກ, ສະແດງໃຫ້ເຫັນຄຸນສົມບັດສິນທຳ "ດື່ມນ້ຳໃຫ້ນຶກເຖິງແຫຼ່ງນ້ຳ", ສືບທອດ ແລະ ເສີມຂະຫຍາຍມູນເຊື້ອມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ການຕິດພັນຍຸດທະສາດ ລະຫວ່າງສອງຊາດ ຫວຽດນາມ-ລາວ, ບັນດາຜູ້ແທນໄດ້ສະຫງົບນິ່ງເປັນເວລາໜຶ່ງນາທີ ເພື່ອຈື່ຈຳບຸນຄຸນອັນໃຫຍ່ຫຼວງຂອງບັນດາວິລະຊົນນັກຮົບເສຍສະຫຼະຊີວິດເພື່ອຊາດ ທີ່ໄດ້ເສຍສະຫຼະຊີວິດເພື່ອພາລະກິດສາກົນອັນສູງສົ່ງ ຢູ່ເທິງດິນແດນລາວ, ປະກອບສ່ວນເຂົ້າໃນພາລະກິດຕໍ່ສູ້ປົດປ່ອຍຊາດ ເພື່ອໃຫ້ສອງປະເທດມີສັນຕິພາບ ແລະ ເອກະລາດຄືດັ່ງທຸກມື້ນີ້.

ແຜນງານໄດ້ເລີ່ມຕົ້ນດ້ວຍບັນດາພິທີກຳທາງພຸດທະສາສະໜາອັນສັກສິດ ເຊັ່ນ: ພິທີຕັກບາດຖວາຍທານ, ພິທີສູດມົນໃຫ້ພອນໃນການຫຼໍ່ໝາກກະດິ່ງໃຫຍ່ (Dai Hong Chung) ແລະ ພິທີວາງສີລາລຶກກໍ່ສ້າງສະຖູບດອກບົວເກົ້າຊັ້ນ (Tháp Cửu phẩm Liên hoa), ສິມ (ສິມໃຫຍ່) ວັດມິດຕະພາບ. ໃນທ່າມກາງບັນຍາກາດອັນງຽບສະຫງົບ, ບັນດາພຣະເຖຣານຸເຖຣະ ໄດ້ດຳເນີນພິທີສູດມົນໄຫວ້ພຣະພາວະນາອະທິຖານ ຂໍໃຫ້ປະເທດຊາດມີຄວາມຮົ່ມເຢັນເປັນສຸກ, ແຜ່ສ່ວນບຸນກຸສົນ, ສະແດງໃຫ້ເຫັນນ້ຳໃຈເມດຕາທຳ, ຫັນໄປສູ່ຄວາມດີ ແລະ ຂໍໃຫ້ປະຊາຊົນສອງປະເທດ ມີສັນຕິພາບ ແລະ ຄວາມຜາສຸກ.

ພິທີຫົດນ້ຳມົນສັກສິດ ແລະ ວາງສີລາລຶກໄດ້ຈັດຂຶ້ນ, ເປັນການເລີ່ມຕົ້ນໃຫ້ແກ່ການກໍ່ສ້າງບັນດາກິດຈະກຳທາງຈິດວິນຍານທີ່ສຳຄັນ ຢູ່ເຂດຫໍບູຊາວິລະຊົນນັກຮົບເສຍສະຫຼະຊີວິດເພື່ອຊາດ ລາວ - ຫວຽດນາມ, ເຊິ່ງແມ່ນສະຖານທີ່ທາງວັດທະນະທຳ ແລະ ຄວາມເຊື່ອຖື ທີ່ຕິດພັນກັບປະຫວັດສາດແຫ່ງການຕໍ່ສູ້ ແລະ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຫວຽດນາມ - ລາວ.

ກ່າວຄຳປາໄສໄຂພິທີ, ພຣະອາຈານໃຫຍ່ ທິກທໍ້ລາກ ໄດ້ເນັ້ນໜັກເຖິງຄວາມໝາຍອັນສັກສິດຂອງມະຫາບຸນວິສາຂະບູຊາ, ເຊິ່ງແມ່ນວັນບຸນແຫ່ງຄວາມເມດຕາທຳ ແລະ ປັນຍາ, ພ້ອມທັງຢືນຢັນວ່າ ການເລີ່ມລົງມືກໍ່ສ້າງສິມໃຫຍ່, ສະຖູບດອກບົວເກົ້າຊັ້ນ ແລະ ການຫຼໍ່ໝາກກະດິ່ງໃຫຍ່ ບໍ່ພຽງແຕ່ມີຄຸນຄ່າທາງສາສະໜາເທົ່ານັ້ນ, ແຕ່ຍັງແມ່ນສັນຍະລັກແຫ່ງຄວາມຮູ້ບຸນຄຸນ, ແຫ່ງຄວາມມຸ່ງມາດປາດຖະໜາຕໍ່ສັນຕິພາບ ແລະ ແຫ່ງຄວາມສາມັກຄີພິເສດ ລະຫວ່າງສອງຊາດ ຫວຽດນາມ - ລາວ.

ທ່ານຫງວຽນມິງເຕິມ ກໍ່ໄດ້ກ່າວຄຳປາໄສເນັ້ນໜັກວ່າ ການເລີ່ມກໍ່ສ້າງບັນດາກິດຈະກຳທາງຈິດວິນຍານ ແມ່ນການກະທຳຕົວຈິງທີ່ມຸ່ງໄປສູ່ອະນາຄົດ, ສະແດງໃຫ້ເຫັນເຖິງການສືບທອດ ແລະ ຂະຫຍາຍຕົວຂອງຄວາມສາມັກຄີພິເສດ ຫວຽດນາມ - ລາວ. ທ່ານທູດຢືນຢັນວ່າ ຄຸນຄ່າແຫ່ງຄວາມເມດຕາທຳ, ປັນຍາ, ຄວາມປອງດອງ ແລະ ຄວາມດີຂອງພຸດທະສາສະໜາ ບໍ່ພຽງແຕ່ມີຄວາມໝາຍທາງສາສະໜາເທົ່ານັ້ນ, ແຕ່ຍັງແມ່ນພື້ນຖານອັນສຳຄັນ ປະກອບສ່ວນເຂົ້າໃນການສ້າງສາສັງຄົມໃຫ້ມີສະຖຽນລະພາບ, ສັນຕິພາບ ແລະ ພັດທະນາຢ່າງຍືນຍົງ. ບັນດາກິດຈະກຳ ເຊັ່ນ: ສິມໃຫຍ່, ສະຖູບດອກບົວເກົ້າຊັ້ນ ແລະ ໝາກກະດິ່ງໃຫຍ່ ຈະປະກອບສ່ວນສ້າງເປັນສະຖານທີ່ທາງ ວັດທະນະທຳ-ຈິດວິນຍານ-ປະຫວັດສາດ ທີ່ມີຄວາມໝາຍຍາວນານ, ເປັນບ່ອນເຊື່ອມຕໍ່ຊຸມຊົນ, ອາໄລຫາບັນດາວິລະຊົນນັກຮົບເສຍສະຫຼະຊີວິດເພື່ອຊາດ ແລະ ແຜ່ກະຈາຍຄຸນຄ່າຂອງມະນຸດສະທຳອັນເລິກເຊິ່ງ.

ກ່າວຄຳປາໄສໃນເຫດການ, ທ່ານບົວເງິນ ຮຸມໄຊຍະພົມ, ປະທານຄະນະກຳມະການປົກຄອງແຂວງ ຊຽງຂວາງ ໄດ້ຕີລາຄາສູງຕໍ່ຄວາມໝາຍຂອງແຜນງານ, ພ້ອມທັງຢືນຢັນວ່າ ຈະສືບຕໍ່ສົມທົບຢ່າງແໜ້ນແຟ້ນ ກັບບັນດາອົງການຈັດຕັ້ງຂອງສອງປະເທດ ໃນການຈັດຕັ້ງປະຕິບັດບັນດາກິດຈະກຳ, ປະກອບສ່ວນເສີມຂະຫຍາຍຄຸນຄ່າທາງປະຫວັດສາດ, ວັດທະນະທຳ ແລະ ຈິດວິນຍານຂອງເຂດດັ່ງກ່າວ.

ຕໍ່ໜ້າດວງວິນຍານອັນສັກສິດຂອງບັນດາວິລະຊົນນັກຮົບເສຍສະຫຼະຊີວິດເພື່ອຊາດ ສອງປະເທດ ຫວຽດນາມ - ລາວ, ບັນດາຜູ້ແທນສອງປະເທດ ຢືນຢັນວ່າ ຈະສືບຕໍ່ຮ່ວມກັນຮັກສາ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ການຕິດພັນຍຸດທະສາດ ຫວຽດນາມ - ລາວ, ລາວ - ຫວຽດນາມ ໃຫ້ມີຄວາມແໜ້ນແຟ້ນຍິ່ງໆຂຶ້ນ.

ບັນດາການເຄື່ອນໄຫວຢູ່ ຊຽງຂວາງ ຄັ້ງນີ້ ໄດ້ຢືນຢັນຄືນອີກຄັ້ງໜຶ່ງເຖິງຄວາມຜູກພັນອັນບໍລິສຸດຜຸດຜ່ອງ ລະຫວ່າງສອງຊາດ ຫວຽດນາມ - ລາວ ທີ່ສືບຕໍ່ໄດ້ຮັບການຮັກສາ ແລະ ຂະຫຍາຍຕົວໃນຍຸກສະໄໝໃໝ່, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາ ຢູ່ໃນພາກພື້ນ ແລະ ໃນໂລກ.

ເຊື່ອມຕໍ່ທຸລະກິດຫວຽດນາມ - ລາວ ຜ່ານງານວາງສະແດງທີ່ແຂວງສະຫວັນນະເຂດ ເຊື່ອມຕໍ່ທຸລະກິດຫວຽດນາມ - ລາວ ຜ່ານງານວາງສະແດງທີ່ແຂວງສະຫວັນນະເຂດ

ຍສໝ - ງານວາງສະແດງ “ນະຄອນໂຮ່ຈິມິນ ແລະ ແຂວງ, ນະຄອນມິດຕະພາບໃນແຂວງສະຫວັນນະເຂດຄັ້ງທີ 6” ໃນປີ 2026 ຈະຈັດຂຶ້ນແຕ່ວັນທີ 1-5 ເມສາ ທີ່ສູນປະຊຸມ ແລະ ວາງສະແດງສາກົນສະຫວັນນະເຂດ, ນະຄອນໄກສອນພົມວິຫານ (ແຂວງສະຫວັນນະເຂດ, ລາວ), ໂດຍຄາດວ່າຈະກາຍເປັນຈຸດເດັ່ນທີ່ສຳຄັນໃນການຮ່ວມມືດ້ານເສດຖະກິດ, ການເມືອງ ແລະ ການທູດລະຫວ່າງຫວຽດນາມ ແລະ ລາວ.

ສັນຍາຮ່ວມມືຫຼາຍສິບສະບັບລະຫວ່າງບັນດາທ້ອງຖິ່ນ ແລະ ວິສາຫະກິດຫວຽດນາມ - ລາວ ກຳລັງຈະໄດ້ຮັບການລົງນາມ ສັນຍາຮ່ວມມືຫຼາຍສິບສະບັບລະຫວ່າງບັນດາທ້ອງຖິ່ນ ແລະ ວິສາຫະກິດຫວຽດນາມ - ລາວ ກຳລັງຈະໄດ້ຮັບການລົງນາມ

ຍສໝ - ວັນທີ 31 ມີນາ, ຂໍ້ມູນຈາກພະແນກການຕ່າງປະເທດນະຄອນດານັງໄດ້ຊີ້ໃຫ້ເຫັນວ່າ, ເພື່ອປະຕິບັດຄຳໝັ້ນສັນຍາ ແລະ ເຮັດໃຫ້ສາຍພົວພັນລະຫວ່າງຫວຽດນາມ-ລາວເລິກເຊິ່ງຂຶ້ນ, “ເວທີປາໄສການຮ່ວມມືດ້ານການລົງທຶນ, ການຄ້າ ແລະ ການທ່ອງທ່ຽວເພື່ອສົ່ງເສີມການເຊື່ອມຕໍ່ແລວເສດຖະກິດຕາເວັນອອກ-ຕາເວັນຕົກ (EWEC) 2026” ຈະຈັດຂຶ້ນໃນວັນທີ 3 ເມສາ ທີ່ນະຄອນປາກເຊ (ແຂວງຈຳປາສັກ, ລາວ). ເວທີປາໄສນີ້ໄດ້ຮັບການຮ່ວມຈັດຕັ້ງໂດຍຄະນະກຳມະການປະຊາຊົນນະຄອນດານັງ, ສະຖານກົງສຸນໃຫຍ່ຫວຽດນາມປະຈຳປາກເຊ, ແລະ ຄະນະກຳມະການລັດຖະບານແຂວງຈຳປາສັກ.

ເບິ່ງເພີ່ມເຕີມໃນ: ຊາວຫວຽດນາມອາໃສຢູ່ຕ່າງປະເທດ

ເບິ່ງເພີ່ມເຕີມ