ນັກທ່ອງທ່ຽວສາກົນມາຫວຽດນາມ ສ້າງສະຖິຕິສູງ: ໃນໄຕມາດທີ 1 ຂອງປີ 2025 ມີ 6 ລ້ານກວ່າເທື່ອຄົນ

ນັກທ່ອງທ່ຽວສາກົນມາຫວຽດນາມ ສ້າງສະຖິຕິສູງ: ໃນໄຕມາດທີ 1 ຂອງປີ 2025 ມີ 6 ລ້ານກວ່າເທື່ອຄົນ

ຍສໝ - ຕາມຂໍ້ມູນປະກາດໃຊ້ໃນວັນ​ທີ 6 ​ເມສາ​ ຂອງ​ກົມ​ສະຖິຕິທົ່ວໄປ​, ຈຳນວນ​ນັກ​ທ່ອງ​ທ່ຽວ​ສາກົນ​ມາ​ຫວຽດນາມ ​ໃນ​ໄຕ​ມາດ​ທີ 1 ປີ 2025 ບັນລຸ 6 ລ້ານ​ກວ່າ​ເທື່ອ​ຄົນ, ​ແມ່ນ​ລະດັບ​ສູງ​ທີ່​ສຸດແຕ່ກ່ອນມາຮອດປັດຈຸບັນ. ໃນເດືອນມີນາ, ມີນັກທ່ອງທ່ຽວສາກົນຫຼາຍກວ່າ 2 ລ້ານເທື່ອຄົນ.

ນັກທ່ອງທ່ຽວສາກົນມາ ຫວຽດນາມ ໃນ 2 ເດືອນຕົ້ນປີເພີ່ມຂຶ້ນກວ່າ 30%

ນັກທ່ອງທ່ຽວສາກົນມາ ຫວຽດນາມ ໃນ 2 ເດືອນຕົ້ນປີເພີ່ມຂຶ້ນກວ່າ 30%

ຍສໝ - ​ໃນ​ສອງ​ເດືອນ​ຕົ້ນ​ປີ 2025, ຫວຽດນາມ ​ໄດ້​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ສາກົນ 3,96 ລ້ານ​ເທື່ອ​ຄົນ, ​ເພີ່ມ​ຂຶ້ນ 30,2% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2024. ​ໃນ​ນັ້ນ, ຈຳນວນ​ນັກ​ທ່ອງ​ທ່ຽວ​ສາກົນ​ທີ່​ມາ​ຈາກ​ ອາຊີ ​ກວມ​ເອົາ 3 ລ້ານ​ກວ່າ​ເທື່ອ​ຄົນ, ຕະຫຼາດ​ຈີນ ​ສືບ​ຕໍ່​ເຕີບ​ໂຕ​ຢ່າງເຂັ້ມ​ແຂງ​, ນຳ​ໜ້າດ້ວຍ 77,8%.

ຫຼວງພະບາງ (ລາວ) ອຳນວຍຄວາມສະດວກໃນການອອກວີຊາ ເພື່ອດຶງດູດນັກທ່ອງທ່ຽວ

ຫຼວງພະບາງ (ລາວ) ອຳນວຍຄວາມສະດວກໃນການອອກວີຊາ ເພື່ອດຶງດູດນັກທ່ອງທ່ຽວ

ຍສໝ - ໃນປີ 2024, ຫຼວງພະບາງ (ລາວ) ໄດ້ຕ້ອນຮັບ​ນັກ​ທ່ອງ​ທ່ຽວ 2,3 ລ້ານເທື່ອຄົນ, ເພີ່ມຂຶ້ນ 1,2 ລ້ານເທື່ອຄົນ ເມື່ອທຽບໃສ່ປີ 2023, ສ້າງລາຍຮັບທີ່ບັນລຸໄດ້ປະມານ 1,2 ຕື້ USD. ​ເພື່ອ​ເສີມຂະຫຍາຍ​ບັນດາ​ໝາກຜົນ​ທີ່​ບັນລຸ​ໄດ້​ໃນ​ປີ 2024, ອຳນາດການປົກຄອງ​ແຂວງ ​ຫຼວງ​ພະ​ບາງ ​ໄດ້​ວາງ​ແຜນ​ກຳນົດ​ຫຼາຍ​ວິທີການ ​ເພື່ອ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ມາ​ທ້ອງ​ຖິ່ນ​ນີ້ໃນ​ປີ 2025.

ເຊີນດົ້ງ: ດຶງດູດນັກທ່ອງທ່ຽວດ້ວຍບັນດາຜະລິດຕະພັນທີ່ມີທ່າໄດ້ປຽບຢູ່ເຂດສູງ

ເຊີນດົ້ງ: ດຶງດູດນັກທ່ອງທ່ຽວດ້ວຍບັນດາຜະລິດຕະພັນທີ່ມີທ່າໄດ້ປຽບຢູ່ເຂດສູງ

ຍສໝ - ເຊີນ​ດົ້ງ ​ແມ່ນ​ດິນ​ແດນ​ທີ່​ເຕັມໄປດ້ວຍ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ຕິດ​ພັນ​ກັບ​ການອະນຸລັກຮັກສາ, ເສີມຂະຫຍາຍ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ​ພື້ນ​ເມືອງ​​ທີ່ເປັນເອກະລັກພິເສດ​ຂອງບັນດາ​ຊາວ​ເຜົ່າສ່ວນໜ້ອຍ. ນັບມື້ນັບມີຫຼາຍປະເພດການທ່ອງທ່ຽວທາງ​ຈິດ​ໃຈ, ການທ່ອງທ່ຽວຊຸມຊົນໂດຍທ້ອງຖິ່ນເອົາໃຈໃສ່ເພື່ອສ້າງຜະລິດຕະພັນທີ່ເປັນເອກະລັກສະເພາະ, ດຶງດູດນັກທ່ອງທ່ຽວ.

ປະຊາຊົນ ແລະນັກທ່ອງທ່ຽວນັບເປັນໝື່ນຄົນ ໄປເອົາບຸນ ນາເຊີນດົ່ງຟູ (ແທ່ງຮວ່າ)

ປະຊາຊົນ ແລະນັກທ່ອງທ່ຽວນັບເປັນໝື່ນຄົນ ໄປເອົາບຸນ ນາເຊີນດົ່ງຟູ (ແທ່ງຮວ່າ)

ຍສໝ - ​ແຕ່ລະ​ປີ ມາຮອດ​ໂອກາດ​ເວລາສົ່ງປີເກົ່າຕ້ອນຮັບປີໃໝ່, ປະຊາຊົນ ​ແລະ ນັກ​ທ່ອງ​ທ່ຽວ​​ນັບເປັນໝື່ນຄົນຈາກທົ່ວທຸກສາລະທິດ​ມາ​ເຕົ້າ​ໂຮມ​ກັນ​ໄປ​ເອົາບຸນ ຟູນາ ຫຼື​ເອີ້ນ​​ວ່າ ນາ​ເຊີນ​ດົ່ງ​ຟູ (ຂຶ້ນກັບ​ຕາ​ແສງ ຊວນ​ຢູ່, ​ເມືອງ ​ຍື່ແທ່ງ, ​ແຂວງ ​ແທ່ງ​ຮວ່າ) ເພື່ອຖະຫວາຍທູບທຽນຈາລຶກບຸນຄຸນບັນດາວິລະຊົນຂອງຊາດ ຂັບໄລ່ສັດຕູຜູ້ຮຸກຮານພາຍນອກ ເພື່ອປົກປັກຮັກສາປະເທດຊາດ, ຂໍໃຫ້ມີໂຊກລາບ.

ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ​ ແຂ່ງຝົນ​ເຂົ້າ​ຮ່ວມ​ງານ​ບຸນ ເກົ່າບົງ ຢູ່ ໂຮ້ຍອານ

ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ​ ແຂ່ງຝົນ​ເຂົ້າ​ຮ່ວມ​ງານ​ບຸນ ເກົ່າບົງ ຢູ່ ໂຮ້ຍອານ

ຍສໝ - ເຖິງວ່າຈະມີຝົນຕົກໜັກ, ແຕ່ນັກທ່ອງທ່ຽວຕ່າງປະເທດຫຼາຍຄົນຍັງໃສ່ເສື້ອກັນຝົນ ແລະ ມ່ວນຊື່ນກັບການເຂົ້າຮ່ວມງານບຸນ ເກົ່າບົງ ທີ່ບ້ານຜັກ ຈ່າເກ (ຕາແສງ ເກີມຮ່າ, ນະຄອນ ໂຮ້ຍອານ) - ເຊິ່ງແມ່ນບ່ອນທີ່ໄດ້ຮັບຮັບລາງວັນເປັນບ້ານທ່ອງທ່ຽວທີ່ດີທີ່ສຸດຂອງໂລກ 2024 ໂດຍອົງການທ່ອງທ່ຽວສະຫະປະຊາຊາດ (UN Tourism) ມອບ.

ຈຳນວນນັກທ່ອງທ່ຽວສາກົນຊອກຄົ້ນທີ່ພັກເຊົາຢູ່ ຫວຽດນາມ ໃນໄລຍະບຸນປີໃໝ່ປະຈຳຊາດເພີ່ມຂຶ້ນ 139%

ຈຳນວນນັກທ່ອງທ່ຽວສາກົນຊອກຄົ້ນທີ່ພັກເຊົາຢູ່ ຫວຽດນາມ ໃນໄລຍະບຸນປີໃໝ່ປະຈຳຊາດເພີ່ມຂຶ້ນ 139%

ຍສໝ - ລະດູ​ການ​ທ່ອງ​ທ່ຽວບຸນ​ປີໃໝ່ປະຈຳຊາດ 2025 ​ໄດ້​ຮັບ​ການ​ເຕີບ​ໂຕ​ຢ່າງ​ກະໂດດຂັ້ນຂອງຂະແໜງ​ການທ່ອງທ່ຽວ​ພາຍ​ໃນ, ທ່ອງ​ທ່ຽວ​ຕ່າງປະ​ເທດ ​ແລະ ນັກ​ທ່ອງ​ທ່ຽວ​ສາກົນ​ມາ ​ຫວຽດນາມ.

ປີ 2024, ຂະແໜງການທ່ອງທ່ຽວຂອງຫວຽດນາມ ມີລາຍຮັບປະມານ 840.000 ຕື້ດົ່ງ

ປີ 2024, ຂະແໜງການທ່ອງທ່ຽວຂອງຫວຽດນາມ ມີລາຍຮັບປະມານ 840.000 ຕື້ດົ່ງ

ຍສໝ - ວັນ​ທີ 7 ມັງກອນ​, ຂໍ້​ມູນ​ຈາກ​ກົມການ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ ຫວຽດນາມ ​ໃຫ້​ຮູ້​ວ່າ ໃນ​ເດືອນທັນວາ 2024 ຈຳນວນ​ນັກ​ທ່ອງ​ທ່ຽວ​ສາກົນ​ມາ ຫວຽດນາມ ບັນລຸ 1.747.240 ເທື່ອຄົນ, ​ເພີ່ມ​ຂຶ້ນ 2,1% ​ເມື່ອ​ທຽບ​ໃສ່​ ເດືອນ​ພະຈິກ 2024, ​ເພີ່ມ​ຂຶ້ນ 27,4% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2023. ຍອດຈໍານວນນັກທ່ອງທ່ຽວສາກົນໃນປີ 2024 ບັນລຸ 17.583.901 ຄົນ, ເພີ່ມຂຶ້ນ 39.5% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2023.

ຫວຽດນາມ ແມ່ນສະຖານທີ່ທ່ອງທ່ຽວ “ມີໜຶ່ງບໍ່ມີສອງ” ທີ່ດຶງດູດນັກທ່ອງທ່ຽວອິນເດຍ

ຫວຽດນາມ ແມ່ນສະຖານທີ່ທ່ອງທ່ຽວ “ມີໜຶ່ງບໍ່ມີສອງ” ທີ່ດຶງດູດນັກທ່ອງທ່ຽວອິນເດຍ

ຍສໝ - ບັນດາບໍລິສັດທ່ອງທ່ຽວອິນເດຍ ທີ່ຈ່ອງສະຖານທີ່ທ່ອງທ່ຽວຫວຽດນາມ ໃນປີນີ້ໄດ້ເພີ່ມຂຶ້ນ 500% ເມື່ອທຽບໃສ່ປີ 2019.

ມີນັກທ່ອງທ່ຽວສາກົນ 20.600 ກວ່າຄົນມາຢ້ຽມຢາມຫວຽດນາມ ດ້ວຍກໍາປັ່ນ 7 ຖ້ຽວ

ມີນັກທ່ອງທ່ຽວສາກົນ 20.600 ກວ່າຄົນມາຢ້ຽມຢາມຫວຽດນາມ ດ້ວຍກໍາປັ່ນ 7 ຖ້ຽວ

ຍສໝ - ຕອນເຊົ້າວັນທີ 9 ພະຈິກ, ບໍລິສັດບໍລິການທ່ອງທ່ຽວ Saigontourist ຈຳກັດຜູ້ດຽວ (ຂຶ້ນກັບບໍລິສັດໃຫຍ່ທ່ອງທ່ຽວໄຊງ່ອນ) ໄດ້ຕ້ອນຮັບ ແລະຮັບໃຊ້ກຳປັ່ນທ່ອງທ່ຽວທະເລ Celebrity Solstice (Royal Caribbean) ເຂົ້າທຽບທ່າຢູ່ທ່າກຳປັ່ນ ຝູມີ້ (ແຂວງບ່າເຣ້ຍ-ຫວູ້ງເຕົ່າ) ຂົນສົ່ງນັກທ່ອງທ່ຽວສາກົນ 20.600 ກວ່າຄົນທີ່ຖືສັນຊາດເອີລົບ, ອາເມລິກາ, ອົດສະຕາລີ ມາຫວຽດນາມ.

ຫວຽດນາມ ນອນໃນ top 2 ຂອງຈຳນວນ​ນັກ​ທ່ອງ​ທ່ຽວ​ສາກົນ​ມາ​ລາວ

ຫວຽດນາມ ນອນໃນ top 2 ຂອງຈຳນວນ​ນັກ​ທ່ອງ​ທ່ຽວ​ສາກົນ​ມາ​ລາວ

ຍສໝ - ຕາມ​ກົມ​ພັດທະນາ​ການທ່ອງທ່ຽວ​ຂຶ້ນກັບກະຊວງຖະແຫຼງຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ​ລາວ ແລ້ວ, ​ໃນ 3 ​ເດືອນ​ຕົ້ນ​ປີ 2024, ປະ​ເທດນີ້ ໄດ້​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ 1 ລ້ານ​ກວ່າ​ເທື່ອ​ຄົນ. ໃນນັ້ນ ຈຳນວນ​ນັກ​ທ່ອງ​ທ່ຽວ​ຫວຽດນາມ ຢືນ​ອັນ​ດັບ​ທີ 2 ເຊິ່ງໄດ້ຈັດອັນດັບຢູ່ຖັດຈາກ ​ໄທ ເທົ່ານັ້ນ.

SCMP: ຊາປາແມ່ນຈຸດໝາຍປາຍທາງທີ່ໃກ້ຊິດ ແລະ ດຶງດູດຂອງນັກທ່ອງທ່ຽວຮົ່ງກົງ

SCMP: ຊາປາແມ່ນຈຸດໝາຍປາຍທາງທີ່ໃກ້ຊິດ ແລະ ດຶງດູດຂອງນັກທ່ອງທ່ຽວຮົ່ງກົງ

ຍສໝ - ໜັງສືພິມ​ລາຍ​ວັນ South China Morning Post (SCMP) ຂຽນວ່າ: ຊາປາ ແມ່ນຈຸດໝາຍປາຍທາງທີ່ໃກ້ຊິດ ແລະ ດຶງດູດຂອງນັກທ່ອງທ່ຽວຮົ່ງກົງ. ດ້ວຍບັນດາ​ທົ່ງ​ນາຂັ້ນໄດ​ທີ່​ສວຍ​ງາມ, ວັດ​ທະ​ນະ​ທຳ​ທີ່​ຫຼາກ​ຫຼາຍ​ຂອງ​ຊົນ​ເຜົ່າ​ສ່ວນ​ໜ້ອຍ ແລະ ຈອມພູ ຟານຊິປັງ ທີ່​ໃຫຍ່ໂຕມະໂຫຖານ, ຊາປາ ໄດ້ນຳມາໃຫ້​ນັກ​ທ່ອງ​ທ່ຽວ​ບັນດາການລົງຕົວຈິງ​ທີ່​ບໍ່​ອາດລືມ​ໄດ້.

ນັກທ່ອງທ່ຽວ ສ.ເກົາຫຼີ ເປັນອັນດັບໜຶ່ງໃນບັນດາປະເທດທີ່ຖືກດຶງດູດຍ້ອນອາຫານ ຫວຽດນາມ

ນັກທ່ອງທ່ຽວ ສ.ເກົາຫຼີ ເປັນອັນດັບໜຶ່ງໃນບັນດາປະເທດທີ່ຖືກດຶງດູດຍ້ອນອາຫານ ຫວຽດນາມ

ຍສໝ - ຂໍ້ມູນຈາກການສຳຫຼວດຂອງ Agoda ທີ່ຫາກໍ່ປະກາດ, ນັກທ່ອງທ່ຽວຈາກ​ ສ.​ເກົາຫຼີ​ ເປັນ​ອັນ​ດັບທີ​ໜຶ່ງ​ໃນບັນດາ​ປະ​ເທດ​ທີ່ຖືກ​ດຶງ​ດູດຍ້ອນ​ອາ​ຫານ ​ຫວຽດ​ນາມ, ຖັດຈາກນັ້ນແມ່ນ ຍີ່ປຸ່ນ ແລະ ໄທ.

ບິ່ງທ້ວນ ນຳເອົາໝາກມັງກອນ, ຜະລິດຕະພັນກະເສດ OCOP ເຂົ້າໄປລາວ ເພື່ອໂຄສະນາ, ແນະນຳໃຫ້ນັກທ່ອງທ່ຽວສາກົນ

ບິ່ງທ້ວນ ນຳເອົາໝາກມັງກອນ, ຜະລິດຕະພັນກະເສດ OCOP ເຂົ້າໄປລາວ ເພື່ອໂຄສະນາ, ແນະນຳໃຫ້ນັກທ່ອງທ່ຽວສາກົນ

ຍສໝ - ວັນທີ 4 ມິຖຸນາ, ຂໍ້ມູນຈາກຄະນະກໍາມະການປະຊາຊົນແຂວງ ບິ່ງທ້ວນ ໃຫ້ຮູ້ວ່າ ໃນກາງເດືອນມິຖຸນານີ້ ຄະນະຜູ້ແທນແຂວງ ບິ່ງທ້ວນ ຈະໄປລາວ ເພື່ອໂຄສະນາຜະລິດຕະພັນ ແລະ ສົ່ງເສີມການຄ້າບັນດາປະເພດສິນຄ້າກ່ຽວກັບໝາກມັງກອນ, ຜະລິດຕະພັນກະເສດ OCOP...

ເຮືອສຳລານສຸດຫຼູ ໄດ້ພານັກທ່ອງທ່ຽວສາກົນ ປະມານ 3.500 ຄົນ ໄປຍັງ ຮະລອງ

ເຮືອສຳລານສຸດຫຼູ ໄດ້ພານັກທ່ອງທ່ຽວສາກົນ ປະມານ 3.500 ຄົນ ໄປຍັງ ຮະລອງ

ຍສໝ - ກ່ຳປັ່ນ Costa Serena ໄດ້ເດີນທາງອອກຈາກຮົ່ງກົງ (ຈີນ) ມາຮອດ ຮະລອງ (ຫວຽດນາມ) ພ້ອມກັບນັກທ່ອງທ່ຽວເກືອບ 3.500 ຄົນ ແລະ ໄດ້ເຂົ້າທຽບທ່າຢູ່ທ່າກ່ຳປັ່ນສາກົນ ຮະລອງ ໃນເວລາ 8 ໂມງເຊົ້າຂອງວັນທີ 30 ກັນຍາ.

ສື່ມວນຊົນ, ເຜີຍແພ່ແນະນຳການທ່ອງທ່ຽວຫວຽດນາມ ເພື່ອດຶງດູດນັກທ່ອງທ່ຽວສາກົນ

ສື່ມວນຊົນ, ເຜີຍແພ່ແນະນຳການທ່ອງທ່ຽວຫວຽດນາມ ເພື່ອດຶງດູດນັກທ່ອງທ່ຽວສາກົນ

ຍສໝ - ໃນລະຫວ່າງວັນທີ 1-8 ກໍລະກົດ, ກົມທ່ອງທ່ຽວແຫ່ງຊາດຫວຽດນາມ ໄດ້ຈັດຕັ້ງໂຄງການແນະນຳການທ່ອງທ່ຽວຢູ່ນະຄອນຫຼວງ Moscow ແລະ Saint Petersburg, ສະຫະພັນລັດເຊຍ ເພື່ອໂຄສະນາຄວາມງາມຂອງປະເທດ ແລະ ປະຊາຊົນຫວຽດນາມ.

ຄວາມສວຍສົດງົດງາມທີ່ສະຫງົບງຽບຂອງບ້ານຊາວປະມົງ ວຸງວຽງ ດຶງດູດນັກທ່ອງທ່ຽວສາກົນ

ຄວາມສວຍສົດງົດງາມທີ່ສະຫງົບງຽບຂອງບ້ານຊາວປະມົງ ວຸງວຽງ ດຶງດູດນັກທ່ອງທ່ຽວສາກົນ

ຍສໝ - ມີຫຼາຍ​ວາລະສານທີ່ນັກ​ທ່ອງ​ທ່ຽວ​ສາກົນ​ໄດ້ໃຫ້ຄະແນນເລືອກໃຫ້ເປັນ​ໜຶ່ງ​ໃນ​ໝູ່​ບ້ານ​ຊາວປະມົງ​ທີ່​ສວຍ​ງາມ​ທີ່​ສຸດ​ໃນ​ໂລກ, ວຸງ​ວຽງ ​ຢູ່ໃນ​ອ່າວ​ຮ່າ​ລອງ (ກວາງ​ນິງ) ​ໄດ້​ດຶງ​ດູດ​ເອົາບັນດານັກ​ທ່ອງ​ທ່ຽວ​ ພິ​ເສດ​ແມ່ນ​ນັກ​ທ່ອງ​ທ່ຽວ​ສາກົນ. ​ໃນ 7 ເດືອນ​ຕົ້ນ​ປີ 2024, ບ້ານ​ປະມົງ​ວຸງ​ວຽງ ​ໄດ້​ຕ້ອນຮັບ​ແຂກ​ທ່ອງ​ທ່ຽວ 39.049 ເທື່ອຄົນ, ​ໃນ​ນັ້ນ​ມີ​ນັກ​ທ່ອງ​ທ່ຽວ​ສາກົນ 37.144 ເທື່ອຄົນ, ກວມ​ກວ່າ 95%.

ຫວຽດນາມ ດຶງດູດນັກທ່ອງທ່ຽວ ເອີລົບ ໃນລະດູແລ້ງ

ຫວຽດນາມ ດຶງດູດນັກທ່ອງທ່ຽວ ເອີລົບ ໃນລະດູແລ້ງ

ຍສໝ - ພື້ນຖານການທ່ອງທ່ຽວດີຈິຕອນ Agoda ໃຫ້ຮູ້ວ່າ ຫວຽດນາມ ຢືນອັນດັບທີ 3 ໃນບັນຊີລາຍຊື່ບັນດາຈຸດໝາຍປາຍທາງຂອງ ອາຊີ ທີ່ດຶງດູດນັກທ່ອງທ່ຽວຊາວ ເອີຣົບ ຫຼາຍທີ່ສຸດໂດຍອີງໃສ່ຈຳນວນຄັ້ງຂອງການຄົ້ນຫາທີ່ພັກ.

ຫວຽດນາມ ແມ່ນສະຖານທີ່ທ່ອງທ່ຽວທີ່ນິຍົມ ເພື່ອຫຼີກລ້ຽງຄວາມຮ້ອນຂອງນັກທ່ອງທ່ຽວອາຊີ

ຫວຽດນາມ ແມ່ນສະຖານທີ່ທ່ອງທ່ຽວທີ່ນິຍົມ ເພື່ອຫຼີກລ້ຽງຄວາມຮ້ອນຂອງນັກທ່ອງທ່ຽວອາຊີ

ຍສໝ - ໜັງສືພິມ Nikkei Asia ຂອງຍີ່ປຸ່ນ ໃຫ້ຮູ້ວ່າ: ຫວຽດນາມ ແມ່ນໜຶ່ງໃນບັນດາສະຖານທີ່ຫຼີກລ່ຽງຄວາມຮ້ອນ ທີ່ໄດ້ຮັບຄວາມນິຍົມຊົມຊອບຈາກນັກທ່ອງທ່ຽວອາຊີເມື່ອບໍ່ດົນມານີ້.

ເຫດການ