| ການທ່ອງທ່ຽວຫວຽດນາມ-ສ.ເກົາຫຼີ ຍັງຄົງຮັກສາທ່າເຕີບໂຕທີ່ໜ້າປະທັບໃຈ. | |
| ຫັນປ່ຽນຈິນຕະນາການການຄຸ້ມຄອງ ໄປສູ່ຈິນຕະນາການແຫ່ງການສ້າງສັນ, ຂະຫຍາຍຂົງເຂດການພັດທະນາວັດທະນະທຳ |
![]() |
| ການຂົນສົ່ງສາກົນບັນລຸເກືອບ 14 ລ້ານຄົນ, ເພີ່ມຂຶ້ນກວ່າ 19% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ |
ຈຳນວນນັກທ່ອງທ່ຽວສາກົນທີ່ບິນມາ ຫວຽດນາມ ໄດ້ເພີ່ມຂຶ້ນຢ່າງວ່ອງໄວ. ໄຕມາດທີ 1 ປີ 2026, ຈຳນວນນັກທ່ອງທ່ຽວສາກົນມາ ຫວຽດນາມ ໄດ້ເພີ່ມຂຶ້ນຢ່າງແຂງ, ປະກອບສ່ວນເພີ່ມຂຶ້ນເປັນສອງຕົວເລກໃນຍອດຜະລິດຕະພັນຂອງຂະແໜງການບິນ.
ການຂົນສົ່ງສາກົນບັນລຸເກືອບ 14 ລ້ານຄົນ, ເພີ່ມຂຶ້ນກວ່າ 19% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ
ຕາມຕົວເລກສະຖິຕິຂອງກົມການບິນ ຫວຽດນາມ (ກະຊວງກໍ່ສ້າງ), ໃນ 3 ເດືອນຕົ້ນປີ 2026, ຜົນບວກຂອງຜະລິດຕະຜົນການຂົນສົ່ງຜູ້ໂດຍສານທົ່ວທ້ອງຕະຫຼາດບັນລຸ 24 ລ້ານກວ່າເທື່ອຄົນ, ເພີ່ມຂຶ້ນກວ່າ 16%, ແລະ ສິນຄ້າບັນລຸ 392.000 ກວ່າໂຕນ, ເພີ່ມຂຶ້ນກວ່າ 19% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ຈຳນວນນັກທ່ອງທ່ຽວສາກົນມາ ຫວຽດນາມ ບັນລຸເກືອບ 14 ລ້ານເທື່ອຄົນ. ໃນນັ້ນ, ການຂົນສົ່ງພາຍໃນບັນລຸຜູ້ໂດຍສານ 10 ລ້ານກວ່າຄົນ ແລະ ສິນຄ້າ 56.000 ກວ່າໂຕນ. ໂດຍສະເພາະ ການຂົນສົ່ງສາກົນບັນລຸຜູ້ໂດຍສານເກືອບ 14 ລ້ານຄົນ, ເພີ່ມຂຶ້ນກວ່າ 19%, ແລະ ສິນຄ້າບັນລຸກວ່າ 336.000 ໂຕນ, ເພີ່ມຂຶ້ນເກືອບ 25% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2025.
ໄຕມາດທີ 1 ປີ 2026, ສາຍການບິນຂອງ ຫວຽດນາມ ກໍ່ໄດ້ຂົນສົ່ງຜູ້ໂດຍສານ 15 ລ້ານເທື່ອຄົນ, ເພີ່ມຂຶ້ນເກືອບ 10%, ແລະ ສິນຄ້າກວ່າ 113.000 ໂຕນ, ເພີ່ມຂຶ້ນ 0,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ໃນນັ້ນ, ການຂົນສົ່ງພາຍໃນປະເທດມີຜູ້ໂດຍສານ 10 ລ້ານກວ່າຄົນ ແລະ ສິນຄ້າ 56.000 ກວ່າໂຕນ; ການຂົນສົ່ງລະຫວ່າງປະເທດກວມເອົາຫຼາຍກວ່າ 5 ລ້ານຄົນ ແລະ ສິນຄ້າຫຼາຍກວ່າ 57,000 ໂຕນ. ກົມການບິນ ຫວຽດນາມ ຕີລາຄາວ່າ: ປະລິມານການຂົນສົ່ງທາງອາກາດໃນ 3 ເດືອນຕົ້ນປີຮັກສາການເຕີບໂຕຢ່າງໝັ້ນຄົງ. ສະເພາະໄລຍະບູນເຕັດປີ 2026, ຜົນບວກຂອງຜົນລິດຕະຜົນການຂົນສົ່ງທົ່ວຕະຫຼາດບັນລຸເກືອບ 2,6 ລ້ານເທື່ອຄົນ, ແລະສິນຄ້າບັນລຸ 19.000 ກວ່າໂຕນ. ກົມການບິນ ຫວຽດນາມ ໄດ້ຜັນຂະຫຍາຍຫຼາຍວິທີແກ້ໄຂຕົ້ນຕໍ ເພື່ອແນໃສ່ໜູນຊ່ວຍບັນດາສາຍການບິນ ໃນການເພີ່ມທະວີການດຳເນີນງານເພື່ອຕອບສະໜອງຄວາມຕ້ອງການທ່ອງທ່ຽວທີ່ເພີ່ມຂຶ້ນຂອງປະຊາຊົນ, ເປັນຕົ້ນແມ່ນ: ໜູນຊ່ວຍ ແລະ ອຳນວຍຄວາມສະດວກໃຫ້ບັນດາສາຍການບິນຫວຽດນາມ ເຊົ່າ/ຊື້ ເຮືອບິນເພີ່ມເຕີມ, ເພີ່ມທະວີກຳລັງການຂົນສົ່ງທາງອາກາດ;
ກວດກາ ແລະ ຍົກສູງຄວາມອາດສາມາດໃນການປະສານງານ, ຄຸ້ມຄອງ, ຕິດຕາມການນຳໃຊ້ຊ່ອງບິນຂຶ້ນ ແລະ ລົງຈອດ, ສ້າງເງື່ອນໄຂໃຫ້ບັນດາສາຍການບິນເພີ່ມທະວີຄວາມຖີ່ ແລະ ຈຳນວນຖ້ຽວບິນ; ຕິດຕາມສະພາບການຈອງຖ້ຽວບິນພາຍໃນປະເທດ ເພື່ອຕີລາຄາ ແລະ ຄາດຄະເນຄວາມຕ້ອງການຂອງຕະຫຼາດ ພ້ອມທັງພິຈາລະນາ ແລະ ສະເໜີໃຫ້ບັນດາສາຍການບິນເພີ່ມຖ້ຽວບິນຕາມຄວາມສາມາດປະຕິບັດງານ, ຕອບສະໜອງຄວາມຕ້ອງການໃຫ້ສູງສຸດ... ໃນເດືອນເມສາ 2026, ເພື່ອຮັບມືກັບການເພີ່ມຂຶ້ນຂອງລາຄານໍ້າມັນເຊື້ອໄຟ Jet A-1, ບັນດາສາຍການບິນ ຫວຽດນາມ ໄດ້ປັບປ່ຽນຕາໜ່າງການບິນ ແລະ ຂົນສົ່ງໃນການສະໜອງ ເພື່ອແນໃສ່ຮັກສາການດຳເນີນງານ ແລະ ດຸ່ນດ່ຽງປະສິດທິພາບທຸລະກິດ. ບັນດາສາຍການບິນໄດ້ເອົາໃຈໃສ່ເຖິງການຮັບປະກັນການເຄື່ອນໄຫວຢ່າງໝັ້ນຄົງບົນເສັ້ນທາງສຳຄັນຄື: ຮ່າໂນ້ຍ - ດານັງ - ນະຄອນໂຮ່ຈິມິນ, ພ້ອມທັງຮັກສາບັນດາສາຍທີ່ຮັບໃຊ້ຈຸດໝາຍການເມືອງ, ເສດຖະກິດ, ສັງຄົມ. ສໍາລັບຕະຫຼາດສາກົນ, ບັນດາສາຍການບິນພະຍາຍາມຮັກສາຕາຕະລາງການບິນ ແລະ ຮັກສາການທີ່ມີໜ້າຢູ່ໃນຕະຫຼາດທີ່ສໍາຄັນ, ຫຼຸດຜ່ອນຜົນກະທົບທາງລົບຕໍ່ການດໍາເນີນງານໃນໄລຍະຍາວ.
| ເພື່ອນມິດສາກົນ ແລະ ຊາວຫວຽດນາມອາໄສຢູ່ຕ່າງປະເທດ: ເຊື່ອໝັ້ນຕໍ່ໄລຍະແຫ່ງການພັດທະນາໃໝ່ຂອງຫວຽດນາມ ຍສໝ - ການທີ່ສະພາແຫ່ງຊາດ ຊຸດທີ XVI ປັບປຸງບູລະນະບັນດາຕຳແໜ່ງການນຳຫຼັກແຫຼ່ງ ແມ່ນໄດ້ຮັບການຕີລາຄາຈາກຫຼາຍອົງການຈັດຕັ້ງສາກົນ, ຄູ່ຮ່ວມມື ແລະ ຊຸມຊົນຄົນຫວຽດນາມຢູ່ຕ່າງປະເທດວ່າ ແມ່ນຂີດໝາຍທາງດ້ານການເມືອງທີ່ສຳຄັນ, ຮັບປະກັນຄວາມຕໍ່ເນື່ອງໃນການບໍລິຫານ, ຮັດແໜ້ນຄວາມເຊື່ອໝັ້ນ, ພ້ອມທັງເປີດໂອກາດໃຫ້ແກ່ການຊຸກຍູ້ການປະຕິຮູບ, ການເຊື່ອມໂຍງ ແລະ ຍົກສູງບົດບາດຂອງປະເທດຊາດ ໃນໄລຍະແຫ່ງການພັດທະນາໃໝ່. |
| ຫວຽດນາມ ສະແດງໃຫ້ເຫັນບົດບາດເປັນເຈົ້າການໃນການຊຸກຍູ້ລັດທິຫຼາຍຝ່າຍ ຍສໝ - ວັນທີ 9 ເມສາ 2026, ໃນກອງປະຊຸມລະຫວ່າງ ອາຊຽນ ແລະ ກຸ່ມບັນດາປະເທດ ອາເມລິກາ ລາຕິນ ແລະ Caribe (GRULAC) ທີ່ຈັດຂຶ້ນຢູ່ ປະເທດ ໂອຕຣິດ, ຫວຽດນາມ ສືບຕໍ່ຢືນຢັນບົດບາດເປັນເຈົ້າການ, ຕັ້ງໜ້າໃນການຊຸກຍູ້ລັດທິຫຼາຍຝ່າຍ ແລະ ເພີ່ມທະວີການປະສານສົມທົບລະຫວ່າງບັນດາປະເທດພວມພັດທະນາ. |
