![]() | ນັກທ່ອງທ່ຽວ ສ.ເກົາຫຼີ ເປັນອັນດັບໜຶ່ງໃນບັນດາປະເທດທີ່ຖືກດຶງດູດຍ້ອນອາຫານ ຫວຽດນາມ |
![]() | ນັກທ່ອງທ່ຽວ ມີຄວາມຕື່ນເຕັ້ນທີ່ຈະໄດ້ສໍາຜັດກັບເຄື່ອງດົນຕີ |
ເລີ່ມແຕ່ຕອນທ່ຽງວັນທີ 30 ມັງກອນ (ວັນທີ 2 ເດືອນຈຽງ ຕາມຈັນທະປະຕິທິນ), ນັກທ່ອງທ່ຽວນັບພັນຄົນໄດ້ຊວນກັນເຂດຮ່ອງຮອຍປະຫວັດສາດວັດທະນະທຳທັດສະນິຍະພາບ ຟູນາ (ຕາແສງ ຊວນຢູ່, ເມືອງ ຍື່ແທ່ງ, ແຂວງ ແທ່ງຮວ່າ) ເພື່ອຖະຫວາຍທູບທຽນ, ຂໍໃຫ້ໂຊກດີ, ຢູ່ຢ່າງສະຫງົບໃນປີໃໝ່.
![]() |
ປະຕູເຂົ້າເຂດຮ່ອງຮອຍປະຫວັດສາດວັດທະນະທຳທັດສະນິຍະພາບ ຟູນາ. |
ມາຮອດ ຟູນາ ໃນທຸກມື້ນີ້ ນອກຈາກມີງານບຸນທີ່ເປັນເອກະລັກພິເສດແລ້ວ, ນັກທ່ອງທ່ຽວຍັງໄດ້ເຊື່ອມຕົວເຂົ້າກັບທິວທັດທີ່ຈັບໃຈດ້ວຍລະບົບວິຫານ, ຫໍບູຊາທີ່ເຕົ້າໂຮມກັນຢູ່ຮ່ອມພູປະຖົມປະຖານ, ແບບດັ້ງເດີມ. ໂດຍມີຫໍໄຫວ້ຄື ບາຈ້ຽວ, ລາຊະທິດາ ລຽວແຫ້ງ, ເມົາເທືອງງານ, ຈ້ຽວກວັກດາດ...
![]() |
ເຂດຮ່ອງຮອຍປະຫວັດສາດວັດທະນະທຳທັດສະນິຍະພາບ ຟູນາ ມີລະບົບຫໍໄຫວ້ຄື ບາຈ້ຽວ, ລາຊະທິດາ ລຽວແຫ້ງ, ເມົາເທືອງງານ, ຈ້ຽວກວັກດາດ... |
ພາຍຫຼັງຖະຫວາຍທູບທຽນຂໍໃຫ້ມີຄວາມສະຫງົບ, ສຸຂະພາບເຂັ້ມແຂງ, ມີໂຊກລາບ, ຂໍ “ນ້ຳສັກສິດ”, ນັກທ່ອງທ່ຽວສາມາດໄປຊົມຕະຫຼາດກໍ່ຄືກິນດືື່ມ ແລະ ຊື້ຕົ້ນແນວພັນເຊັ່ນ ໃບຂົມ, ຊາ, ຕົ້ນໄມ້ປະດັບ...
![]() |
ປະຊາຊົນ ແລະ ນັກທ່ອງທ່ຽວມາ ຟູນາດົ່ງຟູ ເພື່ອຖະຫວາຍທູບທຽນຂໍໃຫ້ມີຄວາມໂຊກດີ, ຄວາມສະຫງົບ, ລະດູເກັບກ່ຽວໄດ້ຮັບຜົນດີ, ຊົມທັດສະນີຍະພາບ, ຂໍ “ນ້ຳສັກສິດ”... |
ຟູນາ ຫຼືເອີ້ນວ່າ ນາເຊີນດົ່ງຟູ, ຕັ້ງຢູ່ຕີນພູ ເນືອ ຕາແສງ ຊວນຢູ, ເມືອງ ຍື່ແທ່ງ (ແທ່ງຮວ່າ). ນີ້ແມ່ນດິນແດນສັກສິດ ແລະ ແມ່ນບ່ອນທີ່ທ່ານນາງ ຈ້ຽວທິຈິງ ສ້າງກຳລັງລຸກຮືຂຶ້ນຕໍ່ສູ້ຕ້ານສັດຕູຮຸກຮານ ດົງໂງ (ປີ 248). ຟູນາ ໄດ້ສ້າງຕັ້ງຂຶ້ນໃນຕົ້ນສັດຕະວັດທີ 20, ໄດ້ກໍ່ສ້າງຕາມສະຖາປັດຕະຍະກຳຂອງສະໄໝລາຊະວົງ ຫງວຽນ. ສະຖານທີ່ນີ້ໄດ້ຮັບການຮັບຮອງວ່າເປັນຮ່ອງຮອຍປະຫວັດສາດລະດັບຊາດໃນປີ 1993.
![]() |
ເຍື່ອງອາຫານພິເສດຂອງເຂດພູດອຍຫຼາຍເຍື່ອງຮັບໃຊ້ປະຊາຊົນ ແລະ ນັກທ່ອງທ່ຽວ ນຳເປັນຂອງຂວັນເຊັ່ນ ມັນຕົ້ນ, ຊາສົດ, ໃບຂົມ. |
ສະຖານທີ່ແຫ່ງນີ້, ຫ່າງຈາກນະຄອນ ແທ່ງຮວ່າ ປະມານ 30 ກິໂລແມັດ, ຖືວ່າເປັນດິນແດນທີ່ສັກສິດເພື່ອບູຊາ ບາຈ້ຽວ, ລາຊະທິດາ ລ້ຽວແຫ້ງ ແລະ ເມົາເທືອງງານ. ຢູ່ບໍລິເວນວັດ ນາງຈິນ ຢູ່ທ້າຍເຂດຮ່ອງຮອຍ, ຍາມໃດກໍ່ມີຄົນເປັນຈຳນວນຫຼວງຫຼາຍມາລໍຖ້າເພື່ອໄຕ້ທູບທຽນຖະຫວາຍເຄື່ອງບູຊາ.
![]() |
ປະຊາຊົນ ແລະ ນັກທ່ອງທ່ຽວນັບເປັນໝື່ນຄົນຈາກທົ່ວທຸກສາລະທິດມາເຕົ້າໂຮມກັນໄປເອົາບຸນຢູ່ ຟູນາ |
ບຸນວັວິຫານ ຟູນາ ແກ່ຍາວໄປຕະຫຼອດເດືອນຈຽງ, ເດືອນຍີ່ ແລະ ເດືອນ 8 ຕາມຈັນທະຄະຕິຂອງທຸກໆປີ. ນັກທ່ອງທ່ຽວມາ ຟູນາ ເພື່ອຖະຫວາຍທູບທຽນຂໍໃຫ້ມີຄວາມໂຊກດີ, ຄວາມສະຫງົບ, ຊື້ເຍື່ອງອາຫານຂອງພູດອຍເປັນຂອງຕ້ອນຂອງຝາກເຊັ່ນ ມັນຕົ້ນ, ຊາສົດ, ໃບຂົມ, ຂໍ “ນ້ຳສັກສິດ”.
![]() | ນັກທ່ອງທ່ຽວ ນຳໃຊ້ລົດໄຟລາວ-ຈີນ ເພີ່ມຂຶ້ນຢ່າງກ້າວກະໂດດ ຍສໝ - ເມັດພືດທີ່ປູກຮ່ວມກັນລະຫວ່າງສອງພັກ, ສອງລັດ ລາວ-ຈີນ ພາຍໃຕ້ຂໍ້ລິເລີ່ມໜຶ່ງແລ້ວໜຶ່ງເສັ້ນທາງນັ້ນ ໄດ້ເບັ່ງບານ ແລະ ເກີດດອກຜົນເປັນຮູບປະທໍາ ຢ່າງໜັກແໜ້ນ ເຊິ່ງສະແດງອອກໃນປັດຈຸບັນ ໄດ້ກາຍເປັນເມັດເງິນ ເມັດຄໍາ ແລະ ກາຍເປັນ ເສັ້ນເລືອດໃຫຍ່ເຊື່ອມໂຍງ ເຊື່ອມຈອດກັນລະຫວ່າງລາວ,ຈີນ, ອາຊຽນ, ພາກພື້ນ ແລະ ສາກົນ. |
![]() | ສປປ ລາວ ວາງຄາດໝາຍຈະດຶງດູດ ນັກທ່ອງທ່ຽວ 2,7 ລ້ານຄົນປີ 2024 ຍສໝ - ນັບຖອຍຫລັງເຫລືອພຽງ 4ເດືອນ ສປປ ລາວ ຈະເປັນເຈົ້າພາບ ຈັດກອງປະຊຸມສຸດຍອດທ່ອງທ່ຽວອາຊຽນ ຂະນະທີ່ ສປປ ລາວ ຕັ້ງເປົ້າໝາຍສູ້ຊົນໄວ້ວ່າພາຍໃນປ 2023 ຈະດຶງດູດ ແລະ ຕ້ອນຮັບນັກທ່ອງທ່ຽວໃຫ້ບັນລຸ 2,5 ລ້ານກວ່າຄົນ ແລະ ຄາດວ່າປີ 2024 ຈະດຶງ ດູດນັກທ່ອງທ່ຽວໃຫ້ໄດ້ 2,7 ຄົນ. ... |
ແທັງຮັ່ງ