ຍສໝ - ດ້ວຍບັນດາຜົນສຳເລັດອັນປະທັບໃຈພາຍໃດໄລຍະເຄິ່ງຕົ້ນປີ 2026, ທົ່ວຂະແໜງກະສິກຳ ພວມເລັ່ງຄວາມໄວເພື່ອມຸ່ງໄປສູ່ເປົ້າໝາຍມູນຄ່າການສົ່ງອອກເປັນປະຫວັດສາດທີ່ 74 ຕື້ USD, ອັນເປັນການສ້າງຮາກຖານໃຫ້ແກ່ວິໄສທັດ 100 ຕື້ USD ພາຍໃດປີ 2030.
ຍສໝ - ມູນຄ່າການສົ່ງອອກບັນລຸລື່ນກາຍ 3 ຕື້ໂດລາສະຫະລັດ, ຂະແໜງການທ່ອງທ່ຽວຕ້ອນຮັບນັກທ່ອງທ່ຽວຫຼາຍກວ່າ 7,5 ລ້ານເທື່ອຄົນ, ເນື້ອທີ່ການຜະລິດເຂົ້າຄຸນນະພາບສູງໄດ້ຮັບການຂະຫຍາຍຕົວຫຼາຍກວ່າ 170.000 ເຮັກຕາ, ແລະ ອາຄານ-ເນື້ອທີ່ດິນຂອງລັດທີ່ເຫຼືອໃຊ້ຫຼາຍຮ້ອຍແຫ່ງໄດ້ຖືກນຳເຂົ້າມາຂຸດຄົ້ນ ແລະ ນຳໃຊ້ຢ່າງມີປະສິດທິຜົນ. ບັນດາໝາກຜົນໃນທາງບວກພາຍໃນໄລຍະເຄິ່ງຕົ້ນປີ 2026 ນີ້ ພວມສ້າງພື້ນຖານອັນໜັກແໜ້ນ ເພື່ອໃຫ້ນະຄອນ ເກິ່ນເທີ ເລັ່ງຄວາມໄວພາຍໃດການຫັນຄາດໝາຍການເຕີບໂຕທາງດ້ານເສດຖະກິດໃນລະດັບ 2 ຕົວເລກພາຍໃນປີນີ້ໃຫ້ປະກົດຜົນເປັນຈິງ.
ຍສໝ - ຂະແໜງການປະມົງຂອງຫວຽດນາມສືບຕໍ່ສະແດງສັນຍານໃນທາງບວກຕັ້ງແຕ່ເດືອນທຳອິດຂອງປີ, ທ່າມກາງຄວາມຜັນຜວນທາງການຄ້າທົ່ວໂລກຢ່າງຕໍ່ເນື່ອງ. ສິ່ງທີ່ໜ້າສັງເກດແມ່ນຕະຫຼາດຈີນໄດ້ກາຍເປັນຕົວຂັບເຄື່ອນການເຕີບໂຕທີ່ສຳຄັນ, ໂດຍມີການເພີ່ມຂຶ້ນຂອງການບໍລິໂພກອາຫານທະເລ ແລະ ການນຳເຂົ້າຢ່າງຕໍ່ເນື່ອງ.
ຍສໝ - ມື້ນີ້ (ວັນທີ 6 ມັງກອນ), ກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ຈັດກອງປະຊຸມຖະແຫຼງຂ່າວເປັນປະຈຳ ເພື່ອໃຫ້ຂໍ້ມູນກ່ຽວກັບການເຕີບໂຕໂດຍລວມຂອງຂະແໜງການ ພ້ອມທັງທິດທາງການຜະລິດສຳລັບໄລຍະຕໍ່ໄປ.
ຍສໝ - ດ້ວຍການຄາດຄະເນລາຍຮັບສົ່ງອອກປະມານ 2,1 ຕື້ USD ໃນປີ 2025, ອຸດສາຫະກຳປາຫູໝາດ ຍັງສືບຕໍ່ຢືນຢັນບົດບາດເສົາຄ້ຳການລ້ຽງສິນໃນນ້ຳຈືດຂອງຫວຽດນາມ. ແນວໃດກໍດີ, ຕໍ່ໜ້າການຜັນແປຢ່າງຫຼວງຫຼາຍຂອງຕະຫຼາດໂລກ, ອຸດສາຫະກຳປາຫູໝາດ ແມ່ນຕ້ອງຫັນປ່ຽນແນວຄິດພັດທະນາຢ່າງຮີບດ່ວນ, ໃຫ້ບຸລິມະສິດດ້ານຄຸນນະພາບ, ຄຸນຄ່າ, ຄວາມຍືນຍົງເປັນຫຼັກການຊີ້ນຳ.
ຍສໝ - ຕອນເຊົ້າວັນທີ 27 ເມສາ, ຢູ່ແຂວງ ແຄ໋ງຮ່ວາ ໄດ້ດຳເນີນກອງປະຊຸມສະຫຼຸບ 5 ປີແຫ່ງການຜັນຂະຫຍາຍໂຄງການ “ລະດົມຊາວຫວຽດນາມ ຢູ່ຕ່າງປະເທດເຂົ້າຮ່ວມການແນະນໍາ, ບໍລິໂພກຜະລິດຕະພັນ ແລະ ບັນດາຊ່ອງທາງຈໍາໜ່າຍສິນຄ້າຫວຽດນາມ ຢູ່ຕ່າງປະເທດ ໄລຍະ 2020-2024” ຕາມຂໍ້ຕົກລົງເລກທີ 1797/QD-TTg ວັນທີ 20 ທັນວາ 2019 ຂອງທ່ານນາຍົກລັດຖະມົນຕີຫວຽດນາມ.
ຍສໝ - ວັນທີ 22 ກຸມພາ, ໜັງສືພິມ La Nacion - ໜັງສືພິມລາຍວັນແຖວໜ້າຂອງ ອາກຊັງຕິນ ອອກຂ່າວວ່າ ຫວຽດນາມ ເປັນປະເທດນຳເຂົ້າສາລີ ແລະ ແປ້ງຖົ່ວເຫຼືອງອັນດັບ 1 ຂອງ ອາກຊັງຕິນ ໃນປີ 2024, ດ້ວຍສາລີປະມານ ກວ່າ 6 ລ້ານໂຕນ ແລະ ແປ້ງຖົ່ວເຫຼືອງ 3,4 ລ້ານໂຕນ.
ຍສໝ - ໃນຮ່າງປັບປຸງແຜນງານໄຟຟ້າ VIII, ກະຊວງອຸດສາຫະກຳ ແລະ ການຄ້າ ແຈ້ງວ່າ: ກຸ່ມບໍລິສັດໄຟຟ້າ ຫວຽດນາມ (EVN) ພວມຄົ້ນຄວ້າສະເໜີຊື້ໄຟຟ້າເພີ່ມຈາກຈີນ ຜ່ານສະຖານີ B2B ທີ່ຕັ້ງຢູ່ຊາຍແດນ ຫວຽດນາມ - ຈີນ.
ຍສໝ - ປີ 2024, ການສົ່ງອອກຂອງຫວຽດນາມ ບັນລຸສະຖິຕິ ເມື່ອລື່ນກາຍ 400 ຕື້ໂດລາສະຫະລັດ, ນໍາວົງເງິນສົ່ງອອກນໍາເຂົ້າ ເປັນຄັ້ງທໍາອິດທີ່ລື່ນກາຍລະດັບ 700 ຕື້ໂດລາສະຫະລັດ, ຍິ່ງໄປກວ່ານັ້ນແມ່ນບັນລຸເກືອບ 800 ຕື້ໂດລາສະຫະລັດ. ປີ 2025, ຍັງຊ້ອນແຝງຫຼາຍປັດໄຈການຜັນແປທີ່ຄາດເດົາໄດ້ຍາກ, ແຕ່ກະຊວງອຸດສາຫະກໍາ ແລະການຄ້າຫວຽດນາມ ຍັງສະແດງໃຫ້ເຫັນການຕັດສິນໃຈສູງ ເມື່ອວາງເປົ້າໝາຍການເຕີບໂຕສົ່ງອອກ ແມ່ນປະມານ 12%.
ຍສໝ - ຫວຽດນາມ ແມ່ນປະເທດສົ່ງອອກສິນຄ້ານຳໜ້າບັນດາຜະລິດຕະພັນຄື: ເຂົ້າ, ກາເຟ, ໝາກໄມ້ເຂດຮ້ອນ... ໃນຂະນະນັ້ນ, ມົງໂກລີ ແມ່ນມີຊື່ສຽງດ້ວຍບັນດາຜະລິດຕະພັນຊີ້ນງົວ, ຊີ້ນແກະ ແລະ ບັນດາຜະລິດຕະພັນຈາກນົມທີ່ມີຄຸນນະພາບສູງ. ນີ້ແມ່ນບັນດາຂົງເຂດທີ່ວິສາຫະກິດຂອງທັງສອງປະເທດບໍ່ພຽງແຕ່ສາມາດຊ່ວຍຊູເຊິ່ງກັນ ແລະ ກັນເທົ່ານັ້ນ, ຫາກຍັງຂຸດຄົ້ນເພື່ອຕອບສະໜອງຄວາມຕ້ອງການ ເຊິ່ງນັບມື້ນັບເພີ່ມຂຶ້ນຂອງຕະຫຼາດໂລກ.
ຍສໝ - ເມື່ອທຽບໃສ່ບັນດາປະເທດສົ່ງອອກເຂົ້າສານອື່ນໆຄື ອິນເດຍ ແລະ ໄທ, ຫວຽດນາມ ສາມາດແຂ່ງຂັນໄດ້ຫຼາຍທີ່ສຸດໃນຕະຫຼາດສະຫະພາບ ເອີລົບ, ຍ້ອນການລົງນາມໃນສັນຍາການຄ້າເສລີ EVFTA.
ຍສໝ - ກົມປ້ອງກັນພືດ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ໃຫ້ຮູ້ວ່າ: ກົມກັກກັນພະຍາດສັດ ແລະ ພືດ ສ.ເກົາຫຼີ (APQA) ໄດ້ປະກາດຢ່າງເປັນທາງການຢູ່ເວັບໄຊຂອງ APQA ກ່ຽວກັບລະບຽບການນຳເຂົ້າໝາກສົ້ມໂອສົດຈາກ ຫວຽດນາມ ໄປ ສ.ເກົາຫຼີ.
ຫວ່າງແລ້ວນີ້, ກະຊວງການລົງທຶນ, ການຄ້າ ແລະ ອຸດສາຫະກຳຂອງມາເລເຊຍ (MITI) ໄດ້ອອກຖະແຫຼງຂ່າວ ໂດຍລະບຸວ່າ: ມາເລເຊຍຮັບປະກັນມູນຄ່າສິນຄ້າສົ່ງອອກໄປທີ່ຕະຫຼາດຫວຽດນາມ ບັນລຸ 3,3 ຕື້ RM (ປະມານ 717 ລ້ານ USD) ລວມມີ ສິນຄ້າເຄື່ອງໄຟຟ້າ ແລະ ເອເລັກໂຕຼນິກ (E&E), ນ້ຳມັນປາມ, ສານເຄມີ ແລະ ປິໂຕເຄມີ, ທາດເຫຼັກ ແລະ ເຫລັກກ້າ, ອາຫານ ແລະ ເຄື່ອງດື່ມ.
ຍສໝ - “ສະຖານທີ່ນັດພົບກັນຂອງພີ່ນ້ອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ເລກທີ 1” ໃນປີ 2024 ດ້ວຍການປະກອບຄໍາເຫັນຫຼາຍຢ່າງຂອງບັນດາພີ່ນ້ອງຊາວຫວຽດນາມທີ່ຢູ່ຕ່າງປະເທດປິ່ນອ້ອມບັນຫາການຕິດຕາມກວດກາແຫຼ່ງທີ່ມາຂອງຜະລິດຕະພັນ, ຮັບປະກັນຄວາມສະອາດປອດໄພຂອງອາຫານເພື່ອສົ່ງອອກ.
ໄທ ເປັນປະເທດສົ່ງອອກໝາກທຸລຽນໃຫຍ່ທີ່ສຸດຂອງໂລກ, ກາຍເປັນທ້ອງຕະຫຼາດນຳເຂົ້າໝາກທຸລຽນໃຫຍ່ອັນດັບສອງຂອງ ຫວຽດນາມ ໃນ 4 ເດືອນຕົ້ນ ປີ 2024.
ຍສໝ - ການຊື້ຂອງຈີນທີ່ເພີ່ມຂຶ້ນ ໄດ້ຊ່ວຍໃຫ້ການສົ່ງອອກໝາກທຸລຽນໃນ 10 ເດືອນບັນລຸເກືອບ 2,1 ຕື້ USD - ສູງເປັນສະຖິຕິ.
ຍສໝ - Xuất khẩu rau quả trong năm 2023 dự kiến đạt khoảng 5,6 tỷ USD
ຍສໝ - ຫວຽດນາມ ພວມຟື້ນຕົວເປັນປົກກະຕິຈາກການຊຸດໂຊມຂອງການຄ້າທົ່ວໂລກ ແລະ ການສົ່ງອອກມີຄວາມອາດສາມາດທີ່ສືບຕໍ່ເພີ່ມຄວາມໄວ ເມື່ອໃບສັ່ງສິນຄ້າໄດ້ຮັບການປັບປຸງ.
ຍສໝ - ກະຊວງ ກະສິກຳ ແລະ ພັດທະນາ ຊົນນະບົດ ຫວຽດນາມ ໃຫ້ຮູ້ວ່າ: ໃນໄລຍະ 10 ເດືອນຂອງປີນີ້, ຍອດວົງເງິນ ການສົ່ງອອກ ຜະລິດຕະພັນ ກະສິກຳ, ເຄື່ອງປ່າຂອງດົງ, ສິນໃນນໍ້າ ບັນລຸ 43,1 ຕື້ໂດລາ ສະຫະລັດ.
ຍສໝ - 9 ເດືອນຕົ້ນປີ 2023 ນີ້, ມູນຄ່າການສົ່ງອອກສິນຄ້າ ປະຕິບັດໄດ້ 5.954,75 ລ້ານໂດລາສະຫະລັດ, ເທົ່າກັບ 72,94% ຂອງແຜນການ, ຄາດວ່າໝົດປີຈະປະຕິບັດໄດ້ 8.036,99 ລ້ານໂດລາສະຫະລັດ, ເທົ່າກັບ 97,71% ຂອງແຜນການ