ຊອກຫາມາດຕະການແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ການສົ່ງອອກຜະລິດຕະພັນໄມ້, ເຄື່ອງຕຳແຜ່ນຕັດຫຍິບ ແລະ ເກີບໜັງ

00:00 | 31/08/2023

ຍສໝ - ປະຈຸບັນ, ມີຫຼາຍຂະແໜງສິນຄ້າປະສົບກັບຄວາມຫຍຸ້ງຍາກກ່ຽວກັບການສົ່ງອອກ ຍ້ອນຄວາມຕ້ອງການລວມຂອງໂລກຫຼຸດລົງ.

“ບັນດາຂໍ້ມູນຂ່າວກ່ຽວກັບສະພາບການຕະຫຼາດ ແລະ ແຜນການ, ມາດຕະການປ່ຽນທິດເຊື່ອມຕໍ່, ຂຸດຄົ້ນຕະຫຼາດສົ້ນອອກໃຫ້ຂະແໜງໄມ້, ເຄື່ອງຕຳແຜ່ນຕິດຫຍິບ ແລະ ເກີບໜັງ ຫວຽດນາມ ທີ່ພວມປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ” ແມ່ນບັນດາເນື້ອໃນເຊິ່ງໄດ້ນຳມາປຶກສາຫາລືທີ່ການປະຊຸມແລກປ່ຽນວຽກງານສົ່ງເສີມການຄ້າ ກັບລະບົບທູດການຄ້າ ຫວຽດນາມ ຢູ່ຕ່າງປະເທດເດືອນ ກໍລະກົດ, ໂດຍກະຊວງອຸດສາຫະກຳການຄ້າ ຫວຽດນາມ ຈັດຂຶ້ນໃນຕອນບ່າຍວັນທີ 31 ກໍລະກົດ, ຢູ່ ຮ່າໂນ້ຍ.

ຊອກຫາມາດຕະການແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ການສົ່ງອອກຜະລິດຕະພັນໄມ້, ເຄື່ອງຕຳແຜ່ນຕັດຫຍິບ ແລະ ເກີບໜັງ
(ທີ່ການປະຊຸມແລກປ່ຽນວຽກງານ)
(ພາບ ; vov)

ປະຈຸບັນ, ມີຫຼາຍຂະແໜງສິນຄ້າປະສົບກັບຄວາມຫຍຸ້ງຍາກກ່ຽວກັບການສົ່ງອອກ ຍ້ອນຄວາມຕ້ອງການລວມຂອງໂລກຫຼຸດລົງ. ໃນນັ້ນ, ບັນດາຂະແໜງສິນຄ້າ, ຄື: ເຄື່ອງຕຳແຜ່ນຕັດຫຍິບ, ໄມ້, ເຄື່ອງຈັກ, ໂທລະສັບ ແລະ ເຄື່ອງອາໄຫຼ່… ດ້ວຍຕະຫຼາດສົ່ງອອກຕົ້ນຕໍ່ແມ່ນ ອາເມລິກາ, ສະຫະພາບເອີລົບ (ອີຢູ)… ມີລະດັບຫຼຸດລົງຫຼາຍທີ່ສຸດ. ພ້ອມກັນນັ້ນ, ໃນໄລຍະຜ່ານມາ, ສະພາບການໂລກ ແລະ ພາກພື້ນມີບັນດາການຜັນແປສັບສົນຫຼາຍຢ່າງ, ຍາກທີ່ຄາດຄະເນລ່ວງໜ້າໄດ້ ເຮັດໃຫ້ລະບົບສະໜອງຖືກຕັດຕອນ, ສົ່ງຜົນສະທ້ອນເຖິງການຜະລິດຢູ່ພາຍໃນປະເທດເວົ້າລວມ ແລະ ການຜະລິດອຸດສາຫະກຳເວົ້າສະເພາະ. ກ່າວຄຳເຫັນຢູ່ທີ່ນີ້, ທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳ ການຄ້າ ຫວຽດນາມ ໂດ້ທັງຫາຍ, ເນັ້ນໜັກວ່າ:

“ໃນສະພາບຢູ່ພາຍໃນປະເທດ ແລະ ສາກົນຍັງເກີດສິ່ງທ້າທາຍຫຼາຍຢ່າງທີ່ໄດ້ວາງອອກໃຫ້ຂະແໜງອຸດສາຫະກຳການຄ້າ, ຫວຽດນາມ ຍິ່ງເຫດແຈ້ງບົດບາດຂອງວຽກງານສົ່ງເສີມການຄ້າ. ວຽກງານນີ້ໄດ້ກຳນົດວ່າ ແມ່ນໜຶ່ງໃນບັນດາມາດຕະການສຳຄັນ ແລະ ບັນລຸປະສິດທິຜົນ, ຕ້ອງປະຕິບັດ ແລະ ປະກອບສ່ວນປົວແປງ 3 ກຳລັງໜູນການເຕີບໂຕ, ຄື: ການລົງທຶນ, ການສົ່ງອອກ ແລະ ການໃຊ້ສອຍ ຜ່ານການໜູນຊ່ວຍວິສາຫະກິດພັດທະນາການຜະລິດ, ພັດທະນາຕະຫຼາດ, ຍູ້ແຮງການສົ່ງອອກ”.

ປະຈຸບັນ, ລັດຖະບານ, ນາຍົກລັດຖະມົນຕີໄດ້ຊີ້ນຳ ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຢ່າງຂ້ຽວຂາດ, ໃກ້ຊິດເພື່ອຜັນຂະຫຍາຍຫຼາຍມາດຕະການແກ້ໄຂຄວາມຫຍຸ້ງຍາກ, ຊຸກຍູ້ການເຕີບໂຕ.

ດີງເລື້ອງ

ເຫດການ
302 Found

Found

The document has moved here.