ສປປ ລາວ: 9 ເດືອນຕົ້ນປີ ມູນຄ່າການສົ່ງອອກ ສິນຄ້າ ບັນລຸເກືອບ 6 ຕື້ໂດລາ

12:52 | 27/10/2023

ຍສໝ - 9 ເດືອນຕົ້ນປີ 2023 ນີ້, ມູນຄ່າການສົ່ງອອກສິນຄ້າ ປະຕິບັດໄດ້ 5.954,75 ລ້ານໂດລາສະຫະລັດ, ເທົ່າກັບ 72,94% ຂອງແຜນການ, ຄາດວ່າໝົດປີຈະປະຕິບັດໄດ້ 8.036,99 ລ້ານໂດລາສະຫະລັດ, ເທົ່າກັບ 97,71% ຂອງແຜນການ

ໝາກທຸລຽນ:  ປະເພດສິນຄ້າຮັບເງິນຕາຕ່າງປະເທດຫຼາຍທີ່ສຸດຂອງຂະແໜງຜັກ ແລະ ໝາກໄມ້ຫວຽດນາມ ໃນ 9 ເດືອນຕົ້ນປີ ໝາກທຸລຽນ: ປະເພດສິນຄ້າຮັບເງິນຕາຕ່າງປະເທດຫຼາຍທີ່ສຸດຂອງຂະແໜງຜັກ ແລະ ໝາກໄມ້ຫວຽດນາມ ໃນ 9 ເດືອນຕົ້ນປີ
ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດສະມາຄົມມິດຕະພາບຫວຽດນາມ - ລາວ ຄັ້ງທີ 5 ຈະດຳເນີນໃນວັນທີ 9 ຕຸລາ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດສະມາຄົມມິດຕະພາບຫວຽດນາມ - ລາວ ຄັ້ງທີ 5 ຈະດຳເນີນໃນວັນທີ 9 ຕຸລາ

9 ເດືອນຕົ້ນປີ 2023 ນີ້, ມູນຄ່າການສົ່ງອອກສິນຄ້າ ປະຕິບັດໄດ້ 5.954,75 ລ້ານໂດລາສະຫະລັດ, ເທົ່າກັບ 72,94% ຂອງແຜນການ, ຄາດວ່າໝົດປີຈະປະຕິບັດໄດ້ 8.036,99 ລ້ານໂດລາສະຫະລັດ, ເທົ່າກັບ 97,71% ຂອງແຜນການ; ສຳລັບມູນຄ່າການນໍາເຂົ້າ ປະຕິບັດໄດ້ 5.010,97 ລ້ານໂດລາສະຫະລັດ, ເທົ່າກັບ 70,58% ຂອງແຜນການ ແລະ ຄາດຄະເນໝົດປີ ຈະປະຕິບັດໄດ້ 6.937,08 ລ້ານໂດລາສະຫະລັດ, ເທົ່າກັບ 97,71% ຂອງແຜນການ.

ສປປ ລາວ: 9 ເດືອນຕົ້ນປີ ມູນຄ່າການສົ່ງອອກ ສິນຄ້າ ບັນລຸເກືອບ 6 ຕື້ໂດລາ
9 ເດືອນຕົ້ນປີ ມູນຄ່າການສົ່ງອອກ ສິນຄ້າ ບັນລຸເກືອບ 6 ຕື້ໂດລາ

ທ່ານ ຄຳເຈນ ວົງໂພສີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ລາຍງານຕໍ່ກອງປະຊຸມ ສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 31 ຕຸລາ 2023 ວ່າ: ການລົງທຶນລວມທັງໝົດໃນ 9 ເດືອນຜ່ານມາ ສາມາດປະຕິບັດໄດ້ 78.693,90 ຕື້ກີບ ເທົ່າກັບ 151,05% ຂອງແຜນການ, ຄາດຄະເນໝົດປີຈະສາມາດບັນລຸໄດ້ 90.838,00 ຕື້ກີບ ເທົ່າກັບ 174,36% ຂອງແຜນການ (ມະຕິສະພາ 52.098 ຕື້ກີບ) ລື່ນແຜນເນື່ອງຈາກ ການລົງທຶນຂອງເອກະຊົນ ມີທ່າອ່ຽງເພີ່ມຂຶ້ນ. ສ່ວນການລົງທຶນ ຈາກງົບປະມານພາຍໃນ ເບີກຈ່າຍໄດ້ 2.418,08 ຕື້ກີບ ເທົ່າກັບ 56,00% ຂອງແຜນການ, ໝົດປີຄາດວ່າຈະປະຕິບັດໄດ້ 4.268 ຕື້ກີບ ເທົ່າກັບ 98,84% ຂອງແຜນການ ສາເຫດແມ່ນຍ້ອນ ການອະນຸມັດ ແຜນຊັກຊ້າ; ສຳລັບການລົງທຶນ ຈາກການຊ່ວຍເຫລືອທາງການ ເພື່ອການພັດທະນາ ປະຕິບັດໄດ້ 8.277,7 ຕື້ກີບ ເທົ່າກັບ 66% ຂອງແຜນການ, ໝົດປີຄາດວ່າຈະປະຕິບັດໄດ້ 9.770 ຕື້ກີບ ຫລື ປະມານ 508,90 ລ້ານໂດລາສະຫະລັດ, ເທົ່າກັບ 75% ຂອງແຜນການ (12.990 ຕື້ກີບ); ການລົງທຶນຈາກພາກເອກະຊົນ ພາຍໃນ ແລະ ຕ່າງປະເທດ ທີ່ເປັນທຶນນໍາເຂົ້າຕົວຈິງ ປະຕິບັດໄດ້ 67.998,22 ຕື້ກີບ ຫລື 3.673,98 ລ້ານໂດລາ ສະຫະລັດ, ລື່ນແຜນ 120,13%, ຄາດຄະເນ ໝົດປີ ຈະປະຕິບັດໄດ້ປະມານ 76.800 ຕື້ກີບ ຫລື ເທົ່າກັບ 4 ຕື້ໂລດາສະຫະລັດ, ລື່ນແຜນ 148,62%. ໃນນີ້, ການນຳເຂົ້າເປັນພາຫານະ ແລະ ວັດຖຸອຸປະກອນ ກວມປະມານ 70% ຂອງທຶນນຳເຂົ້າຕົວຈິງທັງໝົດ.

ທ່ານ ຄຳເຈນ ວົງໂພສີ ຍັງໃຫ້ຮູ້ອີກວ່າ: 9 ເດືອນຕົ້ນປີ 2023, ເສດຖະກິດລາວ ຂະຫຍາຍຕົວຢ່າງຕໍ່ເນື່ອງ ເປັນຕົ້ນ ຂະແໜງກະສິກຳ-ປ່າໄມ້ ສາມາດ ຂະຫຍາຍຕົວໃນລະດັບ 3,4% ກວມ 17,3% ຂອງ GDP ແລະ ໝົດປີຄາດຄະເນຂະຫຍາຍຕົວ 3,4% ກວມ 21,4% ຂອງ GDP (ແຜນການ ຂະຫຍາຍຕົວ 2,5%, ກວມ 17,20% ຂອງ GDP); ຂະແໜງອຸດສາຫະກຳ ຂະຫຍາຍຕົວໃນລະດັບ 3,5% ກວມ 34,5% ຂອງ GDP ແລະ ໝົດປີ ຄາດຄະເນຂະຫຍາຍຕົວ 3,1% ກວມ 32,2% ຂອງ GDP (ແຜນການ: ຂະຫຍາຍຕົວ 5,0%, ກວມ 34,20% ຂອງ GDP); ສ່ວນຂະແໜງ ບໍລິການ, ຂະຫຍາຍຕົວໃນລະດັບ 5,6% ກວມ 37,2% ຂອງ GDP ແລະ ໝົດປີຄາດຄະເນຂະຫຍາຍຕົວ 5,6% ກວມ 35,9% ຂອງ GDP (ແຜນການຂະຫຍາຍຕົວ 4,7%, ກວມ 37,50% ຂອງ GDP); ຂະແໜງພາສີ-ອາກອນຜະລິດຕະພັນ ຂະຫຍາຍຕົວໃນລະດັບ 3,9% ກວມ 10,6% ຂອງ GDP ແລະ ໝົດປີຄາດຄະເນຂະຫຍາຍຕົວ 3,8% ກວມ 11,0% ຂອງ GDP (ແຜນການ: ຂະຫຍາຍຕົວ 4,3%, ກວມ 11,10% ຂອງ GDP).

ສ່ວນປັດໄຈ ທີ່ເຮັດໃຫ້ການຂະຫຍາຍຕົວເສດຖະກິດ ບໍ່ບັນລຸຄາດໝາຍນັ້ນ, ປະກອບມີຕົ້ນທຶນ ການຜະລິດເພີ່ມຂຶ້ນ, ການຜະລິດ ໃນຂະແໜງ ພະລັງງານ ກໍມີທ່າອ່ຽງຫລຸດລົງເຊັ່ນກັນ ເນື່ອງຈາກໄດ້ຮັບຜົນກະທົບ ຈາກໄພທຳມະຊາດແຫ້ງແລ້ງ ເຮັດໃຫ້ເຂື່ອນໄຟຟ້າຈຳນວນໜຶ່ງ ບໍ່ສາມາດຜະລິດ ກະແສໄຟຟ້າ ໄດ້ຕາມແຜນກໍານົດໄວ້.

ເຖິງແນວໃດກໍຕາມ ຂະແໜງບໍລິການ ກໍຍັງສືບຕໍ່ເປັນປັດໄຈ ສຳຄັນປະກອບສ່ວນ ເຂົ້າໃນການຂະຫຍາຍຕົວ ເສດຖະກິດຂອງຊາດ ໂດຍສະເພາະ ການຂາຍຍົກຂາຍຍ່ອຍ, ຂະແໜງຂົນສົ່ງ ແລະ ຂະແໜງທີ່ພັກອາໄສ ແລະ ອາຫານ (ຂະແໜງທ່ອງທ່ຽວ) ທີ່ມີການຂະຫຍາຍຕົວດີພໍສົມຄວນ ແລະ ຂະແໜງກະສິກຳ ກໍເປັນອີກຂະແໜງການໜຶ່ງ ທີ່ສືບຕໍ່ຂະຫຍາຍຕົວດີ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.