ການສົ່ງອອກສິນໃນນໍ້າຂອງຫວຽດນາມ ຈະບັນລຸ 11 ຕື້ USD

00:00 | 09/08/2023

ຍສໝ- ຕາມ​ກົມ​ໃຫຍ່​ສິນໃນນໍ້າແລ້ວ, ຍອດປະລິມານການສົ່ງ​ອອກ​ບັນລຸ​ກວ່າ 9 ລ້ານ​ໂຕນ, ​ເພີ່ມ​ຂຶ້ນ 3,1% ​ເມື່ອ​ທຽບ​ໃສ່​ປີ 2021.

ການສົ່ງອອກຜັກ ແລະ ໝາກໄມ້ຂອງຫວຽດນາມ ອາດຈະບັນລຸ 4 ຕື້ USD ໃນປີ 2023 ການສົ່ງອອກຜັກ ແລະ ໝາກໄມ້ຂອງຫວຽດນາມ ອາດຈະບັນລຸ 4 ຕື້ USD ໃນປີ 2023
ການສົ່ງອອກ ຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນ້ຳຂອງ ຫວຽດນາມ ເພີ່ມຂຶ້ນກ່ວາ 13% ການສົ່ງອອກ ຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນ້ຳຂອງ ຫວຽດນາມ ເພີ່ມຂຶ້ນກ່ວາ 13%
ການສົ່ງອອກສິນໃນນໍ້າຂອງຫວຽດນາມ ຈະບັນລຸ 11 ຕື້ USD
ກອງປະຊຸມສະຫຼຸບປີ 2022 ແລະ ຜັນຂະຫຍາຍແຜນການປີ 2023 (ພາບ: dangcongsan.vn)

ວົງເງິນສົ່ງອອກສິນໃນນໍ້າຂອງຫວຽດນາມ ໃນປີ 2022 ຈະບັນລຸປະມານ 11 ຕື້ USD, ເພີ່ມຂຶ້ນ 23,8% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021 ແລະ ເພີ່ມຂຶ້ນ 22,2% ເມື່ອທຽບໃສ່ແຜນການທີ່ວາງອອກ (9 ຕື້ USD). ນີ້​ແມ່ນ​ຂໍ້​ມູນ​ທີ່ໄດ້ຍົກອອກໃນ​ກອງ​ປະຊຸມ​ສະຫຼຸບ​ປີ 2022 ​ແລະ ຜັນ​ຂະຫຍາຍ​ແຜນການ​ປີ 2023 ຂອງ​ກົມ​ໃຫຍ່ການ​ປະມົງ, ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ ​ທີ່ໄດ້​ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 27 ທັນວາ, ຢູ່​ຮ່າ​ໂນ້ຍ.

ຕາມ​ກົມ​ໃຫຍ່​ສິນໃນນໍ້າແລ້ວ, ຍອດປະລິມານການສົ່ງ​ອອກ​ບັນລຸ​ກວ່າ 9 ລ້ານ​ໂຕນ, ​ເພີ່ມ​ຂຶ້ນ 3,1% ​ເມື່ອ​ທຽບ​ໃສ່​ປີ 2021. ໝາກຜົນ​ນີ້​ລື່ນ​ກາຍ​ລະດັບ​ເພີ່ມ​ຂຶ້ນ​ສະ​ເລ່ຍ​ແຕ່ລະ​ປີ​ໃນ​ໄລຍະ 2021-2030 ທີ່​ໄດ້​ວາງ​ອອກ​ໃນ​ຍຸດ​ທະ​ສາດ​ພັດທະນາ​ສິນໃນນໍ້າຫວຽດນາມ ຮອດ​ປີ 2030, ວິ​ໄສ​ທັດ​ຮອດ​ປີ 2045.

​ໃນ​ປີ 2023, ຂະ​ແໜງການສິນໃນນໍ້າໂດຍ​ພື້ນຖານ​ແມ່ນຮັກສາ​​ເນື້ອ​ທີ່​ລ້ຽງປູກ 1,3 ລ້ານ​ເຮັກຕາ. ຂະແໜງການ​ສືບ​ຕໍ່​ປ່ຽນແປງການຫຼຸດຜ່ອນ​ປະລິມານການຂຸດຄົ້ນ, ​ເພີ່ມ​ປະລິມານການລ້ຽງປູກ ​ແລະ ຜັນຂະຫຍາຍບັນດາວິທີການເພື່ອ​ເພີ່ມ​ມູນ​ຄ່າປະລິມານການລ້ຽງປູກ​ ​ແລະ ການ​ຂຸດຄົ້ນຢ່າງແຮງ.

​ໃນ​ປີ 2023, ກົມ​ໃຫຍ່ສິນໃນນໍ້າໄດ້​ວາງ​ເປົ້າ​ໝາຍ, ຍອດ​ປະລິມານ​ສິນໃນນໍ້າ​ຈະ​ບັນລຸ​ປະມານ 8,74 ລ້ານ​ໂຕນ; ວົງ​ເງິນ​ສົ່ງ​ອອກ​ສິນໃນນໍ້າ​ບັນ​ລຸ​ປະ​ມານ 10 ຕື້ USD.

ຫອມມາລາ

ເຫດການ
302 Found

Found

The document has moved here.