ຫວຽດນາມ ມີທ່າໄດ້ປຽບຫຼາຍຢ່າງເພື່ອຊຸກຍູ້ການສົ່ງອອກທາງອອນໄລ

00:00 | 28/07/2023

ຍສໝ - ລາຍຮັບສົ່ງ​ອອກທາງ​ອອນ​ໄລຂອງ ຫວຽດນາມ ອາດ​ຈະ​ບັນລຸ​ເກືອບ 300.000 ຕື້​ດົ່ງ​ໃນ​ປີ 2027 ຖ້າ​ບັນດາວິ​ສາ​ຫະກິດ​ພາຍ​ໃນ​ປະ​ເທດ ​ນຳ​ໃຊ້ການຄ້າ​ທາງ​ເອເລັກໂຕນິກ​ເພື່ອ​ສົ່ງ​ອອກ.

ດ້ວຍ​ອັດຕາ​ການ​ເຕີບ​ໂຕ 20% ຕໍ່ປີ, ຫວຽດນາມ ​ໄດ້​ຖືກ​ຈັດ​ອັນ​ດັບ​ໃນ​ກຸ່ມ 5 ປະ​ເທດ​ທີ່​ມີ​ອັດຕາ​ການ​ເຕີບ​ໂຕ​ດ້ານ​ການ​ຄ້າອອນລາຍສູງ​ສຸດ​ໃນ​ໂລກ. ໂດຍສະເພາະໃນປີ 2022, ມູນຄ່າການສົ່ງອອກໃນເວທີການຄ້າາເອເລັກໂຕນິກສາກົນຈະເພີ່ມຂຶ້ນຢ່າງຫຼວງຫຼາຍ.

ຫວຽດນາມ ມີທ່າໄດ້ປຽບຫຼາຍຢ່າງເພື່ອຊຸກຍູ້ການສົ່ງອອກທາງອອນໄລ
ຫວຽດນາມ ມີທ່າໄດ້ປຽບຫຼາຍຢ່າງເພື່ອຊຸກຍູ້ການສົ່ງອອກທາງອອນໄລ

ຕາມການລາຍງານຂອງ Amazon Global Selling, ໃນປີ 2022, ຈຳນວນວິ​ສາ​ຫະກິດ​ຫວຽດນາມ ທີ່ເຂົ້າຮ່ວມການຊື້ຂາຍສິນຄ້າໃນເວທີການຄ້າອອນໄລ Amazon ໄດ້ເພີ່ມຂຶ້ນກວ່າ 80% ເມື່ອທຽບໃສ່ໄລຍະດຽວກັນ; ມີ​ເກືອບ 10 ລ້ານ​ເຄື່ອງ​ໝາຍການຄ້າ​ຂອງ​ຫວຽດ​ນາມ ໄດ້ຂາຍ​ຢູ່ Amazon. ບົດ​ລາຍ​ງານ​ ​ໃຫ້​ຮູ້​ວ່າ: ການ​ຄ້າ​ຂາຍ​ຍ່ອຍ​ຂ້າມ​ຊາຍ​ແດນ​ຂອງ​ຫວຽດນາມ ​​ບັນລຸ 80.000 ຕື້​ດົ່ງ​ໃນ​ປີ 2022 ​ແລະ ຄາດ​ວ່າ​ຈະ​ບັນລຸ 250.000 ຕື້​ດົ່ງ​ໃນ​ປີ 2026. ທ່ານ Gijae Seong, CEO ຂອງ Amazon Global Selling Vietnam ​ໃຫ້​ຮູ້​ວ່າ: ຫວຽດນາມ ມີ​ທ່າ​ໄດ້​ປຽບ​ຫລາຍ​ຢ່າງ​ ເພື່ອ​ຊຸກຍູ້​ການ​ສົ່ງ​ອອກ​ທາງ​ອອນ​ລາຍ, ​ເຊັ່ນ ສິ່ງ​ແວດ​ລ້ອມ, ນະ​ໂຍບາຍ​ໜູນ​ຊ່ວຍ, ກຳລັງ​ການຜະລິດທີ່​ອຸດົມສົມບູນ ​ແລະ ປະຊາ​ຄົມ​ຜູ້ຄ້າ​ຂາຍ​ເປັນ​ຈຳນວນ​ຫຼວງ​ຫຼາຍ, ມີຄວາມຂະຫຍັນ​ຂັນ​ເຄື່ອນ.

​ເພື່ອ​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ ​ທີ່​ເພີ່ມ​ຂຶ້ນ​ຂອງ​ການ​ເຂົ້າ​ຮ່ວມ​ຕະຫຼາດ​ສົ່ງ​ອອກ​ຜ່ານການຄ້າ​ທາງ​ອອນ​ໄລ, ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ຫວຽດນາມ ພວມ​ສົມທົບ​ກັບ​ຫຼາຍ​ເວທີ​ປາ​ໄສ​ການຄ້າອອນ​ໄລຂ້າມ​ຊາດ ​ເພື່ອ​ຈັດ​ຕັ້ງ​ບັນດາ​ຊຸດ​ຝຶກ​ອົບຮົມ ​ແລະ ປະຕິບັດ​ຕົວ​ຈິງ​ ເພື່ອ​ຍົກ​ສູງທັກ​ສະ​ໃຫ້ບັນດາວິສາຫະກິດ, ນຳ​ບັນດາ​ຜະລິດ​ຕະພັນ​ທີ່​ຜະລິດ​ຢູ່​ຫວຽດນາມ ອອກ​ສູ່​ໂລກ.

ການຄົ້ນຄວ້າຫຼ້າ​ສຸດ​ໂດຍ Access Partnership ສະ​ແດງ​ໃຫ້​ເຫັນ​ວ່າ ຍອດ​ລາຍ​ຮັບການ​ສົ່ງ​ອອກທາງ​ອອນ​ໄລຂອງ ຫວຽດນາມ ຈະ​ບັນລຸ​ເກືອບ 300.000 ຕື້​ດົ່ງ​ໃນ​ປີ 2027 ຖ້າ​ບັນດາ​ວິ​ສາ​ຫະກິດ​ພາຍ​ໃນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ຢ່າງ​ຄົບ​ຖ້ວນ ​ແລະ ຍູ້​ໄວ​ອັດຕາ​ນຳ​ໃຊ້ການ​ຄ້າ​ເອເລັກໂຕນິກເພື່ອ​ສົ່ງ​ອອກ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.