ຍສໝ - ຕອນບ່າຍວັນທີ 9 ມັງກອນ, ສະຫະພັນບັນດາອົງການມິດຕະພາບ ແລະ ສະມາຄົມມິດຕະພາບ ຫວຽດນາມ - ກູບາ ນະຄອນ ໄດ້ສົມທົບກັບສະຖານກົງສຸນໃຫຍ່ ສາທາລະນະລັດ ກູບາ ຈັດຕັ້ງການພົບປະສະເຫຼີມສະຫຼອງ 65 ປີແຫ່ງວັນຊາດສາທາລະນະລັດ ກູບາ, ໄຊຊະນະການປະຕິວັດ ກູບາ.
ການນຳທັງສອງທ່ານ ເປັນເອກະສັນກັນເພີ່ມທະວີຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ຮັກສາການແລກປ່ຽນຄະນະຜູ້ແທນທຸກຂັ້ນ: ຜັນຂະຫຍາຍບັນດາຂໍ້ຕົກລົງຮ່ວມມືໃນບັນດາຂົງເຂດທີ່ມີທ່າແຮງ ແລະ ຄວາມຕ້ອງການໃຫ້ມີປະສິດທິຜົນ
ຍສໝ - ສະມາຄົມມິດຕະພາບຫວຽດນາມ - ກູບາ ເຊື່ອໝັ້ນວ່າ ລັດຖະບານອາເມລິກາ ຍົກເລີກ ກູບາ ອອກຈາກ “ບັນຊີລາຍຊື່ບັນດາປະເທດບໍ່ຮ່ວມມືກັບບັນດາຄວາມມານະພະຍາຍາມຕ້ານການກໍ່ການຮ້າຍຂອງອາເມລິກາ ໃນປີ 2023” ແມ່ນມີຄວາມຈຳເປັນແຕ່ບໍ່ຄົບຖ້ວນ.
ຍສໝ - ຕອນບ່າຍວັນທີ 19 ກັນຍາ, ຢູ່ແຂວງ ແຄ໋ງຮ່ວາ, ພະນັກງານ, ນັກຮົບກອງພັນ 189 ຈຳນວນກ່ວາ 450 ຄົນໄດ້ເຂົ້າຮ່ວມການແຂ່ງຂັນອອນໄລນ໌ເພື່ອຊອກຮູ້ສາຍພົວພັນມິດຕະພາບ ຫວຽດນາມ - ກູບາ ໂດຍສູນກາງຄະນະປຸກປັ່ນ.
ຍສໝ - ຕອນບ່າຍວັນທີ 23 ກັນຍາ, ທີ່ຮ່າໂນ້ຍ, ທ່ານ ເຈີນແທັງເມີ້ນ - ເລຂາສູນກາງພັກ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານນາງ Lianys Torres Rivera - ເອກອັກຄະລັດຖະທູດກູບາ ປະຈຳຫວຽດນາມ.
ຍສໝ - ຕອນເຊົ້າວັນທີ 17 ມີນາ, ທີ່ສໍານັກງານກະຊວງປ້ອງກັນ ປະເທດ, ທ່ານພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ຕ້ອນຮັບ ທ່ານ Orlando Nicolás Hernández Guillén ເອກອັກຄະລັດຖະທູດກູບາ ປະຈໍາ ຫວຽດນາມ.
ຍສໝ - ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ຢືນຢັນວ່າ ການຮ່ວມມືຢ່າງມີປະສິດທິຜົນລະຫວ່າງຫວຽດນາມ - ກູບາ ກ່ຽວກັບວັກຊິນກັນໂຄວິດ-19 ຈະເປັນການສະແດງໃຫ້ເຫັນນ້ຳໃຈຄວາມສາມັກຄີແບບພິເສດລະຫວ່າງ 2 ປະເທດໃນສະພາບການປະຈຸບັນ.
ຍສໝ - ຫວ່າງແລ້ວນິ້, ຄະນະໂຄສະນາສຶກສາສູນກາງພັກກອມມູນິດຫວຽດນາມ ໄດ້ດຳເນີນການພົບປະທາງອອນລາຍ ກັບຄະນະກຳມະການແນວຄິດສູນກາງພັກກອມມູນິດ ກູບາ. ຫົວໜ້າຄະນະໂຄສະນາສຶກສາ ຫງວຽນຈ້ອງເຫງຍ ແລະ ຫົວໜ້າຄະນະກຳມະການແນວຄິດສູນກາງພັກກອມມູນິດ ກູບາ Rogelio Polanco ເປັນປະທານຮ່ວມການໂອ້ລົມເຈລະຈາ.
ຍສໝ - ທີ່ພິທີ, ທ່ານ ເຈີ່ນແຄງໂຟຍ, ຮອງຫົວໜ້າພະແນກການຕ່າງປະເທດ - ປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບແຂວງກວາງຈິ ໄດ້ຂຶ້ນກ່າວການເຄື່ອນໄຫວປະຕິວັດໂດຍຫຍໍ້ຂອງຜູ້ນໍາກູບາ Fidel Castro.
ຍສໝ - ວັນທີ 31 ທັນວາ, ບັນດາການນໍາພັກ, ລັດຫວຽດນາມ ໄດ້ສົ່ງສານອວຍພອນເຖິງບັນດາສະຫາຍການນໍາກູບາ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດແຫ່ງ ສາທາລະນະລັດ ກູບາ ຄົບຮອບ 62 ປີ (1-1-1959 / 1-1-2021).
ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ກູບາ ຄົບຮອບ 63 ປີ (1-1-1959/ 1-1-2022), ວັນທີ 31 ທັນວາ 2021, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ສົ່ງສານອວຍພອນເຖິງທ່ານ Esteban Lazo Hernandez ປະທານສະພາແຫ່ງຊາດ ອຳນາດການປົກຄອງ ປະຊາຊົນ ແຫ່ງ ສາທາລະນະລັດ ກູບາ.
ຍສໝ - ໃນອະນາຄົດອັນໃກ້ນີ້, ສະມາຄົມມິດຕະພາບຫວຽດນາມ - ກູບາ ຈະຈັດຕັ້ງການເຄື່ອນໄຫວທີ່ມີຄວາມໝາຍ, ແທດຈິງ ແລະ ມີປະສິດທິຜົນຫຼາຍຢ່າງເພື່ອສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ - ກູບາ.
ຍສໝ - ເມື່ອບໍ່ດົນມານີ້, ສະມາຄົມມິດຕະພາບຫວຽດນາມ - ກູບາ ແລະ ສະໂມສອນນັກຮຽນເກົ່າ ຫວຽດນາມ ຢູ່ກູບາໄດ້ບໍລິຈາກເງິນໜູນຊ່ວຍປະຊາຊົນກູບາ ແຕ່ວັນທີ 8 - 25 ເມສາ ເພື່ອຕໍ່ສູ້ກັບພະຍາດ COVID-19. ໄລ່ມາຮອດປະຈຸບັນ, ຈຳນວນເງິນດັ່ງກ່າວໄດ້ຮັບແມ່ນ 1 ຕື້ດົ່ງ, ເຂົ້າສານ 10 ໂຕນ ແລະ ນໍ້າຢາຂ້າເຊື້ອ 2000 ຂວດ.
ຍສໝ - ຕອນເຊົ້າວັນທີ 20 ກັນຍາ, ທີ່ຫໍປະຕິວັດ, ພາຍຫຼັງທີ່ການເຈລະຈາລະຫວ່າງສອງຝ່າຍໄດ້ສິ້ນສຸດລົງຢ່າງຈົບງາມ, ທ່ານປະທານປະເທດ ສາທາລະນະລັດ ກູບາ Miguel Diaz Canel ໄດ້ເປັນປະທານພິທີປະດັບຫຼຽນໄຊ Jose Marti - ເຊິ່ງແມ່ນຫຼຽນໄຊອັນສູງສົ່ງທີ່ສຸດຂອງ ລັດ ກູບາ ໃຫ້ແກ່ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ.
ຍສໝ - ໃນຕອນບ່າຍຂອງວັນທີ 17 ເມສາ, ຢູ່ສຳນັກງານລັດຖະບານ, ທ່ານ ຫງວຽນຊວນຟຸກ, ນາຍົກລັດຖະມົນຕີຫວຽດນາມ ໄດ້ຕ້ອນຮັບ ທ່ານນາງ Lianys Torres Rivera, ເອກອັກຄະລັດຖະທູດກູບາປະຈຳ ຫວຽດນາມ.
ຍສໝ - ທ່ານນາງ ຫງວຽນເຟືອງງາ ໄດ້ຫວັງວ່າ ບໍ່ວ່າໃນຖານະຕຳແໜ່ງໃດກໍ່ຕາມ, ທ່ານນາງເອກອັກຄະລັດຖະທູດ Lianys Torres Rivera ກໍ່ມີການປະກອບສ່ວນຢ່າງຕັ້ງໜ້າ ຕໍ່ການປັບປຸງ ແລະ ພັດທະນາສາຍພົວພັນມິດຕະພາບ, ຄວາມສາມັກຄີ ແລະ ການຮ່ວມມືລະຫວ່າງສອງປະເທດຫວຽດນາມ ແລະ ກູບາ.
ຍສໝ - ໃນວັນທີ 25 ກໍລະກົດ, ຖ້ຽວບິນພິເສດເລກໝາຍ VN9 ໄດ້ນຳສົ່ງພົນລະເມືອງ ຫວຽດນາມ ຈຳນວນ 276 ຄົນຢູ່ປະເທດກູບາ ແລະ ເຢຍລະມັນ ໄດ້ກັບຄືນປະເທດຢ່າງປອດໄພ.
ຍສໝ - ຕອນບ່າຍວັນທີ 24 ຕຸລາ, ຢູ່ທຳນຽບປະທານປະເທດ, ໄດ້ໃຫ້ການຕ້ອນຮັບທ່ານພົນໂທ Roberto Legrá Sotolongo, ກໍາມະການສູນກາງພັກ, ຫົວໜ້າກົມໃຫຍ່ເສນາທິການ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ກູບາ ເນື່ອງໃນໂອກາດມາເຮັດວຽກຢູ່ກູບາ. ທ່ານປະທານປະເທດ ຫວໍວັນເຖືອງ ຖືວ່າ: ການຢ້ຽມຢາມຄັ້ງນີ້ສືບຕໍ່ສະແດງໃຫ້ເຫັນຄວາມສະໜິດຕິດພັນອັນສະໜິດສະໜົມ ແລະ ຄວາມຮັກແພງອັນສະໜິດສະໜົມລະຫວ່າງ 2 ປະເທດ ແລະ ສອງກອງທັບຫວຽດນາມ ແລະ ກູບາ.
ເນື່ອງໃນໂອກາດຄົບຮອບ 75 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ, ກະຊວງບັນດາກອງກຳລັງອາວຸດກູບາ (MINFAR) ຫາກໍ່ຈັດຕັ້ງການເຄື່ອນໄຫວດ້ານການເມືອງ-ວັດທະນະທຳທີ່ ປະເທດກູບາ, ແນໃສ່ເຊີດຊູມູນເຊື້ອວິລະຊົນຂອງກອງທັບປະຊາຊົນຫວຽດນາມ.
ຍສໝ - ຫວ່າງມໍ່ໆມານີ້, ຢູ່ນະຄອນ ໂຮ່ຈີມິນ, ສະຖານກົງສູນໃຫຍ່ສາທາລະນະລັດ ກູບາ ປະຈຳນະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 64 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ກູບາ ແລະ ຫວຽດນາມ (2 ທັນວາ 1960 - 2 ທັນວາ 2024).