EVFTA: ເປີດອອກກາລະໂອກາດສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນໍ້າຂອງຫວຽດນາມ | |
ຊາວຫວຽດນາມເກືອບ 300 ຄົນ ຈາກເອີຣົບກັບຄືນປະເທດຢ່າງປອດໄພ |
ນີ້ແມ່ນຖ້ຽວບິນທຳອິດຂອງສາຍການບິນ ຫວຽດນາມ ທີ່ໄປຍັງປະເທດກູບາເພື່ອຕ້ອນຮັບ ແລະ ນຳສົ່ງພົນລະເມືອງຫວຽດນາມ ທີ່ກັບຄືນປະເທດຢ່າງປອດໄພໃນສະພາບການທີ່ສັບສົນ ຂອງການລະບາດພະຍາດ COVID-19 ໃນໂລກ.
ຖ້ຽວບິນດັ່ງກ່າວໄດ້ຈັດຕັ້ງປະຕິບັດໂດຍອົງການເຈົ້າໜ້າທີ່ຫວຽດນາມ, ສະຖານທູດຫວຽດນາມປະຈຳກູບາ, ເຢຍລະມັນ ແລະ ສາຍການບິນແຫ່ງຊາດຫວຽດນາມ (Vietnam Airlines - VNA). ກ່ອນໜ້ານັ້ນ, ໃນການເດີນທາງຈາກນະຄອນຫຼວງຮ່າໂນ້ຍ, ສາຍການບິນແຫ່ງຊາດຫວຽດນາມ ໄດ້ຂົນສົ່ງສິນຄ້າ ແລະ ເຄື່ອງໃຊ້ທີ່ຈໍາເປັນຈຳນວນຫຼາຍກວ່າ 5 ໂຕນ ໄປນະຄອນ Frankfurt (ເຢຍລະມັນ) ແລະ ນະຄອນຫຼວງ La Habana (ກູບາ), ໃນນັ້ນແມ່ນອຸປະກອນຮັບໃຊ້ ແລະ ອຸປະກອນການແພດຂອງລັດຖະບານ, ປະຊາຊົນ, ອົງການຕ່າງໆຂອງຫວຽດນາມ ແລະ ສະຖານທູດ ເພື່ອຊ່ວຍເຫຼືອກູບາ ແລະ ເຢຍລະມັນໃນການປ້ອງກັນ ແລະ ຄວບຄຸມການລະບາດພະຍາດ COVID-19.
![]() |
ຫວຽດນາມ ນຳສົ່ງພົນລະເມືອງຈຳນວນ 276 ຄົນຢູ່ກູບາ ແລະ ເຢຍລະມັນ ກັບຄືນປະເທດຢ່າງປອດໄພ. (ພາບ: nhandan) |
ດ້ວຍເປົ້າໝາຍຮັບປະກັນສຸຂະພາບຂອງພົນລະເມືອງ, ປ້ອງກັນການແຜ່ລະບາດຂອງພະຍາດ COVID-19, ບໍລິສັດການບິນແຫ່ງຊາດຫວຽດນາມ Vietnam Airlines ໄດ້ປະຕິບັດມາດຕະການຕ່າງໆກ່ຽວກັບຄວາມປງອດໄພ, ຄວາມໝັ້ນຄົງ, ປ້ອງກັນ ແລະ ຕ້ານພະຍາດລະບາດ ໃນຕະຫຼອດການບິນ. ທັນທີຫຼັງຈາກລົງຈອດຢູ່ສະໜາມບິນສາກົນ ເວີນໂດນ, ຜູ້ໂດຍສານທຸກຄົນ ໄດ້ກວດສອບທາງການແພດ ແລະ ປະຕິບັດການແຍກຫ່າງ ຕາມລະບຽບການທີ່ໄດ້ກຳນົດໄວ້.
ໃນໄລຍະຈະມາເຖິງ, ບັນດາອົງການທີ່ມີໜ້າທີ່ຫວຽດນາມ, ບັນດາອົງການຜູ້ຕາງໜ້າຂອງຫວຽດນາມຢູ່ຕ່າງປະເທດ ແລະ ສາຍການບິນພາຍໃນປະເທດ ຈະສືບຕໍ່ປະຕິບັດບັນດາຖ້ຽວບິນ ເພື່ອນຳສົ່ງພົນລະເມືອງກັບຄືນປະເທດ, ໂດຍອີງໃສ່ການຜັນແປຂອງພະຍາດໃນປະເທດ ແລະ ທົ່ວໂລກ, ຄວາມປາຖະໜາຂອງພົນລະເມືອງ ແລະ ຄວາມສາມາດໃນການແຍກຫ່າງຂອງທ້ອງຖິ່ນ.
![]() | ຄາດວ່າ ຫວຽດນາມ ຈະເປີດເສັ້ນທາງການບິນວຽງຈັນ - ເວັນດົນ ແຕ່ເດືອນສິງຫາ ປີ 2020 ຍສໝ - ໂດຍປະຕິບັດຕາມຄຳສັ່ງຂອງທ່ານນາຍົກລັດຖະມົນຕີຫວຽດນາມ ກ່ຽວກັບກ່ຽວກັບການຟື້ນຟູເສັ້ນທາງການບິນສາກົນ ເພື່ອຂົນສົ່ງຜູ້ໂດຍສານເຂົ້າຫວຽດນາມ, ກົມການບິນຫວຽດນາມ ໄດ້ສະເໜີໃຫ້ປະຕິບັດການບິນ 1 ຖ້ຽວຕໍ່ອາທິດ ໄປຍັງປະເທດຈີນ, ຍີ່ປຸ່ນ, ໄຕ້ຫວັນ, ເກົາຫຼີໃຕ້, ລາວ ແລະ ກຳປູເຈຍ ແຕ່ຕົ້ນເດືອນສິງຫາປີ 2020. |
![]() | ນຳສົ່ງພົນລະເມືອງ ຫວຽນາມ ຈຳນວນຫຼາຍກວ່າ 300 ຄົນ ຈາກໄຕ້ຫວັນ (ຈີນ) ກັບຄືນປະເທດຢ່າງປອດໄພ ຍສໝ - ໃນວັນທີ 20 ກໍລະກົດນີ້, ອົງການທີ່ມີໜ້າທີ່ຫວຽດນາມ, ຫ້ອງການເສດຖະກິດ ແລະ ວັດທະນະທຳ ຫວຽດນາມ ປະຈຳປະເທດໄຕ້ຫວັນ, ສາຍການບິນຫວຽດນາມ Vietnam Airlines ແລະ ອົງການທີ່ມີໜ້າທີ່ໄຕ້ຫວັນ (ຈີນ) ໄດ້ຈັດຖ້ຽວບິນ ເພື່ອນຳສົ່ງພົນລະເມືອງຫວຽດນາມຈຳນວນຫຼາຍກວ່າ 300 ຄົນ ຈາກໄຕ້ຫວັນ (ຈີນ) ກັບຄືນປະເທດຢ່າງປອດໄພ. |
![]() | ນຳສົ່ງພົນລະເມືອງ ຫວຽດນາມ 200 ຄົນ ຈາກສີລັງກາ ແລະ ບັງກະລາເທດ ກັບຄືນປະເທດ ຢ່າງປອດໄພ ຍສໝ - ພົນລະເມືອງ ຫວຽດນາມ 200 ຄົນຈາກບັນດາປະເທດ ສີລັງກາ, ບັງກະລາເທດ, ເນປານ, ບູຖານ ແລະ ມານດິວ ກັບມາປະເທດຢ່າງປອດໄພ. |
ຄຳຮຸ່ງ