EVFTA: ກາ​ລະ​ໂອ​ກາດ​ໃໝ່​ກ່ຽວ​ກັບ​ການ​ລົງ​ທຶນ ແລະ ດຳ​ເນີນ​ທຸ​ລ​ະ​ກິດ ໃຫ້​ແກ່​ບັນ​ດາ​ວິ​ສາ​ຫະ​ກິດ EU ມາ​ຫວຽດ​ນາມ

13:09 | 26/09/2020

ຍ​ສ​ໝ - ກອງປະຊຸມແມ່ນກາ​ລະໂອກາດເພື່ອໃຫ້ບັນດາວິສາຫະກິດຫລາຍຝ່າຍຂອງ EU ​ທີ່​ມີ​ສຳ​ນັກ​ງານຕັ້ງຢູ່ສິງກະໂປ ມີທັດ​ສະ​ນະ ທີ່ຈະແຈ້ງກວ່າກ່ຽວກັບການ ຕະຫລາດ ຫວຽດນາມ ໃນປະຈຸບັນ ເພື່ອຍາດແຍ່ງກາລະໂອກາດ ເມື່ອສັນຍາການຄ້າເສລີລະຫວ່າງອີຢູແລະຫວຽດນາມ (EVFTA) ໄດ້​ຮັບ​ການ​ປະ​ຕິ​ບັດ.

ສັນຍາ EVFTA ມີຜົນບັງຄັບໃຊ້ ເຮັດໃຫ້ເພີ່ມຂື້ນການສົ່ງອອກຂອງຫວຽດນາມໄປຍັງສະຫະພາບເອີຣົບ
ກາເຟງວດທຳອິດທີ່ສົ່ງອອກໄປຍັງ ອີຢູ ຕາມສັນຍາ EVFTA
EVFTA: ກາ​ລະ​ໂອ​ກາດ​ໃໝ່​ກ່ຽວ​ກັບ​ການ​ລົງ​ທຶນ ແລະ ດຳ​ເນີນ​ທຸ​ລ​ະ​ກິດ ໃຫ້​ແກ່​ບັນ​ດາ​ວິ​ສາ​ຫະ​ກິດ EU ມາ​ຫວຽດ​ນາມ

ທ່ານ​ນາງ ຕ່າງ​ທິ​ເຮືອງ ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ສິງ​ກະ​ໂປ​ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ (ພາບ: TTXVN)

ວັນ​ທີ 25 ກັນ​ຍາ, ສ​ະ​ຖານ​ທູດ​ຫວຽດ​ນາມ ປະ​ຈຳ ສິງ​ກະ​ໂປ, ຫ້ອງ​ກາ​ນ​ການ​ຄ້າ​ຫວຽດ​ນາມ ປະ​ຈຳ​ ສິງ​ກະ​ໂປ ໄດ້​ສົມ​ທົບ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລ​ະ​ກິດ EU - ອາ​ຊຽນ, ຫ້ອງ​ການ​ການ​ຄ້າ​ສາ​ກົນ ສິງ​ກະ​ໂປ ແລະ ສະ​ມາ​ຄົມ​ວິ​ສາ​ຫະ​ກິດ ອາ​ເລີບ ປະ​ຈຳ​ ຫວຽດ​ນາມ (Eurocham) ໄດ້​ຈັດ​ຕັ້ງ​ກອງ​ປະ​ຊຸ​ມ​ອອນ​ລາຍ​ກ່ຽວ​ກັບ​ຫົວ​ຂໍ້ “EVFTA ມີ​ຜົ​ນ​ສັກ​ສິດ​ຢ່າງ​ເປັນ​ທາງ​ການ - ບັນ​ດາ​ກາ​ລະ​ໂອ​ກາດ​ໃໝ່​ກ່ຽວ​ກັບ​ການ​ລົງ​ທຶນ ແລະ ດຳ​ເນີນ​ທຸ​ລ​ະ​ກິດ​ໃຫ້​ແກ່​ບັນ​ດາ​ວິ​ສາ​ຫະ​ກິດ EU ມາ​ຫວຽດ​ນາມ”.

ກອງປະຊຸມແມ່ນກາ​ລະໂອກາດເພື່ອໃຫ້ບັນດາວິສາຫະກິດຫລາຍຝ່າຍຂອງ EU ​ທີ່​ມີ​ສຳ​ນັກ​ງານຕັ້ງຢູ່ສິງກະໂປ ມີທັດ​ສະ​ນະ ທີ່ຈະແຈ້ງກວ່າກ່ຽວກັບການ ຕະຫລາດ ຫວຽດນາມ ໃນປະຈຸບັນ ເພື່ອຍາດແຍ່ງກາລະໂອກາດ ເມື່ອສັນຍາການຄ້າເສລີລະຫວ່າງອີຢູແລະຫວຽດນາມ (EVFTA) ໄດ້​ຮັບ​ການ​ປະ​ຕິ​ບັດ.ກອງປະຊຸມໄດ້ສຸມໃສ່ແລກປ່ຽນກັບປະຊາຄົມວິສາຫະກິດ EU ກ່ຽວກັບສະພາບການດຳເນີນທຸລະກິດ, ສະພາບແວດລ້ອມແຫ່ງການລົງທຶນຂອງຫວຽດນາມ, ປັບປຸງນະໂຍບາຍການຄ້າແລະ​ຂັ້ນ​ຕອນກະກຽມພາຍຫຼັງ EVFTA ມີຜົນສັກສິດ.

ກອງປະຊຸມຍັງໄດ້ຍົກອອກຫຼາຍຫົວຂໍ້ທີ່ໜ້າສົນໃຈໃຫ້ບັນດາວິສາຫະກິດ EU ເຊັ່ນ: ເສດຖະກິດດີຈີຕອນແລະການຄ້າເອເລັກໂຕນິກ, ເຕັກໂນໂລຢີແລະ ວິ​ທີ​ການເຕັກໂນໂລຢີໃນການຜະລິດແລະເຂົ້າເຖິງຕະຫຼາດຫວຽດນາມ ສຳລັບນັກລົງທຶນແລະ ທຸລະກິດ EU. ກອງປະຊຸມຄັ້ງນີ້ມີຜູ້ຕາງ ໜ້າ ທຸລະກິດ EU ປະມານ 100 ຄົນເຂົ້າຮ່ວມ.

ສັນຍາ EVFTA ມີຜົນບັງຄັບໃຊ້ ເຮັດໃຫ້ເພີ່ມຂື້ນການສົ່ງອອກຂອງຫວຽດນາມໄປຍັງສະຫະພາບເອີຣົບ

ຍສໝ - ພາຍຫຼັງ 1 ເດືອນສັນຍາການຄ້າເສລີຫວຽດນາມ - ອີຢູ (EVFTA) ມີຜົນບັງຄັບໃຊ້, ແຕ່ວັນທີ 1 ສິງຫາປີ 2020 ເຖິງປະຈຸບັນ, ວົງເງິນສົ່ງອອກໄປສະຫະພາບເອີຣົບ EU ຂອງຫວຽດນາມໄດ້ບັນລຸ 3,78 ຕື້ USD, ເຊິ່ງສູງກ່ວາປະມານ 600 ລ້ານ USD ເມື່ອທຽບໃສ່ເດືອນກ່ອນ.

ກາເຟງວດທຳອິດທີ່ສົ່ງອອກໄປຍັງ ອີຢູ ຕາມສັນຍາ EVFTA

ຍສໝ - ກາເຟງວດທຳອິດທີ່ສົ່ງອອກໄປຍັງ ອີຢູ ຄັ້ງນີ້ ແມ່ນຂອງບໍລິສັດຫວິງຮຽບຈຳກັດ ດ້ວຍປະລິມານທັງໝົດແມ່ນ 296 ໂຕນ.

ຫວຽດນາມສາມາດເຂົ້າໃນ​ກຸ່ມ 10 ຄູ່ຮ່ວມ​ມືໃຫຍ່ທີ່ສຸດຂອງ EU

ຍ​ສ​ໝ - ການ ໂອ້​ລົມ​ສົນ​ທະ​ນາທາງອອນ​ລາຍກ່ຽວກັບໂອກາດດຳ​ເນີນທຸລະກິດພາຍຫຼັງທີ່ EVFTA ມີຜົນສັກ​ສິດໄດ້ຈັດຂຶ້ນທີ່ນະຄອນຫຼວງປາຣີ - ຝລັ່ງ, ໃນວັນທີ 4 ກັນຍາ.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.