ຫວຽດນາມສາມາດເຂົ້າໃນ​ກຸ່ມ 10 ຄູ່ຮ່ວມ​ມືໃຫຍ່ທີ່ສຸດຂອງ EU

10:27 | 06/09/2020

ຍ​ສ​ໝ - ການ ໂອ້​ລົມ​ສົນ​ທະ​ນາທາງອອນ​ລາຍກ່ຽວກັບໂອກາດດຳ​ເນີນທຸລະກິດພາຍຫຼັງທີ່ EVFTA ມີຜົນສັກ​ສິດໄດ້ຈັດຂຶ້ນທີ່ນະຄອນຫຼວງປາຣີ - ຝລັ່ງ, ໃນວັນທີ 4 ກັນຍາ.

ຫວຽດນາມສາມາດເຂ າໃນ ກ ມ 10 ຄ ຮ ວມ ມ ໃຫຍ ທ ສ ດຂອງ eu ການ​ໂອ້​ລົມ​ສົນ​ທະ​ນາ​ພັດ​ທະ​ນາ​ທະ​ເລ​ແບບ​ຍືນ​ຍົງ: ແບ່ງ​ປັນ​ທັດ​ສະ​ນະ​ຂອງ​ຫວຽດ​ນາມ ແລະ EU
ຫວຽດນາມສາມາດເຂ າໃນ ກ ມ 10 ຄ ຮ ວມ ມ ໃຫຍ ທ ສ ດຂອງ eu ແຜນ​ການ​ປະ​ຕິ​ບັດສັນ​ຍາ EVFTA ​ໄດ້​ຮັບ​ການ ອະ​ນຸ​ມັດ​ຜ່ານຈາກທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ
ຫວຽດນາມສາມາດເຂ າໃນ ກ ມ 10 ຄ ຮ ວມ ມ ໃຫຍ ທ ສ ດຂອງ eu
ທ່ານເອກອັກຄະລັດຖະທູດຫວຽດນາມປະຈຳຝລັ່ງ ຫງວຽນ​ທຽບ (ພ​າ​ບ: vcci.com.vn)

ການໂອ້​ລົມ​ສົນ​ທະນາທາງອອນ​ລາຍໂດຍສະຖາບັນຄົ້ນຄ້ວາ Geopolitical Research Institute (EGA), ສົມ​ທົບກັບສະຖານທູດຫວຽດນາມປະຈຳຝລັ່ງ,ຫ້ອງ​ການການຄ້າເອີຣົບປະຈຳຫວຽດນາມ, ລັດຖະສະພາເອີຣົບແລະຄູ່ຮ່ວມມືອື່ນໆຈັດ​ຕັ້ງ. ໂດຍ​ມີການເຂົ້າຮ່ວມຂອງທ່ານ ຫງວຽ​ນ​ທຽບ - ເອກອັກຄະລັດຖະທູດຫວຽດນາມປະຈຳຝຣັ່ງ, ພ້ອມດ້ວຍນັກຄົ້ນຄ້ວາຝຣັ່ງ, ນັກຊ່ຽວຊານດ້ານເສດຖະກິດ, ນັກການເມືອງເອີຣົບແລະຝຣັ່ງ, ຜູ້ຕາງໜ້າບັນດານັກທຸລະກິດ ແລະ ໜັງສືພິມ.

ດ້ວຍຫົວຂໍ້ “ກາລະໂອກາດ ດຳເນີນທຸລະກິດໃຫ້​ແກ່​ບັນ​ດາວິ​ສາ​ຫະ​ກິດພາຍຫຼັງສັນຍາການຄ້າເສລີຫວຽດນາມ - ອີຢູ (EVFTA)” ມີຜົນສັກ​ສິດ, ບັນດານັກປາຖະກະຖາໄດ້ຕີລາຄາສະພາບການເສດຖະກິດ, ການລົງທຶນ ແລະສະພາບແວດລ້ອມແຫ່ງການດຳເນີນທຸລະກິດຂອງຫວຽດນາມ, ກໍ່ຄືສະຫະພາບເອີຣົບ, ໂດຍສະເພາະໃນສະພາບການຂອງວິກິດການເສດຖະກິດທີ່ເກີດຈາກໂລກລະບາດ Covid-19, ​ຄຽງ​ຄູ່​ກັນ​ນັ້ນ​ແມ່ນກາລະໂອກາດ ແລະບັນດາສິ່ງທ້າທາຍຕ່າງໆ​ພວມລໍຖ້າບັນ​ດາ​ວິ​ສາ​ຫະ​ກິດເອີຣົບກໍ່ຄື​ບັນ​ດາ​ວິ​ສາ​ຫະ​ກິດຫວຽດນາມ.
ດ້ວຍ EVFTA, ຫວຽດນາມສາມາດກາຍເປັນ ໜຶ່ງໃນ 10 ຄູ່ຮ່ວມມືການຄ້າໃຫຍ່ສຸດຂອງ EU ໃນໂລກ. ເພື່ອບັນລຸເປົ້າໝາຍດັ່ງກ່າວ, ທັງຫວຽດນາມ ແລະອີຢູຕ້ອງມານະພະຍາຍາມ, ພິເສດແມ່ນສືບຕໍ່ປະຕິບັດບັນດາ ຄຳໝັ້ນສັນຍາທີ່ໄດ້ວາງ​ອອກ.

ທ່ານເອກອັກຄະລັດຖະທູດຫວຽດນາມປະຈຳຝລັ່ງ ຫງວຽນ​ທຽບ ຢືນຢັນວ່າ, ດ້ວຍ EVFTA, ບັນດາວິສາຫະກິດຝະລັ່ງ ແລະເອີຣົບຈະມີຫລາຍກາລະໂອກາດລົງທຶນ ແລະ ດຳເນີນທຸລະກິດບໍ່ພຽງແຕ່ໃນຂົງເຂດທຸລະກິດດັ້ງເດີມເທົ່ານັ້ນ, ຫາກ​ຍັງ​ໃນຂົງເຂດໃໝ່ທີ່ນຳໃຊ້ວິທະຍາສາດເຕັກໂນໂລຢີສູງເຊັ່ນ: ການບິນ, ພະລັງງານສະອາດ, ການພັດທະນາພື້ນຖານໂຄງລ່າງ…ໃນຕະຫຼາດຫວຽດນາມ.

ຫວຽດນາມສາມາດເຂ າໃນ ກ ມ 10 ຄ ຮ ວມ ມ ໃຫຍ ທ ສ ດຂອງ eu ການ​ໂອ້​ລົມ​ສົນ​ທະ​ນາ​ພັດ​ທະ​ນາ​ທະ​ເລ​ແບບ​ຍືນ​ຍົງ: ແບ່ງ​ປັນ​ທັດ​ສະ​ນະ​ຂອງ​ຫວຽດ​ນາມ ແລະ EU

ຍ​ສ​ໝ - ວັນ​ທີ 19 ສິງ​ຫາ, ສະ​ຖາ​ບັນ​ການ​ຕ່າງ​ປະ​ເທດ​ພ້ອມ​ກັບ​ຄະ​ນະ​ປະ​ຕິ​ບັດ​ງານ ສ​ະ​ຫະ​ພາບ ເອີ​ລົບ (EU) ປະ​ຈຳ ຮ່າ​ໂນ້ຍ ແລະ ກອງ​ທຶນ Konrad Adenauer Stiftung (KAS) ໄດ້​ຈັດ​ຕັ້ງ​ການ​ໂອ້​ລົມ​ສົນ​ທະ​ນາ​ດ້ວຍ​ຫົວ​ຂໍ້: "ພັດ​ທະ​ນາ​ທະ​ເລ​ແບບ​ຍືນ​ຍົງ: ແບ່ງ​ປັນ​ທັດ​ສະ​ນະ​ຂອງ​ຫວຽດ​ນາມ ແລະ EU".

ຫວຽດນາມສາມາດເຂ າໃນ ກ ມ 10 ຄ ຮ ວມ ມ ໃຫຍ ທ ສ ດຂອງ eu ແຜນ​ການ​ປະ​ຕິ​ບັດສັນ​ຍາ EVFTA ​ໄດ້​ຮັບ​ການ ອະ​ນຸ​ມັດ​ຜ່ານຈາກທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ

ຍ​ສ​ໝ - ທ່ານ​ນາ​ຍົກ​ລັດ​ຖະ​ມົນຕີ​ຮຽກ​ຮ້ອງ​ໃຫ້​ຍູ້​ແຮງ​ບັນ​ດາ​ໂຄງ​ການ​ຊຸກ​ຍູ້​ການ​ຄ້າ - ກາ​ນ​ລົງ​ທຶນ​ຢູ່​ບັນ​ດາ​ປະ​ເທດ EU ເພື່ອ​ແນ​ໃສ່​ແຈ້ງ​ໃຫ້​ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ​ບັນ​ດາ​ປະ​ເທດ​ຮັບ​ຊາບ​ກ່ຽວ​ກັບ​ກາ​ລະ​ໂອ​ກາດ ແລະ ທ່າ​ໄດ້​ປຽບ​ຂອງ​ສະພາບ​ແວດ​ລ້​ອມ​ແຫ່ງ​ການ​ດຳ​ເນີນ​ທຸ​ລະ​ກິດ, ລົງ​ທຶນ​ຢູ່​ຫວຽດ​ນາມ, ຜ່ານ​ນັ້ນ​ກໍ່​ພັດ​ທະ​ນາ​ການ​ພົວ​ພັນ​ດ້ານ​ການ​ຄ້າ, ດຶງ​ດູດ​ເງິນ​ລົງ​ທຶນ​ຈາກ​ຕ່າງ​ປະ​ເທດ​ເຂົ້າ​​ໃນບັນ​ດາ​ຂົງ​ເຂດ​ຈຸດ​ສຸມ.

ຫວຽດນາມສາມາດເຂ າໃນ ກ ມ 10 ຄ ຮ ວມ ມ ໃຫຍ ທ ສ ດຂອງ eu ແຕ່ງ​ຕັ້ງ​ບັນ​ດາ​ອົງ​ການ​ຮັບ​ຜິດ​ຊອບ​ການ​ຜັນ​ຂະ​ຫຍາຍ ສັນ​ຍາ EVFTA

ຍ​ສ​ໝ - ໃນ​ບັນ​ຊີ​ລາຍ​ຊື່​ແຕ່ງ​ຕັ້ງ​ບັນ​ດາ​ອົງ​ການ​ດັ່ງ​ກ່າວ​ມີ: ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ຮັບ​ຜິດ​ຊອບ​ວຽກ​ງານ​ເປັນ​ເຈົ້າ​ພາບ​ບັນ​ດາ​ໂຄງ​ການ​ກ່ຽວ​ກັບ​ການ​ປ້ອງ​ກັນ​ການ​ຄ້າ, ບັນ​ດາ​ຮົ້ວ​ກີດ​ຂວາງ​ປອດ​ພາ​ສີ​ສຳ​ລັບ​ການ​ຄ້າ ແລະ ການ​ລົງ​ທຶນ​ໃນ​ການ​ຜະ​ລິດ​ພະ​ລັງ​ງານ​ຜະ​ລິດ​ຄືນ​ໃໝ່…

​ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.