ປະທານສະພາແຫ່ງຊາດຫວຽດນາມ: ຮັບປະກັນການເລືອກຕັ້ງໄດ້ດຳເນີນຢ່າງມີປະຊາທິປະໄຕ, ຖືກຕ້ອງຕາມກົດໝາຍ, ມີຄວາມປອດໄພຢ່າງເດັດຂາດ ແລະ ປະສົບຜົນສຳເລັດຢ່າງຈົບງາມ

16:22 | 19/05/2021

ຍສໝ - ເພື່ອຮັບປະກັນການເລືອກຕັ້ງໄດ້ດຳເນີນຢ່າງມີປະຊາທິປະໄຕ, ຖືກຕ້ອງຕາມກົດໝາຍ, ມີຄວາມປອດໄພຢ່າງເດັດຂາດ ແລະ ປະສົບຜົນສຳເລັດຢ່າງຈົບງາມ, ເປັນຕົ້ນແມ່ນໃນເງື່ອນໄຂເກີດໂລກລະບາດໂຄວິດ - 19 ທີ່ພວມມີການຜັນແປຢ່າງສັບສົນຢຸ່ບາງສະຖານທີ່ຈຸດສຸມຄືໃນປັດຈຸບັນ, ສະພາເລືອກຕັ້ງແຫ່ງຊາດ ໄດ້ຈັດຕັ້ງກອງປະຊຸມທາງອອນລາຍທົ່ວປະເທດ ເພື່ອແນໃສ່ເປົ້າໝາຍ ກວດກາຄືນວຽກງານກະກຽມມາຮອດປັດຈຸບັນ, ຮັບຟັງ ແລະ ແກ້ໄຂບັນດາຂໍ້ຕິດຂັດ, ຄວາມຫຍຸ້ງຍາກ...

ຫວຽດນາມ ເຂົ້າຮ່ວມກອງປະຊຸມຂອງຄະນະກຳມະການປະຈຳ ກ່ຽວກັບປະຊາທິປະໄຕ ແລະ ສິດທິມະນຸດ ຫວຽດນາມ ເຂົ້າຮ່ວມກອງປະຊຸມຂອງຄະນະກຳມະການປະຈຳ ກ່ຽວກັບປະຊາທິປະໄຕ ແລະ ສິດທິມະນຸດ
ສະ​ມາ​ຄົມ​ມິດ​ຕະ​ພາບ ກາ​ນາ​ດາ - ຫວຽດ​ນາມ ຈັດ​ຕັ້ງ​ກອງ​ປະ​ຊຸມ​ກ່ຽວ​ກັບ ຊີ​ວິດ ແລະ ພາ​ລະ​ກິດ​ຂອງ ປະ​ທານ ໂຮ່​ຈີ​ມິນ ສະ​ມາ​ຄົມ​ມິດ​ຕະ​ພາບ ກາ​ນາ​ດາ - ຫວຽດ​ນາມ ຈັດ​ຕັ້ງ​ກອງ​ປະ​ຊຸມ​ກ່ຽວ​ກັບ ຊີ​ວິດ ແລະ ພາ​ລະ​ກິດ​ຂອງ ປະ​ທານ ໂຮ່​ຈີ​ມິນ
ປະທານສະພາແຫ່ງຊາດຫວຽດນາມ: ຮັບປະກັນການເລືອກຕັ້ງໄດ້ດຳເນີນຢ່າງມີປະຊາທິປະໄຕ, ຖືກຕ້ອງຕາມກົດໝາຍ, ມີຄວາມປອດໄພຢ່າງເດັດຂາດ ແລະ ປະສົບຜົນສຳເລັດຢ່າງຈົບງາມ
ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ກ່າວຄໍາເຫັນທີ່ກອງປະຊຸມ.

ໃນຕອນເຊົ້າວັນທີ 18 ພຶດສະພາ 2021, ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ, ປະທານສະພາເລືອກຕັ້ງແຫ່ງຊາດ ໄດ້ເປັນປະທານກອງປະຊຸມທາງອອນລາຍທົ່ວປະເທດ ກ່ຽວກັບການຜັນຂະຫຍາຍວຽກງານເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ XV ແລະ ສະພາປະຊາຊົນທຸກຂັ້ນອາຍຸການ 2021 – 2026.

ທີ່ກອງປະຊຸມ, ທ່ານ ປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ໃຫ້ຮູ້ວ່າ, ສະພາເລືອກຕັ້ງແຫ່ງຊາດຫວຽດນາມ ໄດ້ແຕ່ງຕັ້ງຫຼາຍຄະນະຜູ້ແທນ ໄປກວດກາວຽກງານກະກຽມການເລືອກຕັ້ງຢູ່ບັນດາທ້ອງຖິ່ນໃນທົ່ວປະເທດ. ບັນດາອະນຸກຳມະການ, ຫ້ອງວ່າການສະພາເລືອກຕັ້ງແຫ່ງຊາດ ໄດ້ປະກາດໃຊ້ເອກະສານຫຼາຍສະບັບ ເພື່ອແນະນຳ, ຊີ້ນຳແກ້ໄຂບັນດາຄວາມຫຍຸ້ງຍາກ, ຂໍ້ຕິດຂັດ ແລະ ບັນດາວິທີການ, ແຜນການດຳເນີນການເລືອກຕັ້ງໃຫ້ແທດເໝາະກັບເງື່ອນໄຂປ້ອງກັນ, ສະກັດກັ້ນໂລກລະບາດ, ໄພທຳມະຊາດ, ຝົກຕົກນ້ຳຖ້ວມ, ເປັນຕົ້ນແມ່ນເງື່ອນໄຂປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19. ເພື່ອຮັບປະກັນການເລືອກຕັ້ງໄດ້ດຳເນີນຢ່າງມີປະຊາທິປະໄຕ, ຖືກຕ້ອງຕາມກົດໝາຍ, ມີຄວາມປອດໄພຢ່າງເດັດຂາດ ແລະ ປະສົບຜົນສຳເລັດຢ່າງຈົບງາມ, ເປັນຕົ້ນແມ່ນໃນເງື່ອນໄຂເກີດໂລກລະບາດໂຄວິດ - 19 ທີ່ພວມມີການຜັນແປຢ່າງສັບສົນຢຸ່ບາງສະຖານທີ່ຈຸດສຸມຄືໃນປັດຈຸບັນ, ສະພາເລືອກຕັ້ງແຫ່ງຊາດ ໄດ້ຈັດຕັ້ງກອງປະຊຸມທາງອອນລາຍທົ່ວປະເທດ ເພື່ອແນໃສ່ເປົ້າໝາຍ ກວດກາຄືນວຽກງານກະກຽມມາຮອດປັດຈຸບັນ, ຮັບຟັງ ແລະ ແກ້ໄຂບັນດາຂໍ້ຕິດຂັດ, ຄວາມຫຍຸ້ງຍາກ, ບັນດາຂໍ້ສະເໜີຂອງບັນດາທ້ອງຖິ່ນ, ບັນດາອົງການທີ່ກ່ຽວຂ້ອງຢ່າງທັນການ ເພື່ອເປັນເອກະພາບກັບທາງດ້ານຄວາມຮັບຮູ້, ຄວາມຕັດສິນໃຈຢ່າງສູງໃນການກະທຳ ເພື່ອກະກຽມ ໃຫ້ແກ່ການເລືອກຕັ້ງ ຢ່າງລອບຄອບຖີ່ທ້ວນທີ່ສຸດ, ຮັບປະກັນໃຫ້ເຫດການການເມືອງທີ່ມີຄວາມສຳຄັນຍິ່ງຂອງປະເທດຊາດ ໄດ້ດຳເນີນຢ່າງຖືກຕ້ອງຕາມແຜນການ, ກາຍເປັນວັບບຸນໃຫຍ່ຂອງທົ່ວປວງຊົນ ແລະ ປະສົບຜົນສຳເລັດຢ່າງແທ້ຈິງ.

ໄລ່ມາຮອດຈຸດເວລານີ້, ວຽກງານກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດຫວຽດນາມ ຊຸດທີ XV ແລະ ສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2021-2026 ໄດ້ມີຄວາມຮັບປະກັນຖືກຕ້ອງຕາມຈິດໃຈຊີ້ນຳຂອງກົມການເມືອງ, ຖືກຕ້ອງຕາມຂໍ້ກຳນົດຂອງກົດໝາຍ. ບັນດາອົງການຈັດຕັ້ງຮັບຜິດຊອບການເລືອກຕັ້ງຢູ່ຂັ້ນທ້ອງຖິ່ນກໍ່ໄດ້ຮັບການສ້າງຕັ້ງສຳເລັດ, ດ້ວຍ 63 ຄະນະກຳມະການເລືອກຕັ້ງຂັ້ນແຂວງ, 682 ຄະນະກຳມະການຂັ້ນເມືອງ ແລະ ກວ່າ 10.000 ຄະນະກຳມະການເລືອກຕັ້ງຂັ້ນຕາແສງ… ຕາມຕົວເລກຂອງບັນດາທ້ອງຖິ່ນແລ້ວ, ຈຳນວນຜູ້ມີສິດເລືອກຕັ້ງໃນທົ່ວປະເທດກວ່າ 69 ລ້ານຄົນຈະປະຕິບັດສິດໄປປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XV ແລະ ສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2021-2026.

ສັນ​ຍາ​ການ​ຄ້າ​ສະ​ບັບ​ຕ່າງໆ ພວມເປີດໂອກາດໃຫ້ບັນດາວິສາຫະກິດເພີ່ມວົງເງິນສົ່ງອອກຜັກ, ໝາກໄມ້ໃນປີນີ້ ສັນ​ຍາ​ການ​ຄ້າ​ສະ​ບັບ​ຕ່າງໆ ພວມເປີດໂອກາດໃຫ້ບັນດາວິສາຫະກິດເພີ່ມວົງເງິນສົ່ງອອກຜັກ, ໝາກໄມ້ໃນປີນີ້

ຍສໝ - ພິເສດ, ສັນຍາ UKVFTA ໝັ້ນໝາຍວ່າຈະສ້າງກຳລັງໜູນໃໝ່ໃຫ້ແກ່ການຮ່ວມມືເສດຖະກິດ - ການຄ້າ ໃນໄລຍະຈະມາເຖິງ. ເພາະວ່າ 94% ປະເພດພາສີໃນຍອດຈຳນວນ ທັງໝົດ 547 ປະເພດ ສຳລັບຜັກ, ໝາກໄມ້ ແລະ ຜະລິດຕະພັນຜະລິດຈາກຜັກໝາກໄມ້ ລວມ ໄດ້ຮັບບຸລິມະສິດດ້ວຍອັດຕາພາສີ 0%.

ການ​ເລືອກ​ຕັ້ງ​ຢູ່​ເມືອງ​ເກາະ​ເຈື່ອງ​ຊ​າ ດຳ​ເນີນ​ໄປ​ຢ່າງ​ຖືກຕ້ອງຕາມແຜນການ, ມີຄວາມເປັນລະບຽບຮຽບຮ້ອຍ, ປອດໄພ, ຖືກຕາມກົດໝາຍ ການ​ເລືອກ​ຕັ້ງ​ຢູ່​ເມືອງ​ເກາະ​ເຈື່ອງ​ຊ​າ ດຳ​ເນີນ​ໄປ​ຢ່າງ​ຖືກຕ້ອງຕາມແຜນການ, ມີຄວາມເປັນລະບຽບຮຽບຮ້ອຍ, ປອດໄພ, ຖືກຕາມກົດໝາຍ

ຍສໝ - ຢູ່ ສະຖານທີ່ປ່ອນບັດເລືອກຕັ້ງ 20 ຈຸດ ທີ່ເມືອງ ຊອງຕື້ໄຕ, ຊິງໂຕ່ນ ແລະ ເທດສະບານເມືອງ ເຈື່ອງຊາ ໄດ້ປະຕິລັດສຳເລັດການປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ XV ແລະ ສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2021 – 2026.

ຮັບປະກັນໃຫ້ການເລືອກຕັ້ງບັນລຸຜົນສຳເລັດຢ່າງຈົບງາມ ຮັບປະກັນໃຫ້ການເລືອກຕັ້ງບັນລຸຜົນສຳເລັດຢ່າງຈົບງາມ

ຍສໝ - ທ່ານ ເຈິ່ນແທັງເໝີນ ຮອງປະທານຜູ້ປະຈຳການສະພາແຫ່ງຊາດ, ຮອງປະທານຜູ້ປະຈຳການສະພາເລືອກຕັ້ງແຫ່ງຊາດ, ຫົວໜ້າອະນຸກຳມະການບຸກຄະລາກອນ ສະເໜີໃຫ້ອະນຸກຳມະການບຸກຄະລາກອນ ຈົ່ງສືບຕໍ່ຈັດແບ່ງຜູ້ປະຈຳການເພື່ອແກ້ໄຂບັນດາບັນຫາທີ່ເກີດຂຶ້ນຍ້ອນໂລກລະບາດ, ໄພທຳມະຊາດ, ຍ້ອນຄວາມເປັນລະບຽບຮຽບຮ້ອຍ… ຮັບປະກັນໃຫ້ການເລືອກຕັ້ງບັນລຸຜົນສຳເລັດຢ່າງຈົບງາມ.

ໄຊພອນ

ເຫດການ
302 Found

Found

The document has moved here.