ການເລືອກຕັ້ງຢູ່ປະເທດຫວຽດນາມ ໃນຄວາມຮູ້ສຶກຂອງເພື່ອນມິດສາກົນ (ບົດທີ 3): “ຫວຽດນາມ ໃຫ້ພວກເຮົາມີຄວາມເຊື່ອໝັ້ນຢ່າງໝັ້ນແກ່ນ”

21:48 | 22/05/2021

ຍສໝ - ຜົນສຳເລັດໃນການປ້ອງກັນ ແລະ ຄວບຄຸມ ພະຍາດ COVID-19, ຮັດສາສະຖຽນລະພາບທາງເສດຖະກິດ, ຄວາມເຫັນດີເຫັນພ້ອມຂອງສັງຄົມ, ທີ່ຕັ້ງບົດບາດໃນສາກົນ ແລະ ໂດຍສະເພາະແມ່ນຄວາມເຊື່ອໝັ້ນຂອງປະຊາຊົນ ... ແມ່ນບັນດາປັດໃຈພື້ນຖານທີ່ສ້າງຄວາມເຊື່ອໝັ້ນໃຫ້ເພື່ອນມິດສາກົນ ກ່ຽວກັບການເລືອກຕັ້ງທີ່ຈະປະສົບຜົນສຳເລັດອັນຈົບງາມ ເຊິ່ງຈະມີຈັດຂື້ນໃນຕອນເຊົ້າມື້ອື່ນນີ້ ( ວັນທີ 23 ພຶດສະພາ) ຢູ່ຫວຽດນາມ.

ເອກອັກຄະລັດຖະທູດເບລາຣູດ ປະຈຳຫວຽດນາມ: ຂ້າພະເຈົ້າຮູ້ສຶກຄວາມສະໜິດສະໜົມ ໃນວັນເລືອກຕັ້ງ ຢູ່ ຫວຽດນາມ ເອກອັກຄະລັດຖະທູດເບລາຣູດ ປະຈຳຫວຽດນາມ: ຂ້າພະເຈົ້າຮູ້ສຶກຄວາມສະໜິດສະໜົມ ໃນວັນເລືອກຕັ້ງ ຢູ່ ຫວຽດນາມ
ເອກອັກຄະລັດຖະທູດປາແລັສຕິນ: ຢູ່ຫວຽດນາມ, ຜູ້ໃດກໍ່ຕາມແມ່ນສະມາຊິກສະພາແຫ່ງຊາດ ກໍ່ຖືເອົາຈິດໃຈຮັບໃຊ້ປະຊາຊົນ ແລະ ປະເທດເປັນເປົ້າໝາຍຕົ້ນຕໍ ເອກອັກຄະລັດຖະທູດປາແລັສຕິນ: ຢູ່ຫວຽດນາມ, ຜູ້ໃດກໍ່ຕາມແມ່ນສະມາຊິກສະພາແຫ່ງຊາດ ກໍ່ຖືເອົາຈິດໃຈຮັບໃຊ້ປະຊາຊົນ ແລະ ປະເທດເປັນເປົ້າໝາຍຕົ້ນຕໍ

ທ່ານ Rufino Aybar (ອາຍຸ 22 ປີ, ສັນຊາດແອສປາໂຍນ, ນັກສຶກສາທີ່ຄະນະນິຕິສາດສາກົນ, ສະຖາບັນການທູດຫວຽດນາມ): ຂ້າພະເຈົ້າຄິດວ່າ ຜູ້ທີ່ໄດ້ເລືອກຕັ້ງ ຈະເປັນຜູ້ແທນທີ່ມີຄວາມສາມາດ, ເໝາະສົມກັບການສະແດງຄວາມມຸ້ງມາດປາດຖະໜາ ແລະ ອະທິປະໄຕຂອງປະຊາຊົນ. ຂ້າພະເຈົ້າຫວັງວ່າພາຍຫຼັງທີ່ໄດ້ຮັບການເລືອກຕັ້ງ, ພວກເຂົາຈະເປັນຂົວຕໍ່ລະຫວ່າງປະຊາຊົນ ແລະ ສະພາແຫ່ງຊາດ, ພ້ອມກັນນັ້ນກໍ່ເອົາໃຈໃສ່ເຖິງບັນດາບັນຫາ, ຄື: ການປະຕິຮູບດ້ານການບໍລິຫານ, ປົກປ້ອງສິດຂອງແມ່ຍິງ, ແກ້ໄຂບັນດາບັນຫາທີ່ຮ້ອນແຮງ ກ່ຽວກັບບັນຫາສັງຄົມສິ່ງແວດລ້ອມມົນລະພິດ…; ບັນຫາທີ່ກ່ຽວຂ້ອງໂດຍກົງກັບຄົນຕ່າງປະເທດທີ່ອາໄສ ແລະ ເຮັດວຽກຢູ່ຫວຽດນາມ, ເຊັ່ນ: ການເຂົ້າ - ອອກເມືອງ, ການນຳໃຊ້ແຮງງານຕ່າງປະເທດ, ຄ່າປະກັນໄພສຸຂະພາບ ແລະ ການມີສ່ວນຮ່ວມໃນການປະກັນສັງຄົມຂອງຄົນຕ່າງປະເທດ.

ການເລືອກຕັ້ງຢູ່ປະເທດຫວຽດນາມ ໃນຄວາມຮູ້ສຶກຂອງເພື່ອນມິດສາກົນ (ບົດທີ 3): “ຫວຽດນາມ ໃຫ້ພວກເຮົາມີຄວາມເຊື່ອໝັ້ນຢ່າງໝັ້ນແກ່ນ”
ທ່ານ Rufino Aybar (ອາຍຸ 22 ປີ, ສັນຊາດແອສປາໂຍນ, ນັກສຶກສາທີ່ຄະນະນິຕິສາດສາກົນ, ສະຖາບັນການທູດຫວຽດນາມ)

ນັກຂ່າວ Alberto Salazar (ຫົວໜ້າສາຂາຂອງສຳນັກຂ່າວສານ Prensa Latina - ກູບາ ປະຈຳ ຫວຽດນາມ) ໃຫ້ຮູ້ວ່າ ຊາວຫວຽດນາ ບໍ່ວ່າ ຊົນຊັ້ນ, ສາສະໜາ…ກໍ່ມີຄວາມສົນໃຈຫຼາຍໃນການເລືອກຕັ້ງສະພາແຫ່ງຊາດ. ໜຶ່ງໃນບັນດາຂໍ້ກຳນົດທີ່ຫວຽດນາມໄດ້ຮັບຮອງເອົາ ແມ່ນຮັບປະກັນໃຫ້ທຸກພາກສ່ວນໃນສັງຄົມ, ໃນນັ້ນມີກຸ່ມຊົນເຜົ່າສ່ວນໜ້ອຍ ກໍ່ໄດ້ເຂົ້າຮ່ວມໃນສະພາແຫ່ງຊາດ. ບັນດາຜູ້ແທນ ແມ່ນຜູ້ທີ່ມີລະດັບຄວາມຮູ້ທິສູງ, ຜູ້ທີ່ຈົງຮັກພັກດີຕໍ່ແບບແຜນດຳລົງຊີວິດ ແລະ ອຸດົມການຂອງປະທານ ໂຮ່ຈີມິນ. ຂ້າພະເຈົ້າເຊື່ອວ່າ ສິ່ງເຫຼົ່ານີ້ຈະຊ່ວຍໃຫ້ຫວຽດນາມ ສືບຕໍ່ພັດທະນາ ແລະ ເສີມຂະຫຍາຍຊື່ສຽງສາກົນຂອງປະເທດ.

ການເລືອກຕັ້ງຢູ່ປະເທດຫວຽດນາມ ໃນຄວາມຮູ້ສຶກຂອງເພື່ອນມິດສາກົນ (ບົດທີ 3): “ຫວຽດນາມ ໃຫ້ພວກເຮົາມີຄວາມເຊື່ອໝັ້ນຢ່າງໝັ້ນແກ່ນ”
ນັກຂ່າວ Alberto Salazar (ຫົວໜ້າສາຂາຂອງສຳນັກຂ່າວສານ Prensa Latina - ກູບາປະຈຳຫວຽດນາມ)

ຄູອາຈານ Yoshida Hiroshi (ຄະນະພາສາຍີ່ປຸ່ນ ແລະ ວັດທະນະທຳມະຫາວິທະຍາໄລ ດ້າຍນາມ): ຂ້າພະເຈົ້າຫວັງ ແລະ ເຊື່ອວ່າ ປະຊາຊົນຫວຽດນາມຈະເລືອກເອົາຜູ້ແທນທີ່ມີນ້ຳໃຈ, ຄວາມສາມາດ, ຄວາມກະຕືລືລົ້ນ ແລະ ຄວາມກ້າຫານ ເພື່ອຖ່າຍທອດຄວາມມຸ້ງມາດປາດຖະໜາຂອງປະຊາຊົນ, ທີ່ ພ້ອມກັນນັ້ນ ກໍ່ມີຄວນມີຄວາມຮັບຜິດຊອບສູງ, ຕັດສິນບັນຫາສຳຄັນທີ່ສຸດຂອງປະເທດ, ຕິດຕາມກວດກາການເຄື່ອນໄຫວຂອງບັນດາອົງການລັດ. ຂ້າພະເຈົ້າຫວັງວ່າ ບັນດາສະມາຊິກສະພາແຫ່ງຊາດ, ພາຍຫຼັງທີ່ໄດ້ຮັບການເລືອກຕັ້ງ, ຈະສົ່ງເສີມຢ່າງສູງຕໍ່ຈິດໃຈແຫ່ງຄວາມຄິດສ້າງສັນ ແລະ ຂະຫຍັນຂັນເຄື່ອນ, ນຳພາປະເທດພັດທະນາຢ່າງເຂັມແຮງໃນທຸກຂົງເຂດ ແລະ ບັນລຸເປົ້າໝາຍທີ່ໄດ້ວາງໄວ້.

ທ່ານ Lee Gwi Soo (ຜູ້ອຳນວຍການບໍລິສັດ Plaza I & C - ປະທານສະມາຄົມວິສາຫະກິດຂະໜາດນ້ອຍ ແລະ ກາງ ຂອງສ.ເກົາຫຼີ ຢູ່ຫວຽດນາມ) ໃຫ້ຫູ້ວ່າ ຂ້າພະເຈົ້າເຊື່ອວ່າພາຍຫຼັງການເລືອກຕັ້ງຄັ້ງນີ້, ຫວຽດນາມຈະມີໂອກາດຫຼາຍກວ່າເກົ່າ ເພື່ອຊຸກຍູ້ການພັດທະນາເສດຖະກິດ. ໃນຖານະທີ່ເປັນປະທານຂອງຊຸມຊົນນັກທຸລະກິດ, ຂ້າພະເຈົ້າຮັບຮູ້ວ່າ ການລົງທືນຂອງຕ່າງປະເທດຢູ່ຫວຽດນາມ ແມ່ນເພີ່ມຂື້ນຢ່າງຫຼວງຫຼາຍ ໂດຍບໍ່ຫົວຊາຕໍ່ການລະບາດຂອງພະຍາດ COVID-19. ຫວຽດນາມຈະສືບຕໍ່ຈະແມ່ນສະພາບແວດລ້ອມທີ່ສະດວກ ສຳລັບບັນດານັກລົງທຶນຕ່າງປະເທດ.

ການເລືອກຕັ້ງຢູ່ປະເທດຫວຽດນາມ ໃນຄວາມຮູ້ສຶກຂອງເພື່ອນມິດສາກົນ (ບົດທີ 3): “ຫວຽດນາມ ໃຫ້ພວກເຮົາມີຄວາມເຊື່ອໝັ້ນຢ່າງໝັ້ນແກ່ນ”
ທ່ານ Lee Gwi Soo (ຜູ້ອຳນວຍການບໍລິສັດ Plaza I & C - ປະທານສະມາຄົມວິສາຫະກິດຂະ ໜາດນ້ອຍ ແລະ ກາງ ຂອງເກົາຫຼີຢູ່ຫວຽດນາມ)

ທ້າວ Ouan Yang (ເກີດປີ 1995, ຢູ່ຄອນຫຼວງວຽງຈັນ, ປະເທດລາວ, ປະຈຸບັນກຳລັງສຶກສາລະດັບປະລິນຍາໂທທີ່ຫວຽດນາມ) ໃຫ້ຮູ້ວ່າ, ສິ່ງທີ່ຫວຽດນາມບັນລຸໄດ້ ໃນການພັດທະນາເສດຖະກິດ ແລະ ຜົນ ສຳເລັດໃນການຕໍ່ສູ້ຕ້ານ “ສັດຕູ COVID-19” ໄດ້ຢັ້ງຢືນທີ່ຕັ້ງໃນສາກົນ, ສ້າງຄວາມເຊື່ອໝັ້ນໃຫ້ເພື່ອນມິດສາກົນ ກ່ຽວກັບການເລືອກຕັ້ງທີ່ຈະປະສົບຜົນສຳເລັດຢ່າງຈົບງາມ. ຂ້າພະເຈົ້າເຊື່ອວ່າ ຫວຽດນາມຈະສືບຕໍ່ຄວບຄຸມການລະບາດຂອງ COVID-19 ໄດ້ເປັນຢ່າງດີ, ພ້ອມກັນນັ້ນກໍ່ຊຸກຍູ້ການດຶງດູດການລົງທຶນຈາກຕ່າງປະເທດ, ພັດທະນາຢ່າງແຮງໃນທຸກຂົງເຂດ, ແລະ ບັນລຸເປົ້າໝາຍທີ່ວາງໄວ້.

ເອກອັກຄະລັດຖະທູດເບລາຣູດ ປະຈຳຫວຽດນາມ: ຂ້າພະເຈົ້າຮູ້ສຶກຄວາມສະໜິດສະໜົມ ໃນວັນເລືອກຕັ້ງ ຢູ່ ຫວຽດນາມ ເອກອັກຄະລັດຖະທູດເບລາຣູດ ປະຈຳຫວຽດນາມ: ຂ້າພະເຈົ້າຮູ້ສຶກຄວາມສະໜິດສະໜົມ ໃນວັນເລືອກຕັ້ງ ຢູ່ ຫວຽດນາມ

ຍສໝ - ຍັງເປັນລູກທີ່ເກີດໃນລະບອບຂອງສະຫະພາບໂຊວຽດ, ທ່ານ Vladimir Goshin - ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສາທາລະນະລັດເບລາຣູດ ປະຈຳຫວຽດນາມ ໄດ້ພົບເຫັນຄວາມຮູ້ສຶກຂອງທ່ານ ຄືຢູ່ບ້ານເກີດເມືອງນອນ.

ເອກອັກຄະລັດຖະທູດປາແລັສຕິນ: ຢູ່ຫວຽດນາມ, ຜູ້ໃດກໍ່ຕາມແມ່ນສະມາຊິກສະພາແຫ່ງຊາດ ກໍ່ຖືເອົາຈິດໃຈຮັບໃຊ້ປະຊາຊົນ ແລະ ປະເທດເປັນເປົ້າໝາຍຕົ້ນຕໍ ເອກອັກຄະລັດຖະທູດປາແລັສຕິນ: ຢູ່ຫວຽດນາມ, ຜູ້ໃດກໍ່ຕາມແມ່ນສະມາຊິກສະພາແຫ່ງຊາດ ກໍ່ຖືເອົາຈິດໃຈຮັບໃຊ້ປະຊາຊົນ ແລະ ປະເທດເປັນເປົ້າໝາຍຕົ້ນຕໍ

ຍສໝ - ທ່ານ Saadi Salam - ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງລັດປາແລດສະຕິນ ປະຈຳ ຫວຽດນາມ ໄດ້ເຊື່ອໝັ້ນວ່າ ຫວຽດນາມຈະຈັດຕັ້ງການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XV, ເລືອກຕັ້ງສະພາປະຊາຊົນທຸກຂັ້ນໃນໄລຍະ 2021-2026 ຢ່າງສຳເລັດຜົນ. ທ່ານ Saadi Salam ໄດ້ກ່າວວ່າ, ຜູ້ມີສິດເລືອກຕັ້ງເມື່ອໄປປ່ອນບັດ ຈະເລືອກເອົາຜູ້ຮັກຊາດ ແລະ ເປັນຜູ້ທີ່ມີຄວາມຮັບຜິດຊອບຕໍ່ປະຊາຊົນ.

ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ  XV ແລະສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2021-2026 ຢູ່ຫວຽດນາມ ຈະປະສົບຜົນສໍາເລັດຢ່າງຈົບງາມ ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ XV ແລະສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2021-2026 ຢູ່ຫວຽດນາມ ຈະປະສົບຜົນສໍາເລັດຢ່າງຈົບງາມ

ຍສໝ - ທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດລາວ ປະຈໍາ ຫວຽດນາມ ໄດ້ເນັ້ນໜັກວ່າ: ພາຍໃຕ້ການນໍາພາຂອງພັກກອມມູນິດຫວຽດນາມ, ສະພາແຫ່ງຊາດ, ລັດຖະບານ ແລະສະພາປະຊາຊົນທຸກຂັ້ນໄດ້ມີມາດຕະການຮັບມືຢ່າງມີໄຫວພິບ, ເໝາະສົມກັບສະພາບການຂອງພະຍາດ. ບັນດາການພົບປະແລກປ່ຽນກັບຜູ້ມີສິດເລືອກຕັ້ງໄດ້ດໍາເນີນບົນພື້ນຖານຮັບປະກັນຄວາມປອດໄພສຸຂະພາບໃຫ້ແກ່ຜູ້ສະໝັກເລືອກຕັ້ງ ແລະຜູ້ມີສິດເລືອກຕັ້ງໝົດທຸກຄົນ, ຮັບປະກັນໃຫ້ການເລືອກຕັ້ງສາມາດໄດ້ຈັດຕັ້ງຖືກຕາມແຜນການທີ່ໄດ້ວາງອອກ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.