ຊຸດຮູບພາບ: ຜູ້ນຳພັກ ແລະ ລັດ ຫວຽດນາມ ໄປປ່ອນບັດເລືອກຕັ້ງ, ໃຊ້ສິດ ແລະ ພັນທະພົນລະເມືອງຂອງຕົນ
ຍສໝ - ວັນທີ 23 ພຶດສະພາ, ບັນດາຜູ້ນຳພັກ ແລະລັດ ພ້ອມດ້ວຍຜູ້ມີສິດເລືອກຕັ້ງຫລາຍກວ່າ 69 ລ້ານຄົນໃນທົ່ວປະເທດໄດ້ໃຊ້ສິດພົນລະເມືອງຂອງຕົນຢູ່ໃນເຂດເລືອກຕັ້ງ 84.767 ແຫ່ງ. ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XV ແລະ ສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2021 – 2026 ໄດ້ດຳເນີນໃນທົ່ວປະເທດ.
 |
ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ມາຮອດບ່ອນປ່ອນບັດເລືອກຕັ້ງເລກ 4, ບ້ານ ຫງວຽນຢູ, ເມືອງ ຮາຍບ່າຈືງ, ນະຄອນ ຮ່າໂນ້ຍ. ພາບ: VGP |
 |
ທ່ານເລຂາທິການໃຫຍ່ຫວຽດນາມ ຫງວຽນຟູຈ້ອງ ໄດ້ປ່ອນບັດເລືອກຕັ້ງຢູ່ສະຖານທີ່ປ່ອນບັດເລືອກຕັ້ງເລກ 4, ບ້ານ ຫງວຽນຢູ, ເມືອງ ຮາຍບ່າຈືງ, ນະຄອນ ຮ່າໂນ້ຍ. ພາບ: VGP |
 |
ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ຢ້ຽມຢາມຖາມຂ່າວຜູ້ມີສິດເລືອກຕັ້ງຢູ່ເມືອງກູຈີ. ພາບ: VGP |
 |
ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ໄດ້ປ່ອນບັດເລືອກຕັ້ງ. ພາບ: VGP |
 |
ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມີງຈີງ ແລະບັນດາຜູ້ແທນ ແລະຜູ້ມີສິດເລືອກຕັ້ງໄດ້ດຳ ເນີນພິທີເຄົາລົບທຸງຊາດເພື່ອເປີດວັນເລືອກຕັ້ງທີ່ສະຖານທີ່ປ່ອນບັດເລກທີ 18, ບ້ານກາຍເຄ, ເມືອງນິງກ່ຽວ, ນະຄອນເກິ່ນເທີ. ພາບ: VGP |
 |
ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດີ່ງເຫວ້ ປ່ອນບັດເລືອກຕັ້ງຢູ່ສະຖານທີ່ປ່ອນບັດເລກ 1, ເທສະບານເມືອງ ອານຫຼາວ, ເມືອງ ອານຫຼາວ, ນະຄອນຫາຍຝ່ອງ. ພາບ: VOV |
 |
ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດີ່ງເຫວ້ ປ່ອນບັດເລືອກຕັ້ງຢູ່ ນະຄອນຫາຍຝ່ອງ ພາບ: tuoitre |
 |
ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໂດວັນຈຽນ ປ່ອນບັດເລືອກຕັ້ງຢູ່ສະຖານທີ່ປ່ອນບັດເລກ 7 ບ້ານ ຊວນຕາວ, ເມືອງ ບັກຕື່ລຽມ, ຮ່າໂນ້ຍ. ພາບ: VOV |
 |
ທ່ານ ເລຂາທິການຜູ້ປະຈຳການ ຫວໍວັນເຖືອງ ໄດ້ໄປປ່ອນບັດເລືອກຕັ້ງຢູ່ໂຮງຮຽນອະນຸບານ ເຊີນກາ 15, ເມືອງ ຟູຍ້ວນ, ນະຄອນໂຮ່ຈີມິນ ໃນຕອນເຊົ້າຂອງວັນທີ 23 ພຶດສະພາ. ພາບ: tuoitre |
 |
ທ່ານ ເລຂາທິການຜູ້ປະຈຳການ ຫວໍວັນເຖືອງ ໄດ້ປ່ອນບັດເລືອກຕັ້ງ. ພາບ: thanhnien |
 |
ທ່ານຮອງນາຍົກລັດຖະມົນຕີຜູ້ປະຈໍາການ ເຈືອງຮ່ວາບິ່ງ ໄດ້ປ່ອນບັດເລືອກຕັ້ງຢູ່ໂຮງຮຽນອະນຸບານ 7, ເມືອງເຕິນບິ່ງ, ນະຄອນໂຮ່ຈີມິນ. ພາບ: thanhnien |
 |
ທ່ານຮອງນາຍົກລັດຖະມົນຕີຟ້າມບິ່ງມິງ ໄດ້ປ່ອນບັດເລືອກຕັ້ງຢູ່ເມືອງບາດີ່ງ. ພາບ: VGP |
| ຮູບຖ່າຍຈາກເຄື່ອງບິນບໍ່ມີຄົນຂັບຂອງຫວຽດນາມ ຍາດໄດ້ລາງວັນສາກົນ ຮູບຖ່າຍ 21 ແຜ່ນຂອງນັກຖ່າຍຮູບຫວຽດນາມ 14 ຄົນໄດ້ລອດເຂົ້າທອັບ 100 ຮູບ drone (ຖ່າຍຮູບຈາກເຄື່ອງບິນບໍ່ມີຄົນຂັບ) ທີ່ງານປະກວດຮູບພາບສາກົນປະຈຳປີ 35AWARDS. |
| ສົ່ງເສີມຄວາມສະເໝີພາບລະຫວ່າງ ຍິງ - ຊາຍ, ມອບສິດຫຼາຍກວ່າເກົ່າໃຫ້ແກ່ຜູ້ຕາງໜ້າທີ່ຖືກເລືອກຕັ້ງທີ່ເປັນແມ່ຍິງ, ຄົນພິການ ຍສໝ - ບົດຂຽນໂດຍທ່ານນາງ Caitlin Wiesen, ຫົວໜ້າຜູ້ຕາງໜ້າ ຫ້ອງການໂຄງການພັດທະນາສະຫະປະຊາຊາດ (UNDP) ປະຈຳ ຫວຽດນາມ ກ່ຽວກັບການສົ່ງເສີມຄວາມສະເໝີ ພາບລະຫວ່າງ ຍິງ - ຊາຍ ແລະມອບສິດຫຼາຍກວ່າເກົ່າໃຫ້ແກ່ຜູ້ຕາງໜ້າທີ່ຖືກເລືອກຕັ້ງທີ່ເປັນແມ່ຍິງ, ຄົນພິການໃນການເລືອກຕັ້ງສະພາແຫ່ງຊາດ ແລະສະພາປະຊາຊົນໃນວັນທີ 23 ພຶດສະພາປີ 2021. |
| ເອກອັກຄະລັດຖະທູດເບລາຣູດ ປະຈຳຫວຽດນາມ: ຂ້າພະເຈົ້າຮູ້ສຶກຄວາມສະໜິດສະໜົມ ໃນວັນເລືອກຕັ້ງ ຢູ່ ຫວຽດນາມ ຍສໝ - ຍັງເປັນລູກທີ່ເກີດໃນລະບອບຂອງສະຫະພາບໂຊວຽດ, ທ່ານ Vladimir Goshin - ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສາທາລະນະລັດເບລາຣູດ ປະຈຳຫວຽດນາມ ໄດ້ພົບເຫັນຄວາມຮູ້ສຶກຂອງທ່ານ ຄືຢູ່ບ້ານເກີດເມືອງນອນ. |
ໄຊພອນ