ເອກອັກຄະລັດຖະທູດປາແລັສຕິນ: ຢູ່ຫວຽດນາມ, ຜູ້ໃດກໍ່ຕາມແມ່ນສະມາຊິກສະພາແຫ່ງຊາດ ກໍ່ຖືເອົາຈິດໃຈຮັບໃຊ້ປະຊາຊົນ ແລະ ປະເທດເປັນເປົ້າໝາຍຕົ້ນຕໍ

16:12 | 22/05/2021

ຍສໝ - ທ່ານ Saadi Salam - ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງລັດປາແລດສະຕິນ ປະຈຳ ຫວຽດນາມ ໄດ້ເຊື່ອໝັ້ນວ່າ ຫວຽດນາມຈະຈັດຕັ້ງການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XV, ເລືອກຕັ້ງສະພາປະຊາຊົນທຸກຂັ້ນໃນໄລຍະ 2021-2026 ຢ່າງສຳເລັດຜົນ. ທ່ານ Saadi Salam ໄດ້ກ່າວວ່າ, ຜູ້ມີສິດເລືອກຕັ້ງເມື່ອໄປປ່ອນບັດ ຈະເລືອກເອົາຜູ້ຮັກຊາດ ແລະ ເປັນຜູ້ທີ່ມີຄວາມຮັບຜິດຊອບຕໍ່ປະຊາຊົນ.

ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ  XV ແລະສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2021-2026 ຢູ່ຫວຽດນາມ ຈະປະສົບຜົນສໍາເລັດຢ່າງຈົບງາມ ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ XV ແລະສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2021-2026 ຢູ່ຫວຽດນາມ ຈະປະສົບຜົນສໍາເລັດຢ່າງຈົບງາມ
ປະທານປະເທດແລະບັນດາຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ, ຂົນຂວາຍການເລືອກຕັ້ງຢູ່ນະຄອນໂຮ່ຈີມິນ ປະທານປະເທດແລະບັນດາຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ, ຂົນຂວາຍການເລືອກຕັ້ງຢູ່ນະຄອນໂຮ່ຈີມິນ

ທ່ານເອກອັກຄະລັດຖະທູດ Saadi Salama ໃຫ້ຮູ້ວ່າ: ຢູ່ຫວຽດນາມເປັນເວລາຫຼາຍປີ, ຂ້າພະເຈົ້າ ໄດ້ເຫັນປະຈັກຕາການເລືອກຕັ້ງ ສະພາແຫ່ງຊາດຫວຽດນາມ ຫຼາຍຄັ້ງ. ປີ 1982, ເມື່ອຂ້າພະເຈົ້າເປັນນັກຮຽນຢູ່ປາແລດສະຕິນ, ຂ້າພະເຈົ້າໄດ້ໄປຢ້ຽມຢາມນິຄົມກະເສດ ຊົງໂລ ຢູ່ ແຂວງ ຕຽນກ່ວາງ. ທີ່ນີ້ຂ້າພະເຈົ້າໄດ້ເຫັນຄັ້ງທຳອິດເຫດການສຳຄັນແມ່ນວັນເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນທຸກຂັ້ນຂອງຫວຽດນາມ.

ຂ້າພະເຈົ້າເຫັນວ່າວັນເລືອກຕັ້ງແມ່ນວັນບຸນ, ມີຫຼາຍເຫດການວັດທະນະທຳໄດ້ຈັດຕັ້ງຂຶ້ນ, ມີຫລາຍກິດຈະກຳ ພົບປະ ແລະຫວ່າງ ຜູ້ມີສິດເລືອກຕັ້ງ ແລະຜູ້ສະໝັກ. ຮູບພາບນັ້ນຍັງຝັງຢູ່ໃນຈິດໃຈຂອງຂ້າພະເຈົ້າຢູ່.

ເອກອັກຄະລັດຖະທູດປາແລັສຕິນ: ຢູ່ຫວຽດນາມ, ຜູ້ໃດກໍ່ຕາມແມ່ນສະມາຊິກສະພາແຫ່ງຊາດ ກໍ່ຖືເອົາຈິດໃຈຮັບໃຊ້ປະຊາຊົນ ແລະ ປະເທດເປັນເປົ້າໝາຍຕົ້ນຕໍ
ທ່ານ Saadi Salam - ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງລັດປາແລດສະຕິນ ປະຈຳຫວຽດນາມ

ປີນີ້ແມ່ນປີທີ່ຫຍຸ້ງຍາກສຳລັບທຸກໆປະເທດໃນໂລກ, ໃນນັ້ນມີຫວຽດນາມ. ເຖິງວ່າການກະກຽມໃຫ້ການເລືອກຕັ້ງແມ່ນມີຄວາມຫຍຸ້ງຍາກ, ແຕ່ຂ້າພະເຈົ້າແນ່ໃຈວ່າ ຫວຽດນາມຈະຈັດຕັ້ງການຍຸດທະນາການເລືອກຕັ້ງນີ້ຢ່າງສຳເລັດຜົນ. ເພາະວ່າໃນໄລຍະມໍ່ໆມານີ້, ຫວຽດນາມ ໄດ້ປະສົບຜົນສຳເລັດຢ່າງຫຼວງຫຼາຍ ໃນການປ້ອງກັນການລະບາດຂອງ COVID-19 ແລະ ສົ່ງສານໄປຍັງໂລກໃຫ້ຫູ້ວ່າຄວາມສຳເລັດຜົນດັ່ງກ່າວນັ້ນ ແມ່ນຄວາມເປັນຮ່ວມເດີນທາງຂອງປະຊາຊົນ ພ້ອມດ້ວຍທິດທາງຊີ້ນຳຂອງລັດຖະບານ. ຊາວຫວຽດນາມມີລະບຽບວິໄນ, ປະຕິບັດກົດໝາຍ ແລະ ປະຕິບັດຂໍ້ບັງຄັບ ທີ່ເຮັດໃຫ້ຄົນຕ່າງປະເທດຫຼາຍຄົນທີ່ອາໄສຢູ່ຫວຽດນາມຕ້ອງການສະແດງຄວາມຍ້ອງຍໍ.

ເຖິງວ່າພວກເຮົາຍັງຕ້ອງຮັບມືຕໍ່ການລະບາດຂອງພາຍາດ COVID-19, ແຕ່ວ່າດ້ວຍຄວາມຮັກຊາດ, ຂ້າພະເຈົ້າເຊື່ອວ່າປະຊາຊົນຫວຽດນາມ ຈະປະຕິບັດພັນທະໃນການເລືອກຕັ້ງສະພາແຫ່ງຊາດຊຸດ ທີ່ຕອບສະໜອງຄວາມຕ້ອງການຂອງປະຊາຊົນຫວຽດນາມ.

ຂ້າພະເຈົ້າ ໄດ້ຕີລາຄາວ່າ ຫວຽດນາມແມ່ນປະເທດທີ່ມີເອກະລາດທີ່ແທ້ຈິງ, ສະນັ້ນທຸກໆຄຳຕັດສິນຂອງຫວຽດນາມ ທີ່ກ່ຽວຂ້ອງເຖິງນະໂຍບາຍພາຍໃນປະເທດລ້ວນແຕ່ສອດຄ່ອງ ກັບຜົນປະໂຫຍດຂອງປະຊາຊົນຫວຽດນາມ ແລະ ສອດຄ່ອງກັບກົດໝາຍສາກົນ. ຂ້າພະເຈົ້າປາດຖະໜາວ່າ ຫວຽດນາມປະສົບຜົນສຳເລັດໃນທຸກໆກິດຈະກຳ, ໃນນັ້ນມີການເລືອກຕັ້ງຄັ້ງນີ້.

ຂ້າພະເຈົ້າມີເພື່ອນຫຼາຍຄົນ ທີ່ເປັນສະມາຊິກສະພາແຫ່ງຊາດຊຸດທີ XIV ແລະ ປະຈຸບັນກຳລັງດຳເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XV, ຂ້າພະເຈົ້າຄິດວ່າຜູ້ໃດທີ່ຈະເຂົ້າເປັນສະມາຊິກສະພາແຫ່ງຊາດຊຸດທີ XV ແມ່ນຜູ້ທີ່ມີຈິດໃຈຮັບໃຊ້ປະຊາຊົນ ແລະ ປະເທດເປັນເປົ້າໝາຍສະເໝີໄປ ຂອງພວກເຂົາ.

ການລົງຄະແນນສຽງ ຢູ່ປະເທດຫວຽດນາມ ໃນຄວາມຮັບຮູ້ຂອງເພື່ອນມິດສາກົນ (ບົດທີ 2): ສິດເຂົ້າຮ່ວມ ການລົງຄະແນນສຽງ ຢູ່ປະເທດຫວຽດນາມ ໃນຄວາມຮັບຮູ້ຂອງເພື່ອນມິດສາກົນ (ບົດທີ 2): ສິດເຂົ້າຮ່ວມ

ຍສໝ - ການສົ່ງບັດຄະແນນສຽງ ແລະ ຊີວະປະຫວັດຫຍໍ້ຂອງຜູ້ສະໝັກໄປແຕ່ລະຄອບຄົວ ເປັນເອກະລັກທີ່ສຸດ, ມັນອາດຈະສິ້ນເປືອງຫຼາຍ ແຕ່ໃນເວລານັ້ນມັນເປັນວິທີທີ່ດີສຳລັບຄົນສູງອາຍຸ ໂດຍສະເພາະຜູ້ທີ່ບໍ່ຮູ້ໃຊ້ອິນເຕີເນັດ ກໍ່ໄດ້ສາມາດຊອກຫາຜູ້ສະໝັກທີ່ພວກເຂົາຕັ້ງໃຈຈະລົງຄະແນນສຽງ ໂດຍບໍ່ຕ້ອງໄປຈຸດເປີດເຜີຍຂໍ້ມູນ, ຫລີກລ້ຽງການແຜ່ລະບາດຂອງພະຍາດ.

ຫຼາຍທ້ອງ​ຖິ່ນ​ພ້ອມ​ແລ້ວ​ທີ່​ຈະ​ດຳ​ເນີນ​ການ​ເລືອກ​ຕັ້ງ​ກ່ອນ​ເວ​ລາ​ກຳ​ນົດ ຫຼາຍທ້ອງ​ຖິ່ນ​ພ້ອມ​ແລ້ວ​ທີ່​ຈະ​ດຳ​ເນີນ​ການ​ເລືອກ​ຕັ້ງ​ກ່ອນ​ເວ​ລາ​ກຳ​ນົດ

ວັນທີ 21 ພຶດສະພາ, ຜູ້ມີສິດເລືອກຕັ້ງຢູ່ເຂດພູດອຍ, ເຂດຊາຍແດນຂອງບັນດາແຂວງຄື ເງະອານ, ກວ໋າງບິງ, ກຽນຢາງ… ຈະໄປປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XV, ສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2021 – 2026.

ຈຳນວນຜູ້ມີສິດເລືອກຕັ້ງໃນທົ່ວປະເທດກວ່າ 69 ລ້ານຄົນຈະປະຕິບັດສິດໄປປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XV ແລະສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2021-2026 ຈຳນວນຜູ້ມີສິດເລືອກຕັ້ງໃນທົ່ວປະເທດກວ່າ 69 ລ້ານຄົນຈະປະຕິບັດສິດໄປປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XV ແລະສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2021-2026

ຍສໝ - ທົ່ວປະເທດໄດ້ມີຮ່າງບັນຊີລາຍຊື່ 866 ຄົນທີ່ມີມາດຕະຖານຢ່າງພຽງພໍເພື່ອອອກສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດຊຸດທີ XV.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.