ເອກອັກຄະລັດຖະທູດເບລາຣູດ ປະຈຳຫວຽດນາມ: ຂ້າພະເຈົ້າຮູ້ສຶກຄວາມສະໜິດສະໜົມ ໃນວັນເລືອກຕັ້ງ ຢູ່ ຫວຽດນາມ

17:15 | 22/05/2021

ຍສໝ - ຍັງເປັນລູກທີ່ເກີດໃນລະບອບຂອງສະຫະພາບໂຊວຽດ, ທ່ານ Vladimir Goshin - ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສາທາລະນະລັດເບລາຣູດ ປະຈຳຫວຽດນາມ ໄດ້ພົບເຫັນຄວາມຮູ້ສຶກຂອງທ່ານ ຄືຢູ່ບ້ານເກີດເມືອງນອນ.

ປະທານປະເທດແລະບັນດາຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ, ຂົນຂວາຍການເລືອກຕັ້ງຢູ່ນະຄອນໂຮ່ຈີມິນ ປະທານປະເທດແລະບັນດາຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ, ຂົນຂວາຍການເລືອກຕັ້ງຢູ່ນະຄອນໂຮ່ຈີມິນ
ຫຼາຍທ້ອງ​ຖິ່ນ​ພ້ອມ​ແລ້ວ​ທີ່​ຈະ​ດຳ​ເນີນ​ການ​ເລືອກ​ຕັ້ງ​ກ່ອນ​ເວ​ລາ​ກຳ​ນົດ ຫຼາຍທ້ອງ​ຖິ່ນ​ພ້ອມ​ແລ້ວ​ທີ່​ຈະ​ດຳ​ເນີນ​ການ​ເລືອກ​ຕັ້ງ​ກ່ອນ​ເວ​ລາ​ກຳ​ນົດ

ສະພາແຫ່ງຊາດແມ່ນອົງການນິຕິບັນຍັດສູງສຸດຂອງປະເທດ ທີ່ມີໜ້າທີ່ຕົ້ນຕໍໃນການສ້າງກົດໝາຍ ເພື່ອສ້າງລັດສັງຄົມນິຍົມໃຫ້ປະຊາຊົນ. ສະນັ້ນ, ຫຼັກການເຫຼົ່ານີ້ຈຳເປັນຕ້ອງເປັນຕົວແທນ ໃຫ້ແກ່ສັງຄົມ ກ່ຽວກັບຄວາມສະເໝີພາບ ເຊິ່ງເວົ້າເຖິງຄວາມເຫັນດີເຫັນພ້ອມ ແລະ ຄວາມເຊື່ອຂອງຊົນຊັ້ນສ່ວນໃຫຍ່ໃນສັງຄົມ. ຂ້າພະເຈົ້າເຫັນວ່າ ບັນດາຫຼັກການນັ້ນ ໄດ້ປະຕິບັດຢ່າງດີຢູ່ຫວຽດນາມ.

ພວກຂ້າພະເຈົ້າ ໄດ້ຕິດຕາມຂະບວນການເລືອກຕັ້ງ ໃນປະເທດຫວຽດນາມຢ່າງໃກ້ຊິດ, ໄດ້ເຫັນປະຈັກຕາການຕິດຕໍ່ພົວພັນຂອງລັດຖະບານ ແລະ ຜູ້ສະໝັກຮັບເລືອກຕັ້ງສະມາຊິກສະພາແຫ່ງຊາດ ກັບຜູ້ມີສິດເລືອກຕັ້ງຢູ່ສະຖານທີ່ປ່ອນບັດ ແລະ ໜຶ່ງໃນບັນດາສະຖານທີ່ປ່ອນບັດ ແມ່ນໄດ້ຕັ້ງຢູ່ກົງກັນຂ້າມກັບສະຖານທູດເບລາຣູດທີ່ຮ່າໂນ້ຍ. ຜູ້ສະໝັກຮັບເລືອກຕັ້ງສະມາຊິກສະພາແຫ່ງຊາດແມ່ນຈົ່ງຮັກພັກດີຕໍ່ພັກ, ປະເທດຊາດ ແລະ ປະຊາຊົນ, ພະຍາຍາມຈົນສຸດຄວາມສາມາດຂອງຕົນ ເພື່ອປະຕິບັດ ສຳເລັດໜ້າທີ່ເຊິ່ງປະຊາຊົນໄດ້ມອບໝາຍໃຫ້.

ເອກອັກຄະລັດຖະທູດເບລາຣູດ ປະຈຳຫວຽດນາມ: ຂ້າພະເຈົ້າຮູ້ສຶກຄວາມສະໜິດສະໜົມ ໃນວັນເລືອກຕັ້ງ ຢູ່ ຫວຽດນາມ
ທ່ານ Vladimir Goshin - ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສາທາລະນະລັດເບລາຣູດ ປະຈຳຫວຽດນາມ

ພວກຂ້າພະເຈົ້າ ຂໍສະແດງຄວາມນັບຖືຢ່າງໃຫຍ່ຫຼວງຕໍ່ບັນດາຜົນງານດ້ານເສດຖະກິດ ເຊິ່ງຫວຽດນາມບັນລຸໄດ້, ຈາກນັ້ນຮັບປະກັນການພັດທະນາສັງຄົມທີ່ກົມກຽວກັນ, ເສີມຂະຫຍາຍຄວາມພາກພູມໃຈຂອງຊາດ, ການຊ່ວຍເຫຼືອເຊິ່ງກັນ ແລະ ກັນ...

ໃນຄວາມຄິດເຫັນຂອງຂ້າພະເຈົ້າ, ກ່ອນການເລືອກຕັ້ງຢູ່ຫວຽດນາມ ເຊິ່ງມີບັນຍາກາດສະຫງົບສຸກ, ໃນຈິດໃຈຂອງແຕ່ລະຄົນມີຄວາມເຊື່ອໝັ້ນວ່າ ການເລືອກຕັ້ງຈະປະສົບຜົນສຳເລັດຢ່າງຈົບງາມ, ໃນນັ້ນມີຄຸນງາມຄວາມດີອັນໃຫຍ່ຫຼວງຂອງຜູ້ທີ່ເຂົ້າຮ່ວມໃນການຈັດຕັ້ງການເລືອກຕັ້ງ.

ບັນດາອົງການເລືອກຕັ້ງຂອງຫວຽດນາມ ໄດ້ຮັບປະກັນສະຖຽນລະພາບຂອງລະບົບການເມືອງ ແລະ ໃນສັງຄົມທີ່ມີການພັດທະນາທີ່ປອດໃສ ແລະ ມີຄວາມໝັ້ນໃຈ, ໂດຍບໍ່ມີຜົນກະທົບຫຍັງຫຼາຍຕໍ່ສັງຄົມ. ໃນຂັ້ນຕໍ່ໄປຂອງການເລືອກຕັ້ງ ຈະດຳເນີນໄປຕາມມາດຕະຖານແຫ່ງຄວາມປະຊາທິປະໄຕ ໃນການເລືອກ (ຈາກຜູ້ສະໝັກ 800 ຄົນ, ເລືອກເອົາ 500 ຜູ້ແທນ).

ໃນບັນຊີລາຍຊື່ຜູ້ສະໝັກຮັບເລືອກຕັ້ງ ມີ ເກືອບ 70 ຄົນ, ເຄິ່ງໜຶ່ງແມ່ນເພດຍິງ, ສ່ວນໃຫຍ່ແມ່ນຜູ້ຕາງໜ້າຂອງຊົນເຜົ່າສ່ວນໜ້ອຍ ແລະ ໄດ້ກຳນົດວ່າການເລືອກຕັ້ງຈະມີການເຂົ້າຮ່ວມໂດຍ ຜູ້ມີສິດເລືອກຕັ້ງເກືອບ 69 ລ້ານຄົນ.

ຂ້າພະເຈົ້າຫວັງວ່າ, ພາຍຫຼັງການເລືອກຕັ້ງຄັ້ງນີ້, ຫວຽດນາມ ຈະສຸມໃສ່ຫລຸດຜ່ອນຂັ້ນຕອນການບໍລິຫານ, ຊຸກຍູ້ການເຄື່ອນໄຫວດ້ານການພັດທະນາເສດຖະກິດ ແລະ ຕ້ານການສໍ້ລາດບັງຫຼວງ, ສ້າງແນວທາງກົດໝາຍທີ່ເໝາະສົມ ສຳລັບບັນດາຂົງເຂດເສດຖະກິດ - ສັງຄົມ.

ເອກອັກຄະລັດຖະທູດປາແລັສຕິນ: ຢູ່ຫວຽດນາມ, ຜູ້ໃດກໍ່ຕາມແມ່ນສະມາຊິກສະພາແຫ່ງຊາດ ກໍ່ຖືເອົາຈິດໃຈຮັບໃຊ້ປະຊາຊົນ ແລະ ປະເທດເປັນເປົ້າໝາຍຕົ້ນຕໍ ເອກອັກຄະລັດຖະທູດປາແລັສຕິນ: ຢູ່ຫວຽດນາມ, ຜູ້ໃດກໍ່ຕາມແມ່ນສະມາຊິກສະພາແຫ່ງຊາດ ກໍ່ຖືເອົາຈິດໃຈຮັບໃຊ້ປະຊາຊົນ ແລະ ປະເທດເປັນເປົ້າໝາຍຕົ້ນຕໍ

ຍສໝ - ທ່ານ Saadi Salam - ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງລັດປາແລດສະຕິນ ປະຈຳ ຫວຽດນາມ ໄດ້ເຊື່ອໝັ້ນວ່າ ຫວຽດນາມຈະຈັດຕັ້ງການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XV, ເລືອກຕັ້ງສະພາປະຊາຊົນທຸກຂັ້ນໃນໄລຍະ 2021-2026 ຢ່າງສຳເລັດຜົນ. ທ່ານ Saadi Salam ໄດ້ກ່າວວ່າ, ຜູ້ມີສິດເລືອກຕັ້ງເມື່ອໄປປ່ອນບັດ ຈະເລືອກເອົາຜູ້ຮັກຊາດ ແລະ ເປັນຜູ້ທີ່ມີຄວາມຮັບຜິດຊອບຕໍ່ປະຊາຊົນ.

ການເລືອກຕັ້ງຢູ່ຫວຽດນາມໃນຄວາມຮູ້ສຶກໄດ້ ຂອງເພື່ອນມິດສາກົນ: ແມ່ນວັນບຸນການເມືອງພິເສດ ການເລືອກຕັ້ງຢູ່ຫວຽດນາມໃນຄວາມຮູ້ສຶກໄດ້ ຂອງເພື່ອນມິດສາກົນ: ແມ່ນວັນບຸນການເມືອງພິເສດ

ຍສໝ - ສິ່ງທີ່ໜ້າສົນໃຈ, ກິດຈະກຳການເມືອງນີ້ບໍ່ພຽງແຕ່ມີຄວາມສຳຄັນ ໃນດ້ານການເມືອງເທົ່ານັ້ນ, ແຕ່ຍັງມີຄວາມກະຕືລືລົ້ນ, ມີຄວາມກົມກຽວ, ມີຄວາມເບີກບານມ່ວນຊື່ນ ໃນຊີວິດຂອງທຸກຊັ້ນຄົນ...ນັ້ນແມ່ນຄວາມຮູ້ສຶກທົ່ວໄປຂອງເພື່ອນມິດທົ່ວໂລກ ເຊິ່ງໄດ້ແບ່ງປັນກັບນັກຂ່າວ ວາລະສານຍຸກສະໄໝ.

ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ  XV ແລະສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2021-2026 ຢູ່ຫວຽດນາມ ຈະປະສົບຜົນສໍາເລັດຢ່າງຈົບງາມ ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ XV ແລະສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2021-2026 ຢູ່ຫວຽດນາມ ຈະປະສົບຜົນສໍາເລັດຢ່າງຈົບງາມ

ຍສໝ - ທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດລາວ ປະຈໍາ ຫວຽດນາມ ໄດ້ເນັ້ນໜັກວ່າ: ພາຍໃຕ້ການນໍາພາຂອງພັກກອມມູນິດຫວຽດນາມ, ສະພາແຫ່ງຊາດ, ລັດຖະບານ ແລະສະພາປະຊາຊົນທຸກຂັ້ນໄດ້ມີມາດຕະການຮັບມືຢ່າງມີໄຫວພິບ, ເໝາະສົມກັບສະພາບການຂອງພະຍາດ. ບັນດາການພົບປະແລກປ່ຽນກັບຜູ້ມີສິດເລືອກຕັ້ງໄດ້ດໍາເນີນບົນພື້ນຖານຮັບປະກັນຄວາມປອດໄພສຸຂະພາບໃຫ້ແກ່ຜູ້ສະໝັກເລືອກຕັ້ງ ແລະຜູ້ມີສິດເລືອກຕັ້ງໝົດທຸກຄົນ, ຮັບປະກັນໃຫ້ການເລືອກຕັ້ງສາມາດໄດ້ຈັດຕັ້ງຖືກຕາມແຜນການທີ່ໄດ້ວາງອອກ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.