ການລົງຄະແນນສຽງ ຢູ່ປະເທດຫວຽດນາມ ໃນຄວາມຮັບຮູ້ຂອງເພື່ອນມິດສາກົນ (ບົດທີ 2): ສິດເຂົ້າຮ່ວມ

16:00 | 21/05/2021

ຍສໝ - ການສົ່ງບັດຄະແນນສຽງ ແລະ ຊີວະປະຫວັດຫຍໍ້ຂອງຜູ້ສະໝັກໄປແຕ່ລະຄອບຄົວ ເປັນເອກະລັກທີ່ສຸດ, ມັນອາດຈະສິ້ນເປືອງຫຼາຍ ແຕ່ໃນເວລານັ້ນມັນເປັນວິທີທີ່ດີສຳລັບຄົນສູງອາຍຸ ໂດຍສະເພາະຜູ້ທີ່ບໍ່ຮູ້ໃຊ້ອິນເຕີເນັດ ກໍ່ໄດ້ສາມາດຊອກຫາຜູ້ສະໝັກທີ່ພວກເຂົາຕັ້ງໃຈຈະລົງຄະແນນສຽງ ໂດຍບໍ່ຕ້ອງໄປຈຸດເປີດເຜີຍຂໍ້ມູນ, ຫລີກລ້ຽງການແຜ່ລະບາດຂອງພະຍາດ.

ນະຄອນດານັງ ຝຶກຊ້ອມການເລືອກຕັ້ງຢູ່ເຂດປິດລ້ອມ ຍ້ອນວ່າການລະບາດຂອງ COVID-19 ນະຄອນດານັງ ຝຶກຊ້ອມການເລືອກຕັ້ງຢູ່ເຂດປິດລ້ອມ ຍ້ອນວ່າການລະບາດຂອງ COVID-19
ຜັນຂະຫຍາຍການປະຕິບັດບັນດາເອກະສານຊີ້ນຳກ່ຽວກັບບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ -19 ເພື່ອຈັດຕັ້ງການເລືອກຕັ້ງໃຫ້ເໝາະສົມ ຜັນຂະຫຍາຍການປະຕິບັດບັນດາເອກະສານຊີ້ນຳກ່ຽວກັບບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ -19 ເພື່ອຈັດຕັ້ງການເລືອກຕັ້ງໃຫ້ເໝາະສົມ

“ຂ້າພະເຈົ້າເຫັນວ່າ ຂໍ້ມູນຂອງຜູ້ສະໝັກຖືກໂຄສະນາເຜີຍແຜ່ຢູ່ຫລາຍໆບ່ອນ ແລະ ຢູ່ກະດານຂ່າວ ຂອງ ຄຸ້ມບ້ານ ເພື່ອໃຫ້ປະຊາຊົນຕິດຕາມ, ບາງຄົນເປີດໂທລະສັບຂອງພວກເຂົາ ເພື່ອຊອກຮູ້ຂໍ້ມູນຂອງຜູ້ສະໝັກຢ່າງຫຼວງຫລາຍດ້ວຍທາງອິນເຕີເນັດ. ເຖິງວ່າຈະບໍ່ມີກິດຈະກຳຕ່າງໆ ຫລື ການແຫ່ຂະບວນຕາມຖະໜົນ ເພື່ອຮຽກຮ້ອງໃຫ້ມີການລົງຄະແນນສຽງຈັດຂື້ນໂດຍຜູ້ສະໝັກ..." - ທ່າວ Cristy Fannie Suarez Bonotan (ອາຍຸ 25 ປີ, ຟີລິບປິນ, ຄູສອນພາສາອັງກິດຢູ່ເມືອງ ຍາຈາງ, ແຂວງ ແຂງຫ່ວາ) ກ່າວຄຳເຫັນ.

ການລົງຄະແນນສຽງ ຢູ່ປະເທດຫວຽດນາມ ໃນຄວາມຮັບຮູ້ຂອງເພື່ອນມິດສາກົນ (ບົດທີ 2): ສິດເຂົ້າຮ່ວມ
ການລົງຄະແນນສຽງ ຢູ່ປະເທດຫວຽດນາມ ໃນຄວາມຮັບຮູ້ຂອງເພື່ອນມິດສາກົນ: ສິດເຂົ້າຮ່ວມ

ສໍາລັບການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະສະມາຊິກສະພາປະຊາຊົນ ຢູ່ຫວຽດນາມ, ນັກແຕ້ມຍິງ Liv Lavidaloca (ອາຍຸ 23 ປີ, ມາຈາກເມືອງ Brighton, ອັງກິດ) ຮູ້ສຶກມີຄວາມສົນໃຈ ແລະ ເອົາໃຈໃສ່ຫລາຍຂຶ້ນ, ໂດຍສະເພາະ ສິ່ງທີ່ສ້າງຄວາມປະທັບໃຈໃຫ້ນາງຫຼາຍທີ່ສຸດ ແມ່ນບັດຄະແນນສຽງ ແລະ ຊີວະປະຫວັດຫຍໍ້ຂອງຜູ້ສະໝັກ ໄດ້ພິມດ້ວຍສີສັນອັນສະຫງ່າຜ່າເຜີຍ ແລະ ໄດ້ສົ່ງໄປແຕ່ລະຄອບຄົວ.

ນາງ Liv Lavidaloca ກ່າວວ່າ ການສົ່ງບັດຄະແນນສຽງ ແລະ ຊີວະປະຫວັດຫຍໍ້ຂອງຜູ້ສະໝັກໄປແຕ່ລະຄອບຄົວ ເປັນເອກະລັກທີ່ສຸດ, ມັນອາດຈະສິ້ນເປືອງຫຼາຍ ແຕ່ໃນເວລານັ້ນມັນເປັນວິທີທີ່ດີສຳລັບຄົນສູງອາຍຸ ໂດຍສະເພາະຜູ້ທີ່ບໍ່ຮູ້ໃຊ້ອິນເຕີເນັດ ກໍ່ໄດ້ສາມາດຊອກຫາຜູ້ສະໝັກທີ່ພວກເຂົາຕັ້ງໃຈຈະລົງຄະແນນສຽງ ໂດຍບໍ່ຕ້ອງໄປຈຸດເປີດເຜີຍຂໍ້ມູນ, ຫລີກລ້ຽງການແຜ່ລະບາດຂອງພະຍາດ.

ສ່ວນສຳລັບ ທ້າວ Ouan Yang (ເກີດປີ 1995, ຢູ່ຄອນຫຼວງວຽງຈັນ, ປະເທດລາວ, ປະຈຸບັນກຳລັງສຶກສາລະດັບປະລິນຍາໂທທີ່ຫວຽດນາມ), ໃນຊຸມມື້ທີ່ຜ່ານມາຍ້ອນການຜັນແປທີ່ສັບສົນ ຂອງການລະບາດຂອງ COVID-19, ທ້າວ Ouan Yang ໄຫ້ຮູ້ວ່າມີບັນດາສະຖານທີ່ໄດ້ມີການຈັດການຕິດຕໍ່ກັບຜູ້ມີສິດເລືອກຕັ້ງ ດ້ວຍທາງອິນເຕີເນັດ ເພື່ອຮັກສາຄວາມປອດໄພຂອງຜູ້ມີສິດເລືອກຕັ້ງ ແຕ່ຍັງຮັບປະກັນວ່າພວກເຂົາມີຂໍ້ມູນກ່ຽວກັບຜູ້ສະໝັກ ແລະ ລາຍການການສະໝັກຂອງພວກເຂົາ. ຫລື ຍັງມີອີກຫຼາຍໆເຂດທີ່ ຕ້ອງມີການລົງຄະແນນສຽງກ່ອນ, ການລົງຄະແນນສຽງໃນສະພາບການແຍກອອກຫ່າງ ເພື່ອຮັບປະກັນໃຫ້ທຸກຄົນສາມາດປະຕິບັດສິດພົນລະເມືອງຂອງເຂົາເຈົ້າ. ທ້າວ Ouan Yang ກ່າວວ່າ ນີ້ແມ່ນສິ່ງທີ່ພິເສດທີ່ສຸດໃນການເລືອກຕັ້ງຄັ້ງນີ້.

ການລົງຄະແນນສຽງ ຢູ່ປະເທດຫວຽດນາມ ໃນຄວາມຮັບຮູ້ຂອງເພື່ອນມິດສາກົນ (ບົດທີ 2): ສິດເຂົ້າຮ່ວມ
ຂໍ້ມູນຂອງຜູ້ສະໝັກຖືໂຄສະນາເຜີຍແຜ່ຢູ່ຫລາຍໆບ່ອນ ແລະ ຢູ່ໃນກະດານຂ່າວ ຢູ່ຄຸ້ມບ້ານ ເພື່ອໃຫ້ປະຊາຊົນຕິດຕາມ.

“ຄືກັນກັບຢູ່ປະເທດຂອງຂ້າພະເຈົ້າ, ການເລືອກຕັ້ງສະພາແຫ່ງຊາດ ແລະ ສະພາປະຊາຊົນຢູ່ຫວຽດນາມ ແມ່ນໂອກາດເພື່ອໃຫ້ປະຊາຊົນຢັ້ງຢືນສິດຂອງຕົນ ໃນການເປັນເຈົ້າຂອງ. ໃນເວລານີ້, ບໍ່ວ່າຜູ້ທີ່ຮັ່ງມີ ຫລື ທຸກຍາກ, ເພດຊາຍ ຫລື ຍິງ, ຫລື ສາສະໜາໃດກໍ່ຕາມ ລ້ວນແຕ່ໄດ້ເລືອກຕັ້ງ ເພື່ອລົງຄະແນນສຽງໃຫ້ແກ່ຜູ້ສະໝັກ ທີ່ເຊື່ອວ່າຈະປະກອບສ່ວນເຂົ້າໃນການພັດທະນາປະເທດໃຫ້ເຂັ້ມແຂງ ແລະ ຮັ່ງມີ.” - ທ້າວ Ouan Yang ກ່າວຄຳເຫັນ.

ການລົງຄະແນນສຽງ ຢູ່ປະເທດຫວຽດນາມ ໃນຄວາມຮັບຮູ້ຂອງເພື່ອນມິດສາກົນ (ບົດທີ 2): ສິດເຂົ້າຮ່ວມ
ທ່ານ Vladimir Goshin - ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສາທາລະນະລັດເບລາຣູດ

ທ່ານ Vladimir Goshin - ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສາທາລະນະລັດເບລາຣູດ ປະຈຳຫວຽດນາມ ໃຫ້ຄຳເຫັນວ່າ: “ວິທີການນີ້ຈະຮັບປະກັນສະຖຽນລະພາບຂອງລະບົບການເມືອງໃນສັງຄົມ ທີ່ມີຄວາມໝັ້ນຄົງແຂງແຮງ, ມີຄວາມໝັ້ນໃຈພັດທະນາໂດຍບໍ່ມີຜົນກະທົບທີ່ໃຫຍ່ຫຼວງຕໍ່ສັງຄົມ. ໃນໄລຍະເວລາຕໍ່ໄປ ການເລືອກຕັ້ງຈະດຳເນີນໄປຕາມມາດຕະຖານຂອງປະຊາທິປະໄຕ ໃນການເລືອກຕັ້ງ (ຈາກຜູ້ສະໝັກ 868 ຄົນທີ່ຮັບເອົາຜູ້ແທນ 500 ຄົນ) ໃນບັນຊີລາຍຊື່ຜູ້ສະໝັກ ມີຜູ້ທີ່ບໍ່ເປັນສະມາຊິກພັກ ດ້ວຍຈຳນວນ 74 ຄົນ, ເກືອບເຄິ່ງໜຶ່ງສຳຫຼັບຜູ້ສະໝັກໃນຄັ້ງນີ້ ແມ່ນເພດຍິງ, ສ່ວນໃຫຍ່ແມ່ນຜູ້ຕາງໜ້າຂອງຊົນເຜົ່າຕ່າງໆ”.

ປະທານສະພາແຫ່ງຊາດຫວຽດນາມ: ຮັບປະກັນການເລືອກຕັ້ງໄດ້ດຳເນີນຢ່າງມີປະຊາທິປະໄຕ, ຖືກຕ້ອງຕາມກົດໝາຍ, ມີຄວາມປອດໄພຢ່າງເດັດຂາດ ແລະ ປະສົບຜົນສຳເລັດຢ່າງຈົບງາມ ປະທານສະພາແຫ່ງຊາດຫວຽດນາມ: ຮັບປະກັນການເລືອກຕັ້ງໄດ້ດຳເນີນຢ່າງມີປະຊາທິປະໄຕ, ຖືກຕ້ອງຕາມກົດໝາຍ, ມີຄວາມປອດໄພຢ່າງເດັດຂາດ ແລະ ປະສົບຜົນສຳເລັດຢ່າງຈົບງາມ

ຍສໝ - ເພື່ອຮັບປະກັນການເລືອກຕັ້ງໄດ້ດຳເນີນຢ່າງມີປະຊາທິປະໄຕ, ຖືກຕ້ອງຕາມກົດໝາຍ, ມີຄວາມປອດໄພຢ່າງເດັດຂາດ ແລະ ປະສົບຜົນສຳເລັດຢ່າງຈົບງາມ, ເປັນຕົ້ນແມ່ນໃນເງື່ອນໄຂເກີດໂລກລະບາດໂຄວິດ - 19 ທີ່ພວມມີການຜັນແປຢ່າງສັບສົນຢຸ່ບາງສະຖານທີ່ຈຸດສຸມຄືໃນປັດຈຸບັນ, ສະພາເລືອກຕັ້ງແຫ່ງຊາດ ໄດ້ຈັດຕັ້ງກອງປະຊຸມທາງອອນລາຍທົ່ວປະເທດ ເພື່ອແນໃສ່ເປົ້າໝາຍ ກວດກາຄືນວຽກງານກະກຽມມາຮອດປັດຈຸບັນ, ຮັບຟັງ ແລະ ແກ້ໄຂບັນດາຂໍ້ຕິດຂັດ, ຄວາມຫຍຸ້ງຍາກ...

ທ່ານນາຍົກລັດຖະມົນຕີຟ້າມມິງຈິ້ງໄດ້ເນັ້ນໜັກເຖິງການຕິດຕາມ ສິດອຳນາດຕາມຂໍ້ກຳນົດຢ່າງໃກ້ຊິດເພື່ອຈັດຕັ້ງການເລືອກຕັ້ງໃຫ້ດີທີ່ສຸດ ທ່ານນາຍົກລັດຖະມົນຕີຟ້າມມິງຈິ້ງໄດ້ເນັ້ນໜັກເຖິງການຕິດຕາມ ສິດອຳນາດຕາມຂໍ້ກຳນົດຢ່າງໃກ້ຊິດເພື່ອຈັດຕັ້ງການເລືອກຕັ້ງໃຫ້ດີທີ່ສຸດ

ຍສໝ - ກະຊວງສາທາລະນະສຸກສ້າງບັນດາມາດຖານ, ເງື່ອນໄຂສຳລັບບັນດາທ້ອງຖິ່ນຄືແນວໃດແມ່ນມີໂລກລະບາດແລະບັນດາມາດຕະການຢ່າງລະອຽດຕິດຄັດໄປນຳ, ບັນດາກະຊວງ, ອົງການທຽບເທົ່າກະຊວງ, ອົງການຂຶ້ນກັບລັດຖະບານທີ່ກ່ຽວຂ້ອງເປັນເຈົ້າການໃນການສ້າງແຜນເພື່ອແນໃສ່ຜັນຂະຫຍາຍວຽກງານເລືອກຕັ້ງໃນເງື່ອນໄຂທີ່ເກີດໂລກລະບາດໂຄວິດ - 19 ນີ້.

ຫຼາຍຮູບການໂຄສະນາທີ່ອຸດົມສົມບູນກ່ຽວກັບການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ XV ຫຼາຍຮູບການໂຄສະນາທີ່ອຸດົມສົມບູນກ່ຽວກັບການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ XV

ຜ່ານຫຼາຍຮູບການໂຄສະນາທີ່ອຸດົມສົມບູນ ຄື: ພາບໂຄສະນາ, ປ້າຍໂຄສະນາ-ຄໍາຂວັນ, ແຜງໂຄສະນາ, ລົດໂຄສະນາເຄື່ອນທີ່, ງານວາງສະແດງພາບໂຄສະນາຂະໜາດໃຫຍ່... ນີ້ແມ່ນວຽກງານໂຄສະນາການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XV ແລະສະມາຊິກສະພາປະຊາຊົນ ທຸກຂັ້ນ ອາຍຸການ 2021-2026 ເຊິ່ງທຸກຂະແໜງການ, ທຸກຂັ້ນ ແລະທ້ອງຖິ່ນຕ່າງໆ ຈັດຕັ້ງປະຕິບັດ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.