ປະເທດລາວ: 17 ພຶດສະພາ ພົບກໍລະນີຕິເຊື້ອໃໝ່ 47 ຄົນ

11:32 | 18/05/2021

ໃນວັນທີ່ 17 ພຶດສະພາ, ປະເທດລາວ ພົບກໍລະນີຕິເຊື້ອໃໝ່ 47 ຄົນ ຫຼາຍສຸດແຂວງບໍ່ແກ້ວ 38 ຄົນ, ຮອງມາແມ່ນນະຄອນຫຼວງວຽງຈັນ4 ຄົນ, ແຂວງຈຳປາສັກ3 ຄົນແລະ ສະຫວັນນະເຂດ 2 ຄົນ; ປິ່ນປົວດີໃໝ່8 ຄົນ ລວມເປັນ582 ຄົນ.

ດ້ຽນບຽນ: ສະໜັບສະໜູນກຳລັງຊາຍແດນ ປະເທດລາວ ໃນການປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດ COVID-19 ດ້ຽນບຽນ: ສະໜັບສະໜູນກຳລັງຊາຍແດນ ປະເທດລາວ ໃນການປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດ COVID-19
ກະຊວງສາທາລະນະສຸກ: ປະຊາຊົນຫວຽດນາມ ຫລາຍກວ່າ 832,000 ຄົນໄດ້ຮັບການສັກຢາວັກແຊງປ້ອງກັນ COVID-19 ກະຊວງສາທາລະນະສຸກ: ປະຊາຊົນຫວຽດນາມ ຫລາຍກວ່າ 832,000 ຄົນໄດ້ຮັບການສັກຢາວັກແຊງປ້ອງກັນ COVID-19

ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ພ້ອມດ້ວຍ ທ່ານ ບົວວັນ ວິລະວົງ ຫົວໜ້າກົມອຸດສາຫະກຳ ແລະ ຫັດຖະກຳ ແລະ ທ່ານ ວາລະໄຊ ເລັ່ງສະຫວັດ ຫົວໜ້າກົມການຄ້າພາຍໃນ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຖະແຫຼງຂ່າວປະຈຳສັຮທີ 17 ພຶດສະພາ 2021.

ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ກ່າວວ່າ: ໃນວັນທີ 16 ພຶດສະພາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະ 2.340 ຕົວຢ່າງ ໃນນັ້ນ ນະຄອນຫຼວງ 1.006 ຕົວຢ່າງ ແລະ ຕ່າງແຂວງ 1.334 ຕົວຢາງ ພົບຜູ້ຕິດເຊື້ອໃໝ່ 47 ຄົນ ເຮັດໃຫ້ຜູ້ຕິດເຊື້ອສະສົມທັງໝົດ ເປັນ 1.638 ຄົນ, ບໍ່ມີກໍລະນີເສຍຊີວິດເພີ່ມ.

ປະເທດລາວ: 17 ພຶດສະພາ ພົບກໍລະນີຕິເຊື້ອໃໝ່ 47 ຄົນ
ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ. (ພາບ: Laoedaily)

ກໍລະນີ ຕິດເຊື້ອໃໝ່ 47 ຄົນ ປະກອບມີນະຄອນຫຼວງວຽງຈັນ 4 ຄົນ (ໃນນັ້ນ ກໍລະນີນຳເຂົ້າ 1 ຄົນ ເຊິ່ງ ແມ່ນແຮງງານລາວທີ່ກັບມາຈາກໄທ, ສ່ວນ 3 ຄົນ ແມ່ນຕິດເຊື້ອໃນຊຸມຊົນ); ແຂວງບໍ່ແກ້ວ 38 ຄົນນັ້ນ ກໍ່ແມ່ນຕິດເຊື້ອພາຍໃນຊຸມຊົນ ເຊັ່ນດຽວກັນ; ສໍາລັບ ແຂວງຈໍາປາສັກ 3 ຄົນ ແລະ ສະຫວັນນະເຂດ 2 ຄົນ ແມ່ນກໍລະນີນຳເຂົ້າ ເຊິ່ງກວດພົບເຊື້ອໃນແຮງງານລາວ ທີ່ກັບຄືນປະເທດຖືກກົດໝາຍ.

ປັດຈຸບັນມີຜູ້ຍັງຕິດຕາມປິ່ນປົວທົ່ວປະເທດທັງໝົດ 1.054 ຄົນ ໃນນັ້ນໄດ້ຮັບການປິ່ນປົວດີ ທັງໝົດ 582 ຄົນ (ໃໝ່ 8 ຄົນ). ສະພາບການລະບາດໃນທົ່ວໂລກ, ມາຮອດປັດຈຸບັນເຫັນວ່າ ການລະບາດກໍ່ຍັງສູງຂຶ້ນຢ່າງຕໍ່ເນື່ອງ, ບັນດາປະເທດທີ່ມີຊາຍແດນຕິດຈອດກັບ ສປປ ລາວ ກໍກໍາລັງປະເຊີນໜ້າກັບການລະບາດຮອບໃໝ່. ຢູ່ ສປປ ລາວ ການລະບາດໃນບາງແຂວງກໍຍັງບໍ່ມີທ່າອ່ຽງທີ່ຢຸດຕິລົງ ໂດຍໄວ ເຊັ່ນ: ນະຄອນຫຼວງວຽງຈັນ, ຈໍາປາສັກ, ສະຫວັນນະເຂດ ແລະ ບໍ່ແກ້ວ. ດັ່ງນັ້ນ, ປະເທດພວກເຮົາ ຈຶ່ງຍັງມີຄວາມສ່ຽງສູງ ຖ້າຫາກພວກເຮົາຍັງບໍ່ເອົາໃຈໃສ່ ປະຕິບັດຕາມແຈ້ງການ ຂອງທ່ານນາຍົກ ເລກທີ 15/ນຍ ຢ່າງເຄັ່ງຄັດ.

ປະເທດລາວ: 17 ພຶດສະພາ ພົບກໍລະນີຕິເຊື້ອໃໝ່ 47 ຄົນ

ເພື່ອຄວບຄຸມການລະບາດ ໃຫ້ຢຸດຕິລົງໂດຍໄວ ການສັກວັກຊີນ (ວັກແຊັງ) ກັນພະຍາດ ເປັນອີກຊ່ອງທາງໜຶ່ງ ທີ່ຈະຊ່ວຍໃຫ້ປະເທດຂອງພວກເຮົາລອດພົ້ນຈາກການລະບາດໃນຄັ້ງນີ້ໄດ້. ສະນັ້ນ, ຈຶ່ງຂໍຮຽກຮ້ອງໃຫ້ບັນດາທ່ານ ຈົ່ງຮ່ວມແຮງຮ່ວມໃຈກັນ ໄປສັກວັກຊີນກັນພະຍາດ ຕາມສະຖານທີ່ບໍລິການສາທາລະນະສຸກທີ່ກຳນົດໄວ້ ເພື່ອເປັນການປະກອບສ່ວນອັນສຳຄັນ ໃນການປ້ອງກັນ ແລະ ຄວບຄຸມການລະບາດຢູ່ໃນແຂວງຂອງທ່ານ.

ຄຽງຄູ່ກັບການສັກວັກຊີນກັນພະຍາດນັ້ນ ການປະຕິບັດມາດຕະການປ້ອງກັນການຕິດເຊື້ອ ຢ່າງເຄັ່ງຄັດກໍ່ເປັນອີກວິທີໜຶ່ງທີ່ດີທີ່ສຸດ ໃນການຕັດວົງຈອນການລະບາດ ເປັນຕົ້ນແມ່ນ: ໃສ່ຜ້າປິດປາກ-ດັງ ເມື່ອອອກຈາກບ້ານ, ຮັກສາໄລຍະຫ່າງ 2 ແມັດ, ໝັ່ນລ້າງມືເລື້ອຍໆ ດ້ວຍນໍ້າສະອາດໃສ່ສະບູຫຼື ເຈວລ້າງມືຂ້າເຊື້ອ, ຫຼີກລ່ຽງການເດີນທາງໄປຍັງສະຖານທີ່ ທີ່ມີຄວາມແອອັດ, ຫຼີກລ້ຽງຢູ່ໃກ້ກຸ່ມຄົນທີ່ມີຄວາມສ່ຽງ ຫຼື ຜູ້ທີ່ເຈັບເປັນ, ບໍ່ໃຊ້ສິ່ງຂອງຮ່ວມກັນ (ແຍກກັນກິນເຂົ້າ), ເມື່ອກັບຮອດບ້ານ ຄວນອາບນ້ຳປ່ຽນເສື້ອຜ້າທັນທີ, ຫຼີກລ່ຽງການຢູ່ໃກ້ຜູ້ສູງອາຍຸ ເນື່ອງຈາກ ຜູ້ສູງອາຍຸ ເມື່ອຕິດເຊື້ອ ມີໂອກາດສູງທີ່ກ້າວໄປສູ່ອາການຮຸນແຮງໄດ້.

ໂຄງການຮ່ວມມືໃໝ່ຂອງຍີ່ປຸ່ນ ຊ່ວຍໃຫ້ຫວຽດນາມສະໜັບສະໜູນປະຊາຊົນ ໃນການປ້ອງກັນ ແລະ ຕ້ານພະຍາດ COVID-19 ໂຄງການຮ່ວມມືໃໝ່ຂອງຍີ່ປຸ່ນ ຊ່ວຍໃຫ້ຫວຽດນາມສະໜັບສະໜູນປະຊາຊົນ ໃນການປ້ອງກັນ ແລະ ຕ້ານພະຍາດ COVID-19

ຍສໝ - ໃນວັນທີ 27 ເມສາ, ຢູ່ຮ່າໂນ້ຍ ລັດຖະບານຫວຽດນາມ, ລັດຖະບານຍີ່ປຸ່ນ ແລະ ກອງທຶນປະຊາກອນສະຫະປະຊາຊາດ (UNFPA) ປະຈຳຫວຽດນາມ ໄດ້ປະກາດໂຄງການຮ່ວມມືໃໝ່ ເພື່ອຫຼຸດຜ່ອນຜົນກະທົບທາງລົບຂອງພະຍາດ COVID-19 ສຳລັບປະຊາກອນທີ່ມີຄວາມສ່ຽງເສຍຫາຍ.

ແຂວງຈຳປາສັກ ເພີ່ມທະວີ ມາດຕະການສະກັດກັ້ນ ການລະບາດ, ຄວບຄຸມ ແລະ ກຽມພ້ອມຮອບດ້ານ ເພື່ອຕ້ານພະຍາດ COVID-19 ແຂວງຈຳປາສັກ ເພີ່ມທະວີ ມາດຕະການສະກັດກັ້ນ ການລະບາດ, ຄວບຄຸມ ແລະ ກຽມພ້ອມຮອບດ້ານ ເພື່ອຕ້ານພະຍາດ COVID-19

ໃນວັນທີ 24 ເມາສາ 2021, ທີ່ຫ້ອງປະຕິບັດງານ ເຫດການສຸກເສີນ ດ້ານສາທາລະນະສຸກ ພະແນກສາທາລະນະສຸກ ແຂວງຈຳປາສັກ, ທ່ານ ໂສມ ບຸດຕະກຸນ ຮອງເຈົ້າແຂວງຈຳປາສັກ ຜູ້ປະ ຈຳການ-ຫົວໜ້າ ສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດພະຍາດ COVID-19 ຂັ້ນແຂວງ.

ສິນຄ້າຫລາຍສິບໂຕນທີ່ສົ່ງໄປໃຫ້ຊາວຫວຽດນາມຢູ່ກຳປູເຈຍ ເພື່ອຕໍ່ຕ້ານ COVID-19 ສິນຄ້າຫລາຍສິບໂຕນທີ່ສົ່ງໄປໃຫ້ຊາວຫວຽດນາມຢູ່ກຳປູເຈຍ ເພື່ອຕໍ່ຕ້ານ COVID-19

ຍສໝ - ຈຳນວນເຄື່ອງຊ່ວຍເຫຼືອບັນເທົາທຸກທັງໝົດ ໂດຍຜ່ານສະຖານທູດ ແລະ ສະມາຄົມຂະແມ - ຫວຽດນາມປະຈຳກຳປູເຈຍ ໃນທຸກລະດັບທີ່ແຈກຢາຍ ແມ່ນເຂົ້າສານ 24 ໂຕນ, ປາກະປ໋ອງ 900 ກະປອງ, ຜ້າບັງປາກທາງການແພດ 109.500 ແຜ່ນ, ຢາເຊື້ອແບັດທີເຣຍຈຳນວນ 200 ຂວດ ແລະ 180 ລິດ.

KPL, Laoedaily

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.