ກອງປະຊຸມສຳມະນາຢ່າງຖ່າຍທອດສົດ ກ່ຽວກັບຊີວິດ ແລະ ພາລະກິດ ຂອງປະທານໂຮ່ຈີມິນຢູ່ການາດາ

14:38 | 17/05/2021

ຍສໝ - ກອງປະຊຸມສຳມະນາກ່ຽວກັບປະທານໂຮ່ຈີມິນ ບໍ່ພຽງແຕ່ດຶງດູດຊາວຫວຽດນາມທີເຮັດວຽກ, ຮ່ຳຮຽນ ແລະ ດຳລົງຊີວິດຢູ່ການາດາເທົ່ານັ້ນ, ຫາກຍັງມີການເຂົ້າຮ່ວມຢ່າງສຸດຈິດສຸດໃຈຂອງເພື່ອນມິດສາກົນ ເປັນຈຳນວນຫລວງຫລາຍ.

ສະຫະພັນບັນດາອົງການມິດຕະພາບຫວຽດນາມຖະຫວາຍທູບທຽນອາໄລຫາ ປະທານໂຮ່ຈີມິນ ຢູ່ ກາວບັ່ງ ສະຫະພັນບັນດາອົງການມິດຕະພາບຫວຽດນາມຖະຫວາຍທູບທຽນອາໄລຫາ ປະທານໂຮ່ຈີມິນ ຢູ່ ກາວບັ່ງ
ຫວຽດນາມເສີມຂະຫຍາຍທີ່ຕັ້ງບົດບາດສາກົນ ຫວຽດນາມເສີມຂະຫຍາຍທີ່ຕັ້ງບົດບາດສາກົນ

ໃນວັນທີ 15 ພຶດສະພາ, ສະມາຄົມມິດຕະພາບການາດາ - ຫວຽດນາມ (CVFS) ໄດ້ຈັດຕັ້ງກອງປະຊຸມສຳມະນາ ເພື່ອສະເຫຼີມສະຫຼອງວັນຄ້າຍວັນເກີດປະທານໂຮ່ຈີມິນ ຄົບຮອບ 131 ປີ (19 ພຶດສະພາ 1890 -19 ພຶດສະພາ 2021) ໃນຮູບແບບຢ່າງຖ່າຍທອດສົດ.

ເຫດການດັ່ງກ່າວບໍ່ພຽງແຕ່ໄດ້ດຶງດູດຊາວຫວຽດນາມທີ່ພວມເຮັດວຽກ, ຮ່ຳຮຽນ ແລະ ດຳລົງຊີວິດຢູ່ໃນປະເທດການາດາເທົ່ານັ້ນ, ຫາກຍັງມີການເຂົ້າຮ່ວມຢ່າງສຸດຈິດສຸດໃຈຂອງເພື່ອນມິດສາກົນຫຼາຍຄົນ.

ກອງປະຊຸມສຳມະນາຢ່າງຖ່າຍທອດສົດ ກ່ຽວກັບຊີວິດ ແລະ ພາລະກິດ ຂອງປະທານໂຮ່ຈີມິນຢູ່ການາດາ
ປະທານໂຮ່ຈີມິນ. (ພາບ: TTXVN)

ທ່ານ Steve Rutchinski, ຜູ້ຕາງໜ້າສະມາຄົມມິດຕະພາບການາດາ - ຫວຽດນາມ ໄດ້ເນັ້ນໜັກວ່າ: “ບໍ່ພຽງແຕ່ປະຊາຊົນຫວຽດນາມເທົ່ານັ້ນ, ບໍ່ພຽງແຕ່ແມ່ນບັນດານັກຄອມມູນິດເທົ່ານັ້ນ, ບັນດານັກເຄື່ອນໄຫວປະຕິວັດກໍ່ຍ້ອງຍໍປະທານໂຮ່ຈີມິນ, ແຕ່ບັນດານັກປັນຍາຊົນທັງໝົດ ກໍ່ສະແດງຄວາມເຄົາລົບປະທານໂຮ່ຈີມິນ ສຳລັບການປະກອບສ່ວນຂອງຕົນເພື່ອມະນຸດຊາດ”.

ກອງປະຊຸມສຳມະນາຄັ້ງນີ້ ໄດ້ແນະນຳກ່ຽວກັບຊີວະປະຫວັດ, ຊີວິດ ແລະ ພາລະກິດຂອງ “ຜູ້ຊອກຫາພາບຫວຽດນາມ”, ວິລະຊົນປົດປ່ອຍຊາດ, ບຸລຸດວັດທະນະທຳຜູ້ມີຊື່ສຽງໂລກ, ຜູ້ທີ່ໄດ້ອຸທິດຊີວິດຂອງຕົນເພື່ອເອກະລາດແຫ່ງຊາດ, ເພື່ອເສລີພາບ ແລະ ຄວາມສຸກຂອງປະຊາຊົນ. ພິເສດ, ປະທານ ໂຮ່ຈີມິນ ກໍ່ແມ່ນເພື່ອນສະຫນິດສະຫນົມຂອງປະຊາຊົນທີ່ຖືກກົດຂີ່ຂູດຮີດ, ເຊິ່ງໄດ້ຕໍ່ສູ້ເພື່ອສັນຕິພາບ, ເພື່ອປະຊາທິປະໄຕ ແລະ ຄວາມກ້າວໜ້າ ທາງສັງຄົມໃນທົ່ວໂລກ.

ທ່ານ Steve Rutchinski ເຫັນວ່າ: “ຫວຽດນາມໄດ້ຮັບມືສຳເລັດຜົນກັບສິ່ງທ້າທາຍຕ່າງໆ, ເຊັ່ນ: ການແກ່ງແຍ່ງຂອງບັນດາອຳນາດທີ່ຍິ່ງໃຫຍ່, ໂລກລະບາດ COVID-19 ແລະ ຜົນກະທົບຂອງການປະຕິວັດວິທະຍາສາດເຕັກໂນໂລຢີ, ດີຈີຕອນ,... ຫວຽດນາມໄດ້ຮັບຄວາມເຄົາລົບຈາກຊຸມຊົນສາກົນ ເມື່ອຕໍ່ສູ້ເພື່ອສັນຕິພາບ, ເສລີພາບ ແລະ ປະຊາທິປະໄຕຢູ່ພາຍໃນ ແລະ ຕ່າງປະເທດ”.

ສະຫະພັນບັນດາອົງການມິດຕະພາບຫວຽດນາມຖະຫວາຍທູບທຽນອາໄລຫາ ປະທານໂຮ່ຈີມິນ ຢູ່ ກາວບັ່ງ ສະຫະພັນບັນດາອົງການມິດຕະພາບຫວຽດນາມຖະຫວາຍທູບທຽນອາໄລຫາ ປະທານໂຮ່ຈີມິນ ຢູ່ ກາວບັ່ງ

ຍສໝ - ໃນບັນຍາກາດທີ່ສັກສິດທີ່ເຂດວິຫານບູຊາ ປະທານໂຮ່ຈີມິນ, ປະທານສະຫະພັນມິດຕະພາບຫວຽດນາມໄດ້ ສະແດງຄວາມເຄົາລົບນັບຖື ແລະຄວາມຮູ້ບຸນຄຸນອັນເລິກເຊິ່ງຕໍ່ປະທານໂຮ່ຈີມິນ, ເປັນຜູ້ນຳແສນເຄົາລົບຮັກຂອງ ປະຊາຊົນຫວຽດນາມ, ຜູ້ມີຄວາມປີຊາສາມາດ ໂດຍກຳເນີດເລີດມະນຸດ, ວິລະຊົນແຫ່ງຊາດ, ບຸລຸດວັດທະນະທຳຜູ້ມີຊື່ສຽງ.

ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ທະຫວາຍທູບທຽນອາໄລຫາປະທານໂຮ່ຈີມິນ ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ທະຫວາຍທູບທຽນອາໄລຫາປະທານໂຮ່ຈີມິນ

ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງການປະຕິວັດເດືອນສິງຫາ ແລະ ວັນຊາດຫວຽດນາມວັນທີ 2 ກັນຍາ, ໃນວັນທີ 1 ກັນຍາ, ທ່ານຫງວຽນຝູຈ້ອງ - ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ໄດ້ໄປທະຫວາຍທູບທຽນອາໄລຫາປະທານໂຮ່ຈີມິນ ຢູ່ເຮືອນເລກທີ 67, ເຂດປູຊະນີຍະສະຖານປະທານໂຮ່ຈີມິນ ຢູ່ທຳນຽບປະທານປະເທດ.

ສະຖານທູດຫວຽດນາມ ປະຈຳລາວ ໄດ້ຈັດພິທີສະເຫຼີມສະຫຼອງ 130 ປີແຫ່ງວັນເກີດ ຂອງປະທານໂຮ່ຈີມິນ ສະຖານທູດຫວຽດນາມ ປະຈຳລາວ ໄດ້ຈັດພິທີສະເຫຼີມສະຫຼອງ 130 ປີແຫ່ງວັນເກີດ ຂອງປະທານໂຮ່ຈີມິນ

ຍສໝ - ໃນວັນທີ 20 ພຶດສະພາ 2020, ສະຖານທູດຫວຽດນາມ ປະຈຳລາວ ໄດ້ຈັດພິທີສະເຫຼີມສະຫຼອງຄົບຮອບ 130 ປີ ວັນເກີດຂອງ ປະທານໂຮ່ຈີມິນ ແລະ ພິທີໃຕ້ທູບໄຫວ້ອາໄລ ເຖິງດວງວິນຍານຂອງເພິ່ນ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.