ຍສໝ - ການທູດປະຊາຊົນຫວຽດນາມໄດ້ຮັບການສ້າງຕັ້ງ ແລະ ພັດທະນາບົນພື້ນຖານຂອງແນວຄິດປະທານໂຮ່ຈິມິນ ກ່ຽວກັບການສົມທົບກຳລັງແຮງຂອງປະເທດຊາດ ແລະ ຍຸກສະໄໝ, ເພີ່ມໝູ່ຫຼຸດສັດຕູ, ສາມັກຄີ, ຄວາມສາມັກຄີອັນໃຫຍ່ຫຼວງ, ຖືປະຊາຊົນເປັນພື້ນຖານ, ສົມທົບກັນກຳລັງແຮງສັງລວມໃນການພົວພັນທາງການທູດຂອງພັກ, ການທູດແຫ່ງລັດ ແລະ ການທູດປະຊາຊົນ... ໄດ້ພັດທະນາ ແລະ ເຕີບໃຫຍ່ຢ່າງບໍ່ຢຸດຢັ້ງ, ໄດ້ປະກອບສ່ວນອັນສົມກັບປະຫວັດສາດອັນສະຫງ່າລາສີຂອງພື້ນຖານການທູດຫວຽດນາມທີ່ທັນສະໄໝ ໃນໄລຍະ 80 ປີຜ່ານມາ ແລະ ພວມປະເຊີນໜ້າກັບກາລະໂອກາດຈັດຕັ້ງຄືນໃໝ່ໃຫ້ເໝາະສົມກັບຄວາມຮຽກຮ້ອງຂອງລັດໃນສັງກາດບືນຕົວ ຂອງປະເທດຊາດ.
ຍສໝ - ບົດຖ່າຍຮູບສຳເນົາບັດປະຈຳຕົວຂອງ ຫງວຽນອ໋າຍກວກ ທີ່ບ່ອນຢູ່ເລກ 6 ຖະໜົນ Villa des Gobelins; ນາມບັດຂອງນັກຖ່າຍຮູບ ຫງວຽນອ໋າຍກວກ; ຈົດໝາຍຂອງທ່ານປະທານ ໂຮ່ຈີມິນ ຝາກເຖິງຄະນະບໍລິຫານງານສູນກາງ ພັກສັງຄົມເອກະພາບເຢຍລະມັນ... ແມ່ນບັນດາວັດຖຸສິ່ງຂອງໄດ້ຮັບການນຳສະເໜີເປັນຄັ້ງທຳອິດຢູ່ງານວາງສະແດງດ້ວຍຫົວຂໍ້ “ລະດູໃບໄມ້ປົ່ງເອກະລາດ” ໄດ້ໄຂຂຶ້ນໃນວັນທີ 25 ສິງຫາ ຢູ່ ຮ່າໂນ້ຍ.
ຍສໝ - ວັນທີ 9 ມິຖຸນາ 2025, ຢູ່ຮ່າໂນ້ຍ, ກະຊວງການຕ່າງປະເທດໄດ້ຈັດຕັ້ງກອງປະຊຸມສຳມະນາສາກົນ ດ້ວຍຫົວຂໍ້ວ່າ “ພື້ນທີວັດທະນະທຳໂຮ່ຈິມິນ ຢູ່ບັນດາອົງການຜູ້ຕາງໜ້າຫວຽດນາມ ຢູ່ຕ່າງປະເທດ”. ເຫດການດັ່ງກ່າວໄດ້ປະກອບສ່ວນຊີ້ແຈ້ງພາລະບົດບາດ, ມາດຕະຖານເນື້ອໃນ ແລະ ວິທີການຜັນຂະຫຍາຍຕົວແບບພື້ນທີ່ ໂຮ່ຈີມິນ ໃນໄລຍະໃໝ່, ເພື່ອເຜີຍແຜ່ອຸດົມການ, ຄຸນສົມບັດສິນທຳ, ມໍລະດົກວັດທະນະທຳຂອງປະທານ ໂຮ່ຈີມິນ ເຖິງເພື່ອນມິດສາກົນຢ່າງມີຫົວຄິດປະດິດສ້າງ, ມີປະສິດທິຜົນ ແລະ ເໝາະສົມກັບແຕ່ລະປະເທດປະຈຳຖີ່ນ
ຫວ່າງແລ້ວນີ້, ເນື່ອງໃນໂອກາດການໄປປະຕິບັດງານ ແລະເຮັດວຽກຢູ່ລາວກາຍ, ຄະນະຜູ້ແທນແນວລາວສ້າງຊາດແຂວງບໍ່ແກ້ວ, ສປປ ລາວ ໄດ້ຖະຫວາຍທູບທຽນຢູ່ອະນຸສອນສະຖານປະທານໂຮ່ຈີມິນ (ນະຄອນລາວກາຍ).
ຍສໝ - ນີ້ແມ່ນຫົວຂໍ້ຂອງງານວາງສະແດງໂດຍຫໍພິພິທະພັນ ໂຮ່ຈີມິນ ຈັດຕັ້ງດ້ວຍ 200 ກວ່າເອກະສານ ແລະ ວັດຖຸພັນທີ່ແນະນຳບັນດາຂີດໝາຍຂອງປະທານ ໂຮ່ຈີມິນ ທີ່ຍັງໄດ້ເກັບຮັກສາຢູ່ໃນດິນແດນປະເທດຈີນ, ເຊິ່ງໄດ້ສະແດງໃຫ້ເຫັນນ້ຳໃຈມິດຕະພາບອັນແໜ້ນແຟ້ນລະຫວ່າງປະຊາຊົນຈີນ ກັບ ປະທານໂຮ່ຈິມິນ ກໍ່ຄືນ້ຳໃຈມິດຕະພາບປະຕິວັດອັນຍາວນານລະຫວ່າງປະຊາຊົນສອງປະເທດ.
ຍສໝ - ຕອນເຊົ້າວັນທີ 17 ພະຈິກ (ຕາມເວລາທ້ອງຖິ່ນ), ໃນຂອບເຂດການເຂົ້າຮ່ວມກອງປະຊຸມ G20 ແລະ ບັນດາການເຄື່ອນໄຫວສອງຝ່າຍຢູ່ ບຣາຊິນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມພິທີເປີດປ້າຍທີ່ລະນຶກ, ເຊີດຊູປະທານປະເທດ ໂຮ່ຈີມິນ ຢູ່ເຂດຖະໜົນ Santa Teresa, ນະຄອນ Rio de Janeiro. ນີ້ແມ່ນບ່ອນທີ່ທ່ານເຄີຍເຮັດວຽກໃນການເດີນທາງຊອກຫາເສັ້ນທາງກູ້ຊາດໃນ ປີ 1912.
ຍສໝ - ການມໍລະນະກໍາຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ບໍ່ພຽງແຕ່ເປັນການສູນເສຍອັນໃຫຍ່ຫຼວງຂອງພັກ, ລັດ, ກອງທັບ ແລະປະຊາຊົນຫວຽດນາມ ເທົ່ານັ້ນ, ຫາກຍັງເປັນການສູນເສຍອັນໃຫຍ່ຫຼວງຂອງພັກ, ລັດ ແລະປະຊາຊົນລາວບັນດາເຜົ່າ ອ້າຍນ້ອງ.
ຫວ່າງແລ້ວນີ້, ທ່ານ ບຸນທອງ ຈິດມະນີ ຮອງປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ໄດ້ໄປຖະຫວາຍທູບທຽນ ດອກໄມ້ ໄວ້ອາໄລປະທານໂຮ່ຈີມິນ ທີ່ເຂດປູຊະນີຍະສະຖານກິມລຽນ (ເມືອງນາມດ່ານ, ແຂວງເງະອານ).
ເງະອານ - ບ້ານ ແຊນ ແຫ່ງບ້ານເກີດເມືອງນອນຂອງ ລຸ່ງໂຮ່, ນະຄອນ ໂຮ່ຈີມິນ - ນະຄອນໃສ່ຊື່ຄຳ.
ຍສໝ - ບົດປະພັນ “ເງື່ອຍເກີມລາຍ” (ຜູ້ນຳທາງ) ເປັນບົດການສະແດງທີ່ພັນລະນາໃຫ້ພົ້ນເດັ່ນພາບພົດປະທານ ໂຮ່ຈິມິນ ຢ່າງເລິກເຊິ່ງ ເຊິ່ງໄດ້ສະແດງໃນໂອກາດສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງໂຮງລະຄອນຕຳຫຼວດປະຊາຊົນ, ຮ່າໂນ້ຍ, ຕອນຄໍ່າວັນທີ 24 ເມສາ.
ຍສໝ - ງານວາງສະແດງຊ່ວຍປະຊາຊົນຫວນຄືນຊຸມປີຕໍ່ສູ້ຢ່າງອົງອາດກ້າຫານຂອງກອງທັບ ແລະປະຊາຊົນພວກເຮົາໃນສົງຄາມຕໍ່ຕ້ານລ່າເມືອງຂຶ້ນຝະລັ່ງ ໂດຍການນຳພາຂອງພັກ ແລະ ລຸງໂຮ່.
ຄະນະຜູ້ແທນຄະນະບໍລິຫານງານສູນກາງພັກ, ປະທານປະເທດ, ສະພາແຫ່ງຊາດ, ລັດຖະບານ, ຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ໄດ້ໄປວາງພວງມາລາ, ເຂົ້າຂ່ຳນັບສຸສານປະມານໂຮ່ຈີມິນ.
ເນື່ອງໃນໂອກາດສະເຫຼີມສະຫຼອງ 76 ປີແຫ່ງວັນການປະຕິວັດເດືອນສິງຫາ (19/8/1945-19/8/2021) ແລະ ວັນຊາດຫວຽດນາມທີ 2 ກັນຍາ (2/9/1945-2/9/2021), ຫໍພິພິທະພັນວິຈິດສິນຫວຽດນາມ ໄດ້ຈັດ ງານວາງສະແດງ “ ເສັ້ນທາງເອກະລາດ” ດ້ວຍຮູບການອອນລາຍ ຜ່ານເວບໄຊ vnfam.vn ແລະ fanpage https://www.facebook.com/baotangmythuat/ນັບແຕ່ວັນທີ 29 ສິງຫາປີ 2021.
ທ່າກຳປັ່ນຍ່າຣົງ່ ແລະຫໍພິພິທະພັນໂຮ່ຈີມິນສາຂານະຄອນໂຮ່ຈີມິນຢູ່ເຮືອນເລກທີໜຶ່ງຖະໜົນຫງວຽນເຕິດແທັ່ງເມືອງ 4 ນະຄອນໂຮ່ຈີມິນ, ຢູ່ແຫ່ງນີ້ ນອກຈາກວາງສະແດງບັນດາວັດຖຸພັນທີ່ຕິດພັນກັບຊີວິດພາລະກິດຂອງເພິ່ນນັ້ນຍັງເປັນຂີດໝາຍເຫດການເມື່ອວັນທີ 5 ມິຖຸນາປີ 1911 ທ່ານປະທານໂຮ່ຈີມິນໄດ້ເລີ່ມເດີນທາງອອກຈາກຫວຽດນາມໄປຕ່າງປະເທດເພື່ອຊອກຫາເສັ້ນທາງກູ້ຊາດ ປົດປ່ອຍຊາດໃຫ້ຫຼຸດພົ້ນອອກຈາກແອກຄອບຄອງຂອງລ່າເມືອງຂຶ້ນ ຝລັ່ງເຊິ່ງເລີ່ມຕົ້ນຈາກທ່າກຳປັ່ນຍ່າຣົ່ງ
ເມື່ອງເກາະດ່ານໜ້າໂກໂຕແຂວງກວ໋າງນິງແມ່ນສະຖານທີ່ພຽງແຫ່ງດຽວໃນທົ່ວປະເທດເຊິ່ງທ່ານປະທານໂຮ່ຈີມິນ ໄດ້ເຫັນດີໃຫ້ຕັ້ງຮູບປັ້ນຂອງເພິ່ນ ໃນຄາວເພິ່ນຍັງມີຊີວິດຢູ່. ໂດຍຜ່ານກວ່າເຄິ່ງສະຕະວັດ, ຮູບປັ້ນປະທານໂຮ່ຈີມິນມຸ່ງໜ້າສູ່ທະເລຕາເວັນອອກຍາມໃດກໍ່ມີທີ່ຕັ້ງພິເສດໃນຫົວໃຈຂອງປະຊາຊົນເມືອງເກາະເວົ້າສະເພາະແລະຂອງທົ່ວປະເທດເວົ້າລວມ.
ຍສໝ - ກອງປະຊຸມສຳມະນາກ່ຽວກັບປະທານໂຮ່ຈີມິນ ບໍ່ພຽງແຕ່ດຶງດູດຊາວຫວຽດນາມທີເຮັດວຽກ, ຮ່ຳຮຽນ ແລະ ດຳລົງຊີວິດຢູ່ການາດາເທົ່ານັ້ນ, ຫາກຍັງມີການເຂົ້າຮ່ວມຢ່າງສຸດຈິດສຸດໃຈຂອງເພື່ອນມິດສາກົນ ເປັນຈຳນວນຫລວງຫລາຍ.
ຍສໝ - ທ່ານນາງສາດສະດາຈານຍິງ, ດຣ ຫງວຽນດ່າຍຈາງ ໃຊ້ເວລາຫຼາຍກວ່າ 25 ປີເພື່ອການເກັບກຳ, ຄົ້ນຄວ້າ ແລະ ຂຽນປື້ມກ່ຽວກັບປະທານໂຮ່ຈີມິນ.
ທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ຊົມເຊີຍ ໝູ່ຄະນະພະນັກງານ ພາລະກອນ ເຂດປູຊະນີຍະສະຖານ ຍາມໃດກໍ່ມານະພະຍາຍາມສຳເລັດຫນ້າທີ່ວຽກງານທີ່ໄດ້ຮັບການມອບໝາຍ, ຄົ້ນຄ້ວາ ຮັກສາວັດຖຸພັນ ເອກະສານກ່ຽວກັບປະທານໂຮ່ຈີມິນເປັນຢ່າງດີ.
ເມື່ອບໍ່ດົນມານີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ເຊັນຄຳສັ່ງເລກທີ 45 ກ່ຽວກັບການຈັດຕັ້ງຂະບວນການ “ບຸນເຕັດປູກຕົ້ນໄມ້” ແລະ ເພີ່ມທະວີວຽກງານຮັກສາ, ຂະຫຍາຍປ່າໄມ້ນັບແຕ່ຕົ້ນປີ 2021 ໃນທັນທີ.
ຍສໝ - ຕອນເຊົ້າວັນທີ 12 ພະຈິກ, ຄະນະຜູ້ແທນສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ຈັດຕັ້ງພິທີຖະຫວາຍທູບທຽນ ຢູ່ ສຸສານປະທານໂຮ່ຈີມິນ.