ສະຖານທູດຫວຽດນາມ ປະຈຳລາວ ໄດ້ຈັດພິທີສະເຫຼີມສະຫຼອງ 130 ປີແຫ່ງວັນເກີດ ຂອງປະທານໂຮ່ຈີມິນ

11:25 | 22/05/2020

ຍສໝ - ໃນວັນທີ 20 ພຶດສະພາ 2020, ສະຖານທູດຫວຽດນາມ ປະຈຳລາວ ໄດ້ຈັດພິທີສະເຫຼີມສະຫຼອງຄົບຮອບ 130 ປີ ວັນເກີດຂອງ ປະທານໂຮ່ຈີມິນ ແລະ ພິທີໃຕ້ທູບໄຫວ້ອາໄລ ເຖິງດວງວິນຍານຂອງເພິ່ນ.

ສະຖານທ ດຫວຽດນາມ ປະຈຳລາວ ໄດ ຈ ດພ ທ ສະເຫ ມສະຫ ອງ 130 ປ ແຫ ງວ ນເກ ດ ຂອງປະທານໂຮ ຈ ມ ນ ສະຖານທູດຫວຽດນາມ ປະຈຳຝລັ່ງ ໄດ້ຈັດພິທີສະເຫຼີມສະຫຼອງ 130 ປີແຫ່ງວັນຄ້າຍວັນເກີດຂອງ ປະທານ ໂຮ່ຈີມິນ
ສະຖານທ ດຫວຽດນາມ ປະຈຳລາວ ໄດ ຈ ດພ ທ ສະເຫ ມສະຫ ອງ 130 ປ ແຫ ງວ ນເກ ດ ຂອງປະທານໂຮ ຈ ມ ນ ສະຖານທູດຫວຽດນາມ ປະຈຳລາວ ໄດ້ຮຽກຮ້ອງໃຫ້ພົນລະເມືອງ ປະຕິບັດຄຳສັງກ່ຽວກັບການສະກັດກັ້ນພະຍາດ Covid-19

ເຂົ້າຮ່ວມພິທີດັ່ງກ່າວມີ ທ່ານ ຫງວຽນບາຮຸ່ງ - ເອກອັກຄະລັດຖະທູດຫວຽດນາມ ປະຈຳ ລາວ ພ້ອມນຳພະນັກງານສະຖານທູດ. ທາງຝ່າຍລາວ ມີການເຂົ້າຮ່ວມໂດຍທ່ານ ອານຸພາບ ຕຸນາລົມ - ປະທານສະພາປະຊາຊົນນະຄອນຫລວງ, ປະທານສະມາຄົມມິດຕະພາບ ລາວ-ຫວຽດນາມ ນະຄອນຫລວງວຽງຈັນ; ທ່ານ ບົວເງິນ ຊາພູວົງ - ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ຮັກສາການປະທານສະມາຄົມ ມິດຕະພາບລາວ-ຫວຽດນາມ ຂັ້ນສູນກາງ ພ້ອມນຳພະນັກງານຈາກຂະແໜງການທີ່ກ່ຽວຂ້ອງ, ນັກທຸລະກິດ ແລະ ຊາວຫວຽດນາມທີ່ອາໃສຢູ່ລາວ.

ສະຖານທ ດຫວຽດນາມ ປະຈຳລາວ ໄດ ຈ ດພ ທ ສະເຫ ມສະຫ ອງ 130 ປ ແຫ ງວ ນເກ ດ ຂອງປະທານໂຮ ຈ ມ ນ
ສະຖານທູດຫວຽດນາມ ປະຈຳລາວ ໄດ້ຈັດພິທີສະເຫຼີມສະຫຼອງ 130 ປີແຫ່ງວັນເກີດ ຂອງປະທານໂຮ່ຈີມິນ. (ພາບ: vietnamplus)

ກ່າວຄຳເຫັນທີ່ພິທີ, ທ່ານ ຫງວຽນບາຮຸ່ງ - ເອກອັກຄະລັດຖະທູດຫວຽດນາມ ປະຈຳ ລາວ ກ່າວວ່າ: ປະທານ ໂຮ່ຈີມິນ ເປັນບຸກຄົນທີ່ມີນ້ຳໃຈ ຮັກຊາດຢ່າງແຮງກ້າ, ຮັກແພງປະຊາຊົນຢ່າງສຸດໃຈ, ເປັນນັກຮົບຜູ້ໜຶ່ງທີ່ຕໍ່ສູ້ ຢ່າງບໍ່ຮູ້ອິດຮູ້ເມື່ອຍ ເພື່ອປົດປ່ອຍຊາດ, ປົດປ່ອຍສັງຄົມ, ປົດປ່ອຍມະນຸດ, ເປັນຜູ້ນຳກອມມູນິດຄົນໜຶ່ງທີ່ດີເລີດ ແລະ ເຕັມໄປດ້ວຍ ຄວາມເມດຕາກະລຸນາ ແລະ ກາຍເປັນຜູ້ນຳທີ່ຍິ່ງໃຫຍ່ ແລະ ແສນເຄົາລົບຮັກຂອງຊາວຫວຽດນາມ. ພ້ອມທັງເປັນຜູ້ນຳທີ່ຍິ່ງໃຫຍ່ ໃນດວງໃຈຂອງ ປະຊາຊົນລາວອ້າຍນ້ອງ. ຊີວິດ ແລະ ພາລະກິດຂອງເພິ່ນ ໄດ້ຮັບຄວາມນິຍົມຊົມຊອບ, ຍ້ອງຍໍສັນລະເສີນ ແລະ ເຊີດຊູຈາກຫລາຍຄົນ, ຫລາຍຊົນຊາດຢູ່ໃນທົ່ວໂລກ.

ປະທານໂຮ່ຈີມິນ ເປັນຜູ້ທຳອິດທີ່ເຜີຍແຜ່ລັດທິ ມາກ-ເລນິນ ເຖິງບັນດາຜູ້ນຳປະຕິວັດ ຂອງປະຊາຊົນລາວ ເຊິ່ງພົ້ນເດັ່ນແມ່ນ ປະທານ ສຸພາ ນຸວົງ ແລະ ປະທານ ໄກສອນ ພົມວິຫານ ເຊິ່ງເປັນສະຫາຍ, ເພື່ອນຮ່ວມສູ້ຮົບສອງຄົນ ທີ່ມີການພົວ ພັນສ່ວນຕົວ ທີ່ສະໜິດສະໜົມທີ່ສຸດ, ການຕິດພັນສະໜິດແໜ້ນ ແລະ ຄວາມຊື່ສັດບໍລິສຸດ ໄດ້ປະກອບ ສ່ວນສຳຄັນຍິ່ງ ເຂົ້າໃນການ ກໍ່ຕັ້ງຮ່ວມ ສຳພັນສູ້ຮົບສາມັກຄີ, ມີປະສິດທິຜົນ, ຍາວນານ ແລະ ໝັ້ນຄົງ ລະຫວ່າງສອງປະເທດ.

ຕາງໜ້າຄະນະຜູ້ແທນລາວທີ່ເຂົ້າຮ່ວມພິທີດັ່ງກ່າວ, ທ່ານ ບົວເງິນ ຊາພູວົງ - ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ຮັກສາການປະທານສະມາຄົມ ມິດຕະພາບລາວ-ຫວຽດນາມ ຂັ້ນສູນກາງ ໄດ້ຢືນຢັນວ່າ ປະທານໂຮ່ຈີມິນ, ປະທານໄກສອນ ພົມວິຫານ ແລະ ປະທານສຸພານຸວົງ ແມ່ນຜູ້ທີ່ໄດ້ວາງພື້ນຖານເພື່ອກໍ່ສ້າງ ແລະ ບຳລຸງສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ລະຫວ່າງຫວຽດນາມ - ລາວ. ນີ້ແມ່ນສາຍພົວພັນທີ່ຫາຍາກໃນການພົວພັນກັບສາກົນ, ມັນໄດ້ກາຍເປັນຊັບສົມບັດອັນລ້ຳຄ່າ ຂອງປະຊາຊົນສອງຊາດ, ເປັນກົດເກນຄົງຕົວ ແລະ ພັດທະນາຂອງສອງປະເທດ, ແມ່ນໜຶ່ງໃນປັດໃຈຕັດສິນການໄຊຊະນະ ຂອງການປະຕິວັດແຕ່ລະປະເທດ.

ສະຖານທ ດຫວຽດນາມ ປະຈຳລາວ ໄດ ຈ ດພ ທ ສະເຫ ມສະຫ ອງ 130 ປ ແຫ ງວ ນເກ ດ ຂອງປະທານໂຮ ຈ ມ ນ
ຄະນະຜູ້ແທນສະຖານທູດຫວຽດນາມ ແລະ ຄະນະນັກສຶກສາຫວຽດນາມຢູ່ລາວ ວາງດອກໄມ້ທີ່ອະນຸສາວະລີ ປະທານໂຮ່ຈີມິນ. (ພາບ: baoquocte.vn)

ໃນໂອກາດນີ້, ທ່ານທ່ານ ບົວເງິນ ຊາພູວົງ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ, ຮູ້ບຸນຄຸນຢ່າງເລິກເຊິ່ງ ຕໍ່ປະທານໂຮ່ຈີມິນ, ຕໍ່ພັກ, ລັດ ແລະ ປະຊາຊົນຫວຽດນາມ ທີ່ໄດ້ໃຫ້ການສະໜັບສະໜູນ ຢ່າງບໍ່ຢຸດຢັ້ງ, ທີ່ມີປະສິດທິຜົນ ແລະ ທັນການ, ແລະ ການຊ່ວຍເຫລືອຢ່າງສຸດອົກສຸດໃຈ ໃຫ້ແກ່ປະຊາຊົນລາວທັງໃນໄລຍະຕໍ່ສູ້ຍາດເອົາເອກະລາດແຫ່ງຊາດ, ກໍ່ຄືໃນໄລຍະປະຕິບັດການປ້ອງກັນ, ກໍ່ສ້າງ ແລະ ພັດທະນາປະເທດຊາດປະຈຸບັນ.

ທ່ານ ທ່ານ ຫງວຽນບາຮຸ່ງ ກ່າວວ່າ: ມື້ນີ້ ພະນັກງານ, ສະມາຊິກພັກ, ພ້ອມສາມີພັນລະຍາ ຂອງສະຖານທູດ ແລະ ບັນດາອົງການ ຜູ້ຕາງໜ້າ ຂອງລັດຖະບານຫວຽດນາມ ປະຈຳລາວທຸກຖ້ວນໜ້າ ຂໍປະຕິຍານກັບລຸງວ່າ: ພວກຫລານຈະເດີນຕາມ ເສັ້ນທາງຂອງລຸງຕະຫລອດໄປ ແລະ ຈະຮ່ຳຮຽນເອົາ, ສູ້ຊົນຝຶກຝົນຫລໍ່ຫລອມ ຕາມແບບຢ່າງຄຸນສົມບັດ, ບຸກຄະລິກກະພາບຂອງລຸງ ຢ່າງບໍ່ຢຸດຢັ້ງ. ພ້ອມກັນນັ້ນ, ຂໍປະຕິຍານວ່າ ຈະຄຽງບ່າຄຽງໄຫລ່ ກັບເພື່ອນມິດສະຫາຍ ແລະ ປະຊາຊົນລາວບັນດາ ເຜົ່າອ້າຍນ້ອງ ສືບຕໍ່ເພີ່ມພູນຄູນສ້າງສາຍ ພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ-ລາວ, ລາວ-ຫວຽດນາມ ໃຫ້ຈະເລີນງອກງາມ ແລະ ໝັ້ນຄົງທະນົງແກ່ນຊົ່ວກາລະນານ.

ສະຖານທ ດຫວຽດນາມ ປະຈຳລາວ ໄດ ຈ ດພ ທ ສະເຫ ມສະຫ ອງ 130 ປ ແຫ ງວ ນເກ ດ ຂອງປະທານໂຮ ຈ ມ ນ ສື່ມວນຊົນລາວ: ຕ້ອງໄດ້ປົກປ້ອງ ແລະ ຖະນຸຖະໜອມສາຍພົວພັນພິເສດ ລາວ - ຫວຽດນາມ

ຍສໝ - ໃນຊຸມມື້ຜ່ານມາ, ສື່ມວນຊົນລາວ ໄດ້ລົງພິມບົດຂຽນຫຼາຍບົດກ່ຽວກັບຊີວິດ ແລະ ອາຊີບຂອງ ປະທານ ໂຮ່ຈີມິນ ຢ່າງຕໍ່ເນື່ອງ; ກ່ຽວກັບສາຍພົວພັນສະໜິດສະໜົມ ຂອງ ເພິ່ນກັບການປະຕິວັດລາວ…

ສະຖານທ ດຫວຽດນາມ ປະຈຳລາວ ໄດ ຈ ດພ ທ ສະເຫ ມສະຫ ອງ 130 ປ ແຫ ງວ ນເກ ດ ຂອງປະທານໂຮ ຈ ມ ນ ໜັງສືພິມອີຢິບ ໄດ້ລົງບົດຂຽນຍ້ອງຍໍປະທານໂຮ່ຈີມິນ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຄ້າຍວັນເກີດ ປະທານ ໂຮ່ຈິມິນ ຄົບຮອບ 130 ປີ (19/5/1890 – 19/5/2020)

ຍສໝ - ໃນວັນທີ 18 ພຶດສະພາ, ໜັງສືພິມ The Egyptian Gazette ຂອງປະເທດອີຢີບ ໄດ້ຈົ່ງໜ້າທີ 6 ເພື່ອລົງບົດຂຽນດ້ວຍຫົວຂໍ້ວ່າ "ປະທານໂຮ່ຈີມິນ ແລະ ຮູບພາບຂອງປະທານໂຮ່ຈີມິນຢູ່ປະເທດ ອີຢິບ".

ສະຖານທ ດຫວຽດນາມ ປະຈຳລາວ ໄດ ຈ ດພ ທ ສະເຫ ມສະຫ ອງ 130 ປ ແຫ ງວ ນເກ ດ ຂອງປະທານໂຮ ຈ ມ ນ ສະຖານທູດຫວຽດນາມ ປະຈຳຝລັ່ງ ໄດ້ຈັດພິທີສະເຫຼີມສະຫຼອງ 130 ປີແຫ່ງວັນຄ້າຍວັນເກີດຂອງ ປະທານ ໂຮ່ຈີມິນ

ຍສໝ - ວັນທີ 15 ພຶດສະພາ, ສະຖານທູດຫວຽດນາມ ປະຈຳຝລັ່ງ ໄດ້ຈັດຕັ້ງການເຄື່ອນໄຫວຕ່າງໆ ເພື່ອສະເຫຼີມສະຫຼອງ ຄົບຮອບ 130 ປີແຫ່ງວັນຄ້າຍວັນເກີດຂອງ ປະທານໂຮ່ຈີມິນ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.