ທ່ານປະທານປະເທດ ຮັບສານຕາຕັ້ງທູດປະເທດເພື່ອນມິດຄົນໃໝ່ ປະຈຳລາວ

11:29 | 10/02/2020

ທ່ານ ບຸນ​ຍັງ ວໍ­ລະ​ຈິດ ປະ­ທານ​ປະ­ເທດ ສປປ ລາວ ຕ້ອນ­ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ບັນ­ດາ​ປະ­ເທດ​ເພື່ອນ​ມິດ ເຂົ້າ​ຍື່ນ​ສານ​ຕາ​ຕັ້ງ​ເພື່ອ​ມາ​ດຳ­ລົງ​ຕຳ­ແໜ່ງ​ເປັນ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຄົນ​ໃໝ່ ປະ­ຈຳ ສປປ ລາວ ວັນ​ທີ 7 ກຸມ­ພາ 2020 ຢູ່​ທຳ​ນຽບ​ປະ­ທານ​ປະ­ເທດ ເຊິ່ງ​ມີ​ລາຍ​ລະ­ອຽດ​ດັ່ງ­ນີ້:

ທ່ານປະທານປະເທດ ຮັບສານຕາຕັ້ງທູດປະເທດເພື່ອນມິດຄົນໃໝ່ ປະຈຳລາວ

ທ່ານ ບຸນ​ຍັງ ວໍ­ລະ​ຈິດ ປະ­ທານ​ປະ­ເທດ ສປປ ລາວ ຮັບສານຕາຕັ້ງທູດປະເທດເພື່ອນມິດຄົນໃໝ່ ປະຈຳລາວ.

ເວ­ລາ 8:30 ໂມງ ໄດ້​ຕ້ອນ­ຮັບ​ການ​ຍື່ນ​ສານ​ຕາ​ຕັ້ງ​ຈາກ​ທ່ານ Peter Mark Haymond ເອກ​ອັກ​ຄະ​ລັດ​ຖະ​ທູດ​ວິ­ສາ­ມັນ​ຜູ້​ມີ​ອຳ­ນາດ​ເຕັມ ສ ອາ​ເມ​ຣິ​ກາ ຄົນ​ໃໝ່ ປະ­ຈຳ ສປປ ລາວ ໂດຍ​ມີ​ສຳ­ນັກ­ງານ​ສະ ຖານ​ທູດ​ຕັ້ງ​ຢູ່​ນະ­ຄອນ­ຫຼວງ​ວຽງ​ຈັນ ເຊິ່ງ​ກ່ອນ​ຈະ​ມາ​ດຳ­ລົງ​ຕຳ­ແໜ່ງ​ເປັນ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ວິ­ສາ­ມັນ​ຜູ້​ມີ​ອຳ­ນາດ​ເຕັມ ສ ອາ​ເມ​ຣິ​ກາ ປະ­ຈຳ ສປປ ລາວ ທ່ານ Peter Mark Haymond ເປັນ​ຮອງ​ຫົວ­ໜ້າ​ຫ້ອງ ການ​ສະ­ຖານ­ທູດ ສ ອາ​ເມ​ຣິ​ກາ ປະ­ຈຳ​ບາງ­ກອກ ລາ­ຊະ​ອາ­ນາ­ຈັກ​ໄທ ລາວ ແລະ ອາ​ເມ​ຣິ​ກາ ສ້າງ­ຕັ້ງ​ສາຍ​ພົວ­ພັນ​ການ​ທູດ​ນຳ​ກັນ ໃນ​ວັນ​ທີ 10 ສິງ­ຫາ 1955.

ເວ­ລາ 9:00 ໂມງ ໄດ້​ຕ້ອນ­ຮັບ​ການ​ຍື່ນ​ສານ​ຕາ​ຕັ້ງ​ຈາກ​ທ່ານ​ນາງ Jayasuriya Arachachige Samantha Kumari Jayasuriya ເອກ​ອັກ​ຄະ​ລັດ​ຖະ​ທູດ​ວິ­ສາ­ມັນ​ຜູ້​ມີ​ອຳ­ນາດ​ເຕັມ​ສາ­ທາ­ລະ­ນະ​ລັດ ສັງ ຄົມ​ນິ­ຍົມ ປະ­ຊາ­ທິ­ປະ­ໄຕ ສີ​ລັງ­ກາ ຄົນ​ໃໝ່ ປະ­ຈຳ ສປປ ລາວ ໂດຍ​ມີ​ສຳ­ນັກ­ງານ​ການ​ທູດ​ຕັ້ງ​ຢູ່​ບາງ­ກອກ ລາ­ຊະ​ອາ­ນາ­ຈັກ​ໄທ ກ່ອນ​ຈະ​ມາ​ຮັບ​ຕຳ­ແໜ່ງ​ນີ້ ທ່ານ​ນາງ Jayasuriya Arachachige Samantha Kumari Jayasuriya ເປັນ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ສີ​ລັງ­ກາ ປະ­ຈຳ​ບາງ­ກອກ ລາ­ຊະ​ອາ­ນາ­ຈັກ​ໄທ ເປັນ​ຜູ້­ຕາງ­ໜ້າ​ຖາ­ວອນ ປະ­ຈຳ​ອົງ­ການ UNESCAP ລາວ ແລະ ສີ​ລັງ­ກາ ສ້າງ­ຕັ້ງ​ສາຍ​ພົວ­ພັນ​ການ​ທູດ​ນຳ​ກັນ ໃນ​ວັນ​ທີ 20 ກໍ­ລະ­ກົດ 1965.

ເວ­ລາ 9:30 ໂມງ ໄດ້​ຕ້ອນ­ຮັບ​ການ​ຍື່ນ​ສານ​ຕາ​ຕັ້ງ​ຈາກ​ທ່ານ Bernardo Cordova Tello ເອກ​ອັກ​ຄະ​ລັດ​ຖະ​ທູດ​ວິ­ສາ­ມັນ​ຜູ້​ມີ​ອຳ​ນາ​ເຕັມ ສ ເມັກ​ຊິກ ຄົນ​ໃໝ່ ປະ­ຈຳ ສປປ ລາວ ໂດຍ​ມີ​ສຳ­ນັກ­ງານ​ສະ ຖານ​ທູດ​ຕັ້ງ​ຢູ່​ບາງ­ກອກ ລາ­ຊະ​ອາ­ນາ­ຈັກ​ໄທ ກ່ອນ​ຈະ​ມາ​ຮັບ​ຕຳ­ແໜ່ງ​ນີ້ ທ່ານ Bernardo Cordova Tello ເປັນ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ເມັກ​ຊິກ ປະ­ຈຳ​ຕວັກ​ກີ ລາວ ແລະ ເມັກ​ຊິກ ສ້າງ­ຕັ້ງ​ສາຍ​ພົວ­ພັນ​ການ​ທູດ​ນຳ​ກັນ ໃນ​ວັນ​ທີ 29 ພະ­ຈິກ 1976.

ເວ­ລາ 10:00 ໂມງ ໄດ້​ຕ້ອນ­ຮັບ​ການ​ຍື່ນ​ສານ​ຕາ​ຕັ້ງ​ຈາກ​ທ່ານ John McCullagh ເອກ​ອັກ​ຄະ​ລັດ ຖະ​ທູດ​ວິ­ສາ­ມັນ​ຜູ້​ມີ​ອຳ­ນາດ​ເຕັມ​ອຽກ​ລັງ ຄົນ​ໃໝ່ ປະ­ຈຳ ສປປ ລາວ ໂດຍ​ມີ​ສຳ­ນັກ­ງານ​ສະ­ຖານ­ທູດ​ຕັ້ງ​ຢູ່​ຮ່າ​ໂນ້ຍ ສສ ຫວຽດ­ນາມ ກ່ອນ​ຈະ​ມາ​ຮັບ​ຕຳ­ແໜ່ງ​ນີ້ ທ່ານ John McCullagh ເປັນ​ຫົວ­ໜ້າ​ກົມ​ການ​ຄ້າ ກະ­ຊວງ​ການ​ຕ່າງ­ປະ­ເທດ​ອຽກ​ລັງ ລາວ ແລະ ອຽກ​ລັງ ສ້າງ­ຕັ້ງ​ສາຍ​ພົວ­ພັນ​ການ​ທູດ​ນຳ​ກັນ ໃນ​ວັນ​ທີ 7 ສິງ­ຫາ 1998.

ເວ­ລາ 10:30 ໂມງ ໄດ້​ຕ້ອນ­ຮັບ​ການ​ຍື່ນ​ສານ​ຕາ​ຕັ້ງ​ຈາກ​ທ່ານ Kanesh Prasad Dhakal ເອກ​ອັກ​ຄະ​ລັດ​ຖະ​ທູດ​ວິ­ສາ­ມັນ​ຜູ້​ມີ​ອຳ­ນາດ​ເຕັມ​ເນ​ປານ ຄົນ​ໃໝ່ ປະ­ຈຳ ສປປ ລາວ ໂດຍ​ມີ​ສຳ­ນັກ­ງານ​ສະ­ຖານ ທູດ​ຕັ້ງ​ຢູ່​ບາງ­ກອກ ລາ­ຊະ​ອາ­ນາ­ຈັກ​ໄທ ກ່ອນ​ຈະ​ມາ​ຮັບ​ຕຳ­ແໜ່ງ​ນີ້ ທ່ານ Kanesh Prasad Dhakal ເປັນ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ເນ​ປານ ປະ­ຈຳ​ລາ­ຊະ​ອາ­ນາ­ຈັກ​ໄທ ລາວ ແລະ ເນ​ປານ ສ້າງ­ຕັ້ງ​ສາຍ​ພົວ­ພັນ​ການ​ທູດ​ນຳ​ກັນ​ໃນ​ວັນ​ທີ 20 ພຶດ­ສະ­ພາ 1970.

ເວ­ລາ 11:00 ໂມງ ໄດ້​ຕ້ອນ­ຮັບ​ການ​ຍື່ນ​ສານ​ຕາ​ຕັ້ງ​ຈາກ​ທ່ານ Bogdan Badea ເອກ​ອັກ​ຄະ​ລັດ ຖະ​ທູດ​ວິ­ສາ­ມັນ​ຜູ້​ມີ​ອຳ­ນາດ​ເຕັມ​ໂຣ​ມາ​ເນຍ ຄົນ​ໃໝ່ ປະ­ຈຳ ສປປ ລາວ ໂດຍ​ມີ​ສຳ­ນັກ­ງານ​ສະ­ຖານ­ທູດ​ຕັ້ງ​ຢູ່​ບາງ­ກອກ ລາ­ຊະ​ອາ­ນາ­ຈັກ​ໄທ ກ່ອນ​ຈະ​ມາ​ຮັບ​ຕຳ­ແໜ່ງ​ນີ້ ທ່ານ Bogdan Badea ເປັນ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ໂຣ​ມາ​ເນຍ ປະ­ຈຳ​ລາ­ຊະ​ອາ­ນາ­ຈັກ​ໄທ ລາວ ແລະ ໂຣ​ມາ​ເນຍ ສ້າງ­ຕັ້ງ​ສາຍ​ພົວ­ພັນ​ການ​ທູດ​ນຳ​ກັນ ວັນ​ທີ 25 ພະ­ຈິກ 1962.

ເວ­ລາ 11:30 ໂມງ ໄດ້​ຕ້ອນ­ຮັບ​ການ​ຍື່ນ​ສານ​ຕາ​ຕັ້ງ​ຈາກ​ທ່ານ​ນາງ Sarah Taylor ເອກ​ອັກ​ຄະ​ລັດ​ຖະ​ທູດ​ວິ­ສາ­ມັນ​ຜູ້​ມີ​ອຳ­ນາດ​ເຕັມ​ກາ​ນາ​ດາ ຄົນ​ໃໝ່ ປະ­ຈຳ ສປປ ລາວ ໂດຍ​ມີ​ສຳ­ນັກ­ງານ​ສະ­ຖານ­ທູດ​ຕັ້ງ​ຢູ່​ບາງ­ກອກ ລາ­ຊະ​ອາ­ນາ­ຈັກ​ໄທ ກ່ອນ​ຈະ​ມາ​ດຳ­ລົງ​ຕຳ­ແໜ່ງ​ນີ້ ທ່ານ​ນາງ Sarah Taylor ເປັນ​ຮອງ​ຫົວ­ໜ້າ​ຫ້ອງ­ການ​ສະ­ຖານ­ທູດ​ກາ​ນາ​ດາ ປະ­ຈຳ​ປັກ​ກິ່ງ ສປ ຈີນ ລາວ ແລະ ກາ​ນາ​ດາ ສ້າງ­ຕັ້ງ​ສາຍ​ພົວ­ພັນ​ການ​ທູດ​ນຳ​ກັນ ໃນ​ວັນ​ທີ 15 ມິ­ຖຸ­ນາ 1974.

(ແຫຼ່ງ​ຂໍ້​ມູນ​: vientianemai.net)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.