ການຮ່ວມມືຫວຽດນາມ - ຈີນ ຄັ້ງທີ 7 ກ່ຽວກັບການປ້ອງກັນ ແລະ ຕ້ານອາຊະຍາກຳ

11:00 | 30/03/2021

ຍສໝ - ນີ້ແມ່ນກອງປະຊຸມມີຄວາມໝາຍສຳຄັນ ໃນການພົວພັນລະຫວ່າງສອງປະເທດ, ເພື່ອແນໃສ່ຊຸກຍູ້ການປ້ອງກັນຄວາມສະຫງົບແຫ່ງຊາດ, ຕໍ່ສູ້ຕ້ານອາດຊະຍາກຳ.

ການຮ ວມມ ຫວຽດນາມ ຈ ນ ຄ ງທ 7 ກ ຽວກ ບການປ ອງກ ນ ແລະ ຕ ານອາຊະຍາກຳ ຮັດແໜ້ນ ແລະ ພັດທະນາສາຍພົວພັນມິດຕະພາບຫວຽດນາມ - ຈີນ
ການຮ ວມມ ຫວຽດນາມ ຈ ນ ຄ ງທ 7 ກ ຽວກ ບການປ ອງກ ນ ແລະ ຕ ານອາຊະຍາກຳ ພິທີເປີດງານວາງສະແດງເສດຖະກິດການຄ້າຊາຍແດນ ຈີນ - ຫວຽດນາມ ຄັ້ງທີ 20

ເມື່ອບໍ່ດົນມານີ້, ກອງປະຊຸມຮ່ວມມືຄັ້ງທີ 7 ກ່ຽວກັບການປ້ອງກັນ ແລະ ຕ້ານອາຊະຍາກຳ ລະຫວ່າງກະຊວງຕຳຫຼວດຫວຽດນາມ ແລະ ກະຊວງຕຳຫຼວດຈີນໄດ້ຈັດຂຶ້ນຢູ່ຮ່າໂນ້ຍ.

ທ່ານພົນເອກ ໂຕເລີມ, ກຳມະການກົມການເມືອງ, ລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ພ້ອມດ້ວຍທ່ານ Zhao Kezhi, ລັດຖະມົນຕີກະຊວງຕຳຫຼວດຈີນ ເປັນປະທານຮ່ວມກອງປະຊຸມ.

ການຮ ວມມ ຫວຽດນາມ ຈ ນ ຄ ງທ 7 ກ ຽວກ ບການປ ອງກ ນ ແລະ ຕ ານອາຊະຍາກຳ
ການຮ່ວມມືຫວຽດນາມ - ຈີນ ຄັ້ງທີ 7 ກ່ຽວກັບການປ້ອງກັນ ແລະ ຕ້ານອາຊະຍາກຳ. (ພາບ: TTXVN)

ນີ້ແມ່ນກອງປະຊຸມມີຄວາມໝາຍສຳຄັນ ໃນການພົວພັນລະຫວ່າງສອງປະເທດ, ເພື່ອສືບຕໍ່ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ - ຈີນ ໃນຂົງເຂດການປ້ອງກັນຄວາມສະຫງົບແຫ່ງຊາດ, ຕໍ່ສູ້ຕ້ານການອາດຊະຍາກຳ, ຮັກສາຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມປອດໄພ, ແລະເພື່ອຊີວິດທີ່ສະຫງົບສຸກຂອງປະຊາຊົນຫວຽດນາມ - ຈີນ.

ທີ່ກອງປະຊຸມຄັ້ງທີ 7 ດັ່ງກ່າວນີ້, ລັດຖະມົນຕີກະຊວງຕຳຫຼວດສອງປະເທດ ໄດ້ລົງນາມໃນບົດບັນທຶກກອງປະຊຸມ, ເຫັນດີເປັນເອກະສັນກັນກ່ຽວກັບວິທີແກ້ໄຂ ເພື່ອເພີ່ມທະວີການຮ່ວມມື, ຮັບປະກັນຄວາມໝັ້ນຄົງພາຍໃນປະເທດ ໃນແຕ່ລະປະເທດ; ນຳເອົາປະສິດທິຜົນຢ່າງເຕັມທີ່ຂອງການຮ່ວມມື ເຂົ້າໃນການຕໍ່ສູ້, ປ້ອງກັນ ແລະ ຕ້ານອາດຊະຍາກຳລະຫວ່າງຫວຽດນາມ ແລະ ຈີນ ໃນໄລຍະຈະມາເຖິງ, ສຸມໃສ່ປະຕິບັດບັນດາຈຸດໝາຍຮ່ວມເພື່ອຕໍ່ສູ້ ແລະ ສະກັດກັ້ນບັນດາອາດຊະຍາກຳຂ້າມຊາດ, ຄື: ອາດຊະຍາກຳກໍ່ການຮ້າຍ, ອາຊະຍາກຳນຳໃຊ້ເຕັກໂນໂລຢີສູງ, ອາດຊະຍາກຳການຄ້າມະນຸດ, ອາດຊະຍາກຳຢາເສບຕິດ; ແລະ ປະຕິບັດການປ້ອງກັນ ແລະ ຕ້ານການເຂົ້າ - ອອກເມືອງທີ່ຜິດກົດໝາຍ...

ພິເສດ, ສອງຝ່າຍໄດ້ປະສານສົມທົບຈັດກອງປະຊຸມຮ່ວມມືປ້ອງກັນ ແລະ ຕ້ານອາດຊະຍາກຳຄັ້ງທີ 8 ລະຫວ່າງກະຊວງຕຳຫຼວດປະຊາຊົນສອງປະເທດ ຢູ່ປະເທດຈີນໃນປີ 2022.

ການຮ ວມມ ຫວຽດນາມ ຈ ນ ຄ ງທ 7 ກ ຽວກ ບການປ ອງກ ນ ແລະ ຕ ານອາຊະຍາກຳ ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ຕ້ອນຮັບລັດຖະມົນຕີກະຊວງຕຳຫຼວດປະເທດຈີນ

ຍສໝ - ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ ເຈົາເຄືອຈື້, ລັດຖະມົນຕີກະຊວງຕຳຫຼວດປະເທດຈີນ ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ ແລະ ເປັນປະທານຮ່ວມກອງປະຊຸມຄັ້ງທີ 7 ກ່ຽວກັບການຮ່ວມມືປ້ອງກັນ ແລະ ຕ້ານອາຊະຍາກຳ.

ການຮ ວມມ ຫວຽດນາມ ຈ ນ ຄ ງທ 7 ກ ຽວກ ບການປ ອງກ ນ ແລະ ຕ ານອາຊະຍາກຳ ຮັດແໜ້ນ ແລະ ພັດທະນາສາຍພົວພັນມິດຕະພາບຫວຽດນາມ - ຈີນ

ຍສໝ - ທ່ານລັດຖະມົນຕີກະຊວງຕຳຫຼວດປະເທດຈີນ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟູຈ້ອງ ທີ່ໄດ້ສະຫລະເວລາເພື່ອຕ້ອນຮັບຄະນະຜູ້ແທນປະເທດຈີນ; ສະແດງຄວາມຊົມເຊີຍສຳເລັດຜົນຂອງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ.

ການຮ ວມມ ຫວຽດນາມ ຈ ນ ຄ ງທ 7 ກ ຽວກ ບການປ ອງກ ນ ແລະ ຕ ານອາຊະຍາກຳ ກອງປະຊຸມລັດຖະມົນຕີ ອາຊຽນ ກ່ຽວກັບການປ້ອງກັນ, ຕ້ານອາດຊະຍາກຳຂ້າມຊາດຄັ້ງທີ 14 (AMMTC 14)

ຍ​ສ​ໝ - ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວັນ​ຟຸກ ​ຢັ້ງ​ຢືນ​ຄຳ​ໝັ້ນ​ສັນ​ຍ​າ​ຂອງ ຫວຽດ​ນາມ ມາ​ນະ​ພະ​ຍາ​ຍາມ​ຈົດ​ສຸດ​ຄວາມ​ສາ​ມາດ ພ້ອມ​ກັບ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ສ້າງ​ປະ​ຊາ​ຄົມ​ອາ​ຊຽນ ແຫ່ງ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ ພັດ​ທະ​ນາ.

ການຮ ວມມ ຫວຽດນາມ ຈ ນ ຄ ງທ 7 ກ ຽວກ ບການປ ອງກ ນ ແລະ ຕ ານອາຊະຍາກຳ

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.